ແມ່ຍິງ-ເດັກນ້ອຍ 08-04-2014

0:00 / 0:00

ເມື່ອບໍ່ດົນ ມານີ້ ກະຊວງ ການ ຕ່າງປະເທດ ສະຫະຣັຖ ອະເມຣິກາ ໄດ້ຈັດ ສປປລາວ ຢູ່ໃນກຸ່ມ 2 ຊຶ່ງ ເປັນກຸ່ມ ປະເທດ ທີ່ ຕ້ອງຖືກ ຕິດຕາມ ສິ້ງຊອມ ເຣຶ້ອງຕ້ານ ການ ຄ້າມະນຸດ ທີ່ມີທັງ ແມ່ຍິງ ແລະ ເດັກນ້ອຍ.

ກະ​ຊວງ​ ການ​ ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ດ ​ອະ​ເມ​ຣິ​ກາ ໄດ້​ອອກ ​ຣາຍ​ງານ​ ປະ​ຈຳ​ປີ 2014 ກ່ຽວ​ກັບ ​ການ ​ຄ້າ​ມະ​ນຸດ ໃນ ​ປະ​ເທດ​ຕ່າງໆ ທົ່ວ​ໂລກ. ເວົ້າ​ສະ​ເພາະ ສ​ປ​ປ​ລາວ ຣາຍ​ງານ ຍັງ​ຣະ​ບຸ​ວ່າ ຍັງ​ເປັນ ​ປະ​ເທດ ທັງ​ແຫລ່ງ​ທີ່​ມາ ທັງ​ທາງ​ຜ່ານ ແລະ​ ປາຍ​ທາງ​ ຂອງ​ການ​ ຄ້າ​ມະ​ນຸດ ອັນ​ມີ ​​ແມ່​ຍິງ ​ແລະ​ ເດັກ​ນ້ອຍ ຮວມ​ຢູ່​ດ້ວຍ​ ຊຶ່ງ​ກໍ​ມັກ ​ຕົກ​ສູ່ ​ສະ​ພາບ​ ການ​ຄ້າທາງ​ເພດ ແລະ ​ບັງ​ຄັບ ໃຫ້​ອອກ ​ແຮງ​ງານ.

ຢ່າງ​ໃດ​ກໍ​ຕາມ ທ່ານ ຈອນ ແຄ​ຣີ ຣັ​ຖ​ມົນ​ຕ​ຣີ ​ການ ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ດ ກໍ​ໄດ້​ກ່າວ ​ເປີດ​ຣາຍ​ງານ ​ປີ 2014 ນີ້ ວ່າ:

"ຣາຍ ​ ງານ ​ ການ ​ ຄ້າ ​ ມະ ​ ນຸດ ​ ນີ້ ເປັນເຣື່ອງ ​ ທີ່ ​ ດີ ເປັນ ​​ ສາ ​ ມັນ ​ ສຳ ​ ນຶກ ເປັນ ​ ການ ​ ພິ ​ ສູດ ​ ເຖິງຄວາມ ​ ຜິດ ພ້ອມ ​ ດຽວ ​ ກັນ ​ ກໍ ​ ເປັນ ​​ ຄວາມ ​ ຈິງ ຊຶ່ງ ​ ຮວມ ​ ເຂົ້າ ​ ເປັນ ​ ອັນ ​ ດຽວ ​ ກັນ ແລະ ​ ເຮົາກໍ ​ ຂໍ ຮຽກ ​ ຮ້ອງ ​ ໃຫ້ ຣັ ​ ຖ ​ ບານ ​ ​ ພົ ລ ເມືອງ ​ ຂອງ ປະ ​ ເທດ ​ ຕ່າງໆ ໃນ ​ ທົ່ວ ​ ໂລກ ໃຫ້ ​ ເປີດ ​ ເຜີຍ ​ ຂ້າ ​ ທາດ ​ ​ ແຫ່ງ ຍຸກ ​ ສ ​ ມັຍ ແລະ ​ ມີ ​ ຄວາມ ​ ຮັບ ​ ຜິດ ​ ຊອບ ໂດຍ ​ ຣະ ​ ບຸ ​​ ເຖິງ ຜູ້ ທີ່ ​ ໄດ້ ​ ຮັບ ​ ເຄາະ ​ ຮ້າຍ ແລະ ​ ນຳ ​ ເອົາ ​ ກຸ່ມ ​ ຄົນ ​ ທີ່ ​ ລ່ວງ ​ ຣະ ​ ເມີດ ​ ສິດ ​ ທິ ​ ນັ້ນ ຂຶ້ນ ​ ດຳ ​ ເນີນ ​ ຄະ ​ ດີ . ເຮົາບໍ່ ​ ສາ ​ ມາດ ​ ທີ່ ​ ຈະ ​ ບໍ່ໃຫ້ ​ ມີການ ​ ລົງ ​ ໂທດ ສຳ ​ ລັບ ​ ພວກ ​ ຄ້າ ​ ມະ ​ ນຸດ . ​ ເຣື່ອງນີ້ ​ ມັນຕ້ອງ ​ ໃຫ້ ​ ຈົບ ​ ສິ້ນ" .

ຣາຍ​ງານ ​ການ ​ຄ້າ​ມະ​ນຸດ ຂອງ​ ກະ​ຊວງ​ ການ ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ດ ​ປະ​ຈຳ​ປີ 2014 ຍັງ​ເວົ້າ​ເຖິງ ​ການ​ດຳ​ເນີນ ​ຄະ​ດີ ​ວ່າ ຣັ​ຖ​ບານ ສປປ​ລາວ ມີ​ຄວາມ ​ພ​ຍາ​ຍາມ ພໍ​ປະ​ມານ ​ຕໍ່​ເນື່ອງ ​ໃນ​ການ​ ດຳ​ເນີນ​ ຄະ​ດີ​ແລະ​ ກ່າວ​ໂທດ ​ຜູ້​ກະ​ທຳ​ຜິດ ໃນເຣື່ອງ​ການ ​ຄ້າ​ມະ​ນຸດ. ຣັ​ຖ​ບານ​ລາວ ຫ້າມ ​ທຸກ​ຮູບ​ແບບ ​ຂອງ​ ການ​ ຄ້າ​ມະ​ນຸດ ໂດຍ​ດັດ​ແປງ ມາ​ຕ​ຣາ 134 ​ໃນ​ກົດ​ໝາຍ ​ອາ​ຍາ​ ສະ​ບັບ​ປີ 2006 ທີ່ ໄດ້​ຣະ​ບຸ ​ການ​ລົງ​ໂທດ​ ນັບ​ຕັ້ງ​ແຕ່​ຈຳ​ຄຸກ 5 ປີ ເຖິງ​ ຕ​ລອດ​ຊີ​ວິດ ປັບ​ໃໝ​ ແຕ່ 1,250 ໂດ​ລາ​ ເຖິງ 12,500 ໂດ​ລາ​ ສະ​ຫະ​ຣັ​ດ ແລະ ​ຍຶດ​ຊັບ​ສິນ. ຣັ​ຖ​ບານ​ລາວ ຣາຍ​ງານ​ວ່າ ໄດ້​ເລີ່ມ​ຮ່າງ​ ​ກົດ​ໝາຍ ​​ການ ​ຄ້າ​ມະ​ນຸດ ສະ​ເພາະ ແຕ່​ບັນ​ດາ​ ອົງ​ການ​ຈັດ​ຕັ້ງ​ ທີ່​ມີ​ຄວາມ ​ຊ່ຽວ​ຊານ ດ້ານ​ການ​ຕ້ານ ​ການ ​ຄ້າ​ມະ​ນຸດ ຫາກ​​ໄດ້ ​ສະ​ແດງ ​ຄວາມ​ເປັນ​ຫ່ວງ ຢ້ານ​ວ່າ ​ຣັ​ຖ​ບານ ​ບໍ່ຮວມເອົາ​ຕົນ ​ເຂົ້າ​ຮ່ວມ ​ໃນ​ຂັ້ນ​ຕອນ​ ດັ່ງ​ກ່າວ.

ໃນ​ຊ່ວງ​ ຣາຍ​ງານ ​ສະ​ບັບ​ນີ້ ທາງ​ການ​ລາວ ຣາຍ​ງານ​ວ່າ ໄດ້​ສືບ​ສວນ​ ສອບ​ສວນ 56 ຄະ​ດີ​ ຜູ້​ຕ້ອງ​ສົງ​ສັຍ ​ຄ້າ​ມະ​ນຸດ ແລະ ໃນ​ນັ້ນ ໄດ້​ສົ່ງ 24 ຄະ​ດີ ​ເພື່ອ​ຟ້ອງ​ຮ້ອງ. ກໍ​ຣະ​ນີ ​ທີ່ ​ສານ ​ພິ​ຈາ​ຣະ​ນາ ມີ​ຣາຍ​ງານ​ວ່າ ມີ​ການ​ຕັດ​ສິນ ຜູ້​ກະ​ທຳ​ ຄວາມ​ຜິດ 35 ຄົນ ເພີ່ມ​ຂຶ້ນ​ຈາກ​ ທີ່​ມີ 18 ​ຄົນ​ ໃນ​ຊ່ວງ​ ຣາຍ​ງານ ​ປີກ່ອນ. ຣັ​ຖ​ບານ​ລາວ ບໍ່​ໄດ້​ເວົ້າ​ເຖິງ ​ຣາຍຣະອຽດ ເນື້ອຫາ ຂອງຄະດີ ​​ເຫລົ່າ​ນີ້ ຫລື​ ໃຫ້​ຣາຍ​ ຣະ​ອຽດ​ໃດໆ ກ່ຽວ​ກັບ​ ການ​ລົງ​ໂທດ ຜູ້​ກະ​ທຳ​ຜິດ ​ຄົນ​ໃດ​ເລີຍ. ສື່ມວນ​ຊົນ ຣາຍ​ງານ ແລະ​ ຂໍ້​ມູ​ລ ​ຈາກ​ອົງ​ການ ​ຈັດ​ຕັ້ງ​ ສາ​ກົ​ລ​ຕ່າງໆ ບອກວ່າ ຢ່າງ​ໜ້ອຍ​ມີ 5 ກໍ​ຣະ​ນີ ທີ່​ກ່ຽວ​ຂ້ອງ ​ກັບ ​ຜູ້​ເຄາະ​ຮ້າຍ ​ຊາວ​ລາວ ທີ່ ​ຖືກ​ຂູດ​ຮີດ​ ຢູ່​ໄທ ແລະ ​ກຸ່ມ​ຄົນ​ທີ່​ກະ​ທຳ​ ຄວາມ​ຜິດ ຖືກ​ຕັດ​ສິນ​ໂທດ ​ຈຳ​ຄຸກ 15 ປີ​ ຫລື​ ຫລາຍກວ່າ​ ນັ້ນ. ຣັ​ຖ​ບານ​ລາວ ບໍ່​ສາ​ມາດ​ ຮວບ​ຮວມ​ ຂໍ້​ມູ​ນ ​ກ່ຽວ​ກັບ​ ຄວາມ ​ພ​ຍາ​ຍາມ ບັງ​ຄັບ​ ໃຊ້​ກົດ​ໝາຍ ​ຕ້ານ​ການ ​ຄ້າ​ມະ​ນຸດ. ຂັ້ນ​ຕອນ ​ດຳ​ເນີນ​ງານ​ຂອງ​ສານ ກໍ​ຂາດ​ຄວາມ ​ໂປ່ງ​ສັຍ ແລະ​ ຂໍ້​ມູ​ນ​ ຣາຍ​ຣະ​ອຽດ ທີ່ ​ບັນ​ທຶກ​ໄວ້ ​ກໍ​ບໍ່​ພຽງ​ພໍ ແລະ​ ພາກ​ສ່ວນ​ ຕຸ​ລາ​ການ​ ຂອງ​ລາວ ກໍ​ຍັງ​ອ່ອນ​ແອ ​ແລະ ​ບໍ່​ມີ ​ປະ​ສິດ​ທິ​ພາບ.

ການ​ຝຶກ ​ອົບ​ຮົມ​ ທີ່​ໄດ້​ຮັບ​ທຶນ ​ຊ່ວຍ​ເຫລືອ ຈາກ​ຜູ້ ​ບໍ​ຣິ້​ຈາກ ເຂົ້າ​ເຖິງ ​ເຈົ້າ​ໜ້າ​ທີ່ ​ທ້ອງ​ຖິ່ນ​ໄດ້ ​ຢ່າງ​ໜ້ອຍ 244 ຄົນ. ຣັ​ຖ​ບານ​ລາວ ຣາຍ​ງານ​ວ່າ ໄດ້​ສືບ​ສວນ ​ສອບ​ສວນ ຮ່ວມ​ກັບ ​ຣັ​ຖ​ບານ​ ມາ​ເລ​ເຊັຽ ຈີນ ແລະ​ໄທ. ການ​ສໍ້​ຣາ​ສ ​ບັງ​ຫລວງ ຍັງ​ເປັນ ​ບັນ​ຫາ​ ບໍ່​ຈົບ​ສິ້ນ ​ໃນ​ລາວ. ພ້ອມ​ດຽວ​ກັນ ການ​ທີ່​ ປະ​ຊາ​ຊົນ ຍັງ​ມີ​ຄວາມ ​ລັ່ງ​ເລ​ໃຈ​ຢູ່ ໃນ​ການ ​ເຮັດ​ວຽກ​ ກັບ ​ເຈົ້າ​ໜ້າ​ທີ່ ​ຕຳ​ຣວດ ແລະ​ ອາ​ໄສ​ ການ​ໄກ່​ເກັ່ຽ ນ​ອກ​ສານ ກໍ​ເປັນ ​ອຸ​ປ​ສັກ ກີດ​ຂວາງ ຄວາມ​ສາ​ມາດ​ ຂອງ ​ທາງ​ການ​ລາວ ໃນ​ການ ​ສືບ​ສວນ​ຄະ​ດີ ​ຄ້າ​ມະ​ນຸດ ທັງ​ພາຍ​ໃນ ຫລື ​ຂ້າມ​ຊາຍ​ແດນ ຢ່າງ​ມີ ​ປະ​ສິດ​ທິ​ພາບ.

ອົງ​ການ ​ຕ້ານ​ການ ​ຄ້າ​ມະ​ນຸດ ຕ່າງ ​ກໍ​ຣາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່ ​ທ້ອງ​ຖິ່ນ​ ຈຳ​ນວນ​ນຶ່ງ ຮັບ​ເງິນ ເພື່ອ ​ອຳ​ນວຍ ​ຄວາມ​ສະ​ດວກ ​ໃນ​ການ ​ເຂົ້າ​ເມືອງ ຫລື​ ຂົນ​ສົ່ງ ​ແມ່​ຍິງ​ລາວ ​ໄປ​ໄທ. ຣ​ັ​ຖ​ບານ​ລາວ ບ​ໍ່​ໄດ້ ​ຣາຍ​ງານ​ການ​ສືບ​ສວນ ​ສອບ​ສວນ ​ໃດໆ ຫລື​ ການ​ກ່າວ​ໂທດ​ ເຈົ້າ​ໜ້າ​ທີ່ ທີ່ ສົມ​ຮູ້ ​ຮ່ວມ​ຄິດ ໃນ​ການ ​ຄ້າ​ມະ​ນຸດ ຫລື ​ການ​ເຄື່ອນ​ໄຫວ ​ທີ່ ​ກ່ຽວ​ຂ້ອງ ກັບ​ການ ​ຄ້າ​ມະ​ນຸດ ໃນ​ຊ່ວງ​ປີ​ ຣາຍ​ງານ ​ນີ້. ມາ​ຮອດ​ໜີ້ ກໍ​ຢາກ ​ຂໍ​ທົບ​ທວນ ​ຄຳ​ເວົ້າ​ ຂອງ ​ທ່ານ ຈອນ​ ແຄ​ຣີ ​ຕື່ມ​ຕອນ​ນຶ່ງ ທີ່​ກ່າວ​ມື້​ ເປີດ ​ຣາຍ​ງານ:

"ນັບ ​ ເປັນ ​ ເວ ​ ລາ ​ ຫລາຍ ​ ປີ ​ ແລ້ວ ​ ທີ່ ​ ພວກ ​ ເຮົາ ​ ຮູ້ ​ ວ່າ ອາ ​ ສ ​ ຍາ ​ ກັມ ​ ນີ້ ສົ່ງ ​ ຜົ ​ ລ ​ ກະ ​ ທົບ ​ ຕໍ່ ​ ທຸກ ​ ປະ ​ ເທດ ​ ໃນ ​ ທົ່ວໂລກ ຮວມ ​ ທັງ ​ ປະ ​ ເທດ ​ ຂອງ ​ ພວກ ​ ເຮົາ ພວກ ​ ເຮົາ ​ ແມ່ນ ​ ບໍ່ ​​ ຖືກ ​ ຍົກ ​ ເວັ້ນ ມີ ​ ຫລາຍກວ່າ 20 ລ້ານ ​ ຄົນ ເປັນ ​ ຜູ້ ​ ເຄາະ ​ ຮ້າຍ ​ ຈາກ ​ ການ ​ ຄ້າ ​ ມະ ​ ນຸດ ນີ້ ​ ເປັນ ​ ການ ​ ຄາດ ​ ຄະ ​ ເນ ​ ທີ່ ​ ຕ່ຳ ແລະ ​ ສະ ​ ຫະ ​ ຣັ ​ ດ ກໍ ​ ເປັນ ​ ຜູ້ ​ ທຳ ​ ອິດ ​ ທີ່ ​ ຮັບ ​ ຮູ້ ແຕ່ ​ ບໍ່ ​ ມີ ​ ຣັ ​ ຖ ​ ບານ ​ ປະ ​ ເທດ ​ ໃດ ບໍ່ ​ ມີຢູ່ ​ ເຂດ ​ ໃດ ​ ເລີຍ ທີ່ ​ ດຳ ​ ເນີນ ​ ການ ​ ຢ່າງ ​ ພຽງ ​ ພໍ ພວກ ​ ເຮົາ ພວມ ​ ພ ​ ຍາ ​ ຍາມ ບາງ ​ ປະ ​ ເທດ ​ ພ ​ ຍາ ​ ຍາມ ​ ບໍ່ ​ ພຽງ ​ ພໍ ບາງ ​ ປະ ​ ເທດ ​ ກໍ ​ ພ ​ ຍາ ​ ຍາມ ​ ຫລາຍ ແລະ ​ ພວກ ​ ເຮົາ ​ ຈຳ ​ ເປັນ ​ ຕ້ອງ ​ ພ ​ ຍາ ​ ຍາມ ຫລາຍ ​ ຂຶ້ນ ​ ຕື່ມ ແລະ ​ ດຳ ​ ເນີນ ​ ການ ​ ຫລາຍ ​ ຂຶ້ນ .

ໃນ​ຣາຍ​ງານ ​ປະ​ຈຳ​ປີ 2014 ທາງ ​ກະ​ຊວງ​ ການ​ຕ່າງ ​ປະ​ເທດ ​ສະ​ຫະ​ຣັ​ດ ໄດ້​ມີ​ຂໍ້​ ແນະ​ນຳ ​ສຳ​ລັບ ​​ຣັ​ຖ​ບານ ສ​ປ​ປ​ລາວ ເພື່ອ​ປັບ​ປຸງ​ ການ​ຕ້ານ​ ການ​ ຄ້າ​ມະ​ນຸດ ໃຫ້​ດີ​ຂຶ້ນ ດັ່ງ​ນີ້:

ໃຫ້​ຮວມ ​ເອົາ​ອົງ​ການ​ ຈັດ​ຕັ້ງ ທີ່​ມີ ​ຄວາມ​ຊ່ຽວ​ຊານ ເຂົ້າ​ໃນ​ການ ​ຮ່າງ​ກົດ​ໝາຍ​ ວ່າ​ດ້ວຍ ການ​ຕ້ານ​ການ ​ຄ້າ​ມະ​ນຸດ ໃນ​ ທຸກ​ຂັ້ນ​ຕອນ ​ຂອງ​ການ​ຮ່າງ. ໃຫ້​ ດຳ​ເນີນ​ການ ​ຣະ​ບຸ​ໂຕ​ ຜູ້​ເຄາະ​ຮ້າຍ ​ຢ່າງ​ເປັນ ​ທາງ​ການ ແລະ ​ຝຶກ​ອົບ​ຮົມ​ ເຈົ້າ​ໜ້າ​ທີ່ ​ຕຳ​ຣວດ ແລະ​ ເຈົ້າ​ໜ້າ​ທີ່​ ຊາຍ​ແດນ ໃຫ້​ສາ​ມາດ ​ຣະ​ບຸ ​ຜູ້​ເຄາະ​ຮ້າຍ​ ໄດ້ ຢ່າງ​ ເປັນ​ຣະ​ບົບ ແລະ​ ສົ່ງ​ພວກ​ເຂົາ​ເຈົ້າ ​ໃຫ້​ພາກ​ສ່ວນ ​ທີ່ໃຫ້​ ການ​ຊ່ວຍ​ເຫລືອ ໂດຍ​ສະ​ເພາະ ​ພວກ​ຄົນ​ງານ ​ທີ່​ຖືກ​ ສົ່ງ​ກັບ​ຄືນ ຈາກ​ ປະ​ເທດ​ໄທ ແລະ ​ຜູ້​ເຄາະ​ຮ້າຍ ພາຍ​ໃນ ​ປະ​ເທດ​ລາວ ​ເອງ. ໃຫ້​ພັ​ທ​ນາ ​ຖານ​ຂໍ້​ມູ​ລ database ໂດຍ​ໄດ້​ຮັບ ​ການ​ຊ່ວຍ​ເຫລືອ ​ຈາກ ອົງ​ການ ຄູ່​ຮ່ວມ ​ນາໆ​ຊາດ ເພື່ອ​ຮວບ​ຮວມ ​ຂໍ້​ມູ​ລ ​ກິ​ຈ​ກັມ ຂອງ​ ຣັ​ຖ​ບານ ຕ້ານ​ການ ​ຄ້າ​ມະ​ນຸດ​ ແລະ ​ແລກ​ປ່ຽນ ​ຂໍ້​ມູນ​ ນັ້ນ​ກັບ ​ພາກ​ສ່ວນ​ຕ່າງໆ ທີ່​ກ່ຽວ​ຂ້ອງ. ​ເພິ່ມ​ທະ​ວີ ​ຄວາມ​ພ​ຍາ​ຍາມ ແກ້​ໄຂ ​ບັນ​ຫາ ​ການ ​ຄ້າ​ມະ​ນຸດ ຢູ່​ພາຍ​ໃນ ​ລາວ ຊຶ່ງ​ມີ​ຮວມ​ທັງ ​ເດັກ​ນ້ອຍ ທີ່ ​ຖືກ​ຕົກ​ສູ່​ການ ​ຄ້າ​ທາງ​ເພດ ຮວມ​ເຖິງ ​ພວກ​ຄົນ​ ວັຍ​ໜຸ່ມ​ ແລະ ​ເດັກ​ນ້ອຍ ທີ່​ຖືກ​ບັງ​ຄັບ ​ໃຫ້ໃຊ້​ແຮງ​ງານ ໃນ​ພາກ ​ການ​ກະ​ເສດ ເພື່ອ​ການ​ຄ້າ ໂດຍ​ຣະ​ບຸ​ໂຕ ​ແລະ ​ໃຫ້​ການ​ຊ່ວຍ​ເຫລືອ ແກ່​ຄົນ​ລາວ ​ທີ່​ຖືກ​ ຄ້າ​ມະ​ນຸດ​ ຢູ່​ພາຍ​ໃນ​ລາວ ແລະ ດຳ​ເນີນ​ຄະ​ດີ ​ພວກ​ຄົນທີ່​ ກະ​ທຳ​ ຄວາມ​ຜິດ ເຫລົ່າ​ນີ້. ໃຫ້​ຮັບ​ຜ່ານ ​ບັນ​ທຶກ ​ຄວາມ​ເຂົ້າ​ໃຈ MOU ກັບ​ອົງ​ການ​ ຈັດ​ຕັ້ງ ​ທີ່​ບໍ່​ສັງກັດ ​ຣັ​ຖ​ບານ ແລະ ​ອົງ​ການ​ສາ​ກົ​ລ ​ຕ່າງໆ ໃຫ້ໄວ​ຂຶ້ນ ເພື່ອ​ ​ພວກ​ເຂົາ​ເຈົ້າ ຈະ​ສາ​ມາດ ​ໃຫ້​ການ ​ຊ່ວ​ຍ​ເຫລືອ​ ແກ່ ​ຜູ້​ເຄາະ​ຮ້າຍ​ໄດ້. ໃຫ້​ເພີ່ມ​ຣາຍ​ຈ່າຍ ​ໂດຍ​ລວມ ຂອງ​ ຣັ​ຖ​ບານ​ ໃນ​ການ​ ບໍ​ຣິ​ການ​ ຜູ້​ເຄາະ​ຮ້າຍ ແລະ​ ໃນ​ການ ​ໂຄ​ສະ​ນາ ເຕືອນ​ເຖິງ​ພັຍ​ ອັນ​ຕ​ຣາຍ ​ຂອງ​ການ ​ຄ້າ​ມະ​ນຸດ. ໂດຍ​ ຮ່ວມ​ກັບ​ ອົງ​ການ ​ທ້ອງ​ຖິ່ນ​ ແລະ​ສາ​ກົ​ລ ໃຫ້ເພີ່ມ​ແຫລ່ງ​ ຊັ​ພ​ຍາ​ກອນ ແລະ​ ການ​ຝຶກ​ ອົບ​ຮົມ ​ວິ​ຊາ​ຊີບ ເພື່ອ​ສ​ນັບ​ສ​ນູນ ຜູ້​ເຄາະ​ຮ້າຍ ຮວມ​ທັງ ​ທີ່​ເປັນ​ຜູ້​ຊາຍ ໃນ​ການ ກັບ​ຄືນ​ສູ່ ​ຊຸມ​ຊົນ ​ບ້ານ​ເກີດ. ໃຫ້​ຫລຸດຜ່ອນ ​ຄວາມ​ຕ້ອງ​ການ​ ການ​ທ່ອງທ່ຽວ ​ທີ່​ສ​ແວງ​ຫາ​ ເຣື່ອງ​ເພດ ໂດຍ​ ໂຄ​ສະ​ນາ ​ເຕືອນ ຕາມ​ ສະ​ຖານ​ທີ່ ​ເປົ້າ​ໝາຍ ແລະ​​ ປະ​ຕິ​ບັດ ​ການລົງ​ໂທດ​ ອາ​ຍາ. ໃຫ້​ ພ​ຍາ​ຍາມ​ ຫລາຍ​ຂຶ້ນ​ ໃນ​ການ ​ປາບ​ປາມ​ ເຈົ້າໜ້າ​ທີ່ ທີ່ ​ສົມ​ຮູ້​ຮ່ວມ​ຄິດ ໂດຍ​ສະ​ເພາະ ​ໃນ​ຂັ້ນ ​ທ້ອງ​ຖີ່ນ ແລະ​ ລົງ​ໂທດ​ ເຈົ້າ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ ​ກັບ​ການ ​ຄ້າ​ມະ​ນຸດ.

ນັ້ນ​ຄື​ ຣາຍ​ງານ​ ປະ​ຈຳ​ປີ 2014 ກ່ຽວ​ກັບ ​ການ​ຕ້ານ​ການ ​ຄ້າ​ມະ​ນຸດ ສ່ວນ​ໜຶ່ງ ຂອງ​ ກະ​ຊວງ ​ການ ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ດ ຊຶ່ງ​ໄດ້​ຈັດ ​ໃຫ້ ​ສ​ປ​ປ​ລາວ ຢູ່​ໃນ​ກຸ່ມ​ທີ 2 ໃນ​ຄວາມ ​ພ​ຍາ​ຍາມ ​ຕ້ານ​ການ ​ຄ້າ​ມະ​ນຸດ ຈາກ​ ທັງ​ໝົດ 3 ກຸ່ມ.