ປະເທດລາວ ຍັງມີການໃຊ້ແຮງງານເດັກນ້ອຍຫຼາຍ ໂດຍສະເພາະການໃຊ້ເດັກນ້ອຍອາຍຸ ຕ່ຳກວ່າ 18 ປີ ເຮັດວຽກ ໃນສວນກ້ວຍຈີນ ຊຶ່ງຖືວ່າຜິດກົດໝາຍ ເພາະເປັນວຽກທີ່ໜັກ ແລະອັນຕະລາຍເກີນໄປ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ແລະຄົນງານສວນກ້ວຍ ຫຼາຍໆຄົນ.
ຊາວບ້ານຄົນໜຶ່ງ ຢູ່ເມືອງຕຸ້ມລານ ແຂວງສາລະວັນ ທີ່ບໍ່ປະສົງບອກຊື່ ກ່າວກັບ ວິທະຍຸເອເຊັຽເສຣີ ໃນວັນທີ່ 1 ເດືອນເມສາ ປີ 2024 ນີ້ວ່າ ແຂວງສາລະວັນ ມີສວນກ້ວຍຈີນ ຫຼາຍແຫ່ງ ແລະແຕ່ລະແຫ່ງ ກໍມີເດັກນ້ອຍຫຼາຍຄົນ ອາຍຸບໍ່ເຖິງ 15 ປີ ທີ່ເຮັດວຽກສີດສານເຄມີ ແລະຕັດກ້ວຍ.
“ແມ່ນໆ ຫຼາຍຄົນໄປຕະຫຼອດ 12, 13, 14 ປີ; ຄວາມສະໝັກໃຈເຂົາ ບໍ່ໄດ້ຮຽນ ໄປກັບພໍ່ແມ່ຫັ້ນແຫຼະ ເຂົາພາໄປ; ແຖວອັດຕະປືເດ່ ໄກເຕີບ ເພາະວ່າເຈົ້າໄປຮອດສວນກ້ວຍ ຈະຮັບເລີຍ ບໍ່ຕ້ອງວ່າອາຍຸທໍ່ໃດທໍ່ໃດຫັ້ນນ່າ. ວັນໜຶ່ງແສນຫ້າ ສີດຢາສານເຄມີ ຫັ້ນແຫຼະ ຕັດກ້ວຍ.”
ອະດີດຄົນງານ ສວນກ້ວຍຈີນຄົນໜຶ່ງ ຢູ່ແຂວງສາລະວັນ ກ່າວວ່າ ເດັກນ້ອຍທີ່ເຮັດວຽກ ຢູ່ສວນກ້ວຍຈີນສ່ວນຫຼາຍ ຕິດຕາມມາກັບພໍ່ແມ່ ທີ່ຮັບເໝົາເຮັດວຽກຢູ່ສວນກ້ວຍ. ເດັກນ້ອຍຜູ້ເປັນລູກ ເລີຍເຮັດວຽກຊ່ວຍພໍ່ແມ່ ເປັນຕົ້ນຊ່ວຍຕັດກ້ວຍ ແບກເຄືອກ້ວຍແລະສີດສານເຄມີ ຊຶ່ງເປັນວຽກທີ່ໜັກ ແລະອັນຕະລາຍ.
ດັ່ງອະດີດຄົນງານສວນກ້ວຍຜູ້ນີ້ ໄດ້ກ່າວວ່າ:
“ຄັນວ່າຄອບຄົວເຂົາພາໄປເຮັດ ເຂົາກໍເຮັດ ກົດໝາຍແຮງງານເຮົາກໍບໍ່ຮູ້ຫັ້ນນ່າ. ແຮງງານກໍບໍ່ມີເຂົາເຂົ້າໄປ ບໍ່ເຄີຍເຫັນ ເພາະວ່າມັນເປັນງານເໝົາຫັ້ນນ່າ. ແຂວງເຮົາມີສາມຈຸດ ຈຸດຫຼັກຄືບ້້ານນາບໍ່ດີ ເມືອງສາລະວັນ ແລ້ວກະເມືອງວາປີ ແລ້ວກະເມືອງຕະໂອ້ຍ ມັນເປັນຂອງຈີນ. ອັດຕະປືເຂົາກໍເຮັດ ຕັດກ້ວຍນີ້ແຫຼະ ແບກໄລຍະໜຶ່ງ ແລ້ວມາເກາະໃສ່ສະລິງ ເພາະກ້ວຍມັນກໍໜັກແລ້ວເດ່ ລະດັບ 60 ໂລ. ສານເຄມີກໍມີຫັ້ນແຫຼະ ກ່ອນເຂົາສົ່ງໄປຈີນຫັ້ນນ່າ ເຂົາຕ້ອງຈຸ່ມສານເຄມີກ່ອນ.”
ຄົນງານສວນກ້ວຍຜູ້ໜຶ່ງ ຢູ່ແຂວງອັດຕະປື ກໍກ່າວໃນທຳນອງດຽວກັນວ່າ ສວນກ້ວຍທຸກແຫ່ງຢູ່ແຂວງອັດຕະປື ຍັງຮັບເອົາເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 16 ປີ ເຂົ້າມາເຮັດວຽກທີ່ໜັກ ແລະອັນຕະລາຍຫຼາຍຢູ່ ຊຶ່ງຖືວ່າ ຜິດກົດໝາຍ, ແຕ່ເວລາເຈົ້າໜ້າທີ່ລົງມາກວດກາ ເດັກນ້ອຍ ກໍຈະບໍ່ມາເຮັດວຽກ.
“ແມ່ນແລ້ວແຕ່ເຂົາເຈົ້າສະໝັກໃຈ ບໍ່ໄດ້ກ່ຽວກັບອາຍຸດອກ ຫຼາຍ ເຂົາມາກວດ ແຕ່ຊ່ວງເຂົາມາກວດ ຄົນທີ່ວ່າອາຍຸຕ່ຳກວ່າ 18 ຫຼືວ່າ 16 ປີຫັ້ນກໍບໍ່ເຮັດ ເຂົາໃກ້ພັກແດ່ມື້ນັ້ນ ເຂົາເມືອແລ້ວ ເຮົາຈຶ່ງອອກມາເຮັດໄດ້ ບໍ່ເປັນຫຍັງ.”
ຊາວບ້ານຄົນໜຶ່ງ ຢູ່ເມືອງຮຸນ ແຂວງອຸດົມໄຊ ກໍສັງເກດເຫັນວ່າ ເດັກນ້ອຍ ທີ່ເຮັດວຽກຢູ່ສວນກ້ວຍຈີນກັບພໍ່ແມ່ນັ້ນ ບໍ່ໄດ້ຮຽນໜັງສື ແລະກໍເປັນຄົນ ທີ່ມາຈາກຕ່າງແຂວງ ທີ່ທຸກຍາກ ບໍ່ຮູ້ກົດໝາຍ ບໍ່ມີອາຊີບແລະບໍ່ມີທີ່ດິນເພື່ອທຳມາຫາກິນ.
“ເອົາໄປເຮັດ ກໍຍ້ອນຄວາມບໍ່ເຂົ້າໃຈຂອງພໍ່ແມ່ຫັ້ນແຫຼະ. ແບບເຂົາເຈົ້າເປັນຮັບເໝົາເດ່ເນາະ ມື້ນີ້ຄັນລູກເຂົາເຈົ້າໄປຊ່ວຍໄດ້ເພິ້ມຂື້ນ ກໍຍິ່ງເປັນການດີ. ເອີ້ ບໍ່ຄິດວ່າ ລູກເຮົາຍັງບໍ່ເຖິງເກນອາຍຸ ເຂົາແລ້ວບໍ່ວ່າແນວນັ້ນ ສ່ວນຫຼາຍກໍແມ່ນ ສາມຄົນເຜົ່າເຮົານີ້ແຫຼະ. ຄອບຄົວທີ່ວ່າເຂົາເຈົ້າບໍ່ມີອາຊີບເນາະ. ບໍ່ມີດິນທຳການຜະລິດ ຢູ່ເຂດຕ່າງເມືອງຕ່າງແຂວງພຸ້ນແຫຼະ.”
ແຕ່ເຈົ້າໜ້າທີ່ຜະແນກ ກະສິກຳ ແລະປ່າໄມ້ ແຂວງສາລະວັນທ່ານໜຶ່ງ ອະທິບາຍໃຫ້ວິທະຍຸເອເຊັຽເສຣີ ຟັງວ່າ ຈາກການກວດກາສວນກ້ວຍເປັນປະຈຳ ເຈົ້າໜ້າທີ່ພົບວ່າ ມີເດັກນ້ອຍເຮັດວຽກ ຢູ່ສວນກ້ວຍຈີນຫຼາຍແທ້ ແຕ່ພວກເຂົາກໍເຮັດວຽກເບົາແລະກໍຊ່ວຍເຮັດວຽກເລັກໆໜ້ອຍໆເທົ່ານັ້ນ.
“ໂຕເດັກນ້ອຍນີ້ມີ ແຕ່ວ່າເຂົາກໍມານຳພໍ່ນຳແມ່ຫັ້ນແຫຼະ ໄດ້ໄປກວດກາເລື້ອງແຮງງານຢູ່ ບໍ່ມີດອກ ພວກເຮົາກໍບໍ່ໃຫ້ເຮັດຫັ້ນແຫຼະ ກວດທຸກເດືອນຫັ້ນແຫຼະ ເຂົາຈ້າງເຈົ້າຮັກສາ ສົມມຸດວ່າ ພັນຕົ້ນ ເຂົາມາເປັນຄອບຄົວ ເຂົາກໍບົວລະບັດຮັກສາ ຕັດແຕ່ງ ກະເຮັດຊ່ວຍພໍ່ແມ່ເລັກໆໜ້ອຍໆ ອັນຍໍກ້ວຍອີ່ຫຍັງນີ່ ສ່ວນຫຼາຍກໍມີແຕ່ຢູ່ໃຫຍ່ ບໍ່ມີດອກເດັກນ້ອຍ.”
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທ່ານນີ້ີ ກໍອະທິບາຍຕື່ມວ່າ ເຖິງວ່າ ມີການໃຊ້ສານເຄມີຢູ່ສວນກ້ວຍ ແຕ່ກໍບໍ່ໄດ້ໃຊ້ຊະຊາຍ ຍັງບໍ່ໄດ້ສົ່ງຜົນກະທົບຕໍ່ຊາວບ້ານ ແລະສິ່ງແວດລ້ອມແນວໃດເທື່ອ.
“ໃຊ້ເຄມີນີ້ ກະມີຢູ່ ການສີດໃບກ້ວຍເພື່ອບໍ່ໃຫ້ມີພະຍາດຫັ້ນ ກະສ່ວນປຸຍເຂົາກໍໃສ່ປົນກັບນ້ຳຊື່ໆ ອັນອື່ນເຂົາກໍບໍ່ໄດ້ໃຊ້ດອກ ເປັນຢາຂ້າຫຍ້າ ເຂົາກໍບໍ່ໄດ້ໃຊ້ເລີຍ ແຕ່ເຮົາມາສັງເກດສິ່ງແວດລ້ອມ ຊີ້ວັດ ກໍແມ່ນປູປາໃນນ້ຳ ເຮົາບໍເຫັນມັນຕາຍ. ຖ້າວ່າມີປາຕາຍຫຼືພໍ່ແມ່ປະຊາຊົນ ເກີດເປື່ອຍ ພວກເຮົາຕ້ອງໄດ້ກວດກາ ສືບສວນເບິ່ງຫັ້ນແຫຼະ ຕາມສັນຍາແລ້ວໃຫ້ແມ່ນຢຸດ.”
ສ່ວນເຈົ້າໜ້າທີ່ ຜະແນກແຮງານ ແລະສະຫວັດດີການສັງຄົມ ແຂວງສາລະວັນທ່ານໜຶ່ງ ກໍກ່າວວ່າ ກົດໝາຍແຮງງານຂອງລາວ ອະນຸຍາດໃຫ້ເດັກນ້ອຍຕ່ຳກວ່າ 18 ປີ ເຮັດວຽກໄດ້ ແຕ່ຕ້ອງເປັນວຽກທີ່ບໍ່ໜັກ ບໍ່ອັນຕະລາຍ ບໍ່ສົ່ງຜົນກະທົບຕໍ່ສຸກຂະພາບແລະການສຶກສາ ຂອງເດັກ. ຈາກການກວດກາຜ່ານມາ ເຈົ້າໜ້າທີ່ແຮງງານ ກໍຍັງບໍ່ທັນພົບເຫັນເດັກນ້ອຍ ເຮັດວຽກໜັກ ແລະອັນຕະລາຍ ຢູ່ສວນກ້ວຍໃດໆເທື່ອ.
ດັ່ງທ່ານໄດ້ກ່າວຕອນໜຶ່ງວ່າ:
“ສວນກ້ວຍກະ 14 ປີ ກະໄດ້ ແຕ່ວ່າມັນຈະມີໜ້າວຽກສະເພາະໃຫ້ເຂົາ ວຽກເບົາ ວຽກບໍ່ອັນຕະລາຍ ແລະກໍບໍ່ມີຜົນກະທົບຕໍ່ການສຶກສາ ສ່ວນຫຼາຍເດັກນ້ອຍໄປນັ້ນ ໄປນຳພໍ່ນຳແມ່ແທ້ ກໍຖືວ່າມີເຈດຕະນາວ່າ ໄປຢູ່ນຳພໍ່ນຳແມ່ ບໍ່ເປັນຫຍັງຫັ້ນນັ້ນ ຄັນມັນເບົາຕາມຂໍ້ກະຊວງແຮງງານ ເຂົາກຳນົດ ຄັນວ່າກວດເຮັດແທ້ ພວກເຮົາກໍຈະໄດ້ເຮັດໃບກ່າວເຕືອນ ໃຫ້ກົວໜ່ວຍແຮງງານນັ້ນ ໃຫ້ຢຸດເຊົາໃນການຳໃຊ້ແຮງງານເດັກນ້ອຍຫັ້ນນ່າ.”
ເມື່ອທ້າຍເດືອນມິນາ ປີ 2024, ຊາວບ້ານໃນແຂວງສາລະວັນ ໄດ້ພົບເຫັນເດັກນ້ອຍຜູ້ຊາຍຄົນໜຶ່ງ ອາຍຸບໍ່ເຖິງ 15 ປີ ໄດ້ໜີອອກຈາກການເຮັດວຽກ ຢູ່ສວນກ້ວຍຈີນແຫ່ງໜຶ່ງ ແລະກຳລັງຍ່າງດ້ວຍຄວາມເມື່ອຍລ້າ ເພື່ອກັບບ້ານ ທີ່ບ້ານນານວຍ ເມືອງຕຸ້ມລານ ຊຶ່ງກໍເປັນໄລຍະທາງໄກສົມຄວນ.
ນັກວິຊາການດ້ານສິ່ງແວດລ້ອມໄທທ່ານໜຶ່ງ ທີ່ເຄີຍໄປເຮັດບົດວິເຄາະກ່ຽວກັບສວນກ້ວຍຈີນຢູ່ແຂວງບໍ່ແກ້ວຂອງລາວ ໄດ້ສະແດງຄວາມເຫັນຫ່ວງວ່າ ............... ທ່ານກ່າວວ່າ "ເລື້ອງນີ້ ກໍໜ້າເປັນຫ່ວງຫຼາຍ. ແຕ່ກ່ອນ ໄດ້ໄປເບິ່ງສວນກ້ວຍທີ່ແຂວງບໍ່ແກ້ວ ໄດ້ພົບເຫັນເດັກໄວລຸ້ນອາຍຸບໍ່ເຖິງ 18, 15-16 ເຂົາກໍມາຮັບຈ້າງເປັນຄົນງານແລ້ວ ທັງໆທີ່ພວກເຂົາຄວນໄປຮຽນ ແຕ່ບໍ່ໄດ້ຮຽນ. ໃນເລື້ອງສຸກຂະພາບກໍແນ່ນອນ ຄົນທີ່ເຮັດວຽກຢູ່ສວນກ້ວຍ ຕ້ອງໄດ້ສຳພັດກັບສານເຄມີ ມັກເປັນຕຸ່ມເປັນຜື້ນ."
ເມື່ອເດືອນກັນຍາ ປີ 2021, ອຳນາດການປົກຄອງບ້ານນ້ຳໂທນ ເມືອງຫິນເຫີບ ແຂວງວຽງຈັນ ລາຍງານວ່າ ໃນເວລານັ້ນ ມີເດັກນ້ອຍອາຍຸແຕ່ 15 ປີ ຫາ 17 ປີ ເຮັດວຽກຢູ່ສວນກ້ວຍຈີນ ຢູ່ເມືອງຫິນເຫີບທັງໝົດປະມານ 100 ຄົນ ຊຶ່ງສ່ວນຫຼາຍ ຈຳເປັນຕ້ອງໄດ້ເຮັດວຽກໜັກ ແລະອັນຕະລາຍ ເຊັ່ນໄດ້ສຳພັດກັບສານເຄມີ ແລະເຮັດວຽກເກີນໂມງເກີນເວລາ.
ອົງການເພື່ອສິດທິເດັກນ້ອຍ ລາຍງານເມື່ອເດືອນສາມປີ 2023 ວ່າ ການໃຊ້ແຮງງານເດັກນ້ອຍ ເປັນບັນຫາທ້າທາຍໜຶ່ງ ໃນປະເທດລາວ ທີ່ຄາດຄະເນວ່າ ມີເດັກນ້ອຍອາຍຸແຕ່ 15 ປີ ຫາ 17 ປີ ເຖິງ ສອງແສນແລະຫົກໝື່ນຄົນ ໄດ້ເຮັດວຽກເປັນປະຈໍາທຸກໆມື້ ຄືກັບຜູ້ໃຫຍ່ ຊຶ່ງສ່ວນຫຼາຍກໍໄດ້ເຮັດວຽກດ້ານກະສິກຳ ການບໍລິການ ແລະຢູ່ໂຮງຈັກໂຮງງານ.
ກົດໝາຍແຮງງານ ຂອງລາວມາດຕາທີ່ 101 ແລະ 102 ລະບຸວ່າ ນາຍຈ້າງ ສາມາດຈ້າງຄົນງານທີ່ມີອາຍຸຕ່ຳກວ່າ 18 ປີໄດ້ ແຕ່ບໍ່ໃຫ້ຕ່ຳກວ່າ 14 ປີ ແລະບໍ່ໃຫ້ເຮັດວຽກເກີນເວລາ. ສຳລັບເດັກນ້ອຍອາຍຸແຕ່ 12 ປີ ຫາ 14 ປີນັ້ນ ສາມາດເຮັດວຽກເບົາ ທີ່ບໍ່ອັນຕະລາຍຕໍ່ການຮຽນ ແລະສຸກຂະພາບທັງທາງດ້ານຮ່າງກາຍແລະຈິດໃຈໄດ້.