ອົງການອາຫານໂລກ ຈະສືບຕໍ່ຊ່ວຍເຫຼືອ ຫາທຶນອາຫານທ່ຽງ ໃຫ້ໂຮງຮຽນ
2023.11.22

ທ່ານ ມາກ-ອານເດຣ ໂປຣສ Mr. Marc-André Prost ຜູ້ອຳນວຍການ ອົງການອາຫານໂລກ ປະຈຳລາວ ໃນຂນະທີ່ລົງຕິດຕາມ ກິຈກັມໂຄງການອາຫານທ່ຽງ ໃນໂຮງຮຽນປະຖົມສຶກສາ ຢູ່ແຂວງຈຳປາສັກແລະແຂວງສາຣະວັນ ເວົ້າວ່າ ອົງການອາຫານໂລກ ຈະຮ່ວມແຜນການກັບຣັຖບານລາວ ຊອກຫາແຫລ່ງທຶນເພື່ອນຳໃຊ້ ໃນການຂຍາຍໂຄງການອາຫານທ່ຽງ ໃຫ້ແກ່ເດັກນ້ອຍນັກຮຽນລາວ. ທີ່ເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ເປັນເມືອງທີ່ມີໂຮງຮຽນປະຖົມ ໜອງນ້ຳຂາວ ແລະໂຮງຮຽນປະຖົມສຶກສາ ບາຈຽງ ເມືອງບາຈຽງຈະເຣີນສຸກ ຊຶ່ງເປັນໂຮງຮຽນ 2 ແຫ່ງໃນເປົ້າໝາຍ 43 ແຫ່ງທົ່ວປະເທດລາວ ທີ່ໄດ້ຈັດຕັ້ງໂຄງການອາຫານທ່ຽງ ແຕ່ປີ 2021-2025 ແລະເປັນໂຮງຮຽນທີ່ໄດ້ຮັບການສນັບສນູນ ຈາກສະຫະຣັຖ ອາເມຣິກາ ຊ່ອຍເຫຼືອດ້ານເຂົ້າ, ປາກະປ໋ອງ, ຖົ່ວແລະນ້ຳມັນພືດ ເພື່ອປຸງແຕ່ງອາຫານທ່ຽງ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ທີ່ເມືອງບາຈຽງ ຈະເຣີນສຸກກ່າວກ່ຽວກັບໂຄງການດັ່ງກ່າວວ່າ
“ກໍດີ ອິງໃສ່ ຕາມເບີ່ງລາຍງານຂອງອຳນວຍການໂຮງຮຽນ ກໍຖືວ່າແຕກຕ່າງກັນຫຼາຍ ໃນເມື່ອບໍ່ທັນມີໂຄງການ ເດັກນ້ອຍມັນກະຂາດແຫລະເນາະ. ພາຍຫຼັງມີໂຄງການອາຫານທ່ຽງເຂົ້າກະຖືວ່າ ເດັກນອ້ຍກໍມາໂຮງຮຽນຫຼາຍຂຶ້ນກວ່າເກົ່າ ດີດີດີ ເພາະວ່າມັນເວົ້າເຮື່ອງການຂຶ້ນ ມັນກະໄດ້ຕາມສາທາ ເຮົາແຫລະມັນຕຸ້ຍມັນອິສັງ ເຂົາເອີ້ນວ່າ ເຣີ້ນເຣີງ ມັນຫຼິ້ນ ມັນມ່ວນ ບໍ່ຄືແຕ່ກີ້ ວ່າຊັ້ນສາ ກ່ອນໂຄງການມາຊ່ອຍນີ້ ກໍປະຖົມປະຖານຢູ່ ເດັກນອ້ຍກໍບໍ່ສຸ່ເຂົ້າຮຽນ ສຸຂພາບກໍບໍ່ປານໃດ.”
ທ່ານກ່າວຕື່ມວ່າ ນອກຈາກການປັບປຸງອາຫານທ່ຽງແລ້ວ ອົງການອາຫານໂລກຍັງໄດ້ສນັບສນູນກິຈກັມການຕິດຕັ້ງນ້ຳສະອາດ, ສິ່ງອຳນວຍຄວາມສດວກດ້ານສຸຂອານາໄມ ແລະສນັບສນູນໃຫ້ຊຸມຊົນສ້າງຫ້ອງກິນເຂົ້າ, ຫ້ອງເກັບເຄື່ອງ ແລະປູກຜັກສວນຄົວນຳອີກ.
“ສັງຄົມກໍມີການຊ່ອຍເຫຼືອ ພວກເຮົາກໍໄດ້ປຸກລະດົມຂົນຂວຍ ພໍ່ແມ່ປະຊາຊົນເຂົາກໍໃຫ້ທຶນສົມທົບແຫລະ ນອກຈາກທີ່ວ່າ ເຮົາມີຢູ່ໃນໂຄງການຫັ້ນແແລ້ວ ເປັນຜັກ ເປັນຫຍ້າກໍໄດ້ພາກັນເຮັດຮົ້ວເຮັດສວນຊັ້ນສາ ຜູ້ໃດບໍ່ມີສວນກໍຕ້ອງຊື້ໃນຕລາດ ເປັນຕົ້ນວ່າ ເປັນປາເປັນໄຂ່ ເປັນຊື້ນໝູ ອິຫຍັງຫັ້ນນ່າ ເພື່ອມາປະກອບອາຫານ ຖືວ່າ ເປັນຣາຍອາທີດ ເຂົາຈະມີຕາຕະລາງປຸງແຕ່ງ ແຕ່ລະມື້ ເຮົາບໍ່ມີການຈ້າງອິຫຍັງດອກ ເຂົາກໍມາເຮັດແບ່ງກັນ ອຳນາດການປົກຄອງບ້ານ ເຂົາຊິແບ່ງ.”
ໃນຂະນະດຽວກັນໂຮງຮຽນ ສະງືມງາມ ຢູ່ເມືອງເລົ່າງາມ ແຂວງສາຣະວັນ ກໍເປັນອີກ 1 ໂຮງຮຽນໃນເປົ້າໝາຍ 43 ແຫ່ງທົ່ວປະເທດລາວ ທີ່ອົງການອາຫານໂລກ ໄດ້ຈັດຕັ້ງໂຄງການອາຫານ ທ່ຽງແຕ່ປີ 2021-2025 ເໝືອນກັນ ຊຶ່ງໂຮງຮຽນດັ່ງກ່າວກໍມີຊຸມຊົນທ້ອງຖິ່ນ, ຄຣູ,ນັກຮຽນແລະພໍ່ແມ່ຜູ້ປົກຄອງ ປະກອບສ່ວນເຂົ້າໃນໂຄງການອາຫານທ່ຽງ ຕາມເປົ້າໝາຍໂຄງການອາຫານໂລກ ກຳນົດໃຫ້ເປັນເຈົ້າການລຸດຜ່ອນ ອັດຕຣາການຂາດສານອາຫານ ແລະການປະລະການຮຽນນຳອີກ.
ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຢູ່ເມືອງເລົ່າງາມເວົ້າວ່າ:
“ພໍ່ແມ່ປະຊາຊົນກໍເຮັດໄຮ່ນາຮົ້ວສວນ ເນາະ. ສ່ວນໃຫຍ່ເປັນ ກັມມະກອນ ກໍຂາດເຂີນ ຄັນວ່າມີອາຫານທ່ຽງລູກຫຼານ ເຂົາກໍບໍ່ໄດ້ເປັນຫວ່ງນຳລູກນຳຫຼານ ລູກຫຼານກໍໄດ້ອາຫານທ່ຽງຢູ່ໂຮງຮຽນ ພໍ່ແມ່ບາງຄົນເຂົາກໍມີສ່ວນຮ່ວມຫັ້ນແຫລະ ປະກອບສ່ວນໄປຊື້ອາຫານໃຫ້ນັກຮຽນນຳເດ ຍາມວັນເສົາ ອາທີິດຄືເທສບານເມືອງ ເພິ່ນກໍປະກາດ ໂຕຢ່າງວ່າ ຊີ່ເຮັດພໍ່ແມ່ປະຊາຊົນຄືນໂຮງຮຽນປະຖົມນີ້ແຫລະ ນັກຮຽນກໍເຮັດບໍ່ເປັນເນາະ ພໍ່ແມ່ປະຊາຊົນກໍເຮັດໃຫ້ ເປັນຮົ້ວສວນຄົວບໍ ແລ້ວກໍເຮັດວຽກໜັກຂຸດສວນຜັກ ສ່ວນໃຫຍ່ພໍ່ແມ່ປະຊາຊົນແຫລະເພິ່ນຊ່ອຍ.”
ຜູ້ປົກຄອງນັກຮຽນ ທ່ານນຶ່ງຢູ່ເມືອງບາຈຽງ ຈະເຣີນສຸຂ ກ່າວວ່າ ໂຄງການອາຫານທ່ຽງ ເປັນໂຄງການໃໝ່ ແລະກໍເປັນໂຄງການທີ່ສ້າງປະສົບປະການ ທີ່ດີໃຫ້ແກ່ນັກຮຽນ, ດັ່ງນາງເວົ້າວ່າ:
“ມັນກໍເປັນອັນແປກໃໝ່ ຜ່ານມາມັນບໍ່ເຄີຍມີເນາະ ມີຄວາມສົນໃຈ ຢາກກິນຫັ້ນນ່າ ເພາະວ່າບາງມື້ ບາງເທື່ອ ກໍບໍ່ຄືອາຫານເຮືອນ ບາດນີ້ມາຂຶ້ນກັບໝູ່ກັບຄູ່ ມັນກໍມ່ວນ ວ່າຊັ້່ນ ຢູ່ເຮືອນບໍ່ມີໃຜ ໂຕລູກຜູ້ດຽວ ກໍກິນບໍ່ແຊບ ວ່າຊັ້ນສາ ເດັກນ້ອຍມັນກໍມັກຍາດກັນຂຶ້ນເນາະ ຄືວ່າແຫລະ ສ້າງປະສົບປະການໃຫ້ເດັກນ້ອຍນ່າ ເຫັນເຂົາເຮັດນັ້ນນີ້ ມີແຂກ ມີຫຍັງ ມາຢ້ຽມຢາມ ມັນກະຕື່ນຕາ ຕື່ນໃຈ.”
ໃນຂະນະດຽວກັນ ຜູ້ປົກຄອງນັກຮຽນຢຸ່ເມືອງເລົ່າງາມກໍເວົ້າວ່າ ໂຄງການອາຫານທ່ຽງຊ່ອຍບັນເທົາທຸກ ໃຫ້ແກ່ຄອບຄົວ ທີ່ທຸກຍາກໃນການປຸງແຕ່ງອາຫານ ໃຫ້ແກ່ລູກ-ຫຼານໂຕເອງ, ດັ່ງນາງເວົ້າວ່າ:
“ກໍເຮັດໃຫ້ນັກຮຽນທີ່ແບບວ່າ ບໍ່ຂາດຮຽນ ສົມມຸດວ່າ ບໍ່ມີອາຫານການກິີນອິຫຍັງຫັ້ນນ່າ ມັນກໍເຮັດແບບວ່າ ເຂົາກະກິີນອາຫານທີ່ວ່າພຽງພໍຫັ້ນນ່າ ຄືເລົ່າງາມນີ້ ເຄີຍໄປແຖວບ້ານຫ່າງໆ ອອກໄປຫັ້ນນ່າ ກໍເປັນດູຕົນ ມັນກໍຈ່ອຍ ເພາະວ່າ ຂາດເຂີນຫັ້ນນ່າ ພໍ່ແມ່ບໍ່ມີເຄື່ອງນຸ່ງຂອງຖື ເຮົາເຫັນເພິ່ນນຸ່ງ ເຄື່ອງນຸ່ງຂອງຖື ໄປທຽບໃສ່ອາຫານການກິນ ກໍແຮ່ງຊິອັນນີ້ຫັ້ນແຫລະ ໄປບ້ານງີ້ວ ເພິ່ນລົງມາເນາະເພາະວ່າເຂົາປູກຜັກເດ ປູກຜັກເອງ ແລ້ວກໍເຂົາເຮັດອາຫານຢູ່ໃນໂຮງຮຽນເລີຍຫັ້ນນ່າ ເດັກນ້ອຍກໍໄດ້ກິນອີ່ຫຍັງ.”
ທ່ານ ມາກ-ອານເດຣ ໂປຣສ ຍັງໄດ້ກ່າວມ້ວນທ້າຍວ່າ ອົງການອາຫານໂລກມີຄວາມຍິນດີ ທີ່ຈະເປັນສ່ວນນຶ່ງຂອງການເສີມສ້າງຄວາມເຂັ້ມແຂງ ແລະສນັບສນູນ ຣັຖບານລາວ ເນື່ອງຈາກວ່າ ອົງການອາຫານໂລກມີຄວາມເຂົ້າໃຈດີ ວ່າ ຣັຖບານລາວກຳລັງ ພະເຊີນກັບຄວາມທ້າທາຍ ດ້ານງົປມານ ເພື່ອສົ່ງເສີມກິຈກັມ ໂຄງການອາຫານທ່ຽງໃນພື້ນທີ່ເປົ້າໝາຍ ດັ່ງນັ້ນ ອົງການອາຫານໂລກ ຈະພະຍາຍາມຊອກແຫລ່ງທຶນ ເພື່ອຂຍາຍໂຄງການອາຫານທ່ຽງ.
ປັດຈຸບັນ ໂຄງການອາຫານທ່ຽງ ເປັນປະໂຍດຕໍ່ເດັກນ້ອຍນັກຮຽນ ໃນລາວຫຼາຍກວ່າ 200,000 ຄົນທົ່ວປະເທດ ຍ້ອນຊ່ອຍສົ່ງເສີມໃຫ້ໄດ້ເຂົ້າຮຽນ ໃນໂຮງຮຽນຫຼາຍຂຶ້ນ, ປັບປຸງໂພຊນາການ ແລະນຳໄປສູ່ການຮຽນຮູ້ທີ່ດີ ໂດຍໄດ້ຮັບທຶນສນັບສນູນ ຈາກອົງການອາຫານໂລກ 88 ລ້ານໂດລ້າຣ໌ ແຕ່ປີ 2008 ເປັນຕົ້ນມາ, ອີງຕາມຄວາມເວົ້າຂອງທ່ານ ມາກ-ອານເດຣ ໂປຣສ ຜູ້ອຳນວຍການອົງການອາຫານໂລກ ປະຈຳລາວ ແລະ ຍານາງ ມິແຊວ ອາວລໍ Michelle Outlaw ອຸປທູດສະຫະຣັຖ ປຳຈຳຢູ່ສຖານທູດສະຫະຣັຖ ໃນລາວ ແລະຍັງເປັນຜູ້ຊ່ຽວຊານ ດ້ານໂຄງການຊ່ອຍເຫຼືອ ລະຫວ່າງປະເທດ ນຳອີກ.