ຢູ່ໃນໂລກປັດຈຸບັນ ມີຄົນສູບຢາທັງໝົດ 1 ພັນ 220 ລ້ານຄົນ. ໃນນັ້ນ 1 ພັນລ້ານຄົນຢູ່ ບັນດາປະເທດ ທີ່ກຳລັງ ພັດທະນາ ຫລືປະເທດທີ່ ເສດຖະກິດ ກຳລັງຢູ່ໃນລະຫວ່າງ ໄລຍະຂ້າມຜ່ານ ເວົ້າສະເພາະຢູ່ ປະເທດຈີນກໍມີ ປະຊາຊົນສູບ ຢາບໍ່ແມ່ນນ້ອຍ ຈົນວ່າເປັນບັນຫາ ທີ່ກະທົບໃສ່ ການກະກຽມກິລາ Olympic ຄັ້ງທີ 29 ທີ່ນະຄອນຫລວງ ປັກກິ່ງ ຜ່ານມານີ້.
ໃນຈຳນວນພວກ ສູບຢານັ້ນມີຜູ້ຊາຍ ຫລາຍກວ່າແມ່ຍິງ ແລະນຶ່ງສ່ວນສາມ ໃນຈຳນວນນັ້ນ ເປັນຜູ້ໃຫຍ່ ຖ້າເບີ່ງລວມກໍຈະ ເຫັນວ່າຄົນຢູ່ໃນ ກຸ່ມຄົນທຸກສູບຢາ ຫລາຍກວ່າກູ່ມຄົນ ຮັ່ງມີ ແລະຄົນຢູ່ໃນ ປະເທດທີ່ກຳລັງ ພັດທະນາ ຫລືປະເທດທີ່ທຸກຍາກ ສູບຢາຫລາຍກວ່າຢູ່ ປະເທດທີ່ ພັດທະນາແລ້ວ ຫລືປະເທດທີ່ ຈະເຣີນຮັ່ງມີ. ອັນນີ້ແມ່ນການຄິດ ໄລ່ຈຳນວນ ເປັນສ່ວນຮ້ອຍ ແຕ່ກໍຍັງບໍ່ທັນ ເຫັນວ່າຈະມີ ປະເທດໃດໃນໂລກ ເຖິງວ່າຈະເປັນ ປະເທດທີ່ ຈະເຣີນສີວິໄລ ຫລືວ່າ ປະເທດທີ່ກຳລັງ ພັດທະນາ ຈະໄຊ້ມາດຕາການ ຈຳກັດການສູບຢາ ເພື່ອສຸກຂະພາບ ຂອງປະຊາຊົນ ຢ່າງເຄັ່ງຄັດ ໄປກວ່າປະເທດ Bhutan ຊຶ່ງເປັນປະເທດ ນ້ອຍທີ່ຕັ້ງຢູ່ ລະຫວ່າງອິນເດັຍ ແລະ ທິເບດ ປະເທດຈີນ ແລະເປັນປະເທດ ນຶ່ງປະເທດດຽວ ໃນໂລກ ທີ່ໄດ້ກຳນົດ ເອົາໄວ້ວ່າ ການຂາຍຢາສູບ ຢູ່ປະເທດ Bhutan ເປັນການກະທຳ ທີ່ຜິດກົດໝາຍ.
ສຳລັບຢູ່ ປະເທດລາວ ເມື່ອບໍ່ນານມານີ້ ກໍມີຂ່າວວ່າ ເມືອງຫລວງພະບາງ - ເມືອງມໍຣະດົກໂລກ ໄດ້ຮັບລາງວັນ ” ວັນປອດຢາສູບ “ ຈາກອົງການ ອະນາໄມໂລກ
ເວົ້າເຖິງການຈຳກັດ ການຜະລິດຢາສູບ ກໍອາດມີຢູ່ຫລາຍໆ ປະເທດໃນໂລກ ທີ່ນັກທຸຣະກິດ ຢາສູບ ວິ້ງເຕັ້ນຊື້ຈ້າງ ນັກການເມືອງໃຫ້ ລົງຄະແນນສຽງ ໃນສະພາ ເພື່ອຜົນປະໂຫຍດ ທາງການຄ້າຢາ ຂອງຕົນເຖິງແມ່ນວ່າ ຈະຮູ້ດີເຖິງຜົນຮ້າຍ ທີ່ເກີດຈາກການ ສູບຢານັ້ນ ເປັນແນວໃດ ຕໍ່ສຸກຂະພາບ ຂອງຄົນ ຊຶ່ງໃນແຕ່ລະປີ ມີຜູ້ເສັຍຊີວິດ ຍ້ອນຫລາຍກວ່າຜູ້ ທີ່ເສັຍຊີວິດ ຈາກການກິນເຫລົ້າ ເຖິງ 2 ເທົ່າ ແລະຍ້ອນເສບຢາ ເສບຕິດ ປະເພດຕ່າງໆເຖິງ 25 ເທົ່າ ຕາມສະຖິຕິ ຂອງອົງການ ອະນາໄມໂລກວ່າ ໃນປີ 2004 ຢູ່ໃນໂລກ ມີຜູ້ເສັຽຊີວິດ ທັງໝົດ 58 ລ້ານ 8 ແສນຄົນ ໃນນັ້ນ 5 ລ້ານ 4 ແສນຄົນ ຕາຍຍ້ອນສູບຢາ ທີ່ເກີດຈາກ ການເປັນ
ໂຣກຫົວໃຈ ເປັນຫົວໃຈວາຍ ເປັນໂຣກປອດ ເປັນໂຣກມະເຮັງ ແລະໂຣກອັນຕະລາຍ ຮ້າຍແຮງອື່ນໆ.
ເຖິງປານນັ້ນຍັງມີ ການຄາດຄະເນກັນວ່າ ເມື່ອຮອດປີ 2010 ໃນທົ່ວໂລກຈະມີ ຄວາມຕ້ອງການ ຢາສູບປະມານ 7 ລ້ານ 1 ແສນຕັນ ໃນນັ້ນ ບັນດາປະເທດ ທີ່ກຳລັງພັດທະນາ ຕ້ອງການ 71 ສ່ວນຮ້ອຍ ແລະປະເທດທີ່ ພັດທະນາແລ້ວ ຕ້ອງການ 29 ສ່ວນຮ້ອຍ. ແລະຈະມີການສົ່ງ ຢາສູບອອກຂາຍ ປະມານ 2 ລ້ານ 2 ແສນຕັນ ຊຶ່ງເມື່ອປີ 1998 ມີພຽງ 2 ລ້ານຕັນ.
ໃນລະຫວ່າງປີ 1998 ຫາປີ 2010 ຢູ່ບັນດາປະເທດ ທີ່ກຳລັງພັດທະນາ ມີການປູກຢາສູບ ເພີ່ມຂື້ນໃນແຕ່ ລະປີປະມານ 1.7 ສ່ວນຮ້ອຍ ຊຶ່ງທີ່ຜ່ານມາ ໃນໄລຍະປີ 1971 ຫາປີ 1998 ເພີ່ມຂື້ນ 2.8 ສ່ວນຮ້ອຍ ຖ້າເບິ່ງຕາມຕົວເລກ ທີ່ວ່ານີ້ແລ້ວ ເຫັນວ່າການປູກ ຢາສູບຢູ່ໃນໂລກ ລຸດໜ້ອຍລົງຫລາຍ ສົມຄວນ.
ສຳລັບຢູ່ໄຕ້ຫວັນ ໃນໄລຍະ 5 ປີຜ່ານມາ ພື້ນທີ່ປູກຢາ ລຸດລົງໃນແຕ່ ລະປີຈົນເຖິງ 60 ສ່ວນຮ້ອຍຂອງພື້ນທີ່ ທີ່ເຄີຍໄດ້ປູກ ມາທັງໝົດ ຕາມສະຖິຕິ ທາງການ ໄຕ້ຫວັນວ່າ ໃນປີ 2004 ມີເນື້ອທີ່ປູກຢາ 2,196 ເຮັກຕາ ພໍມາເຖິງປີ 2007 ແມ່ນຍັງເຫລືອພຽງ 67.98 ສ່ວນຮ້ອຍ ຂອງຈຳນວນນັ້ນ.
ສ່ວນວ່າ ປະເທດອິນເດັຍ ຊຶ່ງເປັນປະເທດ ທີ່ຢູ່ໃນແຖວໜ້າ ຂອງການຜະລິດ ຢາສູບ ໃນໂລກມີ ເນື້ອທີ່ປູກ 400 ພັນເຮັກຕາ ສາມາດຜະລິດໄດ້ 700 ພັນຕັນ ແລະສົ່ງອອກ ໄປຂາຍໃຫ້ແກ່ 100 ກວ່າປະເທດໃນໂລກ ການຜະລິດຢາ ຢູ່ອິນເດັຍເພີ່ມຂື້ນ 3.1 ສ່ວນຮ້ອຍ ໃນລະຫວ່າງປີ 1970 ຫາປີ1998. ແລະ ຫລັງຈາກນັ້ນ ການຜະລິດກໍລຸດຕ່ຳລົງ.
ແຕ່ເປັນການກົງ ກັນຂ້າມກັບຢູ່ ສ.ປ.ປ.ລາວ ທີ່ມີການສົ່ງເສີມ ການປູກຢາສູບ ນັບຕັ້ງແຕ່ທ້າຍ ຊຸມປີ 1970 ເປັນຕົ້ນມາ ໂດຍສະເພາະ ຢູ່ຕາມແຄມ ແມ່ນ້ຳຂອງ ຕັ້ງແຕ່ ເໜືອຕະຫລອດໄຕ້ ເພື່ອໄຊ້ສູບພາຍ ໃນແລະເປັນ ສິນຄ້າຂາອອກ ຊຶ່ງມີສູນກາງໃຫຍ່ ຕັ້ງຢູ່ນະຄອນ ຫລວງວຽງຈັນ ຊຶ່ງເປັນບ່ອນ ທີ່ມີການປູກ ແລະມີ ໂຮງງານຢາສູບ ຂະໜາດໃຫຍ່ສົມຄວນ.
ສ່ວນຢູ່ແຂວງ ຫລວງພະບາງ ການປູກຢາສູບ ກໍຢູ່ໃນທ່າຂະ ຫຍາຍຕົວ ນອກຈາກຊາວບ້ານ ປູກແລ້ວກໍຍັງ ມີນັກທຸລະກິດ ສິງກະໂປ ໄປລົງທຶນທົດລອງ ປູກອີກ. ເຖິງແມ່ນວ່າໃນ ໄລຍະຜ່ານມາ ການທົດລອງປູກນັ້ນ ຈະບໍ່ປະສົບຜົນ ສຳເລັດ ແຕ່ກໍຍັງເຫັນວ່າ ມີການທົດລອງ ປູກສືບຕໍ່ມາ ໂດຍໄຊ້ແນວພັນ ແລະວິທິການປູກ ແບບໃໝ່. ດັ່ງທ່ານ ສາຍສະໝອນ ຄົມທະວົງ ຮອງເຈົ້າແຂວງ ແຂວງຫລວງພະບາງ ໄດ້ກ່າວກ່ຽວກັບ ເລື່ອງນີ້ຜ່ານມາວ່າ:
ການທົດລອງ ຂອງຂະເຈົ້ານັ້ນ ຜ່ານມານີ້ແມ່ນ ບໍ່ປະສົບຜົນ ສຳເລັດພໍເທົ່າໃດ ເພາະພວກຂະເຈົ້າ ຍັງບໍ່ກຳໄດ້ ເລື່ອງດິນຟ້າອາກາດ ເລີ່ມຕັ້ງແຕ່ເດືອນ ນີ້ບໍລິສັດ ເລີ່ມກ້າເບັ້ຽແບບໃໝ່ ໄຊ້ເຕັກນິກແບບ ທັນສະໃໝ ແລ້ວໃຫ້ປະຊາຊົນ ໄປປູກເອແລ້ວປະກາດເກັບຊື້ ແລະວ່າ ການທົດລອງປູກ ຢາສູບຄັ້ງກ່ອນ ນັກລົງທຶນໄດ້ໄຊ້ ພື້ນທີ່ເມືອງນ້ຳບາກ ແຕ່ບໍ່ໄດ້ຜົນແລ້ວ ຈຶ່ງໄປທົດລອງ ປູກຢູ່ເຂດອື່ນ ຕາມໂຄງການນັ້ນ ແມ່ນມີແຜນສົ່ງເສີມ ອັນທີ່ເອີ້ນວ່າ
“ການກະເສດພັນທະ“ ໂດຍທີ່ຈະໃຫ້ ເບັ້ຽຢາສູບ ແກ່ປະຊາຊົນ ຕາມເຂດຕ່າງໆ ທີ່ສົນໃຈປູກ ຢາສູບ ດ້ວຍຕົນເອງ ແລະເວລາປະຊາຊົນ ເກັບໃບຢາແລ້ວ ທາງ ບໍລິສັດ ກໍຈະມາເກັບ ຊື້ເອົານຳ ແລະມີການຄາດ ກັນວ່າ ແຜນການນີ້ ອາດຈະໄດ້ຮັບ ຜົນດີກວ່າ.
ສຳລັບການປູກຢາ ຢູ່ແຂວງ ບໍລິຄຳໄຊ ກໍກຳລັງເພີ່ມຂື້ນ ຊາວກະສິກອນ ຂະຫຍາຍເນື້ອທີ່ ປູກຫລາຍຂື້ນ ເປັນ 1,000 ກວ່າເຮັກຕາ ແລະມີທ່າຂະຫຍາຍ ເພີ່ມຂື້ນນຳເລື້ອຍໆ. ດັ່ງ ທ່ານ ບຸນມາ ບຸຈະເຣີນ ຫົວໜ້າພະແນກ ການລົງທຶນ ແຂວງບໍລິຄຳໄຊ ໄດ້ກ່າວກ່ຽວກັບ ເລື່ອງນີ້ວ່າ:
ຜ່ານມານີ້ພວກເຮົາມີ ເນື້ອທີ່ປູກທັງໝົດ 1,098 ເຮັກຕາ ໄດ້ຮັບຜົນຜະລິດ ໃບຢາແຫ້ງເພື່ອ ຈຳໜ່າຍ 2,057 ຕັນ ຖືວ່າເປັນລາຍ ໄດ້ທີ່ດີ ປະຊາຊົນ ແຕ່ລະປີ ກໍຂະຫຍາຍຂື້ນເຖິງ 200–300 ເຮັກຕາ ປີຜ່ານມາການ ຂະຫຍາຍພື້ນທີ່ ປູກຢາເປັນໄປ ຢ່າງກວ້າງຂວາງ ໂດຍສະເພາະ ໃນເຂດເມືອງ ປາກກະດິງ ເມືອງປາກຊັນ ແລະເມືອງທ່າພະ ທ່ານວ່າ ຢາສູບ ເປັນພືດທີ່ປູກ ແລະຮັກສາງ່າຍ. ການເກັບໃບຢາ ກໍໄດ້ຮັບໝາກ ຜົນດີຖ້າວ່າ ປະຕິບັດຕາມ ຫລັກວິຊາການ. ໃນການປູກ ຢາສູບນັ້ນ ປະຊາຊົນໄດ້ຮັບ ການຊ່ວຍເຫລືອຈາກ ບໍລິສັດຢາສູບ ແລະທະນາຄານ ດັ່ງທີ່ ທ່ານ ບຸນມາ ໄດ້ບອກໃຫ້ຮູ້ວ່າ:
ໂຄງການນີ້ມີ ການສະໜັບສໜູນ ປ່ອຍທຶນສິນເຊື່ອ ຈາກບໍລິສັດ ຢາສູບກາແດງລາວ ສົມທົບກັບການ ປ່ອຽສິນເຊື່ອຈາກ ທະນາຄານ ພັດທະນາລາວ ຖືວ່າເປັນລາຍ ໄດ້ທີ່ດີຣາຄາ ກໍຂ້ອນຂ້າງດີ ຈຶ່ງມີຂະບວນປູກ ເປັນຈຳນວນຫລາຍ.
ການປູກຢາຢູ່ ແຂວງບໍລິຄຳໄຊ ເປັນການປູກພືດ ພັນສະໜິດນຶ່ງ ໃນຈຳນວນພືດພັນ ທີ່ສຳຄັນຊຶ່ງ ຊາວກະສິກອນ ພາກັນປູກເພື່ອ ການດຳລົງຊີວິດ ຂອງຕົນ ໃນນັ້ນ ມີການປູກເຂົ້າ ປູກຢາງພາລາ ໄມ້ເກສໜາ ຮວມທັງມີການ ລ້ຽງສັດນຳດ້ວຽ ເວົ້າເຖິງຢາສູບ ຫລືການສູບຢາ ຄົນໄປທົ່ວໃຜໆ ກໍຢາກເອົາຕົວອອກ ຮ່າງເພາະມັນເປັນ ພິດໄພຕໍ່ ສຸກຂະພາບ ເຖິງວ່າຈະຍັງມີ ຜູ້ສູບຢູ່ຢ່າງ ຫລວງຫລາຍ ແຕ່ຖ້າຫາກເລີກສູບ ຢາໄດ້ກໍຈະເປັນ ການດີ ດີທັງຕົນເອງ ດີທັງຄອບຄົວ ດີທັງສັງຄົມ ແລະດີທັງ ປະເທດຊາດ.
ການທີ່ເມືອງ ຫລວງພະບາງ ເມືອງມໍລະດົກໂລກ ໄດ້ຮັບລາງວັນ ”ວັນປອດຢາສູບ“ ຈາກອົງການ ອະນາໄມໂລກນັ້ນ ແມ່ນເປັນຂີດໝາຍ ທີ່ດີແລະມີ ຄວາມໝາຍ ສຳຄັນ ຍານາງ ບຸນກອນ ຣິດທິພັກດີ ຜູ້ອຳນວຍການ ໜ່ວຍງານພາຄີ ສົນທິສັນຍາ ວ່າດ້ວຍການ ຄວບຄຸມຢາສູບ ໃນຂອບເຂດວຽກ ງານຂອງອົງການ ອະນາໄມ ໂລກ ຕີຣາຄາສູງ ຜົນສຳເລັດຂອງ ວຽກງານທີ່ເຮັດໃຫ້ ເມືອງຫລວງພະບາງ ເປັນເມືອງທີ່ປອດ ຈາກການສູບຢາ ໃນປີ 2008 ຊຶ່ງໃນນັ້ນໄດ້ ມີການຫ້າມສູບຢາ ໃນເຂດສະຖານ ທີ່ທ່ອງທ່ຽວ ໃນສຳນັກງານ ອົງການຂອງລັດ ໃນຮ້ານອາຫານ ຮ້ານຂາຍເຄື່ອງ ຫັດຖະກັມ ເຄື່ອງທີ່ລະລຶກ ແລະຕາມສະຖານທີ່ ສາທາຣະນະຕ່າງໆ
ແຕ່ກົງກັນຂ້າມກັບ ພາບພົດອັນດີ ທີ່ວ່ານັ້ນເກີດມີ ເຫດການຂື້ນຢູ່ ແຂວງສວັນນະເຂດ ໂຮງງານຢາສູບ ຢູ່ແຂວງ ສວັນນະເຂດ ຊຶ່ງຈີນເປັນຜູ້ລົງທຶນ ມາຕັ້ງແຕ່ປີ 1990 ນັ້ນກໍມີຂ່າວ ວ່າສ້າງບັນຫາ ໃຫ້ແກ່ປະຊາຊົນ ທີ່ຢູ່ເຂດອ້ອມແອ້ມ ນັ້ນຍ້ອນວ່າໄດ້ມີການ ປ່ອຍມົນລະພິດ ອອກຈາກໂຮງງານ ຈົນວ່າ ປະຊາຊົນ ຈົ່ມວ່າ ທັກທ້ວງ ແລະທາງການແຂວງ ສວັນນະເຂດ ກໍອອກຄຳສັ່ງ ໃຫ້ຍົກຍ້າຍໂຮງງານ ແຕ່ຜູ້ເປັນເຈົ້າ ຂອງໂຮງງານບໍ່ຍອມ ປະຕິບັດຕາມຈົນ ກວ່າວ່າທາງໜ່ວຍງານ ສະພາບແວດລ້ອມ ຈາກນະຄອນ ຫລວງວຽງຈັນ ຈະມາກວດກາ ແລະຕັດສິນ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງແຂວງ ທ່ານນຶ່ງ ໄດ້ເຜີຍໃຫ້ຮູ້ ເມື່ອກ່ອນນັ້ນວ່າ ບອກໃຫ້ຍ້າຍເຂົາ ກໍບໍ່ທັນຍ້າຍ ເຂົາຢາກໄດ້ຄຳ ເວົ້າຈາກ ຜູ້ທີ່ຣະດັບ ສູງ ຂອງຣັດຖະບານ ຄະນະກັມມະການ ມາແຕ່ນະຄອນ ຫລວງວຽງຈັນ ຂອງກັມມະການ ມົນລະພິດ ຊິມາເບິ່ງແລະ ຕີຣາຄາສະພາບ ບັນຫາຕ່າງໆ ເພື່ອໂຮງງານ ຈະເຮັດແນວໃດ ທາງແກ້ໄຂແນວໃດ ສິຕີຣາຄາໃຫ້ ເຈົ້າແຂວງແນວໃດ ເມື່ອເວົ້າເຖິງຫາງ ສຽງປະຊາຊົນ ໃນແຖບນັ້ນ ທ່ານກໍວ່າ ໝົດທຸກຄົນຕ້ອງ ການຢາກໃຫ້ຍ້າຍ ມັນເປັນກິ່ນ ເປັນຫຍັງແທ້. ທຸກມື້ນີ້ກໍຍັງມີຢູ່ ແຕ່ວ່າ ການຕັດສິນໃຈ ຂັ້ນສຸດທ້າຍຍັງບໍ່ທັນມີ. ບາງເທື່ອກໍຍ້າຍໝົດ ຫລືຍ້າຍເປັນພາກສ່ວນໄປບໍ່ ຫລືແນວໃດ ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ຜົນຮ້າຍທີ່ເກີດ ຈາກຢາສູບມາສູ່ຄົນ ບໍ່ແມ່ນແຕ່ວ່າ ໄດ້ສູບຢາແລ້ວ ຈຶ່ງເກີດພິດໄພ ໃຫ້ແກ່ຮ່າງ ກາຍເທົ່ານັ້ນ ແມ້ກະທັ້ງ ໂຮງງານຢາສູບ ທີ່ຜະລິດ ຢາສູບ ກໍຍັງເຮັດໃຫ້ ເກີດຜົນສະທ້ອນ ອັນບໍ່ດີແກ່ຜູ້ຄົນ ຊຶ່ງທາງການລາວ ຄວນເອົາໃຈແກ້ໄຂ ບໍ່ແມ່ນແຕ່ຈະ ເຫັນແກ່ລາຍໄດ້ ຈາກບໍລິສັດ ຢາສູບ ດ້ານດຽວ ໂດຍທີ່ຖືເບົາ ຜົນຮ້າຍທີ່ມີຕໍ່ ສຸກພາບຂອງ ປະຊາຊົນລາວ ທີ່ຍັງທຸກຍາກ ຂາດແຄນ ແລະຕໍ່ການສ້າງສາ ປະເທດຊາດ ທີ່ກຳລັງ ດ້ອຍພັດທະນາ ຢູ່ໃນປັດຈຸບັນນີ້.