ລາວ-ຈີນເຊັນສັນຍາ ຮັກສາສັດປ່າ
ທາງການ ສປປລາວ ແລະ ສປຈີນ ໄດ້ເຊັນ ສັນຍາ ຮ່ວມກັນ ຂຍາຍ ເຂດປ່າ ສງວນ ຕາມເຂດ ຊາຍແດນ ຣະຫວ່າງ ສອງປະເທດ ເພື່ອ ປົກປັກ ຮັກສາ ຊ້າງປ່າ ໃຫ້ ມີຄົງຢູ່ ຕໍ່ໆໄປ ຊຶ່ງ ກໍຮວມທັງ ຈຳພວກ ສັດປ່າ ນາໆ ຊນິດ ນຳດ້ວຍ ແຕ່ກໍອາດ ເປັນການຍາກ ທີ່ຈະ ປະຕິບັດ ໄດ້ ເພາະຍັງມີ ການ ລັກລອບ ລ່າຊ້າງ ເພື່ອນຳເອົາ ຊິ້ນສ່ວນ ຕ່າງໆ ຂອງ ສັດປ່າ ສົ່ງອອກ ຂາຍ ຕ່າງປະເທດ ຢູ່ເປັນ ປະຈຳ. ດັ່ງ ຫວາດ ສີມູນ ຈະນຳມາ ສເນີ ທ່ານ.