Kurt Campbell ຢ້ຽມຢາມ ເອເຊັຍສ່ຽງໃຕ້ ອີກເທື່ອນຶ່ງ
2010.03.09
ນັບຕັງແຕ່ ທ່ານເຂົ້າຮັບຕໍ່າແໜ່ງ ຮອງຣັຖມົນຕຣີ ຊ່ວຍວ່າການ ການຕ່າງປະເທດ ສະຫະຣັຖ ຮັບຜິດຊອບ ກິຈການກ່ຽວກັບ ຂົງເຂດເອເຊັຍ ປາຊີຟິກ ເມື່ອເດືອນ ມີຖຸນາ ປີ 2009 ທ່ານ Kurt Campbell ຈະເດີນທາງ ໄປຢ້ຽມຢາມ ເອເຊັຍ ຕາເວັນອອກສ່ຽງໃຕ້ ເປັນເທື່ອທີ່ສອງ ເພື່ອສະແດງອອກ ເຖິງຄວາມເອົາໃຈໃສ່ ຂອງຣັຖບານ Obama ຕໍ່ຂົງເຂດ ດັ່ງກ່າວ ກ່ອນທີ່ ປະທານາທິບໍດີ Obama ເອງ ຈະໄປເຊັ່ນກັນ ໃນທ້າຍເດືອນ ມິນາ ນີ້.
ໃນການເດີນທາງ ເປັນເວລາ 10 ມື້ ຄືແຕ່ວັນທີ່ 7 ຫາ ວັນທີ່ 17 ມິນາ ຂອງທ່ານ Campbell ເທື່ອນີ້ ທ່ານຈະໄປ 5 ປະເທດ ຊຶ່ງໄດ້ແກ່ ອິນໂດເນເຊັຍ ລາວ ມາເລເຊັຍ ສິງກະໂປ ແລະໄທ.
ຈຸດສໍາຄັນ ໃນການເດີນທາງ ເທື່ອນີ້ ທ່ານຈະໄປກ່າວ ປະທະຂະຖາ ຢູ່ທີ່ມະຫາວິທຍາລັຍ ຈຸລາລົງກອນ ໃນບາງກອກ ແລະຈະພົບ ປະເຈຣະຈາ ກັບບັນດາ ຜູ້ທາງໜ້າ ຂອງປະເທດຕ່າງໆ ຢູ່ທີ່ ສໍານັກງານ ເລຂາທິການ ຂອງສະມາຄົມ ບັນດາປະເທດ ໃນຂົງເຂດ ເອເຊັຍ ຕາເວັນອອກສ່ຽງໃຕ້ ຫລື Asean ໃນກຸງ Jakarta ປະເທດ ອິນໂດເນເຊັຍ ຕາມການເປີດເຜີຍ ຂອງກະຊວງການ ຕ່າງປະເທດ ສະຫະຣັຖ.
ກ່ອນທີ່ທ່ານ ຈະອອກເດີນທາງ ທ່ານ Campbell ໄດ້ໄປໃຫ້ການ ແກ່ກັມມາທິການ ສັມພັນຕ່າງປະເທດ ຂອງ ສະພາຕໍ່າ ສະຫະຣັຖ ໃນມື້ວັນພຸດ ທີ່ 3 ມິນາ ຜ່ານມາ ຊຶ່ງທ່ານໄດ້ກ່າວ ເຖິງຄວາມ ສໍາຄັນ ຂອງຂົງເຂດ ເອເຊັຍປາຊີຟິກ ຕໍ່ສະຫະຣັຖ ໃນທຸກດ້ານ ບໍ່ວ່າ ດ້ານການເມືອງ ທີ່ອາໃສ ພູມິສາຕ ເປັນຫລັກ ດ້ານການທະຫານ ດ້ານການທູຕ ແລະດ້ານເສຖກິດ ໂດຍສະເພາະ ໃນການ ຮັບມືກັບການ ທ້າທາຍ ແລະໂອກາດຕ່າງໆ ໃນສັຕວັດທີ່ 21 ເຖິງວ່າການ ທ້າທາຍນັ້ນໆ ຈະເກີດຂຶ້ນ ໃນຂົງເຂດອື່ນ ກໍຕາມ.
ການກໍ່ຕົວຂອງ ປະເທດ ມະຫາອໍານາດໃໝ່ ຄືອິນເດັຍແລະຈີນ ແລະການພົວພັນ ຂອງສອງປະເທດນີ້ ກັບເຫລົ່າປະເທດ ທີ່ພັທນາ ແລະ ມີອິດທິພົນ ມາແລ້ວ ເຊັ່ນ,ຍີປຸ່ນ ແລະ ສະຫະຣັຖ ອະເມຣິກາ ເຮັດໃຫ້ເກີດ ທັງໂອກາດ ແລະ ການທ້າທາຍທີ່ສຳຄັນ.
ທ່ານເວົ້າໃນຕອນນຶ່ງ ອີກວ່າ ຄວາມສໍາຄັນສໍາລັບ ບັນດາປະເທດ ໃນຂົງເຂດເອເຊັຍ ປາຊິຟິກ ແລະສະຫະຣັຖ ປະຈັກຢ່າງແຈ່ມແຈ້ງ ທີ່ສຸດ ໃນດ້ານເສຖກິດ. ປະຊາກອນ ໃນຂົງເຂດເອເຊັຍ ປາຊີຟິກ ເທົ່າກັບ 1ສ່ວນ3 ຂອງປະຊາກອນ ທັງໝົດໃນໂລກ. ການຄ້າຂອງ ສະຫະຣັຖ ແລະເອເຊັຍ ຂຍາຍຕົວໄວກວ່າ ຂົງເຂດອື່ນໃນໂລກ ເພາະສນັ້ນ ການພົວພັນ ທາງເສຖກິດ ແລະການຄ້າເສຣີ ກັບຂົງເຂດ ຈຶ່ງຈະເປັນຫລັກ ສຳຄັນ ຄໍ້າຈູນການພົວພັນ ດ້ານຍຸທສາຕ ຂອງສະຫະຣັຖ ໃນຂົງເຂດ.
ກ່ຽວກັບ ສປປລາວ ທ່ານ Campbell ເວົ້າວ່າ ທ່ານຈະຍົກບັນຫາ ປັບປຸງ ຄວາມສັມພັນ ຣະຫວ່າງກັນ ໃຫ້ດີຂຶ້ນ ແລະຈະເວົ້າເຖິງ ການເກັບກູ້ຣະເບີດ ໃນລາວອີກດ້ວຍ. ຫລັງຈາກຟັງຣາຍງານ ຂອງທ່ານ Campbell ແລ້ວ ສະມາຊິກ ກັມມາທິການ ກໍມີໂອກາດ ສອບຖາມ ກ່ຽວກັບບັນຫາຕ່າງໆ ທີ່ທ່ານ Campbell ໄດ້ສເນີມາແລ້ວ ຫລືໃຫ້ຄໍາແນະນໍາ ກ່ຽວກັບບັນຫາ ທີ່ບັນດາ ສະມາຊິກ ຣັຖສະພາ ສົນໃຈເປັນພິເສດ.
ສະມາຊິກສະພາຕໍ່າ ສະຫະຣັຖ Dana Rohrabacher ສັງກັດພັກ Republican ຈາກຣັຖ California ຢາກຣູ້ວ່າ ຫລັງຈາກທີ່ ສະຫະຣັຖ ສົ່ງເສີມການຄ້າ ແລະການລົງທຶນ ໃນສປປລາວ ແລ້ວນັ້ນ ມີຫຍັງປ່ຽນແປງແດ່:
"ທ່ານ Rohrabacher ຖາມວ່າ ຢູ່ລາວ ມີເສຣີພາບ ໃນການນັບຖື ສາສນາບໍ່...ສື່ມວນຊົນ ມີເສຣີພາບບໍ່...ເຂົາເຈົ້າເຊົາ ປະຫັດປະຫານ ຊາວມົ້ງແລ້ວບໍ່...ທ່ານສາມາດ ຊີ້ໃຫ້ເຫັນໄດ້ບໍ່ວ່າ ການປັບປຸງ
ໃນທຳນອງນີ້ແດ່ບໍ່?"
ປະກົດວ່າ ທ່ານ Campbell ກໍບໍ່ສາມາດ ຕອບທ່ານ Rohrabacher ໄດ້ກົງຕາມຄໍາຖາມ ທ່ານເລົ່າວ່າ ທ່ານເອງກໍມີ ຄວາມກັງວົນ ກ່ຽວກັບ ນະໂຍບາຍ ການເມືອງພາຍໃນ ຂອງສປປລາວ ເຊັ່ນດຽວກັບທ່ານ Rohrabacher ແຕ່ທ່ານ ກໍໄຫ້ເຫດຜົນວ່າ ສປປລາວ ຍັງມີຄວາມ ລະມັດລະວັງ ໃນຂະນະ ທີ່ຢາກມີຄວາມ ສັມພັນອັນດີ ກັບສະຫະຣັຖ ອະເມຣິກາ ແລະ ທ່ານກໍເຊື່ອ ວ່າເວລານີ້ ເປັນພຽງລະຍະ ເລີ້ມຕົ້ນ ໄປສູ່ສະພາບການ ທີ່ຢາກໃຫ້ເປັນ ແຕ່ກໍຕ້ອງຮັບຮູ້ວ່າ ສປປລາວ ຫາກໍປ່ຽນແປງ ແລະ ອວ່າຍມາສົນໃຈໂລກ ພາຍນອກ ໄດ້ພຽງປະມານ ສອງປີຜ່ານມາ. ດຽວນີ້ ເປັນເວລາ ຊິ້ງຊອມເບິ່ງ ວ່າຈະມີການ ຄືບໜ້າ ໄປໃນທາງ ທີ່ຢາກໃຫ້ເປັນໄດ້ ຫລືບໍ່:
"ທ່ານ Campbell ເວົ້າວ່າ ຂ້າພະເຈົ້າ ເຊື່ອວ່າ ເມື່ອສະຫະຣັຖ ມີການພົວພັນ ທາງທຸຣະກິດ ຢ່າງມີຄວາມ ຮັບຜິດຊອບ ກັບປະເທດຕ່າງໆ ໃນເອເຊັຍຕາ ເວັນອອກສ່ຽງໃຕ້ ເງື່ອນໄຂຢ່າງນຶ່ງ ກໍແມ່ນມີຄ່ານິຍົມ ຂອງພວກເຮົາ ຕ້ອງໄປນໍາ."
ຄໍາຖາມ ຂອງທ່ານ Rohrabacher ຢ່າງສະເພາະ ເຈາະຈົງ ໃສ່ສະພາບການ ນັບຖືສິດທິມະນຸດ ໃນລາວ ແລະເຣື້ອງການ ປະຕິບັດ ຕໍ່ຊາວມົ້ງ ສະແດງອອກເຖິງ ຄວາມເປັນຫ່ວງ ໃນ ສະຫະຣັຖ ນຳຊະຕາກັມ ຂອງຊາວມົ້ງ ຫລາຍພັນຄົນ ທີ່ທາງການໄທ ສົ່ງກັບຄືນ ປະເທດລາວ ເມື່ອທ້າຍປີ ຜ່ານມາ ໂດຍສະເພາະ ກ່ຽວກັບກຸ່ມ 158 ຄົນ ຈາກໜອງຄາຍ. ໜັງສືພິມຣາຍວັນ MCClatchy ຂອງສະຫະຣັຖ ຣາຍງານວ່າ ອາທິດກວ່າ ຫລັງຈາກທີ່ ເຈົ້າໜ້າທີ່ສະຖານທູຕ ສະຫະຣັຖ ໃນນະຄອນຫລວງ ວຽງຈັນ ໄດ້ເດີນທາງໄປ ຢຽມຢາມ ບ້ານທີ່ສ້າງຂຶ້ນ ເພື່ອຮອງຮັບ ຊາວມົ້ງ ທີ່ຖືກສົ່ງ ກັບຈາກໄທ ພ້ອມກັບຄະນະ ເຈົ້າໜ້າທີ່ ແລະນັກຂ່າວໄທ ທັງສະຖານທູດ ສະຫະຣັຖ ໃນລາວ ແລະ ກະຊວງການ ຕ່າງປະເທດ ສະຫະຣັຖ ກໍຍັງບໍ່ຍອມ ເວົ້າເຖິງ ການປະເມີນ ສະຖານະການ ຂອງ ພວກມົ້ງດັ່ງກ່າວ ແຕ່ຢ່າງໃດ.
ໜັງສືພິມ MCClatchy ເວົ້າຕື່ມວ່າ ສະມາຊິກ ສະພາຕໍ່າ Mike Honda ປະທານ ກຸ່ມເອເຊັຍ ປາຊີຟິກ ໃນຣັຖສະພາ ສະຫະຣັຖ ເວົ້າວ່າ ທ່ານບໍ່ເຂົ້າໃຈ ວ່າເປັນຫຍັງ ຣັຖບານລາວ ຈຶ່ງບໍ່ຄ່ອຍ ເຮັດໃຫ້ມີ ຄວາມໂປ່ງໃສ ແລະໃຫ້ມີການ ເຂົ້າພໍ້ຊາວມົ້ງ ຫລືຊາວ ອົພຍົບມົ້ງໄດ້ ແບບຈໍາກັດເທົ່ານັ້ນ. ທ່ານ Honda ແລະສະມາຊິກ ຣັຖສະພາ ສະຫະຣັຖ ອີກສອງຄົນ ໄດ້ໄປຢ້ຽມຢາມ ບ້ານມົ້ງ ອີກແຫ່ງນຶ່ງ ເມື່ອເດືອນ ມົກກະຣາ ຜ່ານມາ ແຕ່ທ່ານເວົ້າວ່າ ທ່ານບໍ່ເຫັນວ່າມີຫຍັງ ສໍ່ສະແດງ ໃຫ້ເຫັນວ່າ ມີການແບ່ງແຍກ ຫລືການ ປະຫັດປະຫານ ແຕ່ປະການໃດ. ເຖິງຢ່າງໃດກໍດີ ທ່ານ Rohrabacher ກໍ່ຍັງບໍ່ລົດລະ ຄວາມພຍາຍາມ ແລະ ແນະນໍາທ່ານ Campbell ວ່າ:
"ທ່ານເວົ້າວ່າ ຖ້າສິ່ງດຽວທີ່ ຂໍຈາກເຂົາເຈົ້າ ຄືໃຫ້ເວົ້າດີ ຂຶ້ນກັບ ທູຕອະເມຣິກັນ...ຂໍໃຫ້ເຊີນດື່ມນໍ້າຊາ ຫລືເຮັດຫຍັງເລັ່ກໆ ນ້ອຍໆ ໃຫ້ເຮົາເທົ່ານັ້ນ ບໍ່ແມ່ນສິ່ງທີ່ເຮົາ ຢາກໄດ້ຈັກດີ້...ສິ່ງສຳຄັນ ແມ່ນວິທີ ທີ່ເຂົາເຈົ້າປະພຶດ ຕໍ່ປະຊາຊົນ ຂອງເຂົາເຈົ້າເອງ...ບໍ່ແມ່ນວ່າຈະ ເອົາມົກເອົາໃຈ ແລະຈູບຊົມດົມແກ້ມ ນັກການທູຕອະເມຣິກັນ ແຕ່ຢ່າງໃດ."
ສະມາຊິກ ຣັຖສະພາ ສະຫະຣັຖ ອີກຫລາຍຄົນ ນັກເຄື່ອນໄຫວ ແລະກຸ່ມປົກປ້ອງ ສິດທິມະນຸດ ຈໍານວນຫລາຍ ເຫັນພ້ອມກັບ ຄໍາເຫັນຂອງທ່ານ Rohrabacher ແລະແນ່ນອນວ່າ ການເດີນທາງຂອງ ທ່ານ Kurt Campbell ເທື່ອນີ້ ຈະມີຜູ້ຕິດຕາມ ຊິ້ງຊອມເບິ່ງ ຢ່່າງໃກ້ຊິດ.









