ການຄ້າໂລກ ຕໍ່ ລາວ

ອົງການ ການຄ້າໂລກ ຫລື WTO ມີຜົລປໂຍດ ຢ່າງໃດຕໍ່ ສປປລາວ ແລະລາວ ຈະໄດ້ຫຍັງແດ່ ຈາກການເປັນ ສມາຊີກອົງການ ການຄ້າໂລກ

ເບື້ອງຫລັງຄວາມ ເປັນມາຂອງ WTO ແຕ່ອະດີດ ເຖີງປັດຈຸບັນ:

ອົງການ ການຄ້າໂລກຫລື WTO ແມ່ນຕັ້ງຂື້ນມາ ດ້ວຍຈຸດປະສົງ ເພື່ອສົ່ງເສີມ ການຄ້າເສຣີ ແລະຍົກຣະດັບ ຍອດຜົລຜລີດ ຮ່ວມຫລື GDP ຂອງປະເທດ ສມາຊີກ ດ້ວຍການໃຫ້ ຄຳແນະນຳ ໃນກົດຣະບຽບ ການຄ້າເສຣີ ໂດຍທົ່ວໄປຂອງ ປະເທດສມາຊີກ ໃນໂລກສືບຕໍ່ ສົນທິສັນຍາ ວ່າດ້ວຍການຄ້າ ແລະກຳແພງ ພາສີຫລື Gatt ທີ່ໃຊ້ ປະຕິບັດ ກັນກ່ອນຫນ້ານີ້.

ອົງການ ການຄ້າໂລກໄດ້ ຕັ້ງຂື້ນໃນປີ 1995 ແລະ ສົນທິສັນຍາ ວ່າດ້ວຍການຄ້າ ແລະກຳແພງ ພາສີຫລື gatt ທີ່ຕັ້ງຂື້ນ ໃນປີ 1947, 5 ທົສວັດກ່ອນ ປະຕິບັດ ຫນ້າທີ່ແບບ ອົງການການຄ້າ ໂລກໃນສມັຍນັ້ນ. ອົງການ Gatt ເປັນພຽງແຕ່ ສົນທິສັນຍາ ວ່າດ້ວຍການຄ້າ ຫລັງຈາກນັ້ນ ກໍ່ປ່ຽນ ໂສມຫນ້າມາເປັນ Wto ຫລືອົງ ການ ການຄ້າໂລກຫລັງ ຈາກ ປີ 1995 ເພື່ອຂຍາຍວົງ ກວ້າງທາງດ້ານ ການຄ້າແລະການ ລົງທືນໃນໂລກ ໃນຊ່ວງ ໂລກາພິວັດ ຫລື globalization ໃນແງ່ການ ຄ້າເສຣີ.

ອົງການ ການຄ້າໂລກ ມີສມາຊີກ 153 ປະເທດ ທີ່ເປັນຕົວແທນ ຂອງການຄ້າໃນ ໂລກ 95%, ຫ້ອງການໃຫຍ່ ຂອງອົງການຕັ້ງ ຢູ່ປະເທດ ສວີສເຊີແລນ  ປະທານ ວຽນອົງການ ການຄ້າໂລກ ຄົນປັດຈຸບັນ ແມ່ນທ່ານ Pascal Lamy ເປັນຄົນຝຣັ່ງເສດ ອະດີດເຄີຍເປັນ ນັກການເມືອງ ນັກການຄ້າແລະ ນັກວີຊາການ ຄົນສຳຄັນ ຂອງຝຣັ່ງເສດ.

ນັ້ນແມ່ນຄວາມເປັນ ມາແລະເບື້ອງຫລັງ ຂອງອົງການ ການຄ້າໂລກ ທີ່ສຳຄັນກໍ່ ແມ່ນວ່າ ອົງການ ການຄ້າໂລກ ມີຄວາມສຳຄັນ ຢ່າງໃດຕໍ່ ການຄ້າຂອງ ປະເທດ ສມາຊີກແລະ ສປປລາວ ຖ້າລາວສາມາດ ເຂົ້າເປັນ ສມາຊີກໄດ້. ກຸ່ມທີ່ເຫັນພ້ອມ ກໍ່ບອກວ່າ ເປັນອົງການທີ່ ຈະສົ່ງເສີມ ແລະຍົກຣະດັບ ຍອດຜລົຜລີດ ຂອງປະ ເທດສມາຊີກ ແຕ່ກຸ່ມບໍ່ເຫັນ ພ້ອມກໍ່ປະນາມ ວ່າເປັນອົງການ ທີ່ສົ່ງເສີມກຸ່ມ ນາຍທືນແລະ ປະເທດທີ່ຮັ່ງ ມີໂດຍການ ເອົາປຽບປະເທດ ທີ່ທຸກຈົນດ້ວຍ ການຍົກເລີກ ກຳແພງພາສີ ສີນຄ້ານຳເຂົ້າ ໃນຣາຄາແພງ ທີ່ຕົນສົ່ງໄປ ຂາຍໃຫ້ແກ່ ປະເທດທີ່ ທຸກຈົນ ແລະໃຫ້ເງີນ ກູ້ດອກເບັ້ຍສູງ ຈາກສອງສຖາບັນ ໃຫຍ່ໆຂອງໂລກ ດ່ັງ ທະນາຄານໂລກ ແລະກອງທືນ ສາກົນ ຈົນເຮັດໃຫ້ ປະເທດດ້ອຍ ພທັນາແລະ ປະເທດທີ່ ທຸກຈົນບໍ່ມີ ທາງອອກ ຈື່ງຕິດຫນີ້ ໄປຕຣອດ ບໍ່ຕ່າງຫຍັງຈາກ ການກູ້ຢືມ ຈາກທະນາຄານ ໃຫ່ຍ່ໆ, ການລຸດກຳແພງ ພາສີ ໃນປະເທດ ທຸກຈົນ ເປັນການທຳລາຍ ລາຍໄດ້ຂອງ ປະເທດນັ້ນ ແລະສີນຄ້າຈາກ ປະເທດທີ່ຮັ່ງ ມີທີ່ເຂົ້າມາ ປະເທດທີ່ ທຸກຈົນກໍ່ຈະ ຖືກຍົກເວັ້ນ ພາສີຜລົປໂຍດ ທີ່ຈະໄດ້ຮັບ ກໍ່ຕົກເປັນຂອງ ປະເທດທີ່ມີ ສີນຄ້າ ຣາຄາແພງໆ ດັ່ງຣົຖຍົນ ແລະອື່ນໆ ຊື່ງສ່ວນໃຫຍ່ ແລ້ວກໍ່ມາ ຈາກປະເທດທີ່ ຮັ່ງມີທັງນັ້ນ.

ພາຣະກິດຂອງ ອົງການ ການຄ້າໂລກ ກໍ່ແມ່ນອອກ ກົດຣະບຽບ ແລະບັງຄັບ ກົດຣະບຽບ ທາງດ້ານການຄ້າ ຣະຫວ່າງປະເທດ ສມາຊີກ ໃນຣະດັບ ສາກົນ ຮັບຜີດ ຊອບໃນການ ເຈຣະຈາ ບງັຄັບໃຊ້ ກົດຫມາຍ ການຄ້າກັບ ປະເທດສມາຊີກ ທີ່ໄດ້ລົງນາມ ກັນກວດສອບ ກົດເກນການຄ້າ ທີ່ໄດ້ວາງໃວ້ ຊື່ງນະໂຍບາຍ ສ່ວນໃຫຍ່ ກໍ່ມີການ ຕົກລົງກັນ ໃນກອງປະຊຸມ ແຕ່ລະສອງປີ ຂອງສມາຊີກ ໃນອົງການ ນຳໂດຍຄນະ ກັມມະການ ບໍຣິຫານແລະ ປະທານວຽນ ຂອງອົງການ ດັ່ງກ່າວ.

ກອງປະຊຸມ ທຸກຄັ້ງກໍ່ໃສ່ ຊື່ບ່ອນປະຊຸມ ໃນການອອກ ຖແລງການດັ່ງ Doha roundtable, Tokyo roundtable, Urugua roundtable ແລະອື່ນໆ ໃນແຕ່ຄັ້ງການ ປະຊຸມ ກໍ່ຈະມີການ ທົບທວນແລະ ປະຕິຮູບ ກົດຣະບຽບ ການຄ້າໃຫມ່ ແລ້ວແຕ່ເຫດການ ໃນຊ່ວງເວລາ ນັ້ນດັ່ງຕົວຢ່າງ ວ່າງມໍ່ໆມານີ້ ກໍ່ມີເຫດວິກິດ ທາງດ້ານການເງີນ ຂອງໂລກ ອົງການ ການຄ້າໂລກ ກໍ່ແມ່ນຫນ່ວຍ ງານນື່ງໃນ ການດືງດູດ ປະເທດທີ່ຮັ່ງ ມີທັງຫລາຍແລະ ປະເທດທີ່ມີ ເສຖາກິດກ້າວ ຫນ້າທີ່ເອີ້ນ ວ່າ G20 ນັ້ນມາຮ່ວມ ປະຊຸມກັນທີ່ ກຸງລອນດອນ ເພື່ອຊ່ວຍກັນແກ້ ໃຂເຫດວິກິດ ທາງດ້ານການເງີນ ແລະເສຖາກິດ ຂອງໂລກດັ່ງ ປະທານອົງການ ການຄ້າໂລກ ທ່ານ ປາສການ ລາມີ ກ່າວກ່ຽວກັບ ເຫດວິກິດ ທາງດ້ານການເງີນ ຂອງໂລກໃນຊ່ວງ ການປະຊຸມວ່າ: ສຽງ.....

ອົງການ ການຄ້າໂລກ ມີຄວາມສຳຄັນ ຢ່າງໃດຕໍ່ ປະເທດສມາຊີກ ແລະສປປລາວ ຖ້າລາວສາມາດ ເຂົ້າເປັນ ສມາຊີກ ອົງການ ດັ່ງກ່າວໄດ້. WTO ມີຄວາມສຳຄັນ ຕໍ່ ສປປລາວ ຢ່າງໃດແດ່? ສປປລາວ ໄດ້ຍື່ນເປັນ ສມາຊີກອົງການ ການຄ້າໂລກ ໃນປີ 1997 ແລະໄດ້ຣັບ ຖານະເປັນ ຜູ້ສັງເກດການ ໃນປີ 1998 ເລີ້ມແຕ່ນັ້ນມາ ທາງການລາວ ກໍ່ກະຕຽມ ເອກສານເພື່ອ ເຂົ້າເປັນ ສມາຊີກ ດ້ວຍການໃຫ້ ຄຳແນະນໍາແລະ ຊ່ອຍເຫລືອຈາກ ທະນາຄານໂລກ ທະນາຄານ ພັທນາເອເຊັຽ ກອງທືນ ສາກົນ ພ້ອມດ້ວຍ ສຫາພາບ ຢູໂຣບແລະ ສມາຄົມອາຊຽນ.

ເຈົ້າຫນ້າທີ່ການ ຄ້າລາວໄດ້ພົບ ປະກັບເຈົ້າຫນ້າ ທີ່ອົງການ ການຄ້າໂລກ ມາຫລາຍຄັ້ງແລ້ວ ເພື່ອສືບ ຕໍ່ແລະທົບທວນ ຂໍ້ມູນເອກສານ ທີ່ສຳຄັນທີ່ ອົງການ ການຄ້າ ໂລກ ຕ້ອງການຈາກ ປະເທດສມາຊີກ ກ່ອນຈະຕັດສີນ ໃຈຮັບເຂົ້າແຕ່ ເຖີງຢ່າງໃດ ກໍ່ຕາມ ສປປລາວ ກໍ່ຍັງຢູ່ໃກ ຄວາມສຳເຣັດ ທີ່ຈະສາມາດ ເຂົ້າເປັນ ສມາຊີກໄດ້ ໃນເວລານີ້ ເພາະລາວຍັງ ຂາດເຂີນຫລາຍຢ່າງ ໃນການເປັນ ສມາຊີກ ດ່ັງການ ປະຕິຮູບ ກົດຫມາຍ ການຄ້າ ການລົງທືນ ແລະກົດຣະບຽບ ການຄ້າໃນລາວ ໂດຍ ສະເພາະ ພາກສ່ວນການຄ້າ ເອກຊົນຍັງ ບໍ່ທັນແຂງແກ່ນ ເທື່ອແລະບັນຫາ ອື່ນໆທີ່ກ່ຽວກັບ ການຄ້າໃນລາວ ຍັງບໍທັນເປັນ ກົດເກນທີ່ໂປ່ງ ໃສເທື່ອ.

ໃນການພົບປະ ກັບຄະນະ ກັມມະການ ພິຈາຣະນາ ຮັບເຂົ້າເປັນ ສມາຊີກ ຄັ້ງທີ 4 ວ່າງວັນທີ 4 ເດືອນ ມີຖຸນາ ປີ 2008 ທີ່ເຈນີວາ ສປປລາວ ກໍ່ມີຄວາມ ຄືບຫນ້າ ດີໃນການ ອະພິປາຍ ເຫດຜົລແລະສເນີ ເອກສານ ຄວາມຄືບຫນ້າຂອງ ສປປລາວ ໃຫ້ແກ່ຄະນະ ກັມມະການ ດັ່ງກ່າວຟັງ ສປປລາວ ຈະໄດ້ຍື່ນ ຄຳຮ້ອງເຂົ້າເປັນ ສມາຊີກ ອົງການ ການຄ້າໂລກ ໃນປະເດັ່ນຂອງ ປະເທດ ດ້ອຍພັທນາ ແລະບໍ່ມີທາງ ອອກສູ່ທະເລ ອາດຈະມີຄວາມ ຫວັງຢູ່ເພາະ ສມາຊີກແລະ ເຄືອຄ່າຍຂອງກຸ່ມ ປະເທດດັ່ງກ່າວ ຈະໃຫ້ການສນັບສນູນແກ່ລາວ ໃນການເປັນສມາຊີກ. ຫລັງຈາກການອະພິປາຍຄັ້ງທີສາມ ໃນເດືອນພືສຈິກາ ປີ 2007 ປາກົດວ່າ ສປປລາວ ໄດ້ປະຕິຮູບ ການເປີດກວ້າງ ຕລາດໃນລາວ ທາງດ້ານສີນຄ້າ ແລະການບໍຣິການ ຫລາຍຂື້ນ ຫລາຍປະເທດ ທີ່ສົນໃຈຄ້າ ກັບລາວກໍ່ພໍ ໃຈໃນການ ປະຕິຮູບ ການຄ້າ ໃນລາວ ແຕ່ຍັງດົນທີ່ ລາວຈະບັນລຸ ເປົ້າຫມາຍທີ່ຈະ ເປັນສມາຊີກໄດ້.

ທ່ານ ນາມ ວິຍາເກດ ຣັຖມົນຕຣີ ການຄ້າ ສປປລາວ ເວົ້າວ່າທາງການ ລາວໃຊ້ຄວາມ ພະຍາມຢ່າງ ເຕັມປ່ຽມໃນ ການກະຕຽມເຂົ້າ ເປັນສມາຊີກ ອົງການການຄ້າ ໂລກແລະຫລາຍ ປະເທດກໍ່ໃຫ້ ການສນັບສນູນ ສປປລາວ. ສີ່ງທີ່ ສປປລາວ ຈະສືບຕໍ່ໃນ ການກະຕຽມ ເອກສານ ໃນອານາຄົດ ກໍ່ແມ່ນ ປະຕິຮູບ ກົດຫມາຍວ່າ ດ້ວຍການຄ້າ ໃນລາວການ ປ່ຽນແປງຣະບົບ ການຄ້າແລະການ ບັງຄັບໃຊ້ ກົດຫມາຍດັ່ງກ່າວ ນອກຈາກນັ້ນ ກໍ່ແມ່ນການ ລຸດພາສີ ການນຳເຂົ້າ ສີນຄ້າໃຫ້ເປັນ   ຣະບົບ ຄວາມປອດພັຍ ຂອງສີນຄ້າ ສິດທິເອກຊົນ ທາງດ້ານການຄ້າ ການປົກປ້ອງ ສິດທິນັກລົງທືນ ໃນລາວຣະບົບ ສຖາບັນການ ເງີນໃນລາວ ມາຕຖານແລະ ຄຸນນະພາບ ຂອງສີນຄ້າ ມາຕຖານການກວດສອບສີນຄ້າ ເຄືອ່ງຫມາຍສີນຄ້າແລະການປົກປ້ອງລິະກະສີດ ຊັບສີນທາງປັນຍາຂອງສີນຄ້າຕ່າງປະເທດ ທີ່ຈະມາ ຂາຍໃນລາວ ທຸກສີ່ງຢ່າງຕ້ອງ ມີຣະບຽບແລະ ກົດເກນທີ່ ແນ່ນອນແລະ ຕາຍຕົວ ສາມາດບັງຄັບ ໃຊ້ໄດ້ຕາມ ກົດຫມາຍແລະ ຂໍ້ບັງຄັບຂອງ ອົງການການຄ້າ. ທ່ານ ລາສມີ ປາສການ ກ່າວກ່ຽວກັບ ວິກິດການທາງ ດ້ານການເງີນ ຂອງໂລກທີ່ສົ່ ງຜົລກະທົບ ຕໍ່ປະເທດ ທຸກຈົນວ່າ:

ສີ່ງທີ່ ສປປລາວ ຈະໄດ້ຮັບຈາກ ການເປັນ ສມາຊີກ ອົງການ ການຄ້າໂລກ ຖ້າລາວຖືກຮັບ ເຂົ້າເປັນ ສມາຊີກ ກໍ່ແມ່ນວ່ານື່ງ ສີນຄ້າທີ່ ຜລິດຈາກ ສປປລາວ ທີ່ຈະສົ່ງ ເຂົ້າປະເທດທີ່ ເປັນສມາຊີກ ອົງການ ການຄ້າໂລກ ກໍ່ຈະມີການ ລຸດພາສີ ໃນບາງສີນຄ້າ ແລະໂກຕາການ ນຳເຂົ້າຈາກ ຕ່າງປະເທດກໍ່ ຈະເພີ້ມຂື້ນລາວ ກໍ່ຈະສາມາດ ສົ່ງສີນຄ້າອອກ ໄດ້ຫລາຍຂື້ນ ນັກລົງທືນ ກໍ່ຈະມີລົງທືນ ຜລິດສີນຄ້າ ໃນລາວຫລາຍຂື້ນ. ສອງ, ສປປລາວ ກໍ່ຈະໄດ້ຮັບ ການຊ່ອຍເຫລືອ ຈາກປະເທດ ສມາຊີກ ອົງການ ການຄ້າໂລກ ໃນບັນຫາ ເຮື້ອງການຄ້າ ການລົງທືນ ແລະຍົກຮະດັບ ການຄ້າແລະການ ບໍຣີການ ໃນລາວ ໃນອານາຄົດ. ສາມ ຣະບົບແລະ ກົດຣະບຽບ ການຄ້າໃນລາວ ກໍ່ຈະມີ ມາຕຖານ ຫລາຍຂື້ນ ຈະເປັນຍອມຮັບ ຈາກນັກລົງທືນ ຕ່າງຊາດໃນການ ເຂົ້າມາລົງທືນ ໃນລາວ ເພາະເປັນກົດເກນ ຈາກອົງການ ການຄ້າ ສາກົນ. ສີ່, ການຄ້າແລະ ການລົງທືນ ໃນລາວກໍ່ອາດ ຈະມີການຂຍາຍ ຕົວວົງກວ້າງອອກ ໄປຫລາຍກວ່າເກົ່າ ດັ່ງວຽດນາມ ແລະກຳພູຊາ ແລະຈີນ ທີ່ເຂົາເຂົ້າເປັນ ສມາຊີກມາ ແລ້ວ ຄວາມຈເຣີນເຕີບໂຕ ຂອງການຄ້າຂອງ ປະເທດດັ່ງກ່າວ ມີການຂຍາຍ ຕົວຂື້ນຫລາຍ ເທົ່າຕົວຫລັງຈາກ ທີ່ໄດ້ເຂົ້າເປັນ ສມາຊີກ ອົງການ ການຄ້າ ໂລກເພາະມີການ ຄ້ຳປະກັນຄວາມ ສ່ຽງໃນແງ່ຂອງ ກົດຫມາຍຂອງຄວາມ ຂັດແຍ່ງທາງດ້ານ ການຄ້າ.

ໃນປະເທດ ສມາຊີກ ທີ່ຖືກບັງຄັບ ໃຊ້ຈາກອົງການ ການຄ້າໂລກ ຕໍ່ປະເທດ ສມາຊີກ. ໃນທີ່ສຸດ ກໍ່ແມ່ນວ່າ ສປປລາວ ຈະໄດ້ຮັບຜົລ ປໂຍດຫລາຍກວ່າ ການເປັນ ສມາຊີກ ທີ່ຈະເປີດວົງ ກວ້າງທາງດ້ານ ການຄ້າແລະການ ລົງທືນໃນລາວ ໄປສູ່ສາຍຕາ ຂອງນັກລົງທືນ ໃນໂລກໄດ້, ທາງການລາວ ຄາດການວ່າ ຖ້າລາວສາມາດ ເຂົ້າເປັນສມາຊີກ ອົງການ ການຄ້າໂລກໄດ້ ນອກຈາກຖານະ ການຄ້າຈະສຸງຂື້ນ ຖານະການເມືອງ ຂອງລາວໃນເວທີ ສາກົນກໍ່ຈະ ສຸງຂື້ນເຫມືອນກັນ.

ກຸ່ມທີ່ຕ້ານ WTO ມີຄວາມຄິດ ແນວໃດ?

ແຕ່ກຸ່ມທີ່ຍັງ ຄັດຄ້ານການເປັນ ສມາຊີກອົງການ ການຄ້າໂລກ ກໍ່ໃຫ້ເຫດຜົລ ວ່າອົງການ ການຄ້າໂລກ ເປັນອົງການທີ່ ເອົາປຽບປະເທດ ທີທຸກຈົນ ດ້ວຍການຍົກ ເລີກກຳແພງ ພາສີສີນຄ້າ ຂາເຂົ້າ ທີ່ຈະສົ່ງສີນ ຄ້າເຂົ້າປະເທດ ເຫລົ່ານັ້ນ. ສອງ, ອົງການ ການຄ້າໂລກ ສົ່ງເສີມປະເທດ ທີ່ຮັ່ງມີທີ່ ມີທຸຮະກິດ ແລະສີນຄ້າລາຍ ໃຫຍ່ທີ່ຈະສົ່ງ ມາຖ້ວມຕລາດ ປະເທດທີ່ ທຸກຈົນເພາະ ບໍ່ມີກຳແພງ ພາສີ. ສາມ, ອົງການ ການຄ້າໂລກ ສົ່ງເສີມປະເທດ ອຸສາຫາກັມ ແລະປິດຕລາດ ຜລິດຕະພົລ ທາງດ້ານການ ກະເສດເພື່ອ ປົກປ້ອງຜູ້ຜລີດ ພາຍໃນປະເທດ ຂອງຕົນ ຈາກສີນຄ້າ ຊນີດດຽວກັນ ຂອງປະເທດ ສມາຊີກ ທີ່ຍາກຈົນ. ສີ່, ອົງການ ການຄ້າໂລກ ຈະບໍ່ແກ້ໃຂ ບັນຫາຄົນວ້າງ ງານແຮງງານ ເຂື່ອນທີ່ ແຮງງານເດັກນ້ອຍ ແລະກໍ່ສ້າງຄວາມ ບໍ່ສເມີພາບທາງ ດ້ານການຄ້າ ຣະຫວ່າງປະເທດ ທີ່ທຸກຍາກກັບ ປະເທດ ທີ່ຮັ່ງມີແລະ ຈະເຮັດໃຫ້ເກີດ ບັນຫາຄວາມ ອືດຫີວເພີ້ມຂື້ນ ເພາະການປູກຝັງ ສ່ວນໃຫຍ່ຈະຖືກ ຄວບຄຸມຈາກ ບໍຮີສັດ ອາຫານໃຫຍ່ໆ ໃນໂລກແລະ ໃນທີ່ສຸດ ກົດ ເກນການຄ້າ ແລະການລົງທືນ ສ່ວນໃຫຍ່ ກໍ່ຈະໃຊ້ເພື່ອ ຄວາມຢູ່ລອດຂອງ ນາຍທືນເທົ່ານັ້ນ ບໍ່ແມ່ນເພື່ອ ສົ່ງເສີມ ຜລີຕະພັນ ຈາກປະເທດ ທີ່ທຸກຈົນເພາະ  ກົດຣະ ບຽບ ໃນການກວດກາ ສີນຄ້າ ໂດຍສະເພາະ ສີນຄ້າທາງດ້ານ ການກະເສດ ເຄັ່ງຄັດເກີນໄປ ແລະປະເທດ ທີ່ທຸກຈົນ ກໍ່ຈະຍັງເປັນ ແຫລ່ງແຮງງານ ຖືກໆຂອງກຸ່ມ ປະເທດ ອຸສາຫາກັມ ທີ່ຮັ່ງມີທັງ ຫລາຍຕາມເຄີຍ.






2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org