ໃນຣະຫວ່າງໃຫ້ ກາຣປຣາສັຍ ຢູ່ສະມັດຊາໃຫຍ່ ສະຫະປະຊາຊາຕ ທີ່ນະຄອນນິວຢອກ ໃນມື້ວັນເສົາ ທີ່26ກັນຍາ2009, ທ່ານທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີກາຣ ຕ່າງປະເທສຂອງ ສປປລາວ ວ່າກາຣປະຕິຮູບ ອົງກາຣ ສະຫະປະຊາຊາຕ ຄວນຈະໃຫ້ເປັນໄປ ແບບລັກສະນະ ກວ້າງຂວາງໂດຽໃຫ້ ມີຄວາມໂປ່ງໃສ ໃນທຸກຮອບດ້ານ ຢ່າງມີ ປະຊາທິປະໄຕ ທີ່ສອດຄ່ອງກັບ ກົດບັຕຂອງ ສະຫະປະຊາຊາຕ ແລະກໍຂື້ນຢູ່ກັບ ຄວາມຮັບຜິດຊອບ ຂອງບັນດາປະເທສ ສະມາຊິກ ທຸກໆປະເທສ:
“ກາຣປະຕິຮູບ ສະພາຄວາມໝັ້ນຄົງ ກໍຄືສະພາ ເສຖກິຈ-ສັງຄົມ ແລະອົງກາຣ ເຄືອຄ່າຍຂອງ ສະຫະປະຊາຊາຕອື່ນໆ ຄວນດຳເນີນໄປ ບົນພື້ນຖານກ ຫລັກກາຣ ປະຊາທີປະໄຕ ຄວາມໂປ່ງໃສແລະ ຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ອົງກາຣ ຕົວແທນແຫ່ງ ສິທຜົລປະໂຫຍຊ ຂອງປະເທສສະມາຊິກ ຢ່າງແທ້ຈີງ”
ໃນຂນະດຽວກັນ ທ່ານກໍວ່າທາງກາຣ ສປປລາວ ໃຫ້ກາຣສນັບສນູນ ກາຣຣິເຣີ່ມຂອງ ຄນະປຶກສາຫາຣື ກ່ຽວກັບກາຣ ປະຕິຮູບຂອງ ສະພາຄວາມໝັ້ນຄົງ.
ສະເພາະກາຣຫລຸດຜ່ອນ ອາວຸທນັ້ນ ທາງຜູ້ນຳລາວ ກໍວ່າຍັງເປັນບັນຫາ ທີ່ທ້າທາຍມາ ຢ່າງຕໍ່ເນື່ອງ ໃນດ້ານຮັກສາ ສັນຕິພາບແລະ ຄວາມໝັ້ນຄົງ ໃນທົ່ວໂລກ ໂດຽສະເພາະທາງ ດ້ານອາວຸທນີວເຄລັຽ (nuclear) ດັ່ງທີ່ທ່ານທອງລຸນ ໄດ້ກ່າວວ່າ:
“ອາວຸທນີວເຄລັຽ ຍັງເປັນໄພຂົ່ມຂູ່ ຮ້າຍແຮງ ຕໍ່ມວລມະນຸສ ດັ່ງນັ້ນບັນດາ ປະເທສທີ່ມີ ອາວຸທນີວເຄລັຽ ໃນຄອບຄອງ ຕ້ອງປະຕິບັຕ ຄຳໝັ້ນສັນຍາ ຂອງຕົນໃນ ກາຣຫລຸດຜ່ອນ ແລະກ້າວໄປເຖີງ ກາຣລົບລ້າງອາວຸທ ເຫລົ່ານີ້ ຢ່າງສິ້ນເຊີງ”
ສະນັ້ນທ່ານວ່າ ກອງປະຊຸມເພື່ອ ທົບທວນ ເບີ່ງຄວາມຄືບໜ້າ ໃນດ້ານກາຣ ປະຕິບັຕຈັດຕັ້ງ ສົນທິສັນຍາ ວ່າດ້ວຍກາຣຫ້າມ ແພ່ຜາຍອາວຸທ ນີວເຄລັຽ ທີ່ມີກຳໜົດ ຈັດຂື້ນໃນປີ2010 ທີ່ຈະມາເຖີງນີ້, ຖືເປັນໂອກາຣ ໃຫ້ບັນດາ ປະເທສສະມາຊິກ ຕ່າງໆໄດ້ເອົາໃຈໃສ່ ແກ້ໄຂບັນຫາ ທີ່ຍັງຄ້າງຄາ ແລະກ້າວເຂົ້າສູ່ ກາຣລົບລ້າງ ອາວຸທໃຫ້ໄດ້ ຕາມຂັ້ນຕອນ ໂດຽສະເພາະອາວຸທ ທີ່ບໍ່ທັນແຕກ ທີ່ຍັງຕົກຄ້າງ ມາແຕ່ປາງ ສົງຄາມ ທີ່ເປັນພັຍອັນຕະຣາຍ ຂົ່ມຂູ່ຕໍ່ຊີວີຕ ກາຣເປັນຢູ່ ພ້ອມກັບເປັນ ອຸປສັກຕໍ່ກາຣ ພັທນາເສຖກິຈ ສັງຄົມ ແລະກາຣຫລຸດຜ່ອນ ຄວາມຍາກຈົນ ຂອງປະຊາຊົນ ໃນບໍ່ຕໍ່າກວ່າ 80ປະເທສ ໃນທົ່ວໂລກ ຊື່ງກໍຮວມທັງ ປະເທສລາວ ນຳດ້ວຍນັ້ນ.
ທ່ານທອງລຸນ ໄດ້ເນັ້ນວ່າ ສປປລາວ ເປັນປະເທສທີ່ ໄດ້ຮັບຜົລກະທົບ ຫລາຍທີ່ສຸດທີ່ມີ ຜູ້ໄດ້ຮັບເຄາະຮ້າຍ ບໍ່ຕໍ່າກວ່າ50% ຂອງຜູ້ໄດ້ຮັບ ເຄາະຮ້າຍຈາກ ລູກຣະເບີດລູກຫວ່ານ ຫລື ບອມບີ໊ແຕກໃສ່ ທີ່ຄິດເປັນອັຕຣາ ສະເລັ່ຽແລ້ວປະມານ 300ຄົນຕໍ່ປີ ຕລອດລະຍະ30 ກວ່າປີທີ່ຜ່ານມາ ແລະໃນປັຈຈຸບັນ ນີ້ມີເນື້ອທີ່ ປະມານ37%ຂອງ ພື້ນທີ່ທັງໝົດ ທົ່ວປະເທສທີ່ວ່າ ຍັງມີຣະເບີດ ລູກຫວ່ານ ທີ່ບໍ່ທັນແຕກ ດັ່ງກ່າວ ຊື່ງກໍຕ້ອງໄດ້ ອາສັຍງົບປະມານ ຢ່າງຫລວງຫລາຍ ແລະ ອາຈຕ້ອງໄດ້ໃຊ້ ເວລາຕັ້ງຫລາຍຮ້ອຍ ປີກ່ອນທີ່ຈະ ສາມາດກຳຈັດ ໃຫ້ໝົດໄດ້ ດັ່ງທີ່ທ່ານໄດ້ ກ່າວເພີ່ມອີກວ່າ:
“ດັ່ງນັ້ນ ຈື່ງຕ້ອງກາຣທຶນຮອນ ຢ່າງມະຫາສາຣ ທັ້ງໃຊ້ເວລາ ອັນຍາວນານ ຈື່ງຈະສາມາດ ເກັບກູ້ຣະເບີດ ດັ່ງກ່າວອອກຈາກ ສຖານທີ່ໆມີຄວາມ ຕ້ອງກາຣຈຳເປັນ ທີ່ສຸດໃຫ້ແກ່ ກາຣພັທນາແລະ ກາຣທຳມາຫາກິນ ຂອງປະຊາຊົນ ໄດ້ໃນສ່ວນໃດ ສ່ວນໜື່ງ”
ດ້ວຍສາເຫຕ ດັ່ງກ່າວທາງກາຣ ສປປລາວ ຈື່ງໃຫ້ຄວາມສຳຄັນ ຕໍ່ສົນທິສັນຍາ Oslo ກ່ຽວກັບກາຣຫ້າມໃຊ້ ລູກຣະເບີດ ບ໋ອມບີ໊ ພ້ອມກັບໃຫ້ມີ ກາຣລົບລ້າງ ຣະເບີດປະເພດນີ້ ໃຫ້ໝົດສິ້ນໄປ ຈື່ງໄດ້ຮຽກທວງ ຕໍ່ບັນດາປະເທສ ສະມາຊິກທີ່ຍັງ ບໍ່ທັນໄດ້ ຕົກລົງເທື່ອນັ້ນ ໄດ້ພິຈາຣະນາ ລົງນາມແລະໃຫ້ ສັຕຍາບັນແກ່ ສົນທິສັນຍາ ດັ່ງກ່າວໃນໄວໆນີ້.
ພ້ອມດຽວກັນນີ້ ທ່ານທອງລຸນ ກໍວ່າທາງກາຣ ສປປລາວ ກໍພ້ອມທີ່ຈະ ໃຫ້ຄວາມຮ່ວມມື ດ້ວຍກາຣຮັບເປັນ ເຈົ້າພາບ ຈັດກອງປະຊຸມ ຄັ້ງທຳອິດຂອງ ພາຄີ ສົນທິສັນຍາ ຂື້ນພາຍຫລັງທີ່ ຈະມີຜົລບັງຄັບໃຊ້ ແລະຫວັງວ່າຄົງ ຈະໄດ້ຮັບກາຣ ສນັບສນູນ ຈາກສະມາຊິກ ປະເທສແລະ ອົງກາຣຈັດຕັ້ງ ສາກົລຕ່າງໆ.
ນອກຈາກນັ້ນ ຮອງນາຍົກ ຣັຖມົນຕຣີ ສປປລາວ ຍັງໄດ້ຍົກເອົາ ບັນຫາທີ່ທາງ ກາຣສະຫະຣັຖ ຍັງດຳເນີນກາຣ ລົງໂທສທາງດ້ານເສຖກິຈ ຕໍ່ປະເທສCuba ເປັນເວລາ ດົນນານມາແລ້ວ, ທ່ານກ່າວ ໃນຕອນໜື່ງວ່າ:
“ຂ້າພະເຈົ້າ ມີຄວາມເປັນຫ່ວງ ຕໍ່ກາຣຂວ້ຳບາທ ທາງເສຖກິຈ ກາຣຄ້າ ແລະກາຣເງີນຕໍ່ ສາທາຣະນະຣັຖຄີວບ໋າ ທີ່ໄດ້ແກ່ຍາວມາ ເປັນເວລາຫລາຍ ທົສວັຕ ສະນັ້ນມັນເຖີງ ເວລາແລ້ວທີ່ ຈະຕ້ອງຍຸຕິກາຣ ຂວ້ຳບາທ ດັ່ງກ່າວ”
ສະເພາະດ້ານກາຣ ປ່ຽນແປງທາງ ດິນຟ້າອາກາສ ຊື່ງເປັນບັນຫາ ທີ່ທ້າທາຍອັນ ໃຫຍ່ໂຕ ທີ່ສຳຄັນອັນໜື່ງ ຕໍ່ຄວາມຢູ່ລອດ ຂອງມວລ ມະນຸສຊາຕ ດັ່ງປັຈຈຸບັນ ນີ້ນັ້ນຜູ້ນຳ ສປປລາວ ກໍຢາກໃຫ້ມີ ກາຣວາງມາຕກາຣ ເພື່ອແກ້ໄຂ ອັນຮີບດ່ວນ ພ້ອມກັບໃຫ້ມີ ກາຣປະສານງານ ເຊື່ອມໂຍງຣະຫວ່າງ ອົງປະກອບ ພື້ນຖານ3 ປະກາຣຂອງກາຣ ພັທນາຍືນໂຍງຄື: ກາຣພັທນາເສຖກິຈ ພັທນາສັງຄົມ ແລະ ກາຣປົກປັກຮັກສາ ສະພາບແວດລ້ອມ ຊື່ງທ່ານໄດ້ ຮຽກຮ້ອງໃຫ້ທາງ ຜູ້ນຳໃນທົ່ວ ໂລກໄດ້ໃຫ້ ຄຳໝັ້ນສັນຍາ ທີ່ຈະເອົາມາຕກາຣ ໃນກາຣຫລຸດຜ່ອນ “ກ໊າສອາຍເຮືອນແກ້ວ” ແລະ ສົ່ງເສີມເສຖກິຈ ສີຂຽວ ພ້ອມກັບຊ່ວຍເຫລືອ ບັນດາປະເທສ ທີ່ກຳລັງພັທນາ ໃຫ້ເຂົ້າກັບ ສະພາບແວດລ້ອມ ຕລອດຮອດກາຣ ສ້າງທາງເລືອກໃໝ່ ໃນດ້ານພລັງງານ ຮວມທັງກາຣຖ່າຍທອດ ເທຄໂນໂລຈີ ທີ່ທັນສມັຍ ໃຫ້ແກ່ ປະເທສທີ່ກຳລັງ ມີກາຣພັທນາ ນັ້ນນຳດ້ວຍ ດັ່ງທີ່ ທ່ານທອງລຸນ ໄດ້ກ່າວເພີ່ມໃນ ຕອນໜື່ງອີກວ່າ:
“ສປປລາວ ເຫັນດີແລະ ສນັບສນູນ ຂໍ້ຕົກລົງໃໝ່ ກ່ຽວກັບມາຕກາຣ ແກ້ໄຂບັນໂລກຮ້ອນ ອັນທີ່ເອີ້ນວ່າ ຂໍ້ຕົກລົງ ສີຂຽວຫລື 'Green New Deal' ຊື່ງຈະເປັນ ພື້ນຖານໃຫ້ແກ່ ກາຣສົ່ງເສີມກາຣ ລົງທຶນໃນຂອບ ເຂຕເສຖກິຈສີຂຽວ ວາງມາຕກາຣ ແກ້ໄຂແລະຜົລ ກະທົບອັນຍາວນານ ທີ່ເປັນເງື່ອນໄຂ ໃຫ້ແກ່ກາຣສ້າງ ເສຖກິຈ ທີ່ມີມົລພີດຕໍ່າ ສ້າງພລັງງານ ທົດແທນແລະ ກາຣນຳໃຊ້ ພລັງງານຢ່າງປະຢັດ ແລະມີ ປະສິທຕິຜົລສູງ”
ທ່ານທອງລຸນໄດ້ ເນັ້ນວ່າຄວາມມີ ສະເຖັຽຣະພາບ ທາງດ້ານກາຣເມືອງ ແລະຄວາມເປັນ ຣະບຽບຮຽບຮ້ອຍ ທາງສັງຄົມໃນ ສປປລາວ ເປັນເງື່ອນໄຂທີ່ ອຳນວຍ ຄວາມສະດວກໃຫ້ ແກ່ກາຣພັທນາ ຕ່າງໆໃນລະຍະ ທີ່ຜ່ານມາ ແຕ່ກໍຍັງປະສົບ ກັບບັນຫາຈາກ ວິກິຕກາຣເງີນ ແລະເສຖກິຈ ຕົກຕໍ່າ ໃນທົ່ວໂລກ ທີ່ເຮັດໃຫ້ເສຖກິຈ ຂອງລາວ ມີກາຣຂຍາຍ ຕົວຊ້າ ຈື່ງຈຳເປັນຍັງ ຕ້ອງໄດ້ອາສັຍ ກາຣຊ່ວຍເຫລືອຈາກ ຕ່າງປະເທສ ດັ່ງທີ່ທ່ານໄດ້ ກ່າວຢ້ຳທ້າຍວ່າ:
“ສປປລາວ ກໍເໝືອນກັບປະເທສ ກຳລັງພັທນາອື່ນໆ ມີຄວາມຈຳເປັນ ຕ້ອງໄດ້ຮັບກາຣ ຮ່ວມມື ກາຣຊ່ວຍເຫລືອຈາກ ວົງສາຄະນາຍາຕ ສາກົລ ໃນກາຣແກ້ໄຂ ວິກິຕກາຣ ດັ່ງກ່າວນີ້”
ຢ່າງໃດກໍຕາມ ທ່ານທອງລຸນ ໄດ້ກ່າວເນັ້ນ ທີ່ວ່າທາງກາຣ ສປປລາວ ກໍໄດ້ຕັ້ງເປົ້າ ໝາຍທີ່ຈະໃຫ້ ມີກາຣສືບຕໍ່ດ້ານ ກາຣພັທນາເສຖກິຈ ເພື່ອຈະໃຫ້ສາມາດ ນຳພາປະເທສ ອອກຈາກສະພາບ ກາຣເປັນປະເທສ ທີ່ດ້ອຍພັທນາ ໃຫ້ໄດ້ພາຍໃນປີ 2020 ທີ່ຈະມາເຖີງນີ້.
