ສປປລາວ ມີສຳພັນ ແລະ ໃກ້ຊິດກັບ ສປຈີນ ຫລາຍຂື້ນ

ສປປລາວແລະສປຈີນ ມີຄວາມສຳພັນ ແລະ ມີການຮ່ວມມືກັນ ໃກ້ຊິດຂື້ນເລື້ອຍໆ ໃນລັກສນະໃດ?

ເມື່ອວັນພຸດ ວັນທີ່9 ກັນຍາ ປີ2009ນີ້ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ສປປລາວ, ໄດ້ພົບປະຫາລື ກັບທ່ານ ຮູ໊ຈິ໊ນຕ໊າວ ປະທານປະເທດ ສປຈີນ ທີ່ກຸງປັກກິ່ງ. ຜູ້ນຳທັງສອງຕົກລົງ ຈະຮ່ວມກັນເສີ້ມສ້າງ ຄວາມສຳພັນ ຣະຫວ່າງກັນ ໃຫ້ເຂັ້ມແຂງຂື້ນ ແລະຈະຂຍາຍ ການຮ່ວມມື ໃນຮອບດ້ານ ແລະທຸກຣະດັບ ທັງໃນການຈັດຕັ້ງ, ຂອງພັກແລະຂອງຣັຖ ຊຶ່ງເປັນຄວາມສຳພັນ ແລະການຮ່ວມມື ໃນຣະດັບສູງສຸດ, ນັບແຕ່ຄນະ ຜູ້ນຳລາວແລະຈີນ ໄດ້ເລິ້ມປັບປຸງ ຄວາມສຳພັນ ຣະຫວ່າງກັນ ໃນຣະຍະສິບ ກວ່າປີທີ່ຜ່ານມາ.

ສປປລາວແລະສປຈີນ ມີຄວາມສຳພັນ ແລະການຮ່ວມມືກັນ ໃກ້ຊິດຂື້ນ ເລື້ອຍໆແນວໃດ?

ທາງດ້ານການເມືອງ ໃນສມັຍສົງຄາມ ກຳລັງ ແນວລາວຮັກຊາດ ບໍ່ຄ່ອຍມີຄວາມ ສຳພັນດີກັບຈີນ ພໍເທົ່າໃດ, ແຕ່ມີຄວາມສຳພັນ ດີພິເສດກັບ ສະຫະພາບໂຊວຽດ ແລະວຽດນາມ. ຕໍ່ມາຫລັງຈາກ ຍຶດອຳນາດໃໝ່ໆ ບໍ່ພຽງແຕ່ບໍ່ມີ ຄວາມສຳພັນດີ ກັບຈີນເທົ່ານັ້ນ, ແຕ່ຄນະຜູ້ນຳ ພັກປະຊາຊົນ ປະຕິວັດລາວ ຍັງຖືວ່າຈີນ       ເປັນປະເທດ ປໍຣະປັກ, ກ່າວຫາວ່າຈີນ ເປັນປະເທດ ຄອມມຸຍນິສ ລັດທິແກ້. ແຕ່ຫລັງຈາກ ສະຫະພາບໂຊວຽດ ລົ້ມລະລາຍ ເມື່ອຕົ້ນປີ1990, ຄນະຜູ້ນຳລາວ ປ່ຽນທ່າທີໃໝ່ ຫັນໜ້າໄປຫາຈີນ, ຕໍ່ມາທັງສອງ ປະເທດກໍເລິ້ມ ປັບປຸງຄວາມສຳພັນ ແລະ ຂຍາຍການຮ່ວມມື.

ເມື່ອເຈັດປີກ່ອນ ທ່ານ ຄຳໄຕ ສີພັນດອນ ປະທານປະເທດລາວ ໃນເວລານັ້ນ ໄປຢ້ຽມຢາມຈີນ ແລະຕົກລົງກັບ ຜູ້ນຳຈີນວ່າ, ສອງປະເທດ ຈະປັບປຸງ ຄວາມສຳພັນ ໃຫ້ດີຂື້ນ ແລະຈະຂຍາຍ ການຮ່ວມມືໃນ ຫລາຍໆດ້ານ, ເຊັ່ນດ້ານການຄ້າ ແລະການລົງທຶນ. ຕໍ່ມາຫລັງຈາກຂື້ນ ຄອງຕຳແໜ່ງ ປະທານປະເທດໃໝ່ໆ ທ່ານ ຈູມມະລີ ໄຊຍະສອນ ໄປຢ້ຽມຢາມຈີນ ແລະຕົກລົງກັບ ທ່ານ ຮູ໊ຈິ໊ນຕ໊າວ ປະທານປະເທດ ວ່າສອງປະເທດ, ລາວແລະຈີນ ຈະຮ່ວມກັນເສີມສ້າງ ຄວາມສຳພັນ ຣະຫວ່າງກັນ ໃຫ້ດີຂື້ນສູ່ ຣະດັບສູງ ແລະຈະຂຍາຍ ການຮ່ວມມືກັນ ໃນຮອບດ້ານ ແລະເມື່ອວັນພຸດນີ້, ທ່ານ ຈູມມະລີ ໄຊຍະສອນ ກໍໄດ້ຕົກລົງ ກັບທ່ານ ຮູ໊ຈິ໊ນຕ໊າວອີກວ່າ, ສອງປະເທດຈະຂຍາຍ ສຳພັນແລະການຮ່ວມມື ທັງໃນຮອບດ້ານ ແລະ ໃນທຸກຣະດັບ.

ເຮົາຈະເຫັນວ່າ ຄວາມສຳພັນແລະ ການຮ່ວມມືຣະຫວ່າງ ລາວແລະຈີນ ໃກ້ຊິດຂື້ນເລື້ອຍໆ: ແຕ່ກ່ອນເປັນ ປໍຣະປັກກັນ ຕໍ່ມາເລິ້ມ ພົບປະຫາລື ປັບປຸງຄວາມສຳພັນ ແລະຂຍາຍການ ຮ່ວມມື, ແຕ່ບັດນີ້ເສີ້ມສ້າງ ຄວາມສຳພັນ ຂື້ນສູ່ຣະດັບສູງ ແລະຮ່ວມມືກັນ ໃນຮອບດ້ານແລະ ໃນທຸກຣະດັບ.

ໃນດ້ານເສຖກິດ ເຊັ່ນໃນດ້ານການຄ້າ ມູນຄ່າການຄ້າ ຣະຫວ່າງລາວແລະຈີນ ເພິ້ມຂື້ນເລື້ອຍໆ ໃນຣະຍະ ສິບກວ່າປີ ທີ່ຜ່ານມາ ຕົວຢ່າງເມື່ອປີ 2004 ມີມູນຄ່າ ປະມານ100ລ້ານດອນລ່າ ສະຫະຣັຖ ສອງປີຕໍ່ມາ ເພິ້ມຂື້ນ ເປັນສອງເທົ່າ ແລະເມື່ອປີກາຍ ເພິ້ມຂື້ນເກືອບຮອດ 300ລ້ານດອນລ່າ ໃນມູນຄ່ານັ້ນ ລາວສົ່ງສິນຄ້າ ໄປຈີນປະມານ 60ລ້ານດອນລ່າ ແລະ ນຳເຂົ້າຈາກຈີນ 240ລ້ານດອນລ່າ.

ໃນດ້ານການລົງທຶນ ຈີນໄດ້ມາລົງທຶນ ປູກຢາງພາຣາ ຢູ່ພາກເໜືອ ຂອງລາວ ນັບເປັນແສນເຮັກຕາຣ໌, ມີແຜນຈະລົງທຶນ ຂຸດຄົ້ນບໍ່ບອກໄຊ ໃນພາກໃຕ້ ຂອງລາວ ຊຶ່ງເປັນບໍ່ບອກໄຊ ແຫ່ງນຶ່ງ ທີ່ໃຫຍ່ທີ່ສຸດ ໃນໂລກ ແລະຄາດວ່າ, ຈີນຈະລົງທຶນເຖິງ 2ຕື້ລ້ານດອນລ່າ ສະຫະຣັຖ ເພື່ອຂຸດຄົ້ນ, ນອກຈາກນັ້ນ ຈີນກໍຍັງມີ ໂຄງການ ລົງທຶນໃຫຍ່ໆ, ເຊັ່ນກຳລັງຂໍ ອະນຸຍາດ ເຊົ່າທີ່ດິນກັບ ຣັຖບານລາວ ເພື່ອປູກຕົ້ນວິກ ຫລືຕົ້ນ ຢູກາລິບຕັສ ແລະ ຈະສ້າງໂຮງງານ ເຈັ້ຍຢູ່ແຂວງ ສວັນນະເຂດ ບໍຣິສັດຂອງຈີນ ຄາດວ່າຈະລົງທຶນ ເຖິງ2ຕື້ດອນລ່າ ຈະຕ້ອງການທີ່ດິນ ເຖິງ2ແສນເຮັກຕາຣ໌ ແລະຈະສາມາດ ສ້າງວຽກງານໃຫ້ ແກ່ຄົນລາວ ໄດ້ເຖິງ1ໝື່ນຄົນ. ອີກໂຄງການນຶ່ງ ທີ່ຈີນຫາກໍສ້າງ ສຳເຣັດໃຫມ່ໆ ກໍແມ່ນ, ໂຄງການສ້າງໂຮງ ກາສີໂນ ໂຮງແຮມຫ້າດາວ ແລະສນາມກອຟທີ່ ແຂວງບໍ່ແກ້ວ ແລະ ໂຮງກາສີໂນ ໄດ້ເປີດທາງເປັນ ທາງການແລ້ວ ເມື່ອວັນທີ່9 ເດືອນ9 ແລະປີ2009 ຫລື999 ຊຶ່ງຊາວຈີນເຊື່ອວ່າ ເປັນໂຕເລກທີ່ ນຳໂຊກດີ.

ໃນດ້ານການກໍ່ສ້າງ ຈີນໄດ້ສ້າງ ຫໍວັທນະທັມ ໃຫ້ແກ່ລາວ ຕໍ່ມາກໍສ້າງ ຊ່ວຍສ້າງຖນົນ ໝາຍເລກ3 ຈາກພາກໃຕ້ຂອງຈີນ ຜ່ານລາວຕໍ່ໄປ ແຂວງຊຽງຮາຍ ຂອງໄທ ແລະປັດຈຸບັນ ກຳລັງຮ່ວມມື ກັບໄທເພື່ອສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ່ສີ່, ເພື່ອເຊື່ອມຕໍ່ໃສ່ ຖນົນໝາຍເລກ3ນັ້ນ ແລະໃນຂນະນີ້ ຈີນກຳລັງຂຸ້ນຂ້ຽວ ສ້າງສນາມກິລາ ແຫ່ງຊາດໃໝ່ ໃຫ້ແກ່ລາວ ເພື່ອໃຊ້ ເປັນບ່ອນເປີດປິດ ແລະ ແຂ່ງຂັນກິລາ ຊີເກມ ໃນເດືອນທັນວາ ປີນີ້.

ເປັນທີ່ຮູ້ກັນດີແລ້ວ ບໍຣິສັດຂອງຈີນ ໄດ້ລົງທຶນເຖິງ 50ລ້ານດອນລ່າ ສະຫະຣັຖ ໃນສນາມກິລາ ແຫ່ງໃໝ່ນີ້, ເພື່ອແລກປ່ຽນກັບ ທີ່ດິນໃນເຂດ ບຶງທາດຫລວງ ແລະ ແຫ່ງອື່ນໆໃນ ນະຄອນຫລວງ ວຽງຈັນ.

ໃນດ້ານອື່ນໆ ກໍເຊັ່ນດຽວກັນ ສປປລາວ ນັບມື້ນັບມີ ການຮ່ວມມືກັບຈີນ ໃກ້ຊິດຂື້ນ, ແມ້ແຕ່ທາງດ້ານ ການທະຫານ. ເມື່ອປີ2001 ຣັຖມົນຕຣີ ກະຊວງປ້ອງກັນ ປະເທດ ລາວແລະຈີນ ໄດ້ເຊັນສັນຍາ ຂຍາຍການຮ່ວມມື ທາງດ້ານທະຫານ, ນອກຈາກນັ້ນຈີນ ໄດ້ໃຫ້ເງິນ ຊ່ວຍເຫລືອແກ່ລາວ ປະມານ1ລ້ານ 3ແສນດອນລ່າ ເພື່ອຊື້ອຸປກອນ ທາງດ້ານ ທະຫານກັບຈີນ. ຈີນໃຫ້ເງິນ ຊ່ວຍເຫລືອຕື່ມອີກ 3ລ້ານດອນລ່າ ເພື່ອກອງທັບລາວ ຈະຕິດຕັ້ງຣະບົບ ການຄົມມະນາຄົມ ທີ່ທັນສມັຍ.

ສິ່ງທີ່ກ່າວມານັ້ນ ສະແດງ ໃຫ້ເຫັນວ່າ ສປປລາວ, ມີຄວາມສຳພັນ ແລະ ການຮ່ວມມືກັບຈີນ ໃກ້ຊິດຂື້ນຫລາຍ ໃນຣະຍະປະມານ ສິບກວ່າປີທີ່ ຜ່ານມາ ໃກ້ຊິດຂື້ນ ຫລາຍຈົນ ນັກສັງເກດການ ຫລາຍຄົນຄິດວ່າ ລາວ ໄດ້ເຫີນຫ່າງອອກ ຈາກວຽດນາມ ແດ່ແລ້ວ, ຕົວຢ່າງ:ທ່ານ Ian Storey ບັນນາທິການ ວາຣະສານ ຈາກ ສຖາບັນການສຶກສາ ເອເຊັຍຕາວັນອອກ ສ່ຽງໃຕ້ ທີ່ປະເທດສິງກະໂປ ກ່າວວ່າ, ລາວເປັນມິດທີ່ ໃກ້ຊິດທີ່ສຸດ ຂອງວຽດນາມ ນັບແຕ່ປີ 1975ເປັນຕົ້ນມາ. ແຕ່ໃນຣະຍະ ສິບກວ່າປີທີ່ ຜ່ານມາ, ລາວໄດ້ຍັບເຂົ້າ ໃກ້ຈີນຫລາຍຂື້ນ ຍ້ອນຫວັງຈະໄດ້ ຮັບຜົນປໂຍດ ທາງດ້ານເສຖກິດ ແລະການຍັບເຂົ້າ ໃກ້ຈີນ ຫລາຍຂື້ນນີ້ ໄດ້ເຮັດໃຫ້ວຽດນາມ ບໍ່ພໍໃຈເທົ່າໃດ ວຽດນາມຢ້ານຈີນ ຂຍາຍອິດທິພົນ ເຂົ້າໄປໃນປະເທດ ເອເຊັຍຕາວັນອອກ ສ່ຽງໃຕ້ຫລາຍຂື້ນ ເປັນຕົ້ນໃນລາວ ແລະກຳພູຊາ.

ສ່ວນນັກຮຽນຮູ້ ແລະປັນຍາຊົນ ຄົນລາວຫລາຍໆຄົນ ໃນຕ່າງປະເທດ ໃຫ້ຂໍ້ສັງເກດວ່າ ລາວປຽບເໝືອນຊິ້ນ ຕ່ອນໃຫຍ່, ທີ່ປະເທດອື່ນໆ ກຳລັງຍາດແຍ່ງ ກັນກິນ. ເຖິງຈະຍັບເຂົ້າໃກ້ ຈີນຫລາຍຂື້ນ ເທົ່າໃດກໍຕາມ ຊາວລາວຍັງເຊື່ອວ່າ ສປປລາວ ກໍຍັງມີຄວາມ ສຳພັນພິເສດ ກັບວຽດນາມ ຄົງຈະບໍ່ສາມາດ ເຫີນຫ່າງອອກຈາກ ວຽດນາມ ຫລາຍເກີນໄປ ເພາະລາວ ແລະວຽດນາມ ມີສັນຍາມິຕພາບ ຜູກມັດກັນ ໄວ້ຢ່າງແໜ້ນໜາ.

ໃນຂນະນີ້ ຄນະຜູ້ນຳລາວ ແລະວຽດນາມ ກໍເສີມສ້າງຄວາມ ສຳພັນແລະຂຍາຍ ການຮ່ວມມືໃນ ຮອບດ້ານຕລອດມາ ຕົວຢ່າງເມື່ອສັປດາ ທີ່ແລ້ວ ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກຣັຖມົນຕຣີ ແລະ ຜູ້ປະຈຳການ ຣັຖບານລາວ ກໍໄປຮ່ວມງານ ສົ່ງເສີມ ການລົງທຶນຢູ່ລາວ ທີ່ຈັດຂື້ນຢູ່ ນະຄອນໂຮຈິ່ມິນ ໃນພາກໃຕ້ຂອງ   ວຽດນາມ.

ໃນພິທີ ທ່ານ ຫງຽນມິ່ນຈ່ຽດ ປະທານປະເທດ ວຽດນາມ ໄດ້ຊຸກຍູ້ສົ່ງເສີມ ໃຫ້ນັກ ທຸຣະກິດວຽດນາມ ໄປລົງທຶນຢູ່ລາວ ຫລາຍຂື້ນ; ນອກຈາກນັ້ນ ນາງ ປານີ ຢາທໍ່ຕູ້ ຮອງປະທານ ສະພາແຫ່ງຊາດລາວ ແລະ ບັນດາ ຣັຖມົນຕຣີລາວ ອື່ນໆກໍໄປຢ້ຽມຢາມ ແລະ ເຮັດວຽກຢູ່ ວຽດນາມ ເປັນປະຈຳ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org