ພັກສັນນິບາດພະມ້າ ຈະບໍ່ຮ່ວມເລືອກຕັ້ງ
ພັກສັນນິບາດ ເພື່ອປະຊາທິປະໄຕ ຂອງມາດາມ ອອງຊານຊູຈິ໊ ໄດ້ປະກາດຢ່າງ ເປັນທາງການ ໃນວັນຈັນ 29 ມິນາ ຜ່ານມາວ່າຈະບໍ່ ເຂົ້າຮ່ວມການເລືອກຕັ້ງ ທົ່ວໄປ ຊຶ່ງຣະບອບການ ປົກຄອງ ຂອງທະຫານພະມ້າ ຈະຈັດໃຫ້ມີຂື້ນ ໃນທ້າຍປີນີ້. ອະນາຄົດ ຂອງພັກຝ່າຍຄ້ານ ໂດຍທົ່ວໄປ ແລະໂດຍສະເພາະ ຂອງມາດາມ ອອງຊານຊູຈິ໊ ເອງຈະເປັນແນວໃດ? ພົງສວັນ ໄດ້ຮິບໂຮມ ຂໍ້ມຸນຕ່າງໆຊຶ່ງ ”ຈະເຣີນສຸກ” ຈະນໍາມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"