ກາຣໃຊ້ໂທຣະສັພ ມືຖື ຢູ່ເມືອງລາວ

ກາຣໃຊ້ໂທຣະສັພ ມືຖືຢູ່ເມືອງລາວ ມີເພີ່ມຂື້ນຫລາຍກວ່າ ໂທຣະສັພຕັ້ງໂຕະ ແລະກາຣໃຊ້ ອິນເທີເນ໊ຕ ໂດຽສະເພາະ ໃນກຸ່ມວັຍຣຸ້ນ ເຮັດໃຫ້ຜູ້ເປັນ ພໍ່ແມ່ມີຄວາມ ເປັນຫ່ວງ ທີ່ອາຈນຳໄປໃຊ້ ໃນທາງທີ່ບໍ່ ຊອບທັມ.
ຫວາດ ສີມູນ
2009.10.06

ປະຊາຊົນຊາວລາວ ທີ່ມີໂທຣະສັພ ມືຖືສຳຫລັບໃຊ້ ປະຈຳວັນ ມີເພີ່ມຂື້ນເລື້ອຽໆ ໃນແຕ່ລະປີ ຫລາຍກວ່າ ໂທຣະສັພຕັ້ງໂຕະ ທັມມະດາ ໃນອັຕຣາສ່ວນ 1ຕໍ່7ຫລື ສເລັ່ຽແລ້ວເປັນ 32% ຂອງປະຊາກອນລາວ ທົ່ວປະເທສທີ່ມີ ທັງໝົດປະມານ 6.5ລ້ານຄົນ ທີ່ມີໂທຣະສັພ ມືຖື ທຽບໃສ່ຈຳນວນ ຜູ້ໃຊ້ໂທຣະສັພ ຕັ້ງໂຕະທີ່ມີ ແຕ່ 2%ເທົ່ານັ້ນ. ອີງຕາມກາຣຣາຍງານ ຂອງຜົລກາຣສຳຣວຈ ດ້ານກາຣຕລາດທາງ ເຄືອຄ່າຍອິນເທີເນ໊ຕ ຂອງບໍຣິສັທ Lao Telecomms “ລາວໂທຣະຄົມ” ໃນຕົ້ນເດືອນ ຕຸລານີ້.

ພ້ອມດຽວກັນທາງ ຄະນະດຳເນີນ ກາຣສຳຣວຈຄົ້ນຄວ້າ ກໍວ່າ ກາຣຂຍາຍຕົວ ໃນດ້ານກາຣໃຊ້ ອິນເທີເນ໊ຕ ໃນທົ່ວເມືອງລາວ ຍັງບໍ່ມີຫລາຍ ເທົ່າທີ່ຄວນ ແລະ ອາຈຈະເປັນອຸປສັກ ຕໍ່ກາຣພັທນາ ທາງດ້ານເສຖກິຈ ແລະສັງຄົມໃນ ເມືອງລາວຕໍ່ໄປ ໃນອະນາຄົຕ ກໍເປັນໄດ້.

ກາຣທີ່ມີຜູ້ ນິຍົມໃຊ້ ໂທຣະສັພມືຖື ໃນລາວຫລາຍເພີ່ມຂື້ນ ໂດຽສະເພາະແຕ່ ປີ2004-05ມາ ຊື່ງນອກຈາກທີ່ ວ່າມີນັກທຸຣະກິຈ ກາຣຄ້າ ຕ່າງປະເທສເຂົ້າມາ ລົງທຶນ ຢູ່ລາວຫລາຍກວ່າ ເກົ່າແລ້ວ ຄົງຍັງເປັນຍ້ອນ ທີ່ວ່າມີນັກຮຽນ ແລະນັກສຶກສາ ພາກັນນິຍົມ ໃຊ້ຣະບົບ ໂທຣະສັພ ທີ່ທັນສມັຍຫລາຍ ຂື້ນນັ້ນເຊັ່ນກັນ ຊື່ງກໍເປັນກາຣ ເຮັດໃຫ້ທາງພໍ່ແມ່ ແລະຜູ້ປົກຄອງ ເປັນຫ່ວງນຳ ຜົລກະທົບ ທີ່ອາຈຕາມມາ ດັ່ງທີ່ ອາຈາຣສົມນຶກ ໄດ້ກ່າວໃຫ້ທັສນະ ສ່ວນຕົວ ໃນຕອນໜື່ງວ່າ:

“ກ່ຽວກັບກາຣໃຊ້ ໂທຣະສັພມືຖື ຕ່າງໆຂອງເດັກນ້ອຍ ຣຸ້ນໃໝ່ນີ້ ໂດຽສະເພາະເດັກນ້ອຍ ຢູ່ເມືອງລາວນີ້ ຂ້າພະເຈົ້າກໍ ເຫັນວ່າເປັນຫ່ວງນຳ ພວກເຂົາທີ່ສຸດ ເພາະວ່າບັນຫາ ໃນບ້ານຂອງເຮົານີ້ ແມ່ນເປັນປະເທສ ທີ່ທຸກຂ໌ຍາກ ພໍ່ແມ່ກໍຈະຕ້ອງໄດ້ ຫາເຊົ້າກິນຄໍ່າ ຫາເງີນມາໃຫ້ລູກ ໄປໂຮງຮຽນພໍແຮງ ແລ້ວ ກໍຍັງຈະຕ້ອງ ມາເສັຽຄ່າ ໂທຣະສັພ ເສັຽຄ່າ ອັນນັ້ນອັນນີ້ອີກ ໝາຍຄວາມວ່າກະເປັນ ກາຣສ້າງເງື່ອນໄຂ ໃຫ້ເດັກນ້ອຍອອກ ນອກເຂຕຊັ້ນນ໋າ ແທນທີ່ຈະວ່າ ຈະໃຫ້ເຂົາໄດ້ ຮໍ່າໄດ້ຮຽນຢູ່ ໃນໂອວາສຂອງ ພໍ່ຂອງແມ່ຫັ້ນນ໋າ ຂ້າພະເຈົ້າເຫັນວ່າ ເປັນກາຣສ້າງຜົລ ສະທ້ອນ ໃນທາງທີ່ບໍ່ດີ ຫລາຍກວ່າທີ່ຈະ ເປັນກາຣສົ່ງເສີມ ໃຫ້ເດັກນ້ອຍ ຫັ້ນໄດ້ມີໂອກາສ ຮໍ່າຮຽນຫລືວ່າ ຟັງຄວາມພໍ່ແມ່ບໍ? ຊ່ວຍເຫລືອພໍ່ແມ່ ແນວນັ້ນ…ແນວນີ້…ຫັ້ນນ໋າ!..”

ບໍຣິສັທລາວ ໂທຣະຄົມ ທີ່ຖືກກໍ່ຕັ້ງຂື້ນ ໃນປີ1996 ເປັນບໍຣິສັທ ຮ່ວມກາຣລົງທຶນ ທີ່ທາງກາຣ ສປປລາວ ມີຫຸ້ນສ່ວນ51% ແລະບໍຣິສັທ ThaiCom ຫລື ຊີນນາວັຕຂອງ ອະດີດນາຍົກ ຣັຖມົນຕຣີໄທຽ ທ່ານທັກສິນ ຊີນນາວັຕ ທີ່ປ່ຽນມາເປັນ ບໍຣິສັທກາຣ ລົງທຶນ Shenington ທີ່ຖືຫຸ້ນ49% ຕາມຂໍ້ສັນຍາ ເປັນເວລາ 25ປີ ໂດຽກາຣລົງທຶນ ທັງໝົດບໍ່ຕໍ່າກວ່າ 91ລ້ານດອລລາຣ໌ ສະຫະຣັຖ.

ປັຈຈຸບັນນີ້ ບໍຣິສັທ ໂທຣະຄົມລາວ ດັ່ງກ່າວໃຫ້ກາຣ ບໍຣິກາຣໃນ ຫລາຍໆດ້ານ ຊື່ງກໍຮວມ ທັງໂທຣະສັພ ຕັ້ງໂຕະ ຕາມບ້ານເຮືອນແລະ ຫ້ອງກາຣຂອງ ຣັຖບາລ ຕລອດຮອດຣະບົບ ໂທຣະສັພມືຖື ແລະໂທຣະສາຣ ນຳດ້ວຍ. ໃນປີ1998ນັ້ນ ທາງບໍຣິສັທ ໂທຣະຄົມລາວ ກໍໄດ້ໃຫ້ກາຣ ບໍຣິກາຣໃນ ປະມານ30 ກວ່າຕົວເມືອງ ໃນລາວເທົ່ານັ້ນ ແຕ່ມີກາຣຂຍາຍ ເພີ່ມຂື້ນໃນແຕ່ ລະປີບໍ່ຕໍ່າ ກວ່າ25%.

ສະເພາະແຕ່ ໂທຣະສັພມືຖື ນັ້ນນອກຈາກໃຫ້ ບໍຣິກາຣໃນ ເຂຕນະຄອນຫລວງ ວຽງຈັນແລະ ແຂວງວຽງຈັນແລ້ວ ທາງບໍຣິສັທ ຍັງໄດ້ຂຍາຍໄປ ໃນເຂຕແຂວງທີ່ ຫ່າງໄກຊອກຫລີກ ເຊັ່ນທາງພາຄເໜືອ ແລະທາງພາຄໃຕ້ ຂອງປະເທສຢ່າງ ທົ່ວເຖີງກັນ ພ້ອມກັບຄາດວ່າ ຈະມີຣາຍ ຮັບເພີ່ມຂື້ນ ໃນແຕ່ລະປີ ຍ້ອນມີກາຣຂຍາຍ ຈຳນວນຂອງຜູ້ໃຊ້ ທາງເຄືອຄ່າຍ ອິນເທີເນ໊ຕ ແລະທາງ ໂທຣະສັພຕ່າງໆ.

ກາຣໃຊ້ ໂທຣະສັພມືຖື ທົ່ວປະເທສລາວ ໃນປັຈຈຸບັນນີ້ ຍັງຖືເປັນກາຣ ທີ່ຫາກໍຣີ່ເຣີ່ມ ເທົ່ານັ້ນ ເພາະຍັງຈະສາມາດ ຂຍາຍອອກໄປໄດ້ ຫລາຍກວ່າເກົ່າ ພ້ອມກັບຍັງມີ ຫລາຍບໍຣິສັທ ທີ່ໄດ້ຮັບ ສັມປະທານ ເຂົ້າມາພັທນາ ຣະບົບກາຣໃຊ້ ໂທຣະສັພ ດັ່ງກ່າວນີ້ຕື່ມ ອີກເຊັ່ນກັນ.

ກາຣທີ່ມີກາຣ ຂຍາຍຕົວດັ່ງກ່າວ ກໍຍ້ອນມີກາຣ ລົງທຶນຈາກຕ່າງ ປະເທສ ໃນລາວຫລາຍຂື້ນ ໂດຽສະເພາະ ໃນດ້ານກາຣກໍ່ ສ້າງເຂື່ອນພລັງ ໄຟຟ້າ ແລະກາຣຂຸດ ຄົ້ນບໍ່ແຮ່ທາຕ ຕ່າງໆທີ່ເປັນກາຣ ສົ່ງເສີມກາຣພັທນາ ດ້ານເສຖກິຈ ໃນເມືອງລາວ ຊື່ງຈະເຮັດໃຫ້ ມີກາຣຕ້ອງກາຣ ດ້ານກາຣໃຊ້ ໂທຣະສັພມືຖື ຫລາຍກວ່າເກົ່າ.

ໃນກາງເດືອນກັນຍາ ຜ່ານມານີ້ ທາງບໍຣິສັທ VimpelCom ຂອງຣັສເຊັຽກໍໄດ້ ເຊັນສັນຍາຕົກລົງ ໃນກາຣຊື້ຫຸ້ນ78% ຂອງບໍຣິສັທ MilliCom ຂອງປະເທສ Netherlands ແລະສ່ວນອີກ22% ເປັນຫຸ້ນສ່ວນຂອງ ທາງກະຊວງກາຣຄັງ ຂອງສປປລາວ.

ທ່ານ Boris Nemsic ຜູ້ບໍຣິຫາຣ ຂອງບໍຣິສັທ VimpelCom ດັ່ງກ່າວ ຊື່ງເປັນບໍຣິສັທ ໂທຣະສັພມືຖື ໄດ້ແຈ້ງວ່າ: ກາຣເຂົ້າມາໃຫ້ ບໍຣິກາຣຢູ່ ເມືອງລາວ ເປັນຍຸທສາຕ ຂັ້ນໜື່ງໃນໂຄງກາຣ ຂຍາຍກິຈກາຣ ຂອງທາງບໍຣິສັທ ໄປທົ່ວພູມີພາຄ ແລະ ວ່າໃນປັຈຈຸບັນ ນີ້ກໍມີກາຣ ຂຍາຍໄປເຖີງ ປະເທສກັມພູຊາ ແລະ ວຽຕນາມ ແລ້ວເຊັ່ນກັນ. ທ່ານ Nemsic ໄດ້ເນັ້ນວ່າ ໃນຈຳນວນພົລເມືອງ ທັງໝົດຂອງລາວ 6.5ລ້ານຄົນ ແຕ່ມີຜູ້ໃຊ້ ໂທຣະສັພມືຖື ພຽງປະມານ23% ເທົ່ານັ້ນ ແລະຄາດວ່າຈະ ມີຫລາຍເພີ່ມຂື້ນ ຫລັງຈາກສິ້ນສຸດ ຂໍ້ຕົກລົງກາຣ ຊື້ຂາຍທັງໝົດ ຂອງບໍຣິສັທ ເປັນທີ່ຮຽບຮ້ອຍ ພາຍໃນທ້າຍປີ 2009ນີ້ນັ້ນ.

ບໍຣິສັທ VimpelCom ເປັນບໍຣິສັທ ທຳອິດຂອງຣັສເຊັຽ ທີ່ມີກາຣຈົດ ທະບຽນໃນຕລາດ ຫລັກຊັພນີວຢອຣ໌ກ (NYSE) ຊື່ງນອກຈາກປະເທສ ຣັສເຊັຽເອງແລ້ວ ກໍມີກາຣໃຫ້ ບໍຣິກາຣຢູ່ ຕ່າງປະເທສເຊັ່ນ: Kazkhstan, Ukraine, Uzbekistan, Tajikistan, Georgia, Armenia ພ້ອມກັບ ຢູ່ກັມພູຊາ, ວຽຕນາມ ແລະ ສປປລາວ ດັ່ງກ່າວນີ້.

ເຖີງຢ່າງໃດກໍຕາມ ກາຣໃຊ້ອິນເທີເນ໊ຕ ແລະຣະບົບ ໂທຣະສັພມືຖື ຢູ່ໃນເມືອງລາວ ໃນອະນາຄົຕນັ້ນ ທາງບໍຣິສັທ ກ່ຽວຂ້ອງກໍໝັ້ນໃຈ ວ່າຈະມີຫລາຍ ເພີ່ມຂື້ນຢ່າງ ຕໍ່ເນື່ອງ ຍ້ອນວ່າມີກາຣໃຊ້ ຢູ່ຕາມບ້ານເຮືອນ ຕາມໂຮງກາຣ ແລະ ສຖາບັນກາຣສຶກສາ ຕ່າງໆໃນທົ່ວປະເທສ ທີ່ມີຫລາຍ ເພີ່ມຂື້ນ ຊື່ງກໍຮວມ ທັງກາຣ ໃຊ້ເຄືອຄ່າຍ ອິນເທີເນ໊ຕ ແລະປະຊາຊົນ ກໍນິຍົມກາຣໃຊ້ ໂທຣະສັພມືຖື ຫລາຍເພີ່ມຂື້ນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.