ອະນາມັຍໂລກປະກາສ ໄຂ້ຫວັດໝູ ເຊົາຣະບາດແລ້ວ

ອົງກາຣ ອະນາມັຍໂລກ ປະກາສ ໃນມື້ວັນພຸທ ຜ່ານມານີ້ ວ່າ ກາຣແພ່ຣະບາດ ຂອງເຊື້ອໂຣຄ ໄຂ້ຫວັດໝູ ສາຍພັນ H1N1 ສຸດສິ້ນ ໄປແລ້ວ ພາຍຫລັງທີ່ ມີຄົນປ່ວຍ ແລະ ເສັຽຊີວີຕ ໄປຍ້ອນ ບໍ່ຕໍ່າກວ່າ 18,000 ຄົນໃນທົ່ວໂລກ ແຕ່ກໍໄດ້ ແຈ້ງເຕືອນ ໃຫ້ມີກາຣ ເຝົ້າຣະວັງ ຢູ່ຕໍ່ໄປ ເພາະອາຈກັບມາ ສ້າງບັນຫາ ຕື່ມອີກ ໂດຽສະເພາະ ໃນກຸ່ມທີ່ມີ ຄວາມສ່ຽງ ຊຶ່ງສ່ວນຫລາຍ ເປັນພວກເດັກນ້ອຍ ແລະແກ່ຊະຣາ ດັ່ງ ຫວາດ ສີມູນ ຈະນຳມາສເນີ ໃນອັນດັບ ຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ຫວາດ ສີມູນ
2010.08.12

ອົງກາຣ ອະນາມັຍໂລກ ຫລື WHO ໄດ້ປະກາສ ໃນມື້ ວັນອັງຄາຣ ທີ່ 10 ສິງຫາ ນີ້ວ່າ ກາຣແພ່ຣະບາດ ຂອງເຊື້ອໂຣຄ ໄຂ້ຫວັດໝູ ມີສະພາບ ອ່ອນເບົາ ແລະ ສິ້ນສຸດ ລົງແລ້ວ ຢ່າງເປັນທາງກາຣ ພາຍຫລັງ ເຈົ້າໜ້າທີ່ ທາງກາຣແພທ ໃນຫລາຍປະເທສ ໄດ້ຍຸຕິກາຣ ສັ່ງຊື້ຢາ ວັກຊີນ ພ້ອມກັບຍົກເລີກ ກາຣເຝົ້າຣະວັງ ແລະ ຢຸດໃຊ້ຣະບົບ ໂທຣະສັພ ສາຍດ່ວນ ຕາມຫ້ອງກາຣ ສຳຫລັບຮັບ ຂໍ້ມູລຈາກ ເຂຕພື້ນທີ່ຕ່າງໆ ທີ່ພົບເຫັນ ມີຄົນປ່ວຍ ຈາກເຊື້ອໂຣຄ ທີ່ຮ້າຍແຮງ ດັ່ງກ່າວ ໃນຣະຫວ່າງ 2-3 ເດືອນຜ່ານມານີ້ນັ້ນ.

ແຕ່ໃນຂນະ ດຽວກັນ ທາງເຈົ້າໜ້າທີ່ ອົງກາຣ ອະນາມັຍໂລກ ຍັງໄດ້ແຈ້ງ ເຕືອນທາງກາຣ ກ່ຽວຂ້ອງ ໃນແຕ່ລະ ປະເທສ ໃຫ້ສືບຕໍ່ກາຣ ເຝົ້າຣະວັງ ຢູ່ຕໍ່ໄປ ເພາະຍັງ ເປັນຫ່ວງ ແລະຢ້ານວ່າ ເຊື້ອໂຣຄ ທີ່ຮ້າຍແຮງ ດັ່ງກ່າວ ອາຈຍັງຈະ ເປັນບັນຫາ ຢູ່ຕໍ່ໄປ ໂດຽສະເພາະ ຈຳພວກເດັກນ້ອຍ ແລະວັຍຊະຣາ ຊຶ່ງເປັນກຸ່ມ ທີ່ມີຄວາມສ່ຽງ ຕໍ່ກາຣຕິດ ເຊື້ອໄວຣັສ ຫລາຍກວ່າກຸ່ມອື່ນໆ.

Mme Margaret Chan ປະທານອົງກາຣ ອະນາມັຍໂລກ ໄດ້ກ່າວ ຢູ່ພິທີກາຣ ປະກາສຢູ່ ກອງປະຊຸມ ສື່ມວລຊົນ ທີ່ນະຄອນ Geneva ໃນມື້ວັນ ອັງຄາຣ ຜ່ານມານີ້ວ່າ: (Based on experiences with past pandemics, we expect H1N1 virus to take all the behavior of the seasonal influenza virus and continue to circulate for some years to come), = ມາດາມວ່າ “ຈາກກາຣຣະບາດ ຂອງເຊື້ອໂຣຄ ທີ່ຮ້າຍແຮງ ດັ່ງກ່າວ ໃນຣະຍະ ທີ່ຜ່ານມາ ນີ້ນັ້ນ ຄາດວ່າ ໄວຣັສຂອງ ເຊື້ອໂຣຄ ໄຂ້ຫວັດໝູ ສາຍພັນ H1N1 ຄົງຈະເປັນ ແບບສະພາບ ດຽວກັນກັບ ວັຍຣັສ ໄຂ້ຫວັດໃຫຍ່ ຕາມຣະດູ ກາຣ ທັມມະດາ ໃນຫລາຍໆປີ ຕໍ່ໄປໃນ ອະນາຄົຕ ເທົ່ານັ້ນ”.

ພ້ອມດຽວກັນນັ້ນ Mme Margaret Chan ກໍວ່າ ເຖິງແມ່ນຈະມີ ຄົນປ່ວຍຈາກ ເຊື້ອໂຣຄ ໄຂ້ຫວັດໝູ ເສັຽຊີວີຕໄປ ໃນທົ່ວໂລກ ປະມານ 18,500 ຄົນແລ້ວນັ້ນ ກໍຕາມ ແຕ່ກໍຖືວ່າ ບໍ່ເຖິງຂັ້ນ ຮ້າຍແຮງໄປກວ່າ ທີ່ທາງອົງກາຣ ອະນາມັຍໂລກ ໄດ້ຄາດຄິດ ໄວ້ນັ້ນ ແຕ່ຢ່າງໃດ ແລະເທົ່າ ປັຈຈຸບັນນີ້ ກໍຍັງບໍ່ທັນ ພົບເຫັນວ່າ ມີກາຣກາຍພັນ ຫລືມີກາຣແພ່ ຣະບາດຈາກ ຈຳພວກສັຕ ທີ່ມີອາກາຣ ປ່ວຍ ໄປຫາຜູ້ຄົນ ໂດຽກົງ ແຕ່ຢ່າງໃດ. ນອກຈາກນັ້ນ ທາງຜູ້ນຳ ອົງກາຣ ອະນາມັຍໂລກ ກໍຢືນຢັນວ່າ ຢາວັກຊີນ Tamiflu ທີ່ຜລິຕ ຂຶ້ນມານັ້ນ ສາມາດຕ້ານ ທານເຊື້ອ ໂຣຄສາຍພັນ H1N1 ໄດ້ດີຢ່າງໜ້າ ເພີ່ງພໍໃຈ.

ນັບແຕ່ເຊື້ອໂຣຄ ໄຂ້ຫວັດໝູ ໄດ້ເຣີ່ມຣະບາດ ຂຶ້ນໃນເດືອນ ເມສາ 2009 ຜ່ານມາ ມີຜູ້ເສັຽ ຊີວີຕຍ້ອນ ໄປແລ້ວໃນ ທົ່ວໂລກ ບໍ່ຕໍ່າກວ່າ 18,449 ຄົນ ແລະທ່ານ Keiji Fukuda ຫົວໜ້າຫ້ອງກາຣ ປາບປາມເຊື້ອໂຣຄ ໄຂ້ຫວັດ ປະຈຳອົງກາຣ ອະນາມັຍໂລກ ກໍວ່າ ຍັງຈະຕ້ອງໃຊ້ ເວລາຕື່ມ ອີກຫລາຍເດືອນ ກ່ອນທີ່ຈະ ສາມາດເກັບກຳ ຂໍ້ມູລກ່ຽວກັບ ຈຳນວນ ທີ່ແທ້ຈິງ ຂອງຄົນປ່ວຍ ທີ່ເສັຽຊີວີຕ ໄປຍ້ອນໂຣຄ ໄຂ້ຫວັດໝູ ດັ່ງກ່າວນີ້ນັ້ນ.

ແຕ່ສະເພາະ ຂໍ້ມູລຈາກ ຫ້ອງທົດລອງ ຕ່າງໆທົ່ວໂລກ ທີ່ໄດ້ຮັບ ໃນຣະຍະ 2-3 ເດືອນທີ່ຜ່ານ ມານີ້ ທ່ານ Fukuda ກໍວ່າ ມີຜູ້ເສັຽຊີວີຕ ຈາກກາຣຕິດ ເຊື້ອໄວຣັສ H1N1 ແຕ່ພຽງ 300 ຄົນເທົ່ານັ້ນ ທຽບໃສ່ຜູ້ເສັຽ ຊີວີຕຈາກກາຣ ເປັນຫວັດໃຫຍ່ ຕາມຣະດູກາຣ ໃນທົ່ວໂລກ ທີ່ມີທັງໝົດ ປະມານ 500,000 ຄົນ ໃນແຕ່ລະປີ.

ຢ່າງໃດກໍຕາມ ທາງອົງກາຣ ອະນາມັຍໂລກ ໃຫ້ກາຣຢືນຢັນ ເພີ່ມອິກວ່າ ກາຣຣະບາດ ຂອງເຊື້ອໂຣຄ ໄຂ້ຫວັດໝູ ສາຍພັນ H1N1 ດັ່ງກ່າວ ໄດ້ແພ່ຂຍາຍ ໄປບໍ່ຕໍ່າ ກວ່າ 209 ປະເທສ ແລະເຂຕໝູ່ ເກາະດອນຕ່າງໆ. ສ່ວນເຂຕທີ່ມີ ຣາຍງານກາຣ ເສັຽຊີວີຕ ຫລາຍນັ້ນແມ່ນ ທະວີບ ອະເມຣິກາ ທີ່ມີຄົນປ່ວຍ ເສັຽຊີວີຕ ໄປຍ້ອນ ກວ່າ 7,500 ຄົນ ແລະອີກກວ່າ 3,700 ຄົນແມ່ນຈາກ ເຂຕຢູໂຣປ ນອກຈາກນັ້ນ ກໍມີຜູ້ເສັຽ ຊີວີຕໄປຍ້ອນ ຢູ່ໃນເຂຕ ເອເຊັຽຕາ ເວັນອອກ ແລະ ປາຊີຟິກ ຕາເວັນຕົກ ຕື່ມອີກກວ່າ 3,200 ຄົນ.

ສະເພາະຢູ່ ສປປລາວ ນັ້ນ ກໍປາກົດວ່າ ທາງກາຣກ່ຽວຂ້ອງ ຂອງລາວ ໄດ້ເອົາໃຈໃສ່ ເປັນພິເສດ ໃນດ້ານກາຣ ເຝົ້າຣະວັງ ຕາມເຂຕແຂວງ ທີ່ມີຊາຍແດນ ຕິດກັບ ປະເທສ ເພື່ອນບ້ານ ແລະ ຕາມດ່ານກວດ ຄົນເຂົ້າເມືອງຕ່າງໆ ໂດຽມີເຄື່ອງຈັກ ທີ່ທັນສມັຍ ກວດອຸນຫະພູມ ໃນຮ່າງກາຍ ຂອງຜູ້ໂດຽສາຣ ທີ່ເດີນທາງ ເຂົ້າເມືອງ ລາວ ຜ່ານສນາມບິນ ນາໆຊາຕ ຫລາຍແຫ່ງ ແລະ ດ່ານກວດຄົນ ເຂົ້າເມືອງໃນ ທົ່ວປະເທສ ນຳດ້ວຍ.

ນອກຈາກນັ້ນ ທາງກະຊວງ ສາທາຣະນະສຸຂ ຂອງລາວ ກໍໄດ້ຮັບກາຣ ຊ່ວຍເຫລືອທາງ ຢຸກຢາ ໂດຽສະເພາະ ກໍແມ່ນ ຢາວັກຊີນ Tamiflu ນັບເປັນແສນໆໂດສ໌ ຈາກນາໆຊາຕ ແລະອົງກາຣ ອະນາມັຍໂລກ ຊື່ງທາງເຈົ້າໜ້າທີ່ ກ່ຽວຂ້ອງ ໃນລາວ ໄດ້ນຳໄປ ສັກປ້ອງກັນເຊື້ອ ໄວຣັສ ໃຫ້ກັບເປົ້າໝາຍ ຕື່ມອີກໃນເດືອນ ພຶສພາ ທີ່ຜ່ານມາ ຊຶ່ງກຸ່ມດັ່ງກ່າວ ກໍຮວມທັງ ຈຳພວກ ແມ່ຍິງທີ່ຖືພາ ບັນດາ ເຈົ້າໜ້າທີ່ ພນັກງານ ດ້ານກາຣແພທ ແລະຈຳພວກທີ່ ເຈັບເປັນຍ້ອນ ມີພຍາທຊຳເຮື້ອ ຊຶ່ງໃນນັ້ນ ກໍຮວມທັງ ປະຊາຊົນ ຜູ້ສູງອາຍຸ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.