ການປຸກຣະດົມເພື່ອ ເສຣີພາບໃນສປຈີນ

ເມື່ອສອງສາມ ສັປດາ ຜ່ານມາ ຊາວຈີນ ຈໍານວນນຶ່ງ ໄດ້ໃຊ້ເຄືອຂ່າຍ internet ເພື່ອຊັກຊວນ ໃຫ້ເພື່ອນຮ່ວມຊາຕ ໄປໂຮມຊຸມນຸມ ຢູ່ສຖານທີ່ຕ່າງໆ ໃນຫລາຍເມືອງໃຫຍ່ ຂອງຈີນ ທຸກໆວັນອາທິດ ເພື່ອຕໍ່ຕ໊ານ ຣັຖບານ ແບບດຽວກັບ ທີ່ເກີດຂື້ນ ໃນພາກ ຕາເວັນອອກກາງ ແລະ ອາຟຣິກາ ເໜືອ.

0:00 / 0:00

ກົດຟັງສຽງ

ໃນຍຸກ ປັດຈຸບັນ ຊຶ່ງ technology ໄດ້ກ່າວໜ້າໄປ ຫລາຍແລ້ວນີ້ ໃຜຈະຄຶດ ມາກ່ອນວ່າ internet ກໍສາມາດໃຊ້ ເປັນອາວຸດ ເພື່ອໂຄ່ນລົ້ມ ຣະບອບ ຜະເດັດການໄດ້ ແຕ່ມັນກໍໄດ້ ເກີດຂຶ້ນແລ້ວ ໃນພາກ ຕາເວັນອອກກາງ ແລະ ອາຟຣິກາເໜືອ ເມື່ອບໍ່ດົນມານີ້ ຊຶ່ງໄດ້ເຮັດໃຫ້ ມີຄຳຖາມຂຶ້ນມາວ່າ ຣະບອບ ຜະເດັດການ ຈະສາມາດ ຢູ່ລອດໄປໄດ້ ຫລືບໍ່ ເພາະໃນຣະບອບ ດັ່ງກ່າວ ກໍຈະມີບັນຫາ ຄ້າຍຄຶງກັນ ເຊັ່ນຄວາມທຸກຍາກ ການບໍ່ມີວຽກເຮັດ ການຂາດສິດເສຣີພາບ ປະຊາທິປະໄຕ ການສໍ້ຣາສບັງຫລວງ ກົດໝາຍບໍ່ມີຄວາມ ສັກສິດ ເປັນຕົ້ນ.

ເຫດການປັ່ນປ່ວນ ທີ່ເລີ້ມຂຶ້ນ ໃນປະເທດ Tunisia ເມື່ອເດືອນ ມົກກະຣານັ້ນ ໄດ້ເຮັດໃຫ້ຜູ້ນຳ ຜະເດັດການໃນໂລກ ເກີດຄວາມ ວິຕົກກັງວົນ ຢ້ານວ່າຈະແຜ່ລາມ ມາຮອດຕົນ ຈຶ່ງຮີບພຍາຍາມ ແກ້ໄຂບັນຫາ ຊໍ່າເຮື້ອ ທີ່ແກ່ຍາວມາ ຫລາຍສິບປີແລ້ວ ພ້ອມທັງເອົາ ມາຕການປາບປາມ ພວກທີ່ຕົນສົງໃສ ວ່າຈະຊັກຊວນ ໃຫ້ປະຊາຊົນ ລຸກຮືຂຶ້ນ ແບບໃນພາກ ຕາເວັນອອກກາງ ແລະອາຟຣິກາ ເໜືອ ທີ່ເອີ້ນວ່າ ‘ການລຸກຮື ດອກຊ້ອນ’ ຫລື ‘Jasmine Revolution’ ນັ້ນ.

ໃນບັນດາປະເທດ ຜະເດັດການໃນເອເຊັຍ ຊຶ່ງມີ ລາວ ວຽດນາມ ພະມ້າ ເກົາຫລີເໜືອ ແລະຈີນນັ້ນ ແມ່ນສປຈີນ ທີ່ໄດ້ສະແດງຄວາມ ກັງວົນອອກມາ ຢ່າງເປີດເຜີຍ ຫລາຍກວ່າໝູ່ ໂດຍປະກາດວ່າ ຮັບຮູ້ອັນທີ່ທາງການ ຈີນເອີ້ນວ່າ ‘ຄວາມບໍ່ພໍໃຈ’ ຂອງປະຊາຊົນ ແລະສັນຍາວ່າ ຈະເອົາໃຈໃສ່ ພຍາຍາມແກ້ໄຂບັນຫາ ດັ່ງກ່າວ. ແຕ່ພ້ອມດຽວກັນ ກໍດຳເນີນມາຕການ ປາບປາມ ຢ່າງເຂັ້ມງວດ ເພື່ອເປັນການຕັດໄຟ ແຕ່ຕົ້ນລົມທັນທີ ທີ່ມີການຊັກຊວນ ທາງ internet ເທື່ອທຳອິດ ໃຫ້ເຕົ້າໂຮມກັນ ທຸກໆວັນອາທິດ ໃນເມືອງໃຫຍ່ ສິບກວ່າແຫ່ງ ຂອງຈີນ ເພື່ອປະທ້ວງ ຕໍ່ຕ້ານຣັຖບານ ແບບ ’ການລຸກຮື ດອກຊ້ອນ’ ໃນພາກ ຕາເວັນອອກກາງ ແລະ ອາຟຣິກາເໜືອ ເມື່ອກາງເດືອນກຸມພາ ຜ່ານມາ ໂດຍສົ່ງເຈົ້າໜ້າທີ່ ຕຳຣວດ ອອກປະຕິບັດ ການປ້ອງກັນບໍ່ ໃຫ້ມີການຊຸມນຸມ ເກີດຂຶ້ນໄດ້ ພ້ອມທັງກັກຂັງ ບໍຣິເວນ ຜູ້ຕໍ່ຕ້ານຣັຖບານ ແລະ ຜູ້ເຄື່ອນໄຫວດ້ານ ສິດທິມະນຸດ ຮ້ອຍກວ່າຄົນ ແລະຍັງຂູ່ວ່າ ຈະຈັບຜູ້ສົ່ງ ຂໍ້ຄວາມ ທາງເຄືອຂ່າຍ internet ເພື່ອຊັກຊວນໃຫ້ໄປ ຮ່ວມຊຸມນຸມຕື່ມອີກ. ນອກຈາກນັ້ນ ຍັງກັກຕົວ ທະນາຍຄວາມ ແລະນັກເຂື່ອນໄຫວ ທີ່ເປັນທີ່ຮູ້ຈັກດີອີກ 6 ຄົນ ໃນຂໍ້ສົງໃສວ່າ ຍົວະຍົງສົ່ງເສີມ ໃຫ້ຕໍ່ຕ້ານຣັຖບານ.

ການກວດຂັນການໃຊ້ internet ໃນຈີນ ຊຶ່ງນັບວ່າເຂັ້ມງວດ ຫລາຍຢູ່ແລ້ວ ຍິ່ງເຕັກຂຶ້ນຊັກໃຊ້. ຂ່າວກ່ຽວກັບ ເຫດການຄວາມ ບໍ່ສງົບໃປະເທດ Arab ຖືກກັ່ນກອງ ຢ່າງລະມັດລະວັງ ເພື່ອໃຫ້ ປະຊາຊົນ ໄດ້ຮັບຮູ້ໜ້ອຍ ທີ່ສຸດ ກ່ຽວກັບສິ່ງທີ່ ເຫັນວ່າເປັນອັນຕລາຍ ແກ່ການຢູ່ລອດ ຂອງຕົນ. ມາຕການເຫລົ່ານີ້ ເຮັດໃຫ້ບໍ່ສາມາດ ບອກໄດ້ວ່າ ມີປະຊາຊົນ ເຂົ້າຮ່ວມການຊຸມນຸມ ຫລາຍປານໃດ ໃນກຸງ Peking ແລະ ນະຄອນ Shanghai ເມື່ອສອງສາມອາທິດ ຜ່ານມາ. ແຕ່ຊາວຈີນ ຈຳນວນນຶ່ງ ກໍບໍ່ຄ່ອຍເອົາ ຫົວຊາ ນຳການນາບຂູ່ ຂອງທາງການ ເພາະຖືວ່າເປັນ ໂອກາດສະແດງ ຄວາມຄຶດ ຄວາມເຫັນ ຂອງພວກຕົນ ເຊັ່ນຊາຍຜູ້ນຶ່ງ ຈາກເມືອງ Zhengzhou ໃນແຂວງ Henan ຜູ້ບໍ່ປະສົງອອກຊື່ ທີ່ເວົ້າວ່າ:... ສຽງ...

ທາງການຈີນ ບໍ່ພຽງແຕ່ປາບປາມ ປະຊາຊົນ ຂອງຕົນເອງເທົ່ານັ້ນ ແຕ່ຍັງດຳເນີນ ມາຕການເຂັ້ມງວດ ໃສ່ນັກຂ່າວຕ່າງ ປະເທດ ທີ່ໄປເອົາຂ່າວ ກ່ຽວກັບການຊຸມນຸມ ດັ່ງກ່າວນຳອີກ. ຕາມທັມດາແລ້ວ ນັກຂ່າວ ຕ່າງປະເທດ ມີເສຣີພາບ ໃນການເອົາຂ່າວ ຫລາຍກວ່າ ນັກຂ່າວຈີນ ຜູ້ຊຶ່ງຖືກກວດ ຂັນຢ່າງໃກ້ຊິດ ແລະສາມາດ ຖືກໄລ່ອອກໄດ້ ຖ້າສເນີຣາຍງານ ທີ່ທາງການເຫັນວ່າ ຕິຕຽນເຈົ້າໜ້າທີ່ ຫລື ນະໂຍບາຍຂອງ ຣັຖບານ ຫລາຍເກີນໄປ. ນັກຂ່າວຕ່າງປະເທດ ຖືກສັ່ງຫ້າມ ບໍ່ໃຫ້ເຂົ້າໄປ ໃກ້ຖນົນ Wangfujing ໃນກຸງ Peking ແລະ ຈະຕຸຣັຖ ປະຊາຊົນ ໃນນະຄອນ Shanghai.

ເມື່ອວັນອາທິດທີ່ 27 ກຸມພາ ຜ່ານມາ ຕຳຣວດບອກນັກຂ່າວ ຕ່າງປະເທດ ທີ່ພຍາຍາມ ຖ່າຍຮູບຫລື video ຢູ່ທີ່ຖນົນ Wangfujing ວ່າພວກເຂົາເຈົ້າ ຕ້ອງໄດ້ຮັບ ອະນຸຍາດກ່ອນ ຈຶ່ງເຮັດວຽກຢູ່ ສະຖານທີ່ນັ້ນໄດ້. ຕາມການເປີດເຜີຍ ຂອງສະໂມສອນນັກຂ່າວ ຕ່າງປະເທດ ໃນຈີນ ນັກຂ່າວຈາກ 15 ສຳນັກ ທີ່ພຍາຍາມ ເຮັດຂ່າວຢູ່ຖນົນ Wangfujing ຖືກກີດກັນຢ່າງໜັກ ແລະນັກຂ່າວຈາກ 5 ສຳນັກ ຣາຍງານວ່າອຸປກອນ ຂອງພວກຕົນ ຖືກກັກແດ່ ທຳລາຍແດ່.
ສ່ວນທ່ານ Bob Diaz ຜູ້ປະສານງານ ປະຈຳພາກພື້ນ ເອເຊັຍ ຂອງຄນະກັມມະການ ເພື່ອປົກປ້ອງນັກຂ່າວ ເວົ້າວ່າ ການປະຕິບັດ ຕໍ່ນັກຂ່າວໃນກຸງ Peking ມື້ວັນອາທິດທີ່ 27 ກຸມພາ ເປັນການໂຈມຕີ ສື່ມວນຊົນ ຕ່າງປະເທດ ຄັ້ງຮ້າຍແຮງທີ່ສຸດ ນັບຕັ້ງແຕ່ການ ແຂ່ງຂັນກິລາ Olympics ເມື່ອປີ 2008 ເປັນຕົ້ນມາ ແລະວ່າ ການຕອບໂຕ້ທີ່ ຮຸນແຮງເຊັ່ນນີ້ ເຮັດໃຫ້ພັກ communist ຈີນເສັຍຊື່ສຽງ ແລະຍິ່ງສະແດງ ໃຫ້ເຫັນວ່າ ຜູ້ນຳຈີນຢ້ານ ປະຊາຊົນ ຕໍ່ຕ້ານ ຫລາຍປານໃດ.

ໃນມື້ວັນອັງຄານ ຜ່ານມາ Madam Jiang Yu ໂຄສົກກະຊວງ ການຕ່າງປະເທດຈີນ ແນະນຳ ໃຫ້ນັກຂ່າວຕ່າງ ປະເທດ ຣາຍງານການທີ່ພວກ ຕົນຖືກໂຈມຕີ ຕໍ່ເຈົ້າໜ້າທີ່ຈີນ ແລະ ໃຫ້ປະຕິບັດ ຕາມກົດຣະບຽບ ຂອງຈີນ ໃນການປະຕິບັດ ໜ້າທີ່.

ເມື່ອສະຫະຣັຖ ອະເມຣິກາ ສະຫະພາບຢູໂຣບ ແລະ ກຸ່ມສິດທິມະນຸດ ຕິຕຽນການທີ່ຈີນ ປາບປາມນັກຂ່າວ ຕ່າງປະເທດ ແລະ ຕ້ອງການຄຳຕອບນັ້ນ ໃນມື້ວັນພຣະຫັດ ຜ່ານມາ ສື່ທາງການຈີນ ກໍ່ກ່າວຫາວ່າ ນັກຂ່າວເຫລົ່ານັ້ນ ປັ້ນຂ່າວຂຶ້ນມາເອງ.

ແຕ່ເຖິງຢ່າງໃດ ກໍດີ ທ່ານ Zhu Yufu ສະມາຊິກ ພັກຈີນ ປະຊາທິປະໄຕ ຈາກແຂວງ Zheijiang ກ່າວເຖິງ ປະສົພການ ຂອງພວກທ່ານວ່າ: ... ສຽງ...

ເມື່ອມື້ວັນເສົາ ຜ່ານມາ ໜັງສືພິມທາງການ Beijing Daily ຊຶ່ງເປັນກະບອກສຽງ ຂອງພັກ communist ຈີນ ເຕືອນປະຊາຊົນຈີນ ບໍ່ໃຫ້ເຊື່ອຟັງ ການຮຽກຮ້ອງ ໃຫ້ປະທ້ວງ ຄືກັນກັບທີ່ກຳລັງ ດຳເນີນໄປ ຢູ່ພາກ ຕາເວັນອອກກາງ ໃນປັດຈຸບັນ ແລະວ່າ ການຂົ່ມຂູ່ ສະເຖັຽຣະພາບ ນຳໂດຍພັກ communist ນັ້ນ ຈະນຳມາຊຶ່ງ ຄວາມຫາຍນະ ນັບວ່າເປັນ ເທື່ອທຳອິດ ທີ່ຣັຖບານຈີນ ອອກມາເຕືອນຢ່າງ ເປີດເຜີຍ ອັນເປັນສິ່ງສໍ່ ສະແດງໃຫ້ເຫັນວ່າ ການປາບປາມ ຈະບໍ່ມີທາງ ລົດລະລົງໄດ້. ການເຕືອນນີ້ ມີຂຶ້ນໃນມື້ ເປີດປະຊຸມປະຈຳປີ ຂອງສະພາໃນກຸງ Peking.ໃນໂອກາດ ດັ່ງກ່າວ ນາຍົກຣັຖມົນຕຣີ ທ່ານ Wen Jiabao ເຕືອນວ່າ ສະພາບເງິນເຟີ້ ສາມາດບັນທອນ ສະເຖັຽຣພາບ ທາງສັງຄົມໄດ້.

ນັກສັງເກດການ ລົງຄວາມເຫັນວ່າ ໂອກາດທີ່ຈະມີ ການປະທ້ວງ ຕໍ່ຕ້ານຣັຖບານ ແບບຢູ່ພາກ ຕາເວັນອອກກາງນັ້ນ ຄົງຈະມີໜ້ອຍ ເຕັມທີໃນຈີນ ເພາະນອກຈາກພັກ communist ຈີນຈະຄວບຄຸມ ກາງເມືອງ ແລະ ສືຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີການ ຕໍ່ຕ້ານແບບຈັດຕັ້ງ ຊຶ່ງເປັນການ ຄວບຄຸມ ທີ່ທົ່ວເຖິງ ແລະເຂັ້ມແຂງກວ່າໃນ Egypt ແລະປະເທດອື່ນໆ ໃນພາກຕາເວັນອອກ ກາງແລ້ວ ຈີນຍັງມີ ເສຖກິດ ທີ່ຂຍາຍຕົວຢ່າງ ວ່ອງໄວ ເຮັດໃຫ້ຄວາມບໍ່ພໍໃຈ ມີໜ້ອຍ ໃນປະເທດ ທັງເສີມສ້າງ ອິດທິພົນຂອງຈີນ ໃນຕ່າງປະເທດ ແຕ່ປານນັ້ນ ຈີນກໍຍັງອົດມີ ຄວາມວີຕົກກັງວົນ ບໍ່ໄດ້ ເມື່ອມີການ ລຸກຮືຂຶ້ນ ໃນພາກຕາເວັນອອກກາງ.

ບັນຫາທີ່ຈີນ ກຳລັງ ປະເຊີນ ຢູ່ປັດຈຸບັນ ບໍ່ແມ່ນການລຸກຮື ຂອງປະຊາຊົນ ພໍເທົ່າໃດ ແຕ່ຜູ້ນຳ ຂອງພັກ communist ຈີນຢ້ານຈະມີການ ຕອບໂຕ້ຂຶ້ນຢ່າງ ຫລວງຫລາຍ ອັນຈະພາໃຫ້ ມີການຕິຕຽນ ຈາກຕ່າງປະເທດ ແລະ ເຮັດໃຫ້ຣັຖບານ ບໍ່ມີກຳລັງໃຈ ດັດແປງ ນະໂຍບາຍ ທີ່ສຳຄັນ ຕ່າງຫາກ.