ກົດຟັງສຽງ
ການປະທ້ວງ ເພື່ອປະຊາທິປະໄຕ ໂຄ້ນລົ້ມທ່ານ Mubarak ແຫ່ງ Egypt.
ຊາວ Egypt ເປັນແສນ ເປັນລ້ານຄົນ ລະເບີດຂຶ້ນ ດ້ວຍຄວາມຍິນດີ ຢ່າງຖ້ວມລົ້ນ ແລະ ບາງຄົນຫລັ່ງ ນໍ້າຕາ ດ້້ວຍຄວາມໂລ່ງໃຈ ຫລັງຈາກທີ່ ການປະທ້ວງ ເພື່ອ ປະຊາທິປະໄຕ ສາມາດໂຄ້ນລົ້ມ ປະທານາທິບໍດີ Hosni Mubarak ຜູ້ຊຶ່ງ ປະກົດວ່າ ບໍ່ເຂົ້າໃຈ ຫລືຍອມຮັບວ່າ ປະຊາຊົນ ຂາດຄວາມ ເຫລື້ອມໃສ ແລະ ບໍ່ພໍໃຈ ຢ່າງຍິ່ງ ກັບການປົກຄອງ ປະເທດ ແບບຜະເດັດການ ຂອງທ່ານ ມາເປັນ ເວລາ 30 ປີ ແລະ ຜູ້ຊຶ່ງ ໃນທີ່ສຸດ ກໍມອບອຳນາດ ໃຫ້ແກ່ທະຫານ ຫລັງຈາກທີ່ ປະຊາຊົນ ຊຸມນຸມ ແບບບໍ່ລົດລະ ເພື່ອຕໍ່ຕ້ານ ຄວາມທຸກຍາກ ການ ສໍ້ຣາສບັງຫລວງ ແລະ ການກົດຂີ່ຂົ່ມເຫັງ ເປັນເວລາ 18 ມື້ ແລະ ການສນັບສນູນ ຂອງ ກອງທັບ ທີ່ທ່ານເຄີຍ ໄດ້ຮັບນັ້ນ ກໍລະລາຍຫາຍ ໄປແລ້ວ.
ທ່ານ Mubarak ວັຍ 82 ປີ ເຄີຍເປັນ ຜູ້ບັນຊາການ ກອງທັບ ອາກາດຂອງ Egypt ມາກ່ອນ ທ່ານຂຶ້ນຄອງ ອໍານາດ ຫລັງຈາກທີ່ພວກ Muslims ຫົວຮຸນແຮງ ລອບສັງຫານ ປະທານາທິບໍດີ Anwar Sadat ເມື່ອປີ 1981. ຕລອດເວລາ ທີ່ຢູ່ໃນຕໍ່າແໜ່ງ ທ່ານສະແດງອອກ ເຖິງຄວາມຕ້ອງການ ໃຫ້ມີ ສະເຖັຽຣະພາບ ແບບເກີນຂອບເຂດ ເຖິງຂັ້ນໄຊ້ວິທີ ສໍ້ໂກງ ຄະແນນສຽງ ໃນການເລືອກຕັງ ແລະ ໃຊ້ກຳລັງ ຕຳຣວດ ທີ່ ປະຊາຊົນ ກຽດຊັງ ແລະ ກ່າວຫາວ່າ ໃຊ້ການ ທໍຣະມານ ເພື່ອໃຫ້ທ່ານ ສາມາດ ຄອບຄອງອຳນາດ ຕໍ່ໄປໄດ້. ທ່ານເຄີຍປຕິເສດ ບໍ່ຍອມປຕິຮູບ ທັງໆທີ່ ປະຊາຊົນ ບໍ່ພໍໃຈ ນັບມື້ນັບ ຫລາຍຂຶ້ນ ຍ້່ອນການ ທຸຈະຣິດ ໂຄງສ້າງພື້ນຖານ ທີ່ນັບມື້ຂີ້ ຮ້າຍລົງ ແລະ ຄວາມທຸກຍາກແບບ ຊໍ່າເຮື້ອ ໃນປະເທດ ຊຶ່ງປະຊາກອນ 40 ສ່ວນຮ້ອຍ ມີຊີວິຕ ຢູ່ຕໍ່າກວ່າ ເສັນມາຕຖານ ຄວາມທຸກຍາກ.
ທ່ານ Mubarak ບໍ່ຍອມວາງ ອຳນາດໂດຍດີ ຈົນເຖິງຊົ່ວໂມງ ສຸດທ້າຍ ແຕ່ກັບໂອນອຳນາດ ບາງສ່ວນ ໃຫ້ທ່ານ Suleiman ຮອງປະທານາທິບໍດີ ທີ່ທ່ານຫາກໍຕັ້ງ ມາເມື່ອບໍ່ດົນ ແຕ່ທ່ານເອງ ຫາກຍັງຮັກສາ ຕຳແໜ່ງ ປະທານາທິບໍດີ ໄວ້ຄືເກົ່າ. ແຕ່ປະກົດວ່າ ການປະທ້ວງ ຢ່າງຮຸນແຮງ ຂອງ ປະຊາຊົນ ທີ່ບໍ່ຍອມຮັບ ເອົາມາຕການ ລ້າສຸດຂອງ ທ່ານ Mubarak ນັ້ນເອງ ທີ່ເຮັດໃຫ້ ທະຫານ ຈຳເປັນຕ້ອງ ບັງຄັບໃຫ້ທ່ານ ສະລະໜ້າທີ່ ທັງໝົດ. ປະຊາຊົນຫລາຍ ແສນຄົນ ເດີນຂະບວນ ຕລອດມື້ວັນສຸກ ໃນເມືອງຕ່າງໆ ທົ່ວປະເທດ ໃນຂນະທີ່ມີ ທະຫານຢືນເບິ່ງ ແລ້ວມຸ້ງໜ້າໄປ ອ້ອມວັງຂອງ ທ່ານ ໃນກຸງ Cairo ນະຄອນ Alexandria ແລະ ອາຄານຂອງສະຖານີ ໂທຣະທັດ ເຮັດໃຫ້ທ່ານ Mubarak ແລະຄອບຄົວ ຈຳຕ້ອງຜ່າຍໜີ ໄປຢູ່ ວັງອີກແຫ່ງນຶ່ງ ທີ່ Sharm el-Sheikh ຊຶ່ງເປັນ ເມືອງຕາກອາກາດ ຢູ່ແຄມທະເລແດງ ຮ່າງຈາກກຸງ Cairo ປະມານ 400 kilometers.
ແມ່ນຮອງ ປະທານາທິບໍດີ Soleiman ເປັນຜູ້ອອກມາ ປະກາດ ການລາອອກ ຈາກຕໍ່າແໜ່ງ ຂອງທ່ານ Mubarak ໂດຍກ່າວ ພຽງສັ້ນໆວ່າ:
ທ່ານ Suleiman ເວົ້າວ່າ ໃນສະພາບຫຍຸ້ງຍາກ ທີ່ປະເທດ ກຳລັງປະສົບ ຢູ່ໃນ ປັດຈຸບັນ ປະທານາທິບໍດີ Hosni Mubarak ໄດ້ຕັດສີນໃຈ ລາອອກຈາກ ຕໍາແໜ່ງ ປະທານາທິບໍດີ ແລະ ໄດ້ມອບໃຫ້ ສະພາສູງສຸດ ຂອງກອງທັບ ເປັນຜູ້ບໍຣິຫານ ປະເທດຊາຕ.
ບັດນີ້ບັນຫາ ມີຢູ່ວ່າ ແມ່ນຫຍັງ ຈະຕິດຕາມມາ ໃນເມື່ອເຫດການ ທີ່ເກີດຂຶ້ນ ເທົ່າກັບວ່າ ທະຫານ ເຮັດຣັຖປະຫານ ເຖິງວ່າຈະແມ່ນຍ້ອນການ ກົດດັນຢ່າງແຮງ ຈາກປະຊາຊົນ ກໍ່ຕາມ. ໃນມື້ວັນສຸກ ຜ່ານມາ ປະຊາຊົນ ໄດ້ອ້ອນວອນ ໃຫ້ກອງທັບ ໂຄ້ນລົ້ມທ່ານ Mubarak. ບັດນີ້ ສະພາສູງສຸດ ຂອງກອງທັບ ເປັນຜູ້ປົກຄອງ ປະເທດ ສະພາຊຶ່ງ ປະກອບດ້ວຍ ບັນດານາຍພົນ ທີ່ມີຍົດສູງສຸດ ແລະ ມີຈອມພົນ Hussein Tanwawi ຣັຖມົນຕຣີ ປ້ອງກັນປະເທດ ເປັນປະທານ.
ຫລັງຈາກຖແລງ ການລາອອກຈາກ ຕໍາແໜ່ງຂອງ ທ່ານ Mubarak ແລ້ວ ໂຄສົກກອງທັບ ກໍໄດ້ອອກ ມາກ່າວ ທາງໂທຣະທັດ ແຫ່ງຊາຕ ວ່າ ກອງທັບສັນຍາ ວ່າຈະປະຕິບັດ ໜ້າທີ່ຕາງ ຣັຖບານ ບົນພື້ນຖານ ຂອງ ເຈຕະນາຣົມ ຂອງປະຊາຊົນ ແລະວ່າກອງທັບ ພວມຫ້າງຫາ ມາຕການຕໍ່ໄປ ເພື່ອໃຫ້ອັນທີ່ ທ່ານເອີ້ນວ່າ ຄວາມຮຽກຮ້ອງ ຕ້ອງການຂອງ ປະເທດຊາຕ ນັ້ນ ເປັນຈິງຂຶ້ນມາໄດ້ ແລະ ຈະເປີດເຜີຍ ໃຫ້ຮູ້ ໃນອີກ ບໍ່ດົນນີ້.
ທ່ານສັລເສີນ ທ່ານ Mubarak ທີ່ມີສ່ວນຮ່ວມ ໃນການສ້າງສາ ປະເທດຊາຕ ແລະສະແດງຄວາມ ເສົ້າສລົດໃຈ ຕໍ່ຜູ້ທີ່ເສັຍ ຊີວິຕໄປ ໃນເວລາປະທ້ວງ ພ້ອມກັບຍືນກົງ ແລະ ຄຳນັບ ອັນເປັນການກະທຳ ທີ່ບໍ່ເຄີຍມີ ມາກ່ອນເລີຍ.
ໃນມື້ວັນສຸກ ເຊັ່ນດຽວກັນ ຣັຖບານປະເທດ Switzerland ກໍປະກາດ ກັກຊັພສິນ ທັງໝົດຂອງທ່ານ Mubarak ທີ່ມີຢູ່ໃນ ປະເທດ Switzerland ໂດຍໃຫ້ເຫດຜົນວ່າ ບໍ່ຢາກໃຫ້ມີການ ຍັກຍອກເອົາຊັພສິນ ຂອງ ປະເທດ Egypt ແລະຍັງຫ້າມ ຂາຍຊັພສິນ ດັ່ງກ່າວ ໂດຍສະເພາະ ອາສັງຫາຣິມມະຊັພ ແລະວ່າຣັຖບານ Swiss ກຳລັງສືບສວນ ເຣື້ອງນີ້ຢູ່ ແລະຈະດຳເນີນ ມາຕການ ຕາມເຫມາະສົມ.
ແຫລ່ງຂ່າວຈາກ ວົງການເງິນ ປະເມີນວ່າ ຊັພສິນ ທັງໝົດ ຂອງທ່ານ Mubarak ແລະຄອບຄົວ ຄົງມີມູນຄ່າ ຣະຫວ່າງ 1 ພັນ ຫາ 5 ພັນລ້ານ ດອລລ້າ ສະຫະຣັຖ. ກ່ອນໜ້ານັ້ນ ສະພາສູງສຸດ ຂອງກອງທັບ ໄດ້ໃຫ້ຄຳໝັ້ນ ສັນຍາວ່າ ຈະນຳ ປະຊາທິປະໄຕ ຫລາຍຂຶ້ນ ມາສູ່ປະເທດ ແລະວ່າ ຈະເປັນຜູ້ ປົກປ້ອງ ຄວາມຕ້ອງການ ທີ່ຊອບທັມ ຂອງ ປະຊາຊົນ ແລະ ຈະນຳອອກ ປະຕິບັດ ໃນລະຍະ ເວລາທີ່ ກຳໜົດໄວ້ ຈົນກວ່າຈະມີ ການປ່ຽນແປງ ໄປສູ່ສັງຄົມ ປະຊາທິປະໄຕ ທີ່ປະຊາຊົນ ຮຽກຮ້ອງ ຕ້ອງການນັ້ນ.
ແຕ່ຖ້າມກາງ ການສເລີມສລອງ ຢ່າງສຸດຂີດ ໃນທົ່ວປະເທດ ນັ້ນ ຍັງມີສິ່ງຂ້ອງໃຈ ຫລາຍຕໍ່ຫລາຍຄົນ ໂດຍສະເພາະ ຜູ້ສ່ຽວຊານ ກ່ຽວກັບບັນຫາ Arab ສະໄໝ ປັດຈຸບັນ ເຊັ່ນທ່ານ Rashid Khalidi ອາຈານສອນ ຢູ່ທີ່ ມະຫາວິທຍາລັຍ Columbia ສະຫະຣັຖ ອະເມຣິກາ:
ທ່ານ Rashid Khalidi ເວົາວ່າ ກອງທັບ ຕ້ອງເຮັດສອງຢ່າງ ຄືປົກປ້ອງ ແຕ່ກໍ່ບໍ່ແມ່ນ ວ່າແບບວາງ ທ່າທາງໂອຫັງ ຂໍ້ນີ້ສຳຄັນ ທີ່ສຸດ. ສ່ວນທ່ານ Abdel-Rahman Samir ນຶ່ງໃນຈຳນວນ ຜູ້ເປັນ ຕົວຕັ້ງຕົວຕີ ໃນການປະທ້ວງ ເທື່ອນີ້ ເວົ້າວ່າ ພວກທ່ານພ້ອມທີ່ ເຈຣະຈາ ກັບ ທະຫານ ກ່ຽວກັບການ ປະຕິຮູບ ໄປສູ່ ປະຊາທິປະໄຕ ແຕ່ປະຕິຍານວ່າ ການປະທ້ວງ ຈະດຳເນີນ ຕໍ່ໄປ ຈົນກວ່າແນ່ໃຈ ວ່າຈະມີການ ປ່ຽນແປງ ເກີດຂຶ້ນ.
ເວົ້າໄດ້ວ່າ ປັດຈຸບັນ ອຳນາດທັງໝົດ ຂຶ້ກັບສະພາສູງສຸດ ຂອງກອງທັບ ຊຶ່ງມີຈອມພົນ Mohammed Hussein Tantawi ເປັນປະທານ. ເປັນທີ່ຮູ້ກັນດີ ໃນວົງການເມືອງ ແລະ ການທູຕ ວ່າທ່ານ Tantawi ວັຍ 75 ປີ ເປັນຄົນໃກ້ຊິດ ຂອງທ່ານ Mubarak ແລະ ມີຫລາຍສິ່ງ ຫລາຍຢ່າງ ຄ້າຍຄຶງກັນ. ທ່ານດຳຣົງຕໍ່າແໜ່ງ ຣັຖມົຕຣີ ປ້ອງກັນປະເທດ ຂອງ ຣັຖບານ Mubarak ມາແຕ່ 1991 ແລະ ສະແດງອອກ ໃຫ້ເຫັນໃນຫລາຍ ໂອກາດ ວ່າທ່ານບຢາກ ໃຫ້ມີການປ່ຽນແປງ ເຊັ່ນດຽວກັບ ທ່ານ Hosni Mubarak ເພາະສະນັ້ນ ບຸຄລິກ ຂອງທ່ານ Tantawi ແລະ ຄຳໝັ້ນສັນຍາ ຂອງກອງທັບ ຕໍ່ປະຊາຊົນ ຜູ້ປະທ້ວງ ວ່າຈະໃຫ້ມີການ ປະຕິຣູບ ໄປສູ່ ປະຊາທິປະໄຕ ນັ້ນ ຈະເປັນໄປໄດ້ ແທ້ບໍ່?
ແຕ່ເຖິງຢ່າງໃດ ກໍດີ ເຫດການທີ່ເກີດ ຂຶ້ນໃນ Egypt ເປັນເວລາ 18 ມື້ ແລະຈົບລົງ ໃນມື້ວັນສຸກ ຜ່ານມາ ດ້ວຍໄຊຊະນະ ຂອງປະຊາຊົນ ທີ່ປະທ້ວງ ຣະບອບຜະເດັດການ ຂອງທ່ານ Hosni Mubarak ນັ້ນ ເປັນປະກົດການ ທາງປວັດສາຕ ທີ່ສຳຄັນ ດັ່ງຄວາມເວົ້າຂອງ ປະທານາທິບໍດີ Barack Obama ແຫ່ງສະຫະຣັຖ ເວົ້າເຖິງເຫດການ ໃນ Egypt ວ່າ
ທ່ານ Obama ເວົ້າວ່າ ໃນຊີວິຕ ຂອງຄົນ ບໍ່ຄ່ອຍມີ ໂອກາດ ທີ່ຈະຢູ່ໃນ ເຫດການປວັດສາຕ ແລະ ນີ້ກໍເປັນໂອກາດ ທີ່ຫາຍາກ ໂອກາດນຶ່ງ. ການໂຄ້ນລົ້ມ ທ່ານ Mubarak ໃນ Egypt ມື້ວັນສຸກ ຜ່ານມາ ແລະ ປະທານາທິບໍດີ Tunisia ເມື່ອເດືອນຜ່ານມາ ເຮັດໃຫ້ບັນດາ ປະເທດ Arab ສັ່ນສະເທືອນ ແລະ ມີການຕັ້ງ ຄຳຖາມຂຶ້ນ ມາວ່າ ໃຜຈະເປັນ ປະເທດຕໍ່ໄປ ໃນຂົງເຂດ ໃນເມື່ອ ປະຊາຊົນ ທີ່ຖືກກົດຂີ່ ຂົ່ມເຫັງ ຕັດສິດເສຣີພາບ ພາກັນລຸກຮືຂຶ້ນ ເພື່ອຕໍຕ້ານ ຣະບອບ ຜະເດັດການ.
