ການຕາຍຂອງກີມຈົງອິນ ສ້າງຄວາມກັງວົນສົນໃຈ

ຂ່າວການເຖິງ ແກ່ກັມ ຂອງ ທ່ານ Kim Jong IL ໃນມື້ວັນຈັນ ຜ່ານມາ ໄດ້ເຮັດໃຫ້ ເກີດຄວາມ ບໍ່ແນ່ໃຈ ຄວາມກັງວົນ ແລະ ການຮຽກຮ້ອງ ໃຫ້ມີການ ສືບທອດ ອຳນາດ ຢ່າງສັນຕິ.
ວຽງໄຊ
2011.12.21

ກົດຟັງສຽງ

ໃນຂນະທີ່ ຣັຖບານ ຕ່າງໆ ໃນຂົງເຂດ ແລະໃນໂລກ ຖ້າເບິ່ງສັນຍານ ທີ່ຈະສໍ່ສະແດງ ໃຫ້ເຫັນເຖິງ ເຈຕນາຣົມ ຂອງ ເກົາຫລີເໜືອ ກ່ຽວກັບບັນຫາ nuclear ແລະ ສຳພັນຕະພາບ ໃໝ່ ຂອງ ເກົາຫລີເໜືອ ກັບຕ່າງ ປະເທດ.

ການຂາດ ຄວາມແນ່ໃຈ ໃນເຣື້ອງຕ່າງໆ ສືບເນື່ອງ ມາຈາກການ ປົກຄອງ ທີ່ລຶກລັບ ໃນ ເກົາຫລີເໜືອ ທີ່ໄດ້ຕຣຽມ ທ່ານ Kim Jong-Un ລູກຊາຍຫລ້າ ຂອງທ່ານ Kim Jong IL ເປັນຜູ້ ຮັບທອດ ອຳນາດ ແຕ່ຫາກບໍ່ໄດ້ ເປີດເຜີຍ ຫຍັງຫລາຍ ພໍປານໃດ ກ່ຽວກັບ ບຸກຄົນຜູ້ນີ້ ດັ່ງທີ່ທ່ານ Christopher Hill ຜູ້ຊຶ່ງໄດ້ ພົວພັນ ກັບເຈົ້າໜ້າທີ່ ເກົາຫລີເໜືອ ມາຫລາຍ ໃນຖານະທີ່ ເຄີຍເປັນ ຫົວໜ້າ ການ ເຈຣະຈາ ເຣື້ອງອາວຸດ nuclear ເກົາຫລີເໜືອ ທ່ານ Christopher Hill ເວົ້າວ່າ:

“ທ່ານ Kim Jong IL ມີເວລາຝຶກ ລູກຊາຍ Kim Jong-UN ບໍ່ຮອດນຶ່ງປີ ເພື່ອຮັບຕຳແຫນ່ງ ຜູ້ນຳ ຕໍ່ຈາກທ່ານ ບໍ່ແມ່ນແຕ່ເຮົາ ເທົ່ານັ້ນ ທີ່ບໍ່ຄ່ອຍຮູ້ ຫຍັງຫລາຍ ກ່ຽວກັບທ່ານ Kim Jong-Unແຕ່ ຂ້າພະເຈົ້າ ເຊື່ອວ່າ ຊາວເກົາຫລີເໜືອ ເອງ ກໍ່ຄົງຈະບໍ່ ຮູ້ຫລາຍ ເຊັ່ນກັນ.”

ຄວາມບໍ່ສະບາຍໃຈ ດັ່ງກ່າວ ຍິງທະວີຄູນ ເມື່ອອົງການ ຂ່າວສານ ຂອງ ເກົາຫລີໃຕ້ ຣາຍງານວ່າ ກ່ອນຈະເປີດເຜີຍ ການຕາຍຂອງ ທ່ານ Kim Jong IL ເກົາຫລີເໜືອ ໄດ້ທົດລອງ ຈະຣວດ ລະຍະສັ້ນ ທີ່ບໍ່ຮູ້ ຈຳນວນ ໃນເຊົ້າວັນຈັນ ຊຶ່ງຣາຍງານ ດັ່ງກ່າວ ມີຂຶ້ນ ໃນເວລາທີ່ ໂລກພາຍນອກ ກຳລັງ ສີ້ງຊອມເບິ່ງ ການເມືອງ ທີ່ລຶກລັບ ແລະ ບໍ່ສາມາດ ຄາດຄະເນ ລ່ວງໜ້າໄດ້ນັ້ນ ແລະ ສະແດງ ຄວາມຫວັງວ່າ ການປ່ຽນຜູ້ນຳ ຈາກພໍ່ຫາ ລູກຊາຍນັ້ນ ຈະມີຂຶ້ນ ໂດຍບໍ່ເຮັດ ໃຫ້ຄວາມ ເຄັ່ງຕຶງ ທີ່ມີຢູ່ແລ້ວ ໃນແຫລມ ເກົາຫລີ ຍິ່ງເພີ້ມ ຂຶ້ນຕື່ມ.

ເກົາຫລີໃຕ້ ທີ່ຕ້ອງປະເຊີນ ກັບກອງທັບ ທີ່ມີພົນ ແລະ ອາວຸດ ຢ່າງຫລວງຫລາຍ ຂອງ ເກົາຫລີເໜືອ ຢູ່ໃນທ່າ ຕຣຽມພ້ອມ ໃນຂນະທີ່ ປະທານາທິບໍດີ Lee Myung-back ຂໍໃຫ້ຊາວ ເກົາຫລີໃຕ້ ຢູ່ໃນ ຄວາມສງົບ ແລະ ດຳເນີນຊີວິຕ ຕໍ່ໄປຕາມ ປົກກະຕິ ມີຣາຍງານວ່າ ປະທານາທິບໍດີ Lee Myung-back ໄດ້ໂອ້ລົມ ກັບບັນດາ ຜູ້ນຳ ສະຫະຣັຖ ແລະ ຍີປຸ່ນ ໃນຂນະທີ່ ຣັຖບານ ປະທານາທິບໍດີ Barack Obama ໄດ້ ໃຫ້ຄວາມໝັ້ນໃຈ ແກ່ພັນທິມິຕ ໃນຂົງເຂດ ດັ່ງໂຄສົກ ທຳນຽບຂາວ ທ່ານ Jay Carney ເວົ້າວ່າ:

“ສາຫະຣັຖ ຕິດຕາມ ສິ້ງຊອມເບິ່ງ ເຫດການ ຫລັງການ ເສັຍຊີວິຕ ຂອງທ່ານ Kim Jong-IL ພວກເຮົາເນັ້ນໃສ່ ການ ປະສານງານ ຢ່າງໃກ້ຊິດ ກັບ ພັນທະມິຕ ແລະ ຄູ່ການ ເຈຣະຈາ ເຮົາຖືໂອກາດ ຢໍ້າ ເຖິງພັນທະ ຊຶ່ງບໍ່ມີວັນ ປ່ຽນແປງ ຂອງພວກເຮົາ ທີ່ຈະປົກປ້ອງ ສະເຖັຽຣະພາບ ໃນແຫລມ ເກົາຫລີ ແລະ ຄວາມໝັ້ນຄົງ ຂອງ ພັນທະມິຕ ຊຶ່ງໄດ້ແກ່ ເກົາຫລີໃຕ້ ແລະ ຍີ່ປຸ່ນ".

ໃນກຸງ Tokyo ມີການຮຽກ ປະຊຸມ ຣັຖມົນຕຣີ ຂຶ້ນຢ່າງຮີບດ່ວນ ເພື່ອ ພິຈາຣະນາ ບັນຫາ ຄວາມໝັ້ນຄົງ ຫລັງຈາກນັ້ນ ເລຂາທິການເອກ ຂອງ ຣັຖບານ ທ່ານ Osamu Fyjimura ກ່າວໃນເວລາ ໃຫ້ ສຳພາດ ຂ່າວວ່າ ພວກທ່ານ ຫວັງວ່າ ເຫດການ ທີ່ເກີດຂຶ້ນ ຢ່າງປັດຈຸບັນ ທັນດ່ວນ ຈະບໍ່ມີຜົນຣ້່າຍ ຕໍ່ສັນຕິພາບ ແລະ ສະເຖັຽຣະພາບ ໃນແຫລມເກົາຫລີ ແລະວ່າ ນາຍົກ ຣັຖມົນຕຣີ Noda ໄດ້ບອກທີ່ ປະຊຸມວ່າ ໃຫ້ພຍາຍາມ ຊອກຫາຂ່າວ ຫລາຍຂຶ້ນ ໃຫ້ປະຕິບັດ ງານຢ່າງໃກ້ຊິດ ແລະ ແລກປ່ຽນ ຂໍ້ມູນ ກັບ ປະເທດອື່ນ ໂດຍສະເພາະ ກັບສະຫະຣັຖ ເກົາຫລີໃຕ້ ແລະ ຈີນ ແລະ ໃຫ້ຕຣຽມພ້ອມ ເພື່ອຮັບມື ກັບ ສະພາບການ ທີ່ບໍ່ໄດ້ ຄາດຄິດໄວ້ ລ່ວງໜ້າ ແຕ່ບັນດາ ຜູ້ນຳຣັຖບານ ຫາກບໍ່ໄດ້ ເພີ້ມຣະດັບ ການເຕື່ອນພັຍ ຂອງ ທະຫານ ຂຶ້ນແຕ່ຢ່າງໃດ.

ຍີປຸ່ນ ບໍ່ມີການ ພົວພັນ ທາງການທູຕ ກັບເກົາຫລີເໜືອ ແຕ່ຄວາມສຳພັນ ຣະຫວ່າງ ປະເທດ ທັງສອງ ເຄັ່ງຕຶງ ແລະ ຂາດຄວາມ ໄວ້ເນື້ອເຊື່ອໃຈ ກັນແລະກັນ ມາຕັງແຕ່ ເວລາຍີປຸ່ນ ຄອບຄອງ ແຫລມເກົາຫລີ ເປັນເວລາ 35 ປີ ໃນ ສັຕວັດ ທີ່ 20 ແລະ ສິ້ນສຸດລົງໃນ ປີ 1945 ນັ້ນ.

ເຊ່ັ່ນດຽວກັບ ປະເທດອື່ນໆ ໃນຂົງເຂດ ຍີປຸ່ນ ກໍມີຄວາມ ກັງວົນ ນຳຄວາມສຽ່ງ ແບບຕວງລ່ວງໜ້າ ໄດ້ຍາກ ຂອງ ເກົາຫລີເໜືອ ເຣື້ອງອາວຸດ nuclear ການພຍາຍາມ ທີ່ຈະປັບປຸງ ຄວາມສຳພັນ ໃຫ້ກັບຄືນ ເຂົ້າສູ່ ສະພາບ ປົກກະຕິ ຢຸດລົງຫລາຍປີ ຍ້ອນບັນຫາ ສະເທືອນໃຈ ກ່ຽວກັບ ເຣື້ອງຊາວຍີປຸ່ນ ຖືກເກົາຫລີເໜືອ ຈັບໄປ ແລະ ບັນຫາອື່ນໆ ອີກ.

ສ່ວນໃນກຸງ Peking ອົງການ ຂ່າວສານ Xinhua ທາງການຂອງ ຈີນ ອ້າງເຖິງຄວາມເວົ້າ ຂອງ ໂຄສົກ ກະຊວງການ ຕ່າງປະເທດ ຈີນ ທ່ານ Ma Zhaoxu ທີ່ວ່າ Peking ຮູ້ສຶກເສັຍໃຈ ຢ່າງຫລາຍ ເມື່ອຮູ້ຂ່າວ ການເສັຍ ຊີວິຕ ຂອງທ່ານ Kim Jong-IL ແລະ ຝາກຄວາມເສົ້າ ສລົດໃຈ ເຖິງປະຊາຊົນ ຊາວ ເກົາຫລີເໜືອ ດ້ວຍ.

ທ່ານ Ma ສັລເສີນ ທ່ານ Kin Jong-IL ວ່າເປັນຜູ້ນຳ ທີ່ຍິ່ງໃຫຍ່ ທີ່ມີສ່ວນ ສຳຄັນ ໃນຄວາມສຳພັນ ກັບຈີນ ແລະ ທ່ານໝັ້ນໃຈວ່າ ປະຊາຊົນ ເກົາຫລີເໜືອ ຈະສາມາດ ປ່ຽນຄວາມ ໂສກເສົ້າ ເປັນກຳລັງໄດ້ ແລະ ປຸ້ມລຸມກັນ ເປັນ ອັນນຶ່ງອັນດຽວ ແລະວ່າ ຈີນ ແລະ ເກົາຫລີເໜືອ ຈະພຍາຍາມ ຮ່ວມກັນ ເຮັດໃຫ້ ພັກຣັຖບານ ແລະ ປະຊາຊົນ ຂອງ ສອງຊາຕ ສືບຕໍ່ການ ເສີມສ້າງ ແລະ ພັທນາມິຕພາບ ທີ່ມີມາແຕ່ ດົນນານ ເພື່ອຣັກສາໄວ້ ຊຶ່ງສັນຕິພາບ ແລະ ສະເຖັຽຣະພາບ ໃນແຫລມເກົາຫລີ ແລະ ໃນຂົງເຂດ.

ການທີ່ຈີນ ກ່າວເຖິງ ການສືບຕໍ່ ສນັບສນູນ ນັ້ນ ມີຄວາມສຳຄັນ ຫລາຍ ເນື່ອງຈາກວ່າ ກຸງ Pyongyang ຕ້ອງອາໄສ ພັຍເພິ່ງ ຈີນ ໃນຖານະ ພັນທະມິຕ ດ້ານການທູຕ ການຊ່ວຍເຫລືອ ດ້ານເຊື້ອເພີງ ແລະ ອາຫານການກິນ ເພື່ອຄໍ້າຊູ ເສຖກິດອັມພາດ ຂອງຕົນ. ບໍ່ເທົ່າໃດເດືອນ ກ່ອນທີ່ທ່ານ ຈະເຖິງແກ່ກັມ ທ່ານ Kim Jong-IL ໄດ້ເດີນທາງໄປ ຈີນ ສອງເທື່ອ ເທື່ອສຸດທ້າຍ ໃນເດືອນສິງຫາ ປີນີ້ເອງ.

ນັກສ່ຽວຊານ ກ່ຽວກັບ ພາກພື້ນ ເຫັນວ່າ ການຢ້ຽມຢາມ ຈີນ ຢ່າງລັບໆ ຂອງ ທ່ານ ໂດຍປົກກະຕິ ແລ້ວ ແມ່ນໄປທາງ ຣົຖໄຟ ແລະ ບໍ່ມີການ ເປີດເຜີຍ ຈົນກວ່າທ່ານ ຈະກັບເຖິງ ເກົາຫລີເໜືອ ແລ້ວນັ້ນ ສຳຄັນຫລາຍ ຍ້ອນວ່າ ເປັນການໃຫ້ຈີນ ຍອມຮັບ ເອົາການ ຖ່າຍທອດ ອຳນາດ. ອີກປະການນຶ່ງ ໃນແງ່ ຂອງຈີນ ຄວາມສຳພັນ ອັນຫຍຸ້ງຍາກ ກັບ ເກົາຫລີເໜືອ ເປັນທັງ ສ່ວນນຶ່ງ ໃນການ ແຂ່ງຂັນ ກັບ ສະຫະຣັຖ ແລະ ພັນທະມິຕ ຂອງ ສະຫະຣັຖ ໃນຂົງເຂດ ແລະ ສິ່ງທີ່ເຮັດໃຫ້ ວີຕົກ ກ່ຽວກັບ ຄວາມສ່ຽງ ໃນດ້ານ ເສຖກິດ ການທູຕ ທີ່ເນື່ອງມາຈາກ ການສນັບສນູນ ທີ່ໃຫ້ກັບ ກຸງ Pyongyang ນັ້ນ.

ຜູ້ສ່ຽວຊານ ບາງຄົນ ສັງເກດວ່າ ຄືມີຄວາມ ຕົກໃຈ ໃນຄຳຖແລງ ຂອງຈີນ ຄືກັບວ່າຈີນ ຄຶດວ່າ ປະທານ Kim ຍັງຈະຍືນ ຕໍ່ໄປອີກ ຫລາຍປີ ຈຶ່ງຕົກໃຈ ເມື່ອເຫດການ ເກີດຂຶ້ນຢ່າງບໍ່ ຄາດຝັນ ແບບບໍ່ມີ ຮອງຮ້ອຍໃດໆ ພໍສີ່ໃຫ້ຮູ້ ລ່ວງໜ້າ ໃຫ້ມີເວລາ ຕຣຽມໂຕ.

ທ່ານ Cai Jian ຜູ້ສ່ຽວຊານ ຝ່າຍກິຈການ ເກົາຫລີ ຢູ່ທີ່ ມະຫາວິທຍາລັຍ Fudan ນະອນ Shanghai ກ່າວວ່າ ຄວາມກັງວົນ ຫລາຍທີ່ສຸດ ຂອງຈີນ ແມ່ນກ່ຽວກັບ ສະເຖັຣະພາບ ຂອງ ເກົາຫລີເໜືອ ແລະ ເປົ້າໝາຍ ຂອງຈີນ ແມ່ນປະກັນ ໃຫ້ ເກົາຫລີເໜືອ ມີສະເຖັຽຣະພາບ ຕໍ່ໄປ ແລະ ທ່ານເຊື່ອວ່າ ຈະມີການ ຮັກສາ ຄວາມສງົບ ເຂັ້ມງວດຂຶ້ນ ໃນ ເກົາຫລີເໜືອ ແລະ ຈີນ ກໍ່ຄົງກຽມ ເຊັ່ນດຽວກັນ ຕາມ ເຂດຊາຍແດນ ຂອງຕົນ.

ສຳລັບ ປະເທດຝ່າຍ ຕາເວັນຕົກ ຕ່າງ ກໍມີຄວາມເຫັນ ຄ້າຍຄືກັນ ຄືຫວັງວ່າ ພາຍໃຕ້ ການນຳພາ ຂອງລູກຊາຍ ສະພາບການ ໃນເກົາຫລີເໜືອ ຈະຄ່ອຍດີ ຂຶ້ນ. ແຕ່ເຖິງຢ່າງໃດ ກໍ່ດີ ຄົງຕ້ອງລໍຖ້າ ໃຫ້ ຊາປານະກິດສົບ ຂອງ ທ່ານ Kim Jong-IL ຊຶ່ງກຳໜົດ ໃສ່ ມື້ວັນທີ່ 28 ຜ່ານພົ້ນ ໄປກ່ອນ ຈຶ່ງຄາດວ່າ ຈະມີຂໍ້ມູນ ເພີ້ມເຕີມ ກ່ຽວກັບ ອະນາຄົດ ຂອງ ເກົາຫລີເໜືອ ພາຍໃຕ້ ການນຳພາ ຂອງ ທ່ານ Kim Jong-Un ວັຍ 29 ປີ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.