ສິດທິມະນຸດໃນລາວ ຍັງບໍ່ຖືກປະຕິບັດ

ການທີ່ ສປປລາວ ປະຕິເສດ ຄໍາແນະນໍາ ຂອງ ສະຫະປະຊາຊາດ ກ່ຽວກັບບັນຫາ ສິດທິມະນຸດ ໃນລາວ ເມື່ອມໍ່ໆມານີ້ ສ້າງຄວາມ ຜິດຫວັງ ໃຫ້ອົງການ ສົ່ງເສີມ ສິດທິມະນຸດ ເປັນຢ່າງຍິ່ງ.
ມະນີຈັນ
2010.10.06

ກົດຟັງສຽງ

ອົງການ ນິຣະໂທດກັມ ສາກົລ Amnesty International ສັລເສີນ ການປະຕິບັດ ພັນທະຂອງທາງການ ສປປລາວ ໃນການທົບທວນ ວຽກງານ ເລື່ອງສິດທິມະນຸດ ຕາມທີ່ໄດ້ຣະບຸ ໄວ້ ໃນສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ສິດທິພົລເຮືອນ ແລະສິດ ທິທາງການເມືອງ ຊຶ່ງເປັນສ່ວນນຶ່ງ ຂອງຄວາມພຍາຍາມ ສົ່ງເສີມ ການປະຕິບັດ ແລະ ປົກປ້ອງ ສິດທິມະນຸດ. ແຕ່ພ້ອມດຽວກັນ ອົງການ ແອມແນສຕີ ກໍສະແດງ ຄວາມຜິດຫວັງ ທີ່ທາງການລາວ ໄດ້ປະຕິເສດ ຄໍາສເນີ ໃຫ້ປ່ອຍພວກ ປະທ້ວງທີ່ ນະຄອນຫລວງ ວຽງຈັນ ເມື່ອວັນທີ 26 ຕຸລາ ປີ 1999   ຊຶ່ງຢ່າງໜ້ອຍ ມີ 5 ຄົນຖືກ ຈັບຕົວໄປ ຂນະທີ່ພວກ ເຂົາເຈົ້າ ພຍາຍາມ ຈັດການປະທ້ວງ ຢ່າງສັນຕິຂຶ້ນ ເພື່ອຮຽກຮ້ອງໃຫ້ ທາງການລາວ ປ່ຽນແປງນະໂຍບາຍ ທາງດ້ານເສຖກິດ, ການເມືອງ ແລະສັງຄົມ.

ມີຣາຍງານວ່າ ໃນຈໍານວນ 5 ຄົນນັ້ນ 3 ຄົນຍັງຖືກຂັງຄຸກ ຢູ່ໃນລາວ ເຖິງແມ່ນວ່າ ຈະຄົບກໍານົດ ຄໍາຕັດສິນ ລົງໂທດ 10 ປີ ແລ້ວກໍຕາມ. 3 ຄົນທີ່ວ່ານັ້ນ ກໍມີ ທ່ານ ທອງປະເສີດ ເກື້ອກູລ ທີ່ມີລູກ 7 ຄົນ, ທ່ານ ແສງອາລຸນ ແພງພັນ ແລະທ່ານ ບົວວັນ ຈັນມານີວົງ  ຊຶ່ງອົງການ ແອມແນສຕີ ຮຽກຮ້ອງ ຢ່າງແຂງຂັນ ໃຫ້ທາງການລາວ ສະແດງ ອອກເຖິງພັນທະ ຂອງຕົນໃນການ ປົກປ້ອງ ສິດທິມະນຸດ ໃນພາກຕົວຈິງ ແລະປ່ອຍບຸກຄົນ ທັງສາມ ຢ່າງຮີບດ່ວນ ແລະ ບໍ່ມີເງື່ອນໄຂໃດໆ.

ຄຽງຄູ່ໄປກັບ  ຄໍາສັລເສີນນັ້ນ ອົງການ ນິຣະໂທດສາກົລ ກໍຍັງສະແດງ ຄວາມຜິດຫວັງ ທີ່ວ່າ ທາງການລາວ ບໍ່ປະຕິບັດຕາມ ຄໍາແນະນໍາ ໃຫ້ ຍົກເລີກກົດໝາຍ ທີ່ບີບຮັດ-ຈໍາກັດ ສິດເສຣີພາບ ໃນການອອກ ຄວາມຄິດຄວາມເຫັນ ແລະ ໃນການໂຣມຊຸມນຸມ. ການປະຕິເສດ ຂໍ້ແນະນໍາຂອງ ສະຫະປະຊາຊາດ ນັ້ນ ຕາມຄໍາເວົ້າຂອງ ອົງການ ແອມແນສຕີ ຜ່ານໜັງສືພິມ The Nation ສະບັບວັນທີ 5 ກັນຍາ 2010 ນີ້ ປາກົດວ່າ ສະທ້ອນໃຫ້ ເຫັນເຖິງຄວາມ ຕ້ອງການຈໍາກັດ ສິດເສຣີພາບ ໃນການປາກເວົ້າ ຂອງຜູ້ຄົນໃນລາວ ຢູ່ຕໍ່ໄປ ອັນເປັນການ ຂັດແຍ່ງກັບ ທິດທາງຂອງ ສົນທິສັນຍາ ສາກົລ ວ່າດ້ວຍສິດທິ ພົລເຮືອນ ແລະ ການເມືອງ ຊຶ່ງທາງການລາວ ອ້າງວ່າ ຕົນໃຫ້ການ ສນັບສນູນນັ້ນ.

ທາງດ້ານ ອົງການລາວ ເພື່ອສິດທິມະນຸດ ໃນປະເທດຝັ່ຣງເສດ ກໍໄດ້ສະແດງຄວາມ ຜິດຫວັງ ນໍາຣາຍງານ ກ່ຽວກັບ ສະພາບສິດທິມະນຸດ ໃນລາວເຊັ່ນກັນ ຊຶ່ງທາງການລາວ ບໍ່ໄດ້ ປະຕິບັດ ເງື່ອນໄຂ ຈໍານວນນຶ່ງ ທີ່ ສະຫະປະຊາຊາດ ດ້ານສິດທິມະນຸດ ໄດ້ຮຽກຮ້ອງ ໃຫ້ນໍາໄປປະຕິບັດ. ໃນນັ້ນ ກໍມີຂໍ້ ກ່ຽວກັບການສ້າງຕັ້ງ ອົງການຣະດັບຊາດ ດ້ານສິດທິມະນຸດ ແບບເສຣີ ແລະ ບໍ່ຂຶ້ນກັບຣັຖບານ  ຕາມທີ່ໄດ້ ຣະບຸໄວ້ ໃນສັນຍາ ປາຣີ. ອີກຂໍ້ນຶ່ງ ກໍຄື ທາງການລາວ ປະຕິເສດ ບໍ່ຍອມປ່ອຍຕົວ ບັນດາຜູ້ນໍາ ຂະບວນການ ລຸກຮື 26 ຕຸລາ ປີ 1999. ມາດາມ ວານີດາ ເທບສຸວັນ ປະທານ ຂະບວນການລາວ ເພື່ອສິດທິມະນຸດ ທີ່ ໄດ້ເດີນທາງ ໄປເຂົ້າຮ່ວມ ກອງປະຊຸມ ທີ່ນະຄອນ Geneva ປະເທດ Switzerland ເມື່ອວັນທີ 21 ກັນຍາ ຜ່ານມາ ໄດ້ກ່າວຕອນນຶ່ງວ່າ: "ຂະບວນການລາວ ເພື່ອສິດທິມະນຸດ ແລະ ສະຫະພັນ ນາໆຊາດ ເພື່ອສິດທິມະນຸດ ທີ່ສປປລາວ ໄດ້ປະຕິເສດ ຄໍາແນະ ນໍາ 2 ຂໍ້ຂອງ ສະຫະປະຊາຊາດ ເສັຽໃຈ ແລະ ເສັຽດາຍ ທີ່ລາວ ບໍ່ສວຍໃຊ້ ໂອກາດນີ້ ຍູ້ຕົນ ກ້າວຂຶ້ນເຄົາຣົບ ນັບຖືກົດບັດສາກົລ ກ່ຽວກັບ ສິດທິມະນຸດ.

 ໃນວັນທີ 21 ກັນຍາ 2010 ສະພາ ດ້ານສິດທິມະນຸດ ສະຫະປະຊາຊາດ ຂອງ UNHRC ທີ່ Geneva ໄດ້ຕົກລົງ ເຫັນດີເຫັນພ້ອມ ຮັບຮອງເອົາ ຣາຍງານຂອງທາງ  ການລາວ ກ່ຽວກັບການ ສົ່ງເສີມ ແລະ ການປົກປ້ອງ ສິດທິມະນຸດ 107 ຂໍ້ ຊຶ່ງ 54 ປະເທດໄດ້ ສເນີໃຫ້ນໍາໄປ ປະຕິບັດ ໃນກອງປະຊຸມ ທົບທວນ ເມື່ອເດືອນ ພຶສພາ ຜ່ານມາ ໂດຍມີປະ ເທດ Argentina, Kyrkistan, Algeria ເປັນຜູ້ຮັບຜິດຊອບ ດໍາເນີນການ ກວດກາ ສະພາບສິດທິມະນຸດ ໃນສປປລາວ.

ໜັງສືພິມ Vientiane Times ຂອງທາງການລາວ ຣາຍງານວ່າ  ໃນຄໍາສເນີທັງ 107 ຂໍ້ນັ້ນ ທາງການລາວ ສນັບສນູນ ຢ່າງເຕັມສ່ວນ 71 ຂໍ້ ແລະສນັບສນູນ ສ່ວນໃດສ່ວນນຶ່ງ 15 ຂໍ້, ແລະ ບໍ່ສນັບສນູນ 21 ຂໍ້ ເພາະບໍ່ສອດຄ່ອງ ກັບກົດໝາຍ ຣັຖທັມນູນ ຂອງລາວ.

ພ້ອມກັນນັ້ນ ທາງຝ່າຍອົງການ ນິຣະໂທດກັມ ສາກົລ ຍັງໄດ້ເວົ້າເຖິງ ຂໍ້ສເນີທີ່ ກ່ຽວກັບ ຊາວມົ້ງລາວ ຫລາຍພັນຄົນ ຮວມທັງ ຜູ້ອົພຍົບ ແລະຂໍລີ້ພັຍ ທີ່ຖືກບັງຄັບສົ່ງ ຈາກໄທ ກັບຄືນລາວ ຈາກໄທ ເມື່ອເດືອນ ທັນວາປີ 2009 ຊຶ່ງເປັນຂໍ້ແນະນໍາ ທີ່ທາງ ຣັຖບານລາວ ສນັບສນູນ ພຽງສ່ວນໃດສ່ວນນຶ່ງ  ແລະພ້ອມດຽວກັນ ກໍຮຽກຮ້ອງໃຫ້ ທາງການລາວ ອະນຸຍາດໃຫ້ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ ແລະອົງການ ມະນຸສທັມຕ່າງໆ ເຂົ້າເຖິງຊາວມົ້ງ ທີ່ຖືກສົ່ງກັບ ໃນເຂດບ້ານໃໝ່ ຜາຫລັກ ແລະ Nongsan ໃນແຂວງວຽງຈັນ ແລະບ້ານໂພນຄໍາ ໃນແຂວງບໍລິຄໍາໄຊ.  ແອມແນສຕີ ເວົ້າວ່າ ໃນຂນະທີ່ ທາງການ ລາວ ໄດ້ຈັດໃຫ້ມີ ການເດີນທາງ ໄປຢ້ຽມຢາມ ເຂດເຫລົ່ານັ້ນຫລາຍຄັ້ງ ສໍາລັບ ນັກການທູດ ແລະນັກຂ່າວ ແຕ່ໃນການໄປນັ້ນ ກໍມີການ ຈໍາກັດ ບໍ່ໃຫ້ພົບຄົນ ມົ້ງທົ່ວໄປ ແລະບໍ່ໃຫ້ໂອກາດ ຊາວມົ້ງ ໄດ້ເວົ້າ ຢ່າງເສຣີ ກັບຄນະທີ່ໄປ ຢາມໂດຍບໍ່ມີການ ບີບຮັດໃດໆນັ້ນ ບໍ່ມີເລີຍ.

ແຕ່ເຖິງແນວໃດ ກໍຕາມ ການສົ່ງເສີມ ການປົກປ້ອງ ສິດທິມະນຸດ ແລະ ປະຊາທິປະຕັຍ ກໍຍັງເປັນນຶ່ງ ໃນບັນຫາ ບຸຣິມະສິດ ໃນນະໂຍບາຍ ການຕ່າງປະເທດ ຂອງສະຫະຣັຖ ອະເມຣິກາ ມາແຕ່ ດົນນານ.  ແລະມາດາມ Stuart ຊຶ່ງກໍາລັງຈະໄປ ເປັນເອກອັຄຣາຊທູດ ຄົນໃໝ່ ສະຫະຣັຖ ປະຈໍາລາວ ແລະກໍເຄີຍໄດ້ ໄປປະຈໍາການ ຢູ່ລາວນັ້ນ ໄດ້ກ່າວຕໍ່ສະພາ ສູງສະຫະຣັຖ ກ່ອນໜ້ານີ້ໂດຍ ເນັ້ນເຖິງ ພາຣະກິດ ທີ່ສໍາຄັນຍິ່ງ ແນວນຶ່ງ ຢູ່ລາວ ໃນຕອນນຶ່ງວ່າ: … "ນາງ ຈະຕິດຕາມ ແລະ ມີຄວາມຕັ້ງໃຈ ທີ່ຈະຊ່ວຍ ແກ້ໄຂປວັດການ ດ້ານສິດທິມະນຸດ ທີ່ບໍ່ດີ ຂອງຣັຖບານລາວ.  ນາງຈະຊຸກຍູ້  ຣັຖບານ ລາວ ໃນບັນຫາ ສິດທິມະນຸດ ແລະສົ່ງເສີມ ໃຫ້ມີການ ປະຕິບັດ ໃຫ້ໄດ້ມາຕຖານ ສາກົລ. 

ພ້ອມດຽວກັນນັ້ນ ມາດາມ Stuard ກໍຍັງກ່າວ ສະແດງຄວາມເປັນຫ່ວງ ນໍາເລື່ອງການ ປະຕິບັດ ຕໍ່ຊາວມົ້ງ ຫລາຍພັນຄົນທີ່ຖືກ ສົ່ງຈາກໄທກັບລາວ ແບບບັງຄັບ ເມື່ອເດືອນກັນຍາ ປີ 2009  ຮວມທັງຊາວ ມົ້ງລາວ 159 ຄົນ ຊຶ່ງຂ້າຫລວງໃຫຍ່ ສະຫະປະຊາຊາດ UNHCR ຮຽກຮ້ອງໃຫ້ ປະຊາຄົມສາກົລ ຮັບໄປຕັ້ງຖີ່ນຖານ ໃນຖານະເປັນ ບຸກຄົນ ທີ່ພົບວ່າ ອາຈບໍ່ມີຄວາມ ປອດພັຍຢູ່ລາວ. ໃນ 159 ຄົນນັ້ນ ມີ 70 ຄົນ ຖືກທາບທາມ ໃຫ້ສະຫະຣັຖ ຮັບເອົາG …"ມາດາມ Stuart ກ່າວຕື່ມອີກ ຕອນທີ່ ສະພາສູງ ຍັງບໍ່ທັນ ຮັບຜ່ານການ ແຕ່ງຕັ້ງ ໃຫ້ນາງເປັນທູດ ປະຈໍາລາວເທື່ອ ນັ້ນວ່າ ຖ້າສະພາສູງ ຮັບຮອງ ເອົານາງນັ້ນ ອີກໜ້າທີ່ນຶ່ງ ທີ່ມີຄວາມ ສໍາຄັນຍິ່ງ ກໍຄືການເຮັດ ວຽກຮ່ວມກັບ ທາງການລາວ ແລະ ອົງການຈັດຕັ້ງ ສາກົລ ຕ່າງໆທີ່ກ່ຽວຂ້ອງ  ເພື່ອຮັປກັນໃຫ້ ມີການ ປະຕິບັດຕໍ່ ຊາວມົ້ງທີ່ຖືກ ສົ່ງກັບຄືນລາວ ນັ້ນແບບມີ ມະນຸດສະທັມ ແລະຊ່ວຍ ພວກຄົນ ທີ່ມີເງື່ອນໄຂ ໃຫ້ໄດ້ໄປ ຕັ້ງຖີ່ນຖານໃໝ່ ໃນປະເທດ ທີສາມ.

ບັນຫາ ທີ່ກ່ຽວຂ້ອງ ກັບຊາວມົ້ງລາວ ແລະເຫດການ ປະທ້ວງ ຢ່າງສັນຕິ ຂອງຂະບວນ 26 ຕຸລາ ໃນນະຄອນ ຫລວງວຽງຈັນ ເມື່ອປີ 1999 ເພື່ອຮຽກຮ້ອງ ໃຫ້ລາວ ມີການປ່ຽນແປງ ສູ່ປະຊາທິປະຕັຍ ແລະສິດທິມະນຸດ ນັ້ນ ເປັນບັນຫານຶ່ງ ໃນລາວ ຊຶ່ງຕ່າງປະເທດ ໃຫ້ຄວາມສົນໃຈ ມາຕລອດ.

ເວົ້າສະເພາະ ເຫດການປະທ້ວງ 26 ຕຸລາ ໃນວັນບຸນ ຊ່ວງເຮືອ ປະຈໍາປີ ທີ່ແຄມຂອງ ໃນນະຄອນຫລວງ ວຽງຈັນນັ້ນ ທາງການລາວ ກໍໄດ້ປະຕິເສດ ຕລອດມາວ່າ ເປັນເຫດການ ທີ່ບໍ່ໄດ້ເກີດມີ ຂຶ້ນເລີຍ  ແຕ່ການຈັບ ໃນວັນນັ້ນ ເປັນການຈັບຄົນ ເມົາເຫລົ້າ ເມົາຢາ ເພາະເປັນວັນບູນ. ວ່າດັ່ງນັ້ນ. ແຕ່ເຖິງແນວໃດ ຫລາຍຄົນກໍຍັງ ຕັ້ງຂໍ້ສົງໃສ ຢູ່ວ່າ ເປັນຫັຍງຈັບຂັງຄຸກ ດົນແທ້ ຮອດ 10 ປີ ກໍຍັງບໍ່ປ່ອຍ. 
ສ່ວນຊາວມົ້ງທີ່ ຖືກສົ່້ງກັບນັ້ນ ທາງການລາວ ກໍຢືນຢັນວ່າ ມີການປະຕິບັດ ຕໍ່ແບບມີ ມະນຸດສະທັມ ມີການໃຫ້ຄວາມ ຊ່ວຍເຫລືອ ເປັນຢ່າງດີ -ວ່າດັ່ງນັ້ນ.

ການກວດກາ ສະພາບການ ປະຕິບັດ ສິດທິມະນຸດ ຂອງສະພາ ສະຫະປະຊາຊາດ ດ້ານສິດທິມະນຸດ ມີຂຶ້ນທຸກ 4 ປີ ໂດຍມີ ຈຸດປະສົງ ສົ່ງເສີມແລະ ປົກປ້ອງ ສິດທິມະນຸດ ໃນປະເທດຕ່າງໆ ທົ່ວໂລກ ຮວມທັງໃນ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.