"ລາວຫຼົງ" ຕອນທີ 3
ສາຣະຄະດີ ປະຈຳ ສັປດາ ເຣື້ອງ ”ລາວຫລົງ” ຕອນທີ່ 3. ໃນມື້ນີ້ ຈະໄດ້ ເລົ່າເຖິງ ຄວາມຮູ້ສືກ ຂອງ ຊາຍ ຊະຣາ ຜູ້ນຶ່ງ ທີ່ຢູ່ ໃນ ຊຸມຊົນ ອົພຍົບ ພະມ້າ ເຊື້ອສາຍ ລາວ ທີ່ ມັກຈະ ສະເທືອນ ໃຈ ຈົນນໍ້າຕາ ໄຫລ ເມື່ອໄດ້ຍີນ ຄໍາວ່າ ”ວຽງຈັນ” ເພາະ ຄໍາເວົ້າ ຄໍ່ນັ້ນ ມັນຝັງ ຢູ່ໃນ ຈິດໃຈ ມັນເປັນ ຖີ່ນກຳເນີດ ຂອງ ບັນພະບູຣຸດ ຂອງ ພວກຕົນ ແລະ ຈະມີ ໃຜແດ່ ທີ່ມີ ໂອກາດ ຂ້າມ ແມ່ນ້ຳຂອງ ໄປຫາ ”ວຽງຈັນ” ໃນ ສ່ວນເລີກ ຈິດສໍານຶກ ຂອງ ແຕ່ລະຄົນ ມີແຕ່ ຫວັງວ່າ ໃນຊາດນີ້ ຈະຕ້ອງ ໄປເຫັນ ”ວຽງຈັນ” ໃຫ້ໄດ້. ສເນີໂດຍ: ມະນີຈັນ.