ກົດຟັງສຽງ
ເມື່ອທ້າຍເດືອນ ຜ່ານມາ ກະຊວງ ຖແຫລງຂ່າວ ວັທນະທັມ ແລະ ການທ່ອງທ່ຽວ ສປປລາວ ໄດ້ອອກ ຄຳສັ່ງ ໃຫ້ປິດ ຣາຍການ ວິທຍຸ ທີ່ມີຊື່ວ່າ ລົມເຣື່ອງຂ່າວ ທີ່ດຳເນີນ ຣາຍການ ມາເປັນ ເວລາ 4 ປີ ແລ້ວ. ໃນຣາຍການ ນີ້ ທ່ານ ອຸ່ນແກ້ວ ສຸກສວັນ ຜູ້ດຳເນີນ ຣາຍການ ໃນຕອນຕົ້ນ ຈະອ່ານຂ່າວ ເດັ່ນໆ ທີ່ທາງການລາວ ຂຽນອອກ ໃນມື້ນັ້ນ ແລ້ວກໍເປີດ ໃຫ້ ປະຊາຊົນ ລາວ ທົ່ວໄປ ໂທຣະສັບ ເຂົ້າມາ ອອກຄວາມຄິດ ຄວາມເຫັນ ກ່ຽວກັບຂ່າວ ເຫລົ່ານັ້ນ ຕົວຢ່າງ ໃນຣະຍະ ສອງສາມ ເດືອນ ຜ່ານມາ ຂ່າວເດັ່ນໆ ຢູ່ລາວ ສ່ວນຫລາຍ ກໍແມ່ນຂ່າວ ກ່ຽວກັບ ການ ສ້າງໂຮງແຮມ ຫລູຫລາ ແລະ ເຮືອນພັກ ຢູ່ ຫາດດອນຈັນ ເພື່ອຕ້ອນຮັບ ຜູ້ນຳຈາກ 46 ປະເທດ ທີ່ຈະມາຮ່ວມ ກອງປະຊຸມ ສຸດຍອດ ເອເຊັຍ-ຢູໂຣບ ຫລື Asem ໃນ ທ້າຍປີນີ້ ນອກຈາກນັ້ນ ກໍມີຂ່າວ ກ່ຽວກັບ ຣັຖບານ ລາວ ອະນຸຍາດ ໃຫ້ຈີນ ສ້າງ ເສຖກິດ ສະເພາະ ບຶງທາດຫຼວງ ແລະ ໃຫ້ວຽດນາມ ສ້າງເຂດ ເສຖກິດ ສະເພາະ ສນາມກອຟ ລອງທັ່ນ ຢູ່ບໍຣິເວນ ຫົວຂົວ ມິຕພາບ ລາວ-ໄທ ໃນເຂດ ນະຄອນຫລວງ ວຽງຈັນ.
ຕໍ່ຂ່າວເດັ່ນ ເຫລົ່ານີ້ ປະຊາຊົນລາວ ຫລາຍຄົນ ກໍໄດ້ ໂທຣະສັບ ເຂົ້າໄປ ອອກຄວາມຄິດ ຄວາມເຫັນ ບາງຄົນ ກໍຈົ່ມ ໃນທຳນອງ ທີ່ວ່າ ການທີ່ພັກ ແລະ ຣັຖບານ ລາວ ໄດ້ໃຫ້ຈີນ ແລະ ວຽດນາມ ເຊົ່າທີ່ດິນ ຢ່າງຫລວງຫລາຍ ແລະ ເປັນເວລາ ຍາວນານ ເຖິງ 75 ປີ ນັ້ນ ເປັນການ ຂາຍຊາດ ຂາຍແຜ່ນດິນ ໃຫ້ແກ່ ຕ່າງຊາດ.
ຣາຍການ ລົມເຣື່ອງຂ່າວ ປະກົດວ່າ ໄດ້ຮັບຄວາມ ສົນໃຈ ແລະ ຄວາມນິຍົມ ຊົມຊອບ ຈາກ ປະຊາຊົນ ຫລາຍ ເປັນພິເສດ ແຕ່ເປັນຫຍັງ ທາງການລາວ ຈຶ່ງສັ່ງປິດ ຣາຍການ ດັ່ງກ່າວ? ຄົນລາວ ຜູ້ນຶ່ງ ທີ່ມີ ວ່າ ພຸດທະສິນ ຂຽນລົງ ທາງເວັບໄຊຕ໌ LaoLinks ຕອບຄຳຖາມ ນັ້ນວ່າ ຣາຍການ ລົມເຣື່ອງຂ່າວ ທາງວິທຍຸ FM 103.7 ຖືກສັ່ງປິດ ຈາກ ວິທຍຸ ແຫ່ງຊາດລາວ ເມື່ອວັນຈັນ ວັນທີ່ 30 ມັງກອນ ປີ 2012 ຍ້ອນວ່າ ຣາຍການ ດັ່ງກ່າວ ຜິດແນວທາງ ນະໂຍບາຍ ຂອງພັກ ແລະ ຣັຖບານ ສປປລາວ.
ຄົນລາວ ອີກຜູ້ນຶ່ງ ທີ່ຕິດຕາມ ຣາຍການ ລົມເຣື່ອງຂ່າວ ເປັນປະຈຳ ຊ່ວຍ ອະທິບາຍ ໃຫ້ເຫດຜົນ ວ່າ: ຄນະຜູ້ນຳ ພັກ ແລະ ຣັຖບານລາວ ສັ່ງປິດ ຣາຍການ ກໍເພາະວ່າ ເມື່ອປະມານ ອາທິດນຶ່ງ ກ່ອນຖືກປິດ ຊາວນາລາວ ຈາກພາກໃຕ້ ຄົນນຶ່ງ ໃຫ້ສຳພາດ ແກ່ຜູ້ດຳເນີນ ຣາຍການ ວ່າເ ໃນເບື້ອງຕົ້ນ ບໍຣິສັດ ຂອງວຽດນາມ ໄດ້ຮັບ ສັມປະທານ ເຊົ່າທິດິນ ກວ້າງ 150 ເຮັກຕາຣ໌ ເພື່ອປູກກາເຟ ໃນພາກໃຕ້ ຂອງລາວ ແຕ່ ປັດຈຸບັນ ບໍຣິສັດ ຂອງວຽດນາມ ດັ່ງກ່າວ ໄດ້ຖາງຂຍາຍ ສວນປູກກາເຟ ຂອງເຂົາ ໃຫ້ກວ້າງຂວາງ ອອກເປັນ 1,000 ເຮັກຕາຣ໌ ແລະ ທິ່ດິນ ສ່ວນນຶ່ງ ແມ່ນດິນ ບ່ອນຢູ່ອາໄສ ແລະ ບ່ອນທຳມາ ຫາກິນ ຂອງ ປະຊາຊົນ ລາວ ທ້ອງຖິ່ນ.
ຊາວນາລາວ ຜູ້ນີ້ເວົ້າ ຕື່ມວ່າ ບໍຣິສັດ ວຽດນາມ ໃຫ້ເງິນ ສິນບົນ ແກ່ເຈົ້າເມືອງ ໃນເມືອງ ທີ່ ບໍຣິສັດ ວຽດນາມ ລົງທຶນ ປູກກາເຟ ນັ້ນ ແລະປັດຈຸບັນ ເຈົ້າເມືອງ ຜູ້ນັ້ນ ກໍມີຣົດໃໝ່ ຄັນດີໆງາມໆ ຂີ່. ການໃຫ້ ສຳພາດ ຂອງຊາວລາວ ຜູ້ນີ້ ສະແດງ ໃຫ້ເຫັນວ່າ ທາງການລາວ ສັ່ງປິດ ຣາຍການລົມ ເຣື່ອງຂ່າວ ເພາະຣາຍການນີ້ ເປີດໃຫ້ ຊາວລາວ ເປີດໂປງ ການກະທຳ ທີ່ບໍ່ຖືກຕ້ອງ ບໍ່ເປັນທັມ ຂອງບໍຣິສັດ ວຽດນາມ ໃນລາວ ຊຶ່ງຄນະຜູ້ນຳ ພັກ ແລະ ຣັຖບານ ສປປລາວ ໃຫ້ຄຳໝັ້ນ ສັນຍາ ເລື້ອຍໆ ວ່າຈະໃຫ້ ຄວາມສະດວກ ສະບາຍ ຢ່າງເຕັມທີ່ ແກ່ການລົງທຶນ ຂອງວຽດນາມ ຢູ່ລາວ.
ອີກສາເຫດນຶ່ງ ທີ່ພາໃຫ້ ທາງການລາວ ສັ່ງປິດ ຣາຍການ ລົມເຣື່ອງຂ່າວ ນັ້ນກໍຄື ກ່ອນຈະຖືກ ປິດ ຄົນລາວ ອີກຜູ້ນຶ່ງ ໄດ້ ໂທຣະສັບ ໄປຖາມ ຜູ້ຈັດຣາຍການ ວ່າ ເປັນຫຍັງ ສະຖານທີ່ ບັນເທິງ ແຫ່ງນຶ່ງ ໃນ ນະຄອນຫລວງ ວຽງຈັນ ທີ່ຖືກສັ່ງປິດ ເມື່ອບໍ່ດົນ ຜ່ານມາ ຍ້ອນເປີດ ເກີນເວລາ ແລະ ອະນຸຍາດ ໃຫ້ເຍົາວະຊົນ ທີ່ມີອາຍຸ ບໍ່ເຖິງ ກະສຽນ ເຂົ້າໄດ້ນັ້ນ ດຽວນີ້ ເປີດຄືນໃໝ່ແລ້ວ?
ຫລັງຈາກນັ້ນ ຄົນລາວ ອີກຜູ້ນຶ່ງ ກໍໂທຣເຂົ້າມາ ຕອບວ່າ ໃຜໆກໍຮູ້ດີ ຕິ໋ວ່າ ແມ່ນໃຜ ເປັນເຈົ້າຂອງ ຮ້ານບັນເທີງ ດັ່ງກ່າວ? ຄົນລາວ ຜູ້ນີ້ໝາຍເຖິງ ຜູ້ທີ່ເປັນ ເຈົ້າຂອງ ຮ້ານບັນເທີງ ທີ່ລະເມີດ ກົດຣະບຽບ ກົດໝາຍ ນັ້ນຕ້ອງແມ່ນ ເຈົ້າໜ້າທີ່ ຂັ້ນສູງ ຂອງພັກ ແລະ ຣັຖບານ ຢ່າງແນ່ນອນ.
ເມື່ອນັກຂ່າວ ຖາມທ່ານ ອຸ່ນແກ້ວ ສຸກສວັນ ຜູ້ຈັດ ຣາຍການວ່າ ເປັນຫຍັງ ຣາຍການ ຂອງທ່ານ ຈຶ່ງຖືກປິດ? ທ່ານ ອຸ່ນແກ້ວ ສຸກສວັນ ກໍຕອບວ່າ ຫົວໜ້າ ວິທຍຸ ແຫ່ງຊາດລາວ ບອກວ່າ ທ່ານ ບໍ່ແສງຄຳ ວົງດາຣາ ຣັຖມົນຕຣີ ກະຊວງ ຖແລງຂ່າວ ວັທນະທັມ ແລະ ການທ່ອງທ່ຽວ ໄດ້ມີຄຳສັ່ງ ໃຫ້ປິດ ຣາຍການ ລົມເຣື່ອງຂ່າວ ແຕ່ຫົວໜ້າ ວິທຍຸແຫ່ງຊາດ ບໍ່ໄດ້ແຈ້ງ ເຫດຜົນ ຣາຍລະອຽດວ່າ ເປັນຍ້ອນຫຍັງ? ສ່ວນທ່ານ ອຸ່ນແກ້ວ ສຸກສວັນ ເອງ ກໍຄິດທົບທວນ ເບິ່ງການ ດຳເນີນ ຣາຍການ ຂອງຕົນເອງ ແຕ່ກໍບໍ່ເຫັນວ່າ ຕົນມີຂໍ້ ຜິດພາດ ບ່ອນໃດ ຫລືຜິດ ຣະບຽບ ກົດໝາຍ ແນວໃດ.
ຄວາມຈິງແລ້ວ ສາເຫດ ອັນແທ້ຈິງ ທີ່ພັກ ແລະ ຣັຖບານ ສປປລາວ ສັ່ງປິດ ຣາຍການ ລົມເຣື່ອງຂ່າວ ກໍແມ່ນ ພັກ ປະຊາຊົນ ປະຕິວັດລາວ ເປັນພັກ ຄອມມຸຍນິສ ປົກຄອງ ດ້ວຍ ອຳນາດ ຜະເດັດການ ຜູກຂາດ ອຳນາດ ເຊື່ອໝັ້ນວ່າ ອຸດົມການ ແລະ ແນວທາງ ນະໂຍບາຍ ຂອງຕົນ ດີເລີດ ບໍ່ຍອມໃຫ້ ມີພັກ ຝ່າຍຄ້ານ ຫລື ຜູ້ທີ່ຕໍ່ຕ້ານ ຂັດຄ້ານ ຢ່າງເດັດຂາດ ຖ້າຜູ້ໃດ ພຍາຍາມ ຕໍ່ຕ້ານ ກໍຈະຖືກ ປາບປາມ ຢ່າງ ບໍ່ມີການ ປະນີປະນອມ. ມາຕການ ທັງໝົດນີ້ ກໍເພື່ອ ພັກ ປະຊາຊົນ ປະຕິວັດລາວ ຈະສາມາດ ກຳອຳນາດ ຜູກຂາດ ຕລອດໄປ.
ສະນັ້ນ ພັກແລະ ຣັຖບານ ສປປລາວ ຈຶ່ງບໍ່ຍອມ ເປີດໃຫ້ ປະຊາຊົນ ມີສິດມີສຽງ ອອກຄວາມຄິດ ຄວາມເຫັນໄດ້ ຢ່າງເສຣີ ແບບນັ້ນ ແລະ ຍ້ອນເຫດຜົນ ອັນດຽວກັນ ພັກແລະຣັດ ຈຶ່ງຄວບຄຸມ ສື່ມວລຊົນ ຢ່າງ ເຄັ່ງຄັດ ເປັນຕົ້ນ ວິທຍຸແຫ່ງຊາດ ລາວ ທີ່ອະນຸຍາດ ໃຫ້ມີຣາຍການ ລົມເຣື່ອງຂ່າວ ນັ້ນແຮງຖືກ ຄວບຄຸມ ຢ່າງໃກ້ຊິດ. ໃນເບື້ອງຕົ້ນ ຄນະຜູ້ນໍາ ພັກ ແລະ ຣັຖບານລາວ ອະນຸຍາດ ໃຫ້ຈັດ ຣາຍການ ດັ່ງກ່າວໄດ້ ກໍເພື່ອຮັບໃຊ້ ກົນອຸບາຍ ຂອງພັກ ທີ່ຢາກຫລອກລວງ ໃຫ້ ປະຊາຊົນ ລາວ ເຂົ້າໃຈວ່າ ພັກ ປະຊາຊົນ ປະຕິວັດ ລາວ ຂອງຕົນ ເຖິງວ່າເປັນ ພັກ ຄອມມຸຍນິສ ກໍຕາມ ແຕ່ໃນ ຣະຍະນີ້ ກໍໄດ້ເປີດ ຮັບຟັງ ຄວາມຄິດ ຄວາມເຫັນ ຂອງ ປະຊາຊົນ ແດ່ແລ້ວ. ແຕ່ຫລັງຈາກ ເປີດໂອກາດ ໃນຣະຍະ ນຶ່ງ ຄນະຜູ້ນຳ ພັກ ແລະ ຣັຖບານລາວ ເຫັນວ່າ ຈະເປັນ ອັນຕະຣາຍ ຕໍ່ຄວາມໝັ້ນຄົງ ຂອງພັກ ແລະອຳນາດ ຂອງຕົນເອງ ຈຶ່ງສັ່ງປິດ ທັນທີ.
ຢ່າລືມວ່າ ທາດແທ້ ຂອງ ຄອມມຸຍນິສ ນັ້ນແມ່ນ ຕ້ອງເຮັດ ທຸກສິ່ງ ທຸກຢ່າງ ເພື່ອຜົນປໂຍດ ຂອງພັກ ຜົນປໂຍດ ຂອງ ປະຊາຊົນ ເປັນສຳຮອງ. ຈິງຢູ່ ຣັຖທັມມະນູນ ສປປລາວ ບົ່ງໄວ້ວ່າ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນ ລາວ ອຳນາດ ທັງໝົດ ເປັນຂອງ ປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປໂຍດ ຂອງ ປະຊາຊົນ ບັນດາ ຊົນເຜົ່າ ແລະ ນອກຈາກນັ້ນ ຄນະຜູ້ນຳ ພັກ ປະຊາຊົນ ປະຕິວັດລາວ ກໍກ່າວອ້າງ ຢູ່ເລື້ອຍໆວ່າ ພັກແລະຣັຖ ເຮັດທຸກສິ່ງ ທຸກຢ່າງ ເພື່ອ ປະຊາຊົນ. ແຕ່ໃນພາກ ປະຕິບັດ ຕົວຈິງແລ້ວ ປະຊາຊົນລາວ ເກືອບທຸກຄົນ ກໍຄົງຈະ ຕອບໄດ້ ເລີຍວ່າ ນັ້ນບໍ່ແມ່ນ ຄວາມຈິງ ທີ່ຈິງແລ້ວ ແມ່ນ ກົງກັນຂ້າມ ບໍ່ພຽງແຕ່ ພັກ ເຮັດເພື່ອ ຜົນປໂຍດ ຂອງ ພັກເທົ່ານັ້ນ ແຕ່ຄນະ ຜູ້ນຳພັກ ແລະ ຣັຖຫລາຍຄົນ ຍັງເຮັດເພື່ອ ຜົນປໂຍດ ສ່ວນຕົວນຳ.
ປັດຈຸບັນ ຄນະຜູ້ນຳພັກ ແລະ ຣັດ ຮ່ັງມີ ເປັນດີຂື້ນ ຢ່າງວ່ອງໄວ ມີເຮືອນ ຄະຣືຫາດ ຫລັງໃຫຍ່ໆງາມໆ ແລະ ກໍມີຣົດ ຄັນດີໆງາມໆ ຂີ່ ສ່ວນ ປະຊາຊົນ ສ່ວນຫລາຍ ຍັງທຸກຍາກ ຂາດເຂີນ ຢູ່ຕາມເດີມ. ສລຸບແລ້ວ ຄນະຜູ້ນຳພັກ ປະຊາຊົນ ປະຕິວັດລາວ ແລະ ຣັຖບານ ສປປລາວ ສັ່ງປິດຣາຍການ ລົມເຣື່ອງຂ່າວ ກໍເພາະ ພວກເຂົາເຈົ້າ ເຫັນວ່າ ຣາຍການ ດ່ັງກ່າວ ຈະເປັນ ອັນຕະຣາຍ ຕໍ່ ຄວາມໝັ້ນຄົງ ຂອງ ພັກ ຂອງຣັດ ແລະ ຂອງພວກ ເຂົາເຈົ້າເອງ. ຢ່າລືມວ່າ ພັກ ປະຊາຊົນ ປະຕິວັດລາວ ເປັນພັກ ຜະເດັດການ ບໍ່ຍອມເປີດໃຫ້ ປະຊາຊົນ ມີສິດ ເສຣີພາບ ໄດ້ງ່າຍໆ ຖ້າເປີດ ກໍເພື່ອ ຮັບໃຊ້ ກົນອຸບາຍ ຂອງຕົນ ເທົ່ານັ້ນ.
