ກົດຟັງສຽງ
ອົງກາຣ ນັກຂ່າວ ບໍ່ມີພົມແດນ ຫລື Reporters without borders ທີ່ຖືກ ກໍ່ຕັ້ງແຕ່ປີ 1985 ເປັນຕົ້ນມາ ໂດຽນັກຂ່າວ ຊາວຝຣັ່ງເສສ 3 ຄົນ ຄື: ທ່ານ Robert Menard ທ່ານ Rony Brauman ແລະທ່ານ Jean-Francois Julliard ຊຶ່ງມີ ຫ້ອງກາຣໃຫຍ່ ຕັ້ງຢູ່ກຸງ ປາຣີສ໌ ແຕ່ກໍຫາກມີ ສາຂາ ຢູ່ຫລາຍແຫ່ງ ໃນທົ່ວໂລກ ທີ່ມີເປົ້າ ໝາຍຫລັກ ໃຫ້ຄວາມຄຸ້ມຄອງ ແລະ ປົກປັກຮັກສາ ທາງດ້ານ ສິທທິ ຂອງ ບັນດານັກຂ່າວ ໂດຽທົ່ວໄປ ພ້ອມກັບ ໃຫ້ຄວາມຊ່ວຍເຫລືອ ທາງດ້ານ ກົດໝາຍ ແກ່ນັກຂ່າວ ທີ່ຖືກປາບປາມ ທາຣູນ ແລະ ຖືກຈັບຄຸມຂັງ ຍ້ອນໄດ້ ພາກັນ ປະຕິບັຕ ໜ້າທີ່ ເພື່ອຫາເອົາ ຂ່າວກ່ຽວກັບ ເຫຕກາຣ ຄວາມເປັນຈີງ ອອກສູ່ສາຍຕາ ຂອງ ປະຊາຄົມ ໂລກ.
ນອກຈາກນັ້ນ ທາງອົງກາຣ ນັກຂ່າວ ບໍ່ມີພົມແດນ ຍັງໃຫ້ກາຣ ຕໍ່ວ່າຕໍ່ຂານ ກັບທາງກາຣ ຣັຖບາລ ໃນແຕ່ລະ ປະເທສ ເພື່ອໃຫ້ຍົກເລີກ ກາຣກວດກາ ບໍ່ວ່າທາງສື່ ສາຣກາຣພີມ ຫລື ທາງ ອິນເຕີຣ໌ເນັຕ ດັ່ງທີ່ພົບເຫັນ ຢູ່ໃນຫລາຍໆ ປະເທສທົ່ວໂລກ ໃນ ປັຈຈຸບັນ ຊຶ່ງກໍໄດ້ຮັບ ກາຣສນັບສນູນ ຈາກອົງກາຣ ສະຫະປະຊາຊາຕ ຕລອດມາ ເຊັ່ນກັນ. ພ້ອມດຽວກັນນັ້ນ ທາງອົງກາຣ ນັກຂ່າວ ບໍ່ມີພົມແດນ ຍັງໄດ້ ດໍາເນີນກາຣ ສໍາຣວຈດ້ານ ຄວາມສະດວກ ສະບາຍ ຫລືບັນຫາ ດ້ານກາຣ ອອກຂ່າວຄາວຕ່າງໆ ໃນທົ່ວໂລກ ນັ້ນນຳອີກ ໂດຽໄດ້ຈັດ ອັນດັບ ຂອງ ແຕ່ລະ ປະເທສ ທີ່ກ່ຽວພັນ ກັບບັນຫາ ຫລືກາຣຂາດ ສິທທິ ຂອງກາຣ ອອກຂ່າວຄາວ ຢູ່ໃນແຕ່ລະ ປະເທສນັ້ນໆ.
ອີງຕາມ ຜົລກາຣສໍາຣວຈ ແລະ ກາຣຈັດອັນດັບ ທີ່ນໍາອອກ ຣາຍງານ ຢູ່ໃນດັຊນີ ຂອງກາຣມີ ອິສຣະພາບ ກາຣອອກຂ່າວ ໃນແຕ່ລະປີ ກໍມີຄວາມ ແຕກຕ່າງກັນ ຊຶ່ງກໍຂື້ນ ຢູ່ກັບສະພາບກາຣ ໃນແຕ່ລະ ປະເທສ ດັ່ງຈະເຫັນໄດ້ ໃນສົກປີ 2011-2012 ນີ້ ທີ່ໄດ້ຈັດ ປະເທສ ຊີເຣັຽ ບາເຣ໊ງ ແລະ ຍີມັນ ໃຫ້ຢູ່ໃນກຸ່ມ ປະເທສ ທີ່ໄດ້ຮັບ ຄະແນນຕໍ່າ ຫລືຂີ້ຮ້າຍ ທີ່ສຸດ ໃນບັນດາ ປະເທສ ໃນເຂຕອາຫຣັບ ຍ້ອນມີກາຣ ປາບປາມ ບັນດານັກຂ່າວ ທີ່ໄດ້ຣາຍງານ ກາຣຮຽກຮ້ອງ ຂອງ ປະຊາຊົນ ເພື່ອໃຫ້ມີ ກາຣປ່ຽນແປງ ໃນຣະບົບ ກາຣປົກຄອງ ເຖີງຂັ້ນມີ ນັກຂ່າວຫລາຍໆຄົນ ໄດ້ຮັບຄວາມ ເດືອດຮ້ອນ ເຖີງຂັ້ນເສັຽ ຊີວີຕໄປ ຕັ້ງຫລາຍໆຄົນ.
ນອກຈາກນັ້ນ ບັນຫາ ຄວາມວຸ້ນວາຍ ທາງສັງຄົມ ແລະ ກາຣເມືອງ ໃນຫລາຍ ປະເທສ ກໍເຮັດໃຫ້ ມີກາຣປ່ຽນແປງ ຂອງດັຊນີ ດ້ານອິສຣະ ຂອງກາຣອອກຂ່າວ ເຊັ່ນກັນ ເຊັ່ນປະເທສ ອີຈິປ ກໍຍັງຢູ່ ອັນດັບ 167 ເຊັ່ນດຽວກັບ ໃນປີ 2010 ທີ່ຜ່ານມາ ຍ້ອນມີກາຣ ລຸກຮື ຂອງປະຊາຊົນ ເພື່ອ ປະຊາທິປະໄຕ ເຊັ່ນດຽວກັບ ຢູ່ອີຣັກ ອີຣ່ານ ແລະ ອັຟການິສຖານ ແລະ ໃນຂນະດຽວກັນ ສະຫະຣັຖ ກໍມີກາຣ ຫລຸດລົງມາ ເປັນອັນອັບທີ່ 47 ໃນສົກປີ 2011-2012 ນີ້ ຍ້ອນບັນຫາ ປະຊາຊົນ ພາກັນປະທ້ວງ ຢູ່ຕໍ່ໜ້າ ຫ້ອງກາຣຕລາດຫຸ້ນ Wall Streets ແລະ ໃນເຂຕຕົວເມືອງ ໃຫຍ່ຕ່າງໆ ຫລາຍໆແຫ່ງ ໃນຣະຫວ່າງ 3-4 ເດືອນ ຜ່ານມານີ້.
ສໍາລັບອິສຣະ ຂອງ ກາຣອອກຂ່າວ ຢູ່ ສປປລາວ ນັ້ນ ຢູ່ໃນກຸ່ມ ດຽວກັນ ກັບຫລາຍໆ ປະເທສ ທີ່ໄດ້ຮັບ ຄະແນນຕໍ່າ ເກືອບທີ່ສຸດ ມາຕລອດ ນັບແຕ່ ທາງອົງກາຣ ນັກຂ່າວ ບໍ່ມີພົມແດນ ໃຊ້ດັຊນີ ເປັນເຄື່ອງວັດແທກ ແຕ່ປີ 2002 ເປັນຕົ້ນມາ ດັ່ງທ່ານ Vincent Brussel ເຈົ້າໜ້າທີ່ ອົງກາຣ ນັກຂ່າວ ບໍ່ມີພົມແດນ ຫົວໜ້າຫ້ອງກາຣ ໃນເຂຕ ເອເຊັຽ ປາຊີຟິກ ໄດ້ແຈ້ງຕໍ່ ທາງ ເອເຊັຽເສຣີ ຫວ່າງມໍ່ໆມານີ້ ໃນຕອນໜຶ່ງວ່າ:
"ປະເທສ ລາວ ຖືກຈັດເປັນ ອັນດັບຂີ້ຮ້າຍ ຢູ່ໃນກຸ່ມ ປະເທສ ຂັ້ນຂີ້ຮ້າຍ ທີ່ສຸດ ໃນດ້ານ ສິທເສຣີພາບ ໃນກາຣປາກເວົ້າ ອອກຂ່າວຕ່າງໆ ເພາະທາງກາຣ ຣັຖບາລ ຍັງດຳເນີນ ກາຣຄວບຄຸມ ກາຣອອກຂ່າວ ແລະ ສື່ມວລຊົນ ຢ່າງເຂັ້ມງວດ ຢູ່ຕລອດມາ".
ຢ່າງໃດກໍຕາມ ອີງຕາມດັຊນີ ຂອງ ຄວາມມີ ອິສຣະພາບ ໃນກາຣອອກຂ່າວ ຢູ່ປະເທສ ລາວ ໃນສົກປີ 2011-2012 ຢູ່ໃນອັບດັບ 165 ທຽບໃສ່ອີຈິປ ທີ່ຢູ່ໃນອັນດັບ 166 ແລະ ຄີວບາ ໃນອັນດັບ 167 ແລະວຽຕນາມ 172 ໂດຽແມ່ນ ເກົາຫລີເໜືອ ແລະ ອີຣີເຕຣັຽ ທີ່ໄດ້ອັນດັບ 178 ແລະ 179 ຕາມອັນດັບ ຊື່ງກໍເປັນ ທີ່ໂຈກຕລອດ ໃນຈຳນວນ 179 ປະເທສ ໃນທົ່ວໂລກ.
ເຖີງຢ່າງໃດ ກໍຕາມ ນັບແຕ່ໄດ້ ເຣີ່ມມີກາຣ ໃຊ້ຣະບົບ ແບບດັຊນີ ດັ່ງກ່າວ ແຕ່ປີ 2002 ເປັນຕົ້ນມານັ້ນ ສປປລາວ ຢູ່ໃນກຸ່ມ ບັນດາ 15 ປະເທສ ທີ່ໄດ້ຮັບ ຄະແນນຕໍ່າ ແລະໄດ້ ອັນດັບຂີ້ຮ້າຍ ມາຕລອດ ແລະ ເຖີງແມ່ນວ່າ ເປັນທີ່ 165 ໃນສົກປີ 2011-2012 ນີ້ນັ້ນ ທີ່ຖືວ່າ ດີຂຶ້ນນ້ອຍໜຶ່ງ ກໍຕາມ ແຕ່ສະພາບ ຄວາມເປັນຈີງແລ້ວ ບັນດາ ນັກຂ່າວ ຍັງຂາດ ອິສຣະພາບ ໃນກາຣອອກຂ່າວ ເພາະຍັງຖືກ ຄອບງຳ ໂດຍ ພັກ-ຣັຖ ຕລອດມາ!!
