ກອງປະຊຸມຄັ້ງທີ 9 ພັກປະຊາຊົນ ປະຕິວັດລາວ
2010.02.05
ຕາມຣະບຽບ ການຂອງພັກ ກ່ອນຈະມີ ກອງປະຊຸມໃຫຍ່ ຂອງພັກ ທົ່ວປະເທດ ແຕ່ລະຄັ້ງ ຄນະພັກ ແຕ່ລະຂັ້ນ ຕ້ອງໄດ້ຈັດຕັ້ງ ກອງປະຊຸມ ຂອງຕົນເພື່ອ ເປັນການ ກະຕຣຽມ ຊຶ່ງຄັ້ງທີ່ຈະມາເຖິງ ກໍເປັນຄັ້ງ ທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງຈະມີຂຶ້ນ ໃນຕົ້ນປີ2011 ທີ່ຈະມາເຖິງນີ້.
ດັ່ງນັ້ນ ຈຶ່ງເຫັນໄດ້ວ່າ ນັບຕັ້ງແຕ່ ທ້າຍປີ2009ມາ ຄນະພັກເມືອງ ຄນະພັກແຂວງ ແລະ ຄນະພັກຮາກຖານ ຢູ່ຕາມກະຊວງ ທະບວງກົມ ແລະ ອົງການທຽບເທົ່າ ຂອງພັກ ແລະຣັດຕ່າງໆ ພາກັນ ຂຸ້ນຂ້ຽວດຳເນີນ ກອງປະຊຸມ ຂອງຕົນຢ່າງ ເປັນຂະບວນ ຮວມທັງມີການ ສະຫລຸບ ລາຍງານກ່ຽວກັບ ວຽກງານຮອບດ້ານ ໃນສົກປີ 2008-2009 ແລະວາງທິດທາງ ແຜນການສົກປີ 2009-2010 ເຖິງແມ່ນວ່າ ຈະບໍ່ມີການ ອອກຂ່າວ ໃຫ້ຮູ້ເຖິງການ ກະຕຣຽມໃຫ້ແກ່ ກອງປະຊຸມໃຫຍ່ ທົ່ວປະເທດ ຂອງພັກ ທີ່ວ່າມາ ນັ້ນກໍຕາມ.
ແຕ່ເຖິງແນວໃດ ມັນກໍສະແດງອອກ ຢູ່ໃນກອງ ປະຊຸມໃຫຍ່ ຂອງຄນະພັກຕ່າງໆ ທີ່ຈັດຂຶ້ນຢູ່ ໃນທົ່ວປະເທດ ຊຶ່ງໃນນັ້ນ ຮວມທັງຢູ່ ໃນກອງປະຊຸມ ໃຫຍ່ຄັ້ງທີ7 ຂອງອົງຄນະພັກ ເມືອງລະມາມ ແຂວງເຊກອງ ທີ່ໄດ້ໄຂຂຶ້ນ ຢູ່ສະໂມສອນ ເມືອງ ແລະ ໄດ້ປິດລົງ ໃນວັນທີ27 ມົກກະຣາ 2010 ພາຍຫລັງ ທີ່ໄດ້ ດຳເນີນມາເປັນ ເວລາສອງວັນ.
ກອງປະຊຸມ ດັ່ງກ່າວມີ ທ່ານ ຄຳພັນ ພົມມະທັດ ກັມມະການ ສູນກາງພັກ ເລຂາຄນະພັກ ແຂວງເຊກອງ ມີເລຂາພັກ ເມືອງກະລຶມ ເມືອງດັກຈຶງ ເມືອງທ່າແຕງ
ຄນະພັກເມືອງ ສາມັກຄີໄຊ ແຂວງອັດຕະປື ຄນະພັກເມືອງ ແລະ ແຂວງສາລະວັນ ຕລອດເຖິງ ເລຂາໜ່ວຍ ພັກກຸ່ມບ້ານ ເຂົ້າຮ່ວມ.
ໃນນັ້ນ ຜູ້ວ່າການ ເລຂາພັກ ເມືອງລະມາມ ທ່ານ ຄຳແດງ ກົມມະດຳ ຊຶ່ງເປັນຈຸ້ມເຈື້ອ ຂອງທ່ານ ສີທົນ ກົມມະດຳ ທີ່ທາງການລາວ ບໍ່ໃຫ້ຄວາມ ສົນໃຈນຳ ພໍປານໃດ ນັ້ນ ຂຶ້ນອ່ານ ບົດລາຍງານ ການເມືອງ ທີ່ເວົ້າເຖິງ ການຊີ້ນຳ ນຳພາຂອງ ຄນະພັກເມືອງ ຕລອດໄລຍະ ຫ້າປີຜ່ານມາ ທີ່ວ່າເຮັດໃຫ້ ເສຖກິດ ຂອງເມືອງ ຂຍາຍຕົວ ຢ່າງຕໍ່ເນື່ອງ ຍອດຜລິຕພັນ ພາຍໃນ (GDP) ໃນສົກປີ ຜ່ານມາ ບັນລຸໄດ້ 83,520 ລ້ານກີບ ສະເລັ່ຍໃສ່ ພົລເມືອງ ໄດ້288 ໂດລາ 47ເຊັນ ຕໍ່ຄົນຕໍ່ປີ ໃນຂນະທີ່ ແຜນພັທນາ ເສຖກິດ-ສັງຄົມ 5ປີ ຄັ້ງທີຫົກ ຂອງສປປລາວ ທີ່ກອງປະຊຸມໃຫຍ່ ຄັ້ງທີ8 ຂອງພັກ ປະຊາຊົນ ປະຕິວັດລາວ ບົ່ງໄວ້ວ່າ ຮອດປີ 2010 ຕ້ອງຮັບ ປະກັນ ລາຍໄດ້ສະເລັ່ຽ ຕໍ່ຫົວຄົນຂອງ ປະເທດລາວ ບໍ່ໃຫ້ຫລຸດ 800ໂດລາ ຊຶ່ງເມື່ອປີ2005 ເວົ້າວ່າໄດ້ 490ກວ່າໂດລາ.
ແຕ່ເມື່ອເບິ່ງໃສ່ ການລາຍງານ ຂອງໜັງສືພິມ ປະຊາຊົນ ຊຶ່ງເປັນ ກະບອກສຽງ ຂອງ ສູນກາງພັກ ທີ່ວ່າ ປະຊາຊົນ ຢູ່ເມືອງລະມາມ ມີລາຍໄດ້ພຽງ 288ໂດລາ 47 ເຊັນຕໍ່ຄົນ ຕໍ່ປີ ຄືຫລຸດຈາກ ຕົວເລກ ທີ່ທາງການລາວ ກຳນົດເອົາໄວ້ ເກືອບເຖິງ ສາມເທົ່າຕົວ ການທີ່ວ່າ ຈະເຮັດໃຫ້ ຊີວິດ ການເປັນຢູ່ ທາງດ້ານວັດຖຸ ແລະຈິດໃຈ ຂອງ ປະຊາຊົນລາວ ດີຂື້ນນັ້ນ ກໍຈະເປັນ ການຍາກຫລາຍ ແລະຈະຕ້ອງ ໃຊ້ເວລາພັທນາ ໄປຕື່ມອີກ ບໍ່ໜ້ອຍ ເຖິງແມ່ນວ່າ ທາງຄນະພັກ ວາງຄາດໝາຍ ເອົາໄວ້ວ່າ ຈະເຮັດໃຫ້ ເສຖກິດ ຂອງເມືອງ ຂຍາຍຕົວ ກ້າວກະໂດດ ໃນລະດັບ 18.20% ຕໍ່ປີ ແຕ່ນີ້ຮອດປີ 2014 ກໍຕາມ. ສິ່ງດັ່ງກ່າວ ອາດຈະເປັນ ໄປໄດ້ຍາກ.
ຕໍ່ກອງປະຊຸມ ສະພາແຫ່ງຊາດ ທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ໄດ້ສເນີໃຫ້ ຮັກສາການ ເຕີບໂຕ ຂອງເສຖກິດ ໃນສົກປີ 2009-2010
"ມີລາຍງານຂ່າວ ໃນວັນທີ3 ມົກກະຣາ 2010 ວ່າ ຄາດວ່າ ງົບປະມານ ແຫ່ງຊາດຂອງລາວ ສົກປີ 2009-2010 ທີ່ກຳລັງຈະ ສິ້ນສຸດລົງໃນ ເດືອນ ມິນາ ທີ່ຈະມາເຖິງນີ້ ຍອດຜລິຕພັນພາຍໃນ ຫລື GDP ຂອງ ສປປລາວ ຈະຂຍາຍຕົວພຽງ 6.4% ເທົ່ານັ້ນ.
ຢ່າງໃດກໍຕາມ ຕົວເລກ ຄາດຄະເນ ຂອງທະນາຄານໂລກ ທີ່ຖືກເຜີຍແຜ່ ຢູ່ນະຄອນ ຫລວງວຽງຈັນ ໃນສັປດານີ້ ສະແດງໃຫ້ເຫັນ ເຖິງອັດຕຣາ ການເຕີບໂຕ ຂອງ ເສຖກິດລາວປີນີ້ ຕ່ຳກວ່າປີ ທີ່ຜ່ານມາ ແລະ ຕ່ຳກວ່າທຸກປີ ໃນຫລາຍປີ ມານີ້ທີ່ ຍອດຜລິຕພັນພາຍໃນ ຂຍາຍຕົວສູງເຖິງ 7.2% ຕໍ່ປີ ຍ້ອນຜົນກະທົບ ຈາກສະພາບ ເສຖກິດໂລກ ຕົກຕ່ຳຢ່າງຮຸນແຮງ ໃນຊ່ວງປີກາຍ ເຮັດໃຫ້ການສົ່ງ ສິນຄ້າ ອຸປໂພກ ບໍຣິໂພກ ອອກໄປຂາຍ ຕ່າງປະເທດ ຫລຸດລົງ ການລົງທຶນ ຂອງຕ່າງປະເທດ ກໍຫລຸດລົງ ຮວມທັງການ ສົ່ງເງິນ ຂອງຊາວລາວ ຢູ່ຕ່າງປະເທດ ໄປໃຫ້ພໍ່ແມ່ ພີ່ນ້ອງ ທີ່ຍັງຢູ່ ສປປລາວ ນຳດ້ວຍ.
ແຕ່ເຖິງແນວໃດ ພັກປະຊາຊົນ ປະຕິວັດລາວ ກໍຈະພຍາຍາມ ທີ່ຈະເຮັດໃຫ້ ຕົວເລກຂອງ ຍອດຜລິຕພັນພາຍໃນ ທີ່ທ້ອນ ເອົາມາຈາກ ຕົວເລກຂອງ ແຂວງ ແລະຂແນງ ການຕ່າງໆ ເຂົ້າຢູ່ໃນ ລາຍງານການເມືອງ ຂອງຄນະ ບໍຣິຫານງານ ສູນກາງພັກ ສະໄໝທີ8 ຕໍ່ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຂອງພັກຄັ້ງທີ9 ແລະ ໃນບົດລາຍ ງານ ກ່ຽວກັບທິດທາງ ໜ້າທີ່ຕົ້ນຕໍ ຂອງແຜນພັທນາ ເສຖກິດ-ສັງຄົມ 5ປີ ຄັ້ງທີ7 ທີ່ຈະສເນີຕໍ່ ກອງປະຊຸມໃຫຍ່ ຄັ້ງທີ9 ຂອງພັກນັ້ນ ໃຫ້ໄດ້ຕາມທີ່ ພັກກຳນົດເອົາໄວ້ ໃນການພັທນາ ສປປລາວ ຕາມຈຸດໝາຍ ສັງຄົມນິຍົມຄື: ສຳລັບໄລຍະປີ 2006ຮອດປີ 2010ເຮັດໃຫ້ ເສຖກິດຂຍາຍຕົວ ໃນລະດັບຕໍ່ເນື່ອງ ບັນລຸຄາດໝາຍ7.5% ຂື້ນໄປ ໃນແຕ່ລະປີ ຊຶ່ງເມື່ອໄລຍະ 5ປີກ່ອນ ຄືແຕ່ປີ 2001ຫາ2005 ໄດ້ວາງເປົ້າໝາຍ ເອົາໄວ້ວ່າ ບໍ່ໃຫ້ຫລຸດ7% ແຕ່ເວົ້າວ່າ ບັນລຸໄດ້ພຽງ 6.2%ເທົ່ານັ້ນ ແລະ ກອງປະຊຸມໃຫຍ່ ຄັ້ງທີ9ຂອງພັກ ທີ່ຈະມີຂຶ້ນນີ້ ກໍຈະວ່າ ຍອດຜລິຕພັນພາຍໃນ ໃນ5ປີ ຜ່ານມານັ້ນ ກໍຈະບໍ່ໄດ້ ຕາມເປົ້າໝາຍ ແຜນການຕາມເຄີຍ ຊຶ່ງສ່ວນໃຫຍ່ ກໍຈະ ຖິ້ມໂທດໃສ່ ວິກິດການ ທາງດ້ານການເງິນ ແລະເສຖກິດໂລກ ຕົກຕ່ຳ ຈະປຽບທຽບ ໃສ່ຈັງຫວະ ການເຕີບໂຕ ທາງດ້ານ ເສຖກິດ ຂອງປະເທດຕ່າງໆ ທີ່ເປັນ ສະມາຊິກ ສະມາຄົມ ບັນດາປະເທດ ເອເຊັຍຕາເວັນອອກ ສ່ຽງໃຕ້ ຫລື ASEANວ່າ ລາວມີການເຕີບໂຕ ທາງດ້ານ ເສຖກິດ ສູງກວ່າ ໃນຂນະທີ່ລາຍຮັບ ທີ່ນັບເຂົ້າໃນ ຍອດຜລິຕພັນພາຍໃນ ນັ້ນສ່ວນຫລາຍ ມາຈາກການ ຊ່ວຍເຫລືອ ຂອງຕ່າງປະເທດ ແລະມາຈາກການ ລົງທຶນຂອງຕ່າງ ປະເທດ ແລະໃນຂນະທີ່ ປະຊາຊົນ ຂອງປະເທດ ເພື່ອນບ້ານ ທີ່ປຽບທຽບໃສ່ນັ້ນ ເວົ້າລວມແລ້ວ ມີຊີວິດການ ເປັນຢູ່ທີ່ດີກວ່າ ປະຊາຊົນລາວ.
ແຕ່ເຖິງແນວ ໃດກໍຕາມ ໃນຂນະນີ້ ຢູ່ສປປລາວ ກໍມີການ ຈັດຕັ້ງ ກອງປະຊຸມພັກ ຂັ້ນຕ່າງໆ ຊຶ່ງເມື່ອທ້າຍເດືອນ ມົກກະຣາ ແລະ ໃນຕົ້ນເດືອນ ກຸມພາ ນີ້ກໍມີຫລາຍ ກອງປະຊຸມ ຮວມທັງຂອງພັກ ແຂວງອຸດົມໄຊ ແຂວງຫົວພັນ ກອງປະຊຸມພັກ ເມືອງຍອດອູ ແລະເມືອງຂວາ ແຂວງຜົ້ງສາລີ ກອງປະຊຸມພັກ ເມືອງພູກູດ ແຂວງຊຽງ ຂວາງ ແລະ ປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກ ກົມເງິນຕຣາ ຄັງສາງ ທະນາຄານ ແຫ່ງຊາດ ສປປລາວ ທີ່ນະຄອນ ຫລວງວຽງຈັນ ໂດຍມີ ຄນະພັກ ຮາກຖານ ແລະ ໜ່ວຍພັກອ້ອມຂ້າງ ທະນາຄານ ເຂົ້າຮ່ວມ ແລະໄດ້ປິດລົງ ໃນວັນທີ 29 ມົກກະຣາ ຜ່ານມານີ້.
ໃນກອງປະຊຸມ ພັກກົມເງິນຕາ-ຄັງສາງນັ້ນ ນອກຈາກເວົ້າເຖິງ ບັນຫາທົ່ວໄປ ທີ່ພົວພັນກັບ ວຽກງານເງິນຕຣາ ແລ້ວ ຍັງໄດ້ຄົ້ນຄວ້າ ຂໍ້ກຳນົດ ແລະ ລະບຽບການ ຄຸ້ມຄອງຄັງສາງ ການປົກປັກຮັກສາ ວັດຖຸມີຄ່າ ແລະ ສາງທະນະບັດ ຂອງຮັດ ຊຶ່ງໃນຂນະນີ້ ຍັງບໍ່ມີ ປະສິດທິພາບ ເທົ່າທີ່ຄວນ.
ທັງໝົດທີ່ເວົ້າ ມານັ້ນ ເປັນພາກສ່ວນນຶ່ງ ຂອງການກະກຽມ ຂອງຄນະພັກຂັ້ນ ຕ່າງໆ ໃນທົ່ວປະເທດ ໃຫ້ແກ່ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງຈະໄຂຂຶ້ນ ໃນຕົ້ນປີ 2011 ທີ່ຈະມາເຖິງນີ້.









