ຄວາມວູ້ນວາຍດ້ານການເມືອງ ໃນເຂດຕາເວັນອອກກາງ

ການປະທ້ວງ ຢ່າງນອງນັນ ໄປທົ່ວໂລກ ຊຶ່ງເລີ້ມຂຶ້ນ ທີ່ປະເທດ Tunisia ເມື່ອກາງ ເດືອນທັນວາ ຜ່ານມາ ໄດ້ແພ່ລາມໄປ ຫລາຍປະເທດ ໃນພາກຕາເວັນ ອອກກາງ ເຮັດໃຫ້ ຫລາຍປະເທດ ຕິດຕາມເບິ່ງ ຢ່າງໃກ້ຊິດ ດ້ວຍຄວາມ ວິຕົກກັງວົນ ອັນສືບເນື່ອງ ມາຈາກເຫດຜົນ ນາໆປະການ.

0:00 / 0:00

ກົດຟັງສຽງ

ການປະທ້ວງ ຊຶ່ງແພ່ລາມ ໄປຫາຫລາຍໆ ປະເທດ Arab ເລີ້ມຂຶ້ນໃນປະເທດ Tunisia ໃນກາງເດືອນ ຜ່ານມາ ເມືອຊາຍໜຸ່ມຜູ້ນຶ່ງ ເຜົາຕົວເອງຕາຍ ເພື່ອປະທ້ວງ ການທີ່ຕຳຣວດ ຍຶດເອົາລໍ້ ບັນທຸກເຄື່ອງ ຂອງລາວໄປ.

ການຂ້າຕົວຕາຍ ຂອງນາຍ Mohamed Bouazizi ຜູ້ຊຶ່ງໄດ້ກາຍເປັນ ຜູ້ເສັຍສລະຢ່າງໃຫຍ່ຫລວງ ສຳລັບຝູງຊົນ ຊາວ Tunisians ນັ້ນໄດ້ໂຄ່ນລົ້ມ ປະທານາທິບໍດີ Zine al-Abidine Ben Ali ຜູ້ຜະເດັດການ ພ້ອມຍັງເປັນຄະນວນ ໃຫ້ມີການປະທ້ວງ ເກີດຂຶ້ນໃນປະເທດ Arab ອື່ນໆ ເຊັ່ນປະເທດ Yemen, Jordan, Algeria, ແລະ Egypt ໃນເວລານີ້.

ໃນແຕ່ລະປະເທດ ຜູ້ກຳອຳນາດ ແບບຜະເດັດການ ກໍຈຳຕ້ອງໄດ້ ຍອມຮັບ ໃຫ້ມີການປ່ຽນແປງ ທາງການເມືອງ ຕາມການຮຽກຮ້ອງ ຕ້ອງການ ຂອງຝູງຊົນ ທີ່ປະທ້ວງຢູ່ນັ້ນ. ຕົວຢ່າງ ໃນປະເທດ Tunisia ປະທານາທິບໍດີ Ben Ali ຊຶ່ງປົກຄອງປະເທດ ແບບຜະເດັດການມາ 23 ປີ ຕ້ອງຜ່າຍໜີ ໄປລີ້ພັຍ ຢູ່ປະເທດ Saudi Arabia ຫລັງຈາກທີ່ ການປະທະກັນ ໄດ້ເຮັດໃຫ້ມີ ຜູ້ເສັຍຊີວິຕ 147 ຄົນ. ການປະທ້ວງ ຍຸຕິລົງ ກໍຕໍ່ເມື່ອສະມາຊິກ ໃນຣັຖບານ ຂອງທ່ານ Ben Ali ທັງໝົດ ຖືກປົດອອກຈາກ ຕຳແໜ່ງ ແລະເຈົ້າໜ້າທີ່ ອາວຸໂສ ຂອງກະຊວງມະຫາດໄທ 34 ຄົນ ກົມຕຳຣວດ ກຳລັງປ້ອງກັນ ຄວາມສງົບ ແລະ ນັກສືບສອດແນມ ຊຶ່ງທ່ານ Ben Ali ຕັ້ງຂຶ້ນມາ ຖືກປະຕິຮູບ.

ສ່ວນໃນປະເທດ Egypt ການລຸກຮື ຂອງປະຊາຊົນ ແບບບໍ່ເຄີຍມີ ມາກ່ອນ ໃນປະເທດທີ່ມີ ການຄວບຄຸມ ຢ່າງເຂັ້ມງວດ ໄດ້ລະເບີດຂຶ້ນ ເມື່ອສັປດາຜ່ານມາ ຍ້ອນຄວາມເບື່ອໜ່າຍ ທີ່ຖືກ ກົດຂີ່ຂົ່ມເຫັງ ການ ສໍ້ຣາສບັງຫລວງ ຄວາມທຸກຍາກ ແລະການຂາດ ປະຊາທິປະໄຕ ມາເປັນເວລາ 30 ປີ ພາຍໃຕ້ຣະບອບ ຂອງທ່ານ Mubarak.

ເພື່ອເປັນການ ປະນີປະນອມ ທ່ານ Mubarak ສເນີໃຫ້ມີການ ປະຕິຮູບເສຖກິດ ເພື່ອບັນເທົາ ຄວາມບໍ່ພໍໃຈ ຂອງປະຊາຊົນ ແລະແກ້ໄຂບັນຫາ ຄວາມທຸກຍາກ. ແຕ່ຂໍ້ສເນີຕ່າງໆ ຂອງທ່ານ Mubarak ຍິ່ງເຮັດໃຫ້ການ ປະທ້ວງ ທະວີຈຳນວນຄົນ ແລະ ຄວາມຮຸນແຮງຫລາຍຂຶ້ນ ເພາະສິ່ງທີ່ພວກ ປະທ້ວງຕ້ອງການ ຄືໃຫ້ທ່ານ Mubarak ໜີອອກຈາກ ປະເທດ ຊຶ່ງທ່ານກໍບໍ່ຍອມ ປະຕິບັດຕາມ ທັງໝົດ.

ທ່ານພຽງແຕ່ ບອກວ່າ ທ່ານຈະດຳຣົງ ຕໍ່າແໜ່ງ ປະທານາທິບໍດີ ໄປຈົນຈົບກຳໜົດ ໃນເດືອນກັນຍາ ແລະຈະບໍ່ລົງ ສມັກຮັບເລືອກຕັ້ງ ອີກເທື່ອໃໝ່ຕໍ່ໄປ. ການບໍ່ຍອມວາງ ອຳນາດຂອງທ່ານ Mubarak ດັ່ງກ່າວ ຍິ່ງເຮັດໃຫ້ ສະຖານະການ ຮ້າຍແຮງຂຶ້ນ ເພາະຊາວ Egypt ຕ້ອງການໃຫ້ທ່ານ ລາອອກຈາກ ຕຳແໜ່ງທັນທີ ຊຶ່ງເປັນວິທີດຽວ ທີ່ຈະເຮັດໃຫ້ ການປະທ້ວງ ຍຸຕິລົງໄດ້.
ເຫດການທີ່ເກີດຂຶ້ນ ໃນປະເທດ Egypt ສະແດງໃຫ້ເຫັນວ່າ ປະຊາຊົນ ຄົນທັມມະດາ ເມື່ອປຸ້ມລຸມກັນ ເປັນຂະບວນໃຫຍ່ ໃຊ້ເປັນອາວຸດ ທີ່ມີປະສິດຕິພາບ ເພື່ອໂຄ່ນລົ້ມຣັຖບານ ຜະເດັດການ ດີກວ່າອາວຸດ ຍຸດໂທປະກອນ ອີກຊໍ້າ.

ຍ້ອນເຫດຜົນດັ່ງກ່າວ ຣະບອບຜະເດັດການ ອື່ນໆໃນໂລກ ຈຶ່ງຕິດຕາມເບິ່ງ ເຫດການປັ່ນປ້ວນ ໃນພາກຕາເວັນອອກກາງ ດ້ວຍຄວາມບໍ່ສະບາຍໃຈ ເພາະຢ້ານຄື້ນ ການຮຽກຮ້ອງ ເອົາເສຣີພາບ ແລະ ປະຊາທິປະໄຕ ຈະລາມມາເຖິງ ປະເທດຕົນ ແລະພຍາຍາມກີດກັນ ບໍ່ໃຫ້ປະຊາຊົນ ໃນຊາຕ ຂອງພວກຕົນ ໄດ້ຮັບຮູ້ຂໍ້ມູນ ກ່ຽວກັບເຫດການ ທີ່ເກີດຂຶ້ນ ໃນພາກ ຕາເວັນອອກກາງ. ດັ່ງໃນປະເທດ ເກົາຫລີເໜືອ ແລະ ພະມ້າ ຫລືໃຫ້ຮູ້ແບບ ຄັດເລືອກ ແລະຈຳກັດ ເຊັ່ນ: ໃນສປຈີນ.

ເຖິງປານນັ້ນ ເມື່ອຮູບການປະທ້ວງ ໃນປະເທດ Egypt ຖືກນຳໄປລົງ ໃນໜ້ານຶ່ງ ຂອງໜັງສືພິມ ສະບັບສຳຄັນ ຂອງຈີນ ໂດຍປາສຈາກການ ວິເຄາະ ບົດບັນນາທິການ ຫລື ຄຳອາທິບາຍໃດໆ ກ່ຽວກັບ ເຫດທີ່ເຮັດໃຫ້ມີ ການປະທ້ວງເກີດຂຶ້ນ ຜູ້ສັງເກດການ ກໍອົດບໍ່ໄດ້ ທີ່ຈະປຽບທຽບ ເຫດການໃນ Egypt ໃສ່ການປະທ້ວງ ພາຍໃຕ້ການນຳພາ ຂອງນັກສຶກສາຈີນ ຢູ່ທີ່ຈະຕຸຣັດ Tienanmen ໃນກຸງ Peking ເມື່ອປີ 1989 ຊຶ່ງຖືກປາບປາມ ຢ່າງນອງເລືອດ ໂດຍສະເພາະເມື່ອ ເຫັນຮູບຜູ້ປະທ້ວງ ຢືນຢູ່ຕໍ່ໜ້າຣົຖຖັງ ຢ່າງທ້າທາຍ.

ນາງ Chai Ling ອະດີດຜູ້ນຳ ຂະບວນການນັກ ສຶກສາ ທີ່ປະທວ້ງຢູ່ທີ່ ຈະຕຸຣັດ Tienanmen ໃນກຸງ Peking ເມື່ອປີ 1989 ສະແດງຄວາມຕື່ນເຕັ້ນ ອອກມາວ່າ: ນາງເວົ້າວ່າ ເຫດການປັ່ນປ່ວນ ທີ່ເກີດຂຶ້ນໃນ Egypt ນັ້ນ ມາຈາກການຮຽກຮ້ອງ ເອົາເສຣີພາບ ເຊັ່ນດຽວກັບເຫດການ ໃນຈະຕຸຣັດ Tienanmen.

ແຕ່ເຖິງຢ່າງໃດກໍດີ ນັກວີເຄາະ ໃນຈີນ ແລະຢູ່ຕ່າງປະເທດ ກໍຍອມຮັບວ່າ ຜົນສະທ້ອນຂອງ ເຫດການປັ່ນປ່ວນ ໃນພາກຕາເວັນອອກກາງ ທີ່ອາດຈະແພ່ລາມໄປ ເຖິງຈີນນັ້ນ ຖ້າມີ ກໍຄົງບໍ່ຫລາຍ ເນື່ອງຈາກ ສປຈີນ ມີເສຖກິດທີ່ ຂຍາຍຕົວ ຢ່າງເຂັ້ມແຂງ ແຕ່ຫາກກໍມີຈຳນວນນຶ່ງ ທີ່ເຫັນວ່າ ເຫດການໃນEgypt ເປັນການເຕືອນສະຕິ ຈີນ ວ່າການລຸກຮື ແບບບໍ່ຄາດຄິດ ຂອງປະຊາຊົນ ທີ່ຈົນຕາແຈ ນັ້ນ ອາດເຮັດໃຫ້ ຣະບອບຜະເດັດການ ລົ້ມລົງໄດ້ທຸກ ເວລາ.

ສາສດາຈານ Roderick MacFarquar ຜູ້ສ່ຽວຊານ ກ່ຽວກັບຈີນ ຢູ່ທີ່ ມະຫາວິທຍາລັຍ Harvard ຂອງສະຫະຣັຖ ເວົ້າວ່າ ຮັຖບານຈີນ ຫວັ່ນໄຫວຕໍ່ການ ໂຄ່ນລົ້ມຣັຖບານ ຜະເດັດການ ບໍ່ວ່າຈະເປັນ communist ຫລືບໍ່ ເພາະຢ້ານວ່າ ມັນຈະເປັນແບບຢ່າງ ບໍ່ດີ ສຳຫລັບ ປະຊາຊົນຈີນ. ຣັຖບານຈີນ ຮູ້ຢູ່ແກ່ໃຈ ວ່າຕົນເອງ ກໍມີບັນຫາ ຫລາຍຢ່າງ ຄືກັນກັບທີ່ Egypt ກຳລັງປະສົບ ຢູ່ ໃນປັດຈຸບັນ.

ທັງຣະບົບຂອງຈີນ ແລະ Egypt ຜູກຂາດອຳນາດ ທາງການເມືອງ ຄວບຄຸມ ແລະປາບປາມ ປະຊາຊົນຂອງ ຕົນເອງ ເພືອໃຫ້ໄດ້ມາ ຊຶ່ງສະເຖັຽຣະພາບ ທາງສັງຄົມ ແລະ ການສໍ້ຣາສບັງຫລວງ ການຂາດຄວາມ ຍຸຕິທັມ ກໍມີຢູ່ຢ່າງ ສໍ່າເຮື້ອ ການທີ່ຈີນມີ ເສຖກິດທີ່ດີນັ້ນ ເປັນການແຕກຕ່າງ ທີ່ອາດເຮັດໃຫ້ ຈີນ ສາມາດລອດພົ້ນ ບັນຫາໄປໄດ້. ສ່ວນບາງຄົນ ກໍເວົ້າວ່າ ການລຸກຮືໃນ Egypt ສົ່ງສັນຍານທີ່ແຮງກ້າ ອີກເທື່ອນຶ່ງ ໃຫ້ຜູ້ນຳຈີນ ຕຶກຕອງຢ່າງໃກ້ຊິດ. ເຊັ່ນດຽວກັບເມື່ອ ເວລາ ສະຫະພາບໂຊວຽຕ ພັງທະລາຍ 20 ກວ່າປີກ່ອນ ວ່າພວກທ່ານ ຄວນໃຫ້ຄວາມສຳຄັນ ແກ່ບັນຫາ ຂອງ ປະຊາຊົນ ແລະດຳເນີນການ ປະຕິຮູບທາງ ການເມືອງ ທີ່ຊັກຊ້າມາ ເປັນເວລາດົນນານ ແລ້ວນັ້ນ ແລະວ່າ ອັນຕະລາຍ ມາຈາກການທີ່ບໍ່ ຍອມປະຕິຣູບ ທາງການເມືອງ ນັບມື້ນັບມີ ຫລາຍຂຶ້ນ.

ການໂຄ່ນລົ້ມຣະບອບ ຜະເດັດການ ບໍ່ແມ່ນຈະເກີດຢູ່ ທະວີບອື່ນເທົ່ານັ້ນ ໃນເອເຊັຍເອງ ກໍເຄີຍມີມາແລ້ວ ເຊັ່ນ ໃນອິນໂດເນເຊັຍ ເມື່ໃນປີ 1998 ປະຊາຊົນລົງ ຖນົນປະທ້ວງ ເພື່ອໂຄ່ນລົ້ມຜູ້ນຳ ຜະເດັດການ Suharto ທີ່ປົກຄອງ ປະເທດນານເຖິງ 32 ປີ ແລະ ປ່ອຍໃຫ້ມີການ ສໍ້ຣາສບັງຫລວງ ການໃຊ້ອຳນາດ ໃນທາງຜິດ ແລະ ການລະເມີດສິດທິມະນຸດ ຢ່າງເປີດແປນ.

ຫລັງຈາກປົດທ່ານ Suharto ໄດ້ພຽງ 10 ກ່ວາປີ Indonesia ຊຶ່ງເປັນປະເທດ ທີ່ປະຊາກອນ ນັບຖືສາສນາ Islams ຫລາຍທີ່ສຸດໃນໂລກ ກໍໄດ້ກາຍເປັນ ປະເທດເອເຊັຍ ທີ່ໃຊ້ຣະບອບ ປະຊາທິປະໄຕ ໃນການບໍຣິຫານ ປະເທດ
ສ່ວນໃນ Philippines ເມື່ອປີ 1986 ປະຊາຊົນ ຫລາຍລ້ານຄົນ ໄດ້ພາກັນລົງ ຖນົນປະທ້ວງ ເຮັດໃຫ້ ປະທານາທິບໍດີ Ferdinand Marcos ຜະເດັດການ ອີກຜູ້ນຶ່ງ ຈຳເປັນຕ້ອງໜີໄປ ລີ້ພັຍຢູ່ ສະຫະຣັຖ ອະເມຣິກາ.

ເຖິງນັກວິເຄາະ ສ່ວນຫລາຍ ຈະເຊື່ອວ່າເຫດການ ໃນ Egypt ຈະເປັນບົດຮຽນ ແກ່ບັນດາຜູ້ນຳ ແລະຣັຖບານ ຫລາຍປະເທດໃນ ເອເຊັຍ ທີ່ບໍ່ຍອມຟັງສຽງ ປະຊາຊົນ ທີ່ຮຽກຮ້ອງ ຫາເສຣີພາບ ແລະ ຄວາມຮັບຜິດຊອບ ແຕ່ມາຮອດ ປັດຈຸບັນ ຜົນສະທ້ອນແນວໃດ ກໍຍັງບໍ່ປະກົດ ໃຫ້ເຫັນເທື່ອ.