ແຮງງານລາວຄືເຫຍື່ອ ການຄ້າມະນຸດ

ແຮງງານລາວ ຍັງຕົກເປັນເຫຍື່ອ ການຄ້າມະນຸດ ໃນລາວ ແລະ ໃນປະເທດເພື່ອນບ້ານ ເຊັ່ນປະເທດໄທ ແລະ ຈີນຫລາຍຢູ່ ແຕ່ບໍ່ມີການ ລາຍງານຂ່າວ ແລະ ຣັຖບານລາວ ກໍ່ບໍ່ເອົາໃຈໃສ່ ເກັບກໍາ ແກ້ໄຂບັນຫາ ນີ້ໃຫ້ໄດ້ດີ ເທົ່າທີ່ຄວນ.
ສິດນີ
2010.10.07


ກົດຟັງສຽງ


ຫ້ອງການປາບປາມ ການຄ້າມະນຸດ ອົງການ ສະຫະປະຊາຊາດ ຖແລງວ່າ ການຄ້າມະນຸດ ໃນລາວ ຍັງມີການ ປະຕິບັດ ກັນຢູ່ໃນຫລາຍ ທຸຣະກິດ ສ່ວນໃຫຍ່ແມ່ນ ທຸຣະກິດ ການຄ້າ ປະເວນີ ແຕ່ບໍ່ມີການ ລາຍງານ ເປັນຍ້ອນການ ບັງຄັບໃຊ້ ກົດຫມາຍ ບໍ່ເຄັ່ງຄັດ. ກົດຫມາຍວ່າ ດ້ວຍການ ປາບປາມ ກຸ່ມຄ້າມະນຸດ ຂອງຣັຖບານລາວ ກໍ່ຖືກໂຈະໄວ້ ຮ່ວມດ້ວຍການ ຂາດຄວາມຮູ້ ແລະຄວາມເຂົ້າໃຈ ກ່ຽວກັບບັນຫາ ດັ່ງກ່າວ ຂອງເຈົ້າຫນ້າທີ່ ລາວ.

ໃນເດືອນ ກໍຣະກະດາ ປີ 2010 ກະຊວງແຮງງານ ແລະ ສວັດດີການ ສັງຄົມ ຂອງລາວ ໄດ້ຮັບການ ສົ່ງກັບບ້ານຂອງ ແຮງງານລາວ ຜູ້ທີ່ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດໃນ ໄທ 1,634 ຄົນ ແຕ່ຈຳນວນ ຕົວເລກ ດັ່ງກ່າວ ເປັນ ພາກສ່ວນນ້ອຍໆ ຂອງຈຳນວນ ແຮງງານລາວ ທີ່ຍັງຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ໃນໄທ ແລະ ໃນແຫ່ງອື່ນໆ ຮ່ວມທັງຢູ່ໃນລາວ ເອງ ເພາະຜູ້ທີ່ຕົກເປັນ ເຫຍື່ອການ ຄ້າມະນຸດ ຫລາຍຄົນບໍ່ຮູ້ວ່າ ຕົນຕົກເປັນເຫຍື່ອ. ອີງຕາມຄຳຖແລງ ຂອງ ທ່ານ ຊູກຽດ ປັນນາຢາ ເຈົ້າຫນ້າທີ່ ຈາກອົງການ ປາບປາມ ການຄ້າ ມະນຸດສາກົນ ໃນລາວ.

ທ່ານວ່າ ຈຳນວນບຸກຄົນ ທີ່ຕົກເປັນເຫຍື່ອ ສ່ວນໃຫຍ່ ອາຍຸຕ່ຳກວ່າ 18 ປີ ເປັນ ແຮງງານເຄື່ອນທີ່ ແລະໃນຈຳນວນ 10 ຄົນໃດ ຈະເປັນຜູ້ຍີງ 8 ຄົນ. ຈາກສະພາບ ຄວາມທຸກຈົນ ທີ່ເກິດຂື້ນ ໃນເຂດ ຊົນນະບົດ ເຮັດໃຫ້ ການຫລັ່ງໄຫລ ຂອງແຮງງານເຄື່ອນທີ່ ເຂົ້າມາຫາຊອກ ວຽກເຮັດງານທຳ ໃນເຂດຕົວເມືອງ ໃຫຍ່ໆຫລາຍຂື້ນ ແຮ່ງເປັນການງ່າຍ ທີ່ກຸ່ມ ຄ້າມະນຸດ ຈະຫລອກລວງບຸກຄົນ ກຸ່ມນີ້ໄດ້.

ອີງຕາມບົດ ລາຍງານ ຈາກອົງການ ແມ່ແລະເດັກ ສະຫະປະຊາຊາດ ກຸ່ມແຮງງານ ຜູ້ທີ່ຕົກເປັນເຫຍື່ອ ຂອງຂະບວນການ ຄ້າມະນຸດນັ້ນ ສ່ວນໃຫຍ່ ຈະເປັນບຸກຄົນ ທີ່ໄປຊອກຫາວຽກ ເຄື່ອນທີ່ຈາກ ແຂວງນື່ງ ໄປຫາແຂວງ ນື່ງ ໃນທີ່ສຸດ ກໍ່ຖືກບ້ວງຂອງ ກຸ່ມຄ້າມະນຸດ ໂດຍທີ່ບໍ່ຮູ້ສືກຕົວ ວ່າຕົນຖືກ ຫລອກລວງໃຫ້ ໄປຄ້າ ປະເວນີ ບໍ່ວ່າຈະຢູ່ ໃນລາວ ຫລືຢູ່ຕ່າງແດນ ເຊັ່ນປະເທດໄທ ແລະຈີນ. ບາງຄົນ ບໍ່ຮູ້ວ່າ ຕົນຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ ຄິດວ່າ ໄປເຮັດວຽກ ເພື່ອຈະໄດ້ເງີນ ມາຊ່ອຍຄອບຄົວ ແລະພໍ່ແມ່. ບັນຫາສ່ວນ ໃຫຍ່ ບໍ່ມີການ ລາຍງານ ຈາກທາງການ ເພາະຣັຖບານລາວ ບໍ່ຮູ້ ແລະກໍ່ບໍ່ສົນໃຈ ໃນການສືບສວນ ຖ້າບໍ່ມີການ ຮຽກຮ້ອງ ຈາກເຈົ້າທຸກ ຫລືຜູ້ເປັນພໍ່ແມ່. ເຖິງປານນັ້ນ ກໍ່ຍັງບໍ່ ເອົາຫົວຊາ ເພາະເຈົ້າຫນ້າທີ່ ບໍ່ພຽງພໍ ແລະ ງົບປະມານ ບໍ່ມີໃນການ ປາບປາມ ການຄ້າມະນຸດ ບັນຫາ ເຣື້ອງເສຖກິດ ແລະ ການພັທນາ ເປັນບັນຫາ ທີ່ສຳຄັນກວ່າ.

ການແກ້ໄຂບັນຫາ ທີ່ບໍ່ມີການ ລາຍງານ ແລະຂາດຂໍ້ມູນ ກໍ່ເປັນການຍາກ ຮ່ວມດ້ວຍ ການບັງຄັບໃຊ້ ກົດຫມາຍ ການປາບປາມ ກຸ່ມຄ້າມະນຸດ ຂອງຣັຖບານລາວ ກໍ່ບໍ່ເຂັ້ມງວດ ແລະເສຖກິດ ໃນລາວ ກໍ່ຍັງ ຟືດເຄືອງຢູ່  ໂດຍສະເພາະ ໃນເຂດ ຊົນນະບົດ ຫ່າງໄກສອກຫລີກ. ການຄ້າມະນຸດ ໃນລາວ ມີຫລາຍຮູບແບບ:

1-ແມ່ນຜູ້ຍີງ ມາຈາກວຽດນາມ ແລະ ຈີນ ທີ່ຖືກຂະບວນ ການຄ້າມະນຸດ ນຳເຂົ້າມາ ເພື່ອບໍຣິການ ທາງເພດ ໃນສະຖານທີ່ ບັນເທີງຕ່າງໆ ໃນຫົວເມືອງໃຫຍ່ໆ ຂອງລາວ ຮ່ວມດ້ວຍ ສະຖານທີ່ອົບນວດ.

2-ສຳລັບຄົນລາວ ເອງແລ້ວ ກໍ່ແມ່ນຖືກ ນາຍຫນ້າທີ່ ເປັນຄົນລາວ ໄປຕົວະຍົວະ ເອົາຜູ້ຍີງຈາກເຂດ ຊົນນະບົດ ຫ່າງໄກສອກຫລີກ ເຂົ້າມາໃນເມືອງ ແລ້ວບັງຄັບ ໃຫ້ພວກຂະເຈົ້າ ຄ້າປະເວນີ ໃນສະຖານທີ່ ດັ່ງກ່າວ ສ່ວນໃຫຍ່ ຈະເປັນຜູ້ຍີງ ຊາວເຜົ່າຫລືລາວລຸ່ມ ແລະສ່ວນໃຫຍ່ ແມ່ນມາຈາກ ພາກເຫນືອຂອງລາວ ຈາກເຂດທີ່ທຸກຈົນ. ໃນຈຳນວນ ເຫຍື່ອກຸ່ມນີ້ ບາງຄົນກໍ່ສົ່ງຕໍ່ ໄປຂາຍທາງເພດ ທີ່ປະເທດເພື່ອນ ບ້ານ ເຊັ່ນໄທ ຈີນແລະ ມາເລເຊັຽ.

3-ກຸ່ມຄ້າມະນຸດ ໃນລາວ ໃຊ້ລາວ ເປັນທາງຜ່ານ ຫລືຕົ້ນທາງ ໃນການຈັດຫາ ຜູ້ຍີງເພື່ອສົ່ງໄປ ປະເທດເປົ້າຫມາຍ ດັ່ງທີ່ກ່າວ ຂ້າງເທີງນີ້.

ອີງຕາມ ບົດລາຍງານ ປະຈຳປີ ກ່ຽວກັບ ການຄ້າມະນຸດ ໃນລາວ ຂອງກະຊວງ ການຕ່າງປະເທດ ສະຫະຣັຖ ປີ 2010 ແຮງງານລາວ ຍັງຖືກ ບີບບັງຄັບ ໃຫ້ໃຊ້ແຮງງານ ແບບຂ້າທາດ ຫລາຍຢູ່ ໂດຍສະເພາະ ຜູ້ຍີງຈະຖືກ ບັງຄັບໃຫ້ຄ້າ ປະເວນີ ແລະຜູ້ຊາຍ ກໍ່ຖືກບັງຄັບ ໃຫ້ເຮັດວຽກຫນັກ ທີ່ໂຮງງານ ປະເທດຕ່າງໆ ໃນໄທເຊັ່ນ ອຸດສາຫະກັມ ປະໂມງ ແລະການກໍ່ສ້າງ ບາງລາຍກໍ່ບໍ່ໄດ້ ຮັບຄ່າຈ້າງ ຫລືໄດ້ ກໍ່ບໍ່ກຸ້ມຄ່າ ໃນການທຳງານ. ແຮງງານລາວ ຫລາຍຄົນຕອ້ງ ໄດ້ຈ່າຍຄ່າ ນາຍຫນ້າ ກ່ອນຈະໄດ້ວຽກເຮັດ ໃນໄທ ຜູ້ລະປະມານ 70-200 ໂດລາ ແລະຫລາຍລາຍ ກໍ່ຕົກເປັນເຫຍື່ອ ການຄ້າມະນຸດ ແລະ ຄ້າປະເວນີ. ຜູ້ທີ່ຕົກເປັນເຫຍື່ອ ສ່ວນໃຫຍ່ ຈະເປັນຜູ້ຍີງ ຊາວເຜົ່າ ທີ່ມາຈາກເຂດ ຊົນນະບົດ ທີ່ທຸກຍາກ ຂອງລາວ. ຣັຖບານລາວ ບໍ່ໄດ້ ປະຕິບັດ ຕາມກົດມາຕຖານ ການປາບປາມ ກຸ່ມຄ້າມະນຸດ ໃນລາວ ຢ່າງເຂັ້ມງວດ ດັ່ງນັ້ນ ສປປລາວ ຈື່ງຖືກຈັດເຂົ້າ ຂັ້ນ 2 ໃນບັນຊີ ການສີ້ງຊອມ ດ້ານສິດທິມະນຸດ ຂອງກະຊວງການ ຕ່າງປະເທດ ສະຫະຣັຖ ທີ່ຍັງຖືວ່າ ເປັນປະເທດທີ່ ຫນ້າເປັນຫວ່ງ.

ເທົ່າເຖິງປັດຈຸບັນ ຣັຖບານລາຍງານ ກ່ຽວກັບການ ຈັບກຸມນັກ ຄ້າມະນຸດ ໄດ້ພຽງ ແຕ່ 3 ກໍຣະນີ ແລະກໍ່ໄດ້ຕັດສີນ ຄະດີ ຜູ້ຕ້ອງຫາ ແຕ່ບໍ່ມີການ ລົງໂທດໃດໆ ທັງສີ້ນ ແລະໃນ ປີ 2009 ຕຳຣວດລາວ ລາຍງານວ່າ ຕົນໄດ້ສືບສວນ ກຸ່ມຄ້າມະນຸດ 50 ກໍຣະນີ ແຕ່ໄດ້ດຳເນີນ ຄະດີພຽງແຕ່ 11 ກໍຣະນີ ແລະກໍບໍ່ໄດ້ ລົງໂທດ ຜູ້ຕ້ອງຫາ ແມ້ນແຕ່ ກໍຣະນີດຽວ. ຣັຖບານລາວ ບໍ່ເຄີຍລົງໂທດ ເຈົ້າຫນ້າທີ່ຣັຖ ຜູ້ທີ່ຖືກຕູ່ຫາວ່າ ມີສ່ວນພົວພັນ ກັບຂະບວນການ ຄ້າມະນຸດ ແລະ ຣັຖບານລາວ ຍັງສືບຕໍ່ອາສັຍ ອົງການນານາຊາດ ໃນການປາບປາມ ກຸ່ມຄ້າມະນຸດ ໃນລາວ ບໍ່ແມ່ນຄວາມ ພຍາຍາມ ຂອງຣັຖບານ ລາວເອງ.

ລາຍງານຣະບຸ ຕໍ່ໄປວ່າ ຣະຍະຜ່ານມາ ຫ້ອງການປາບປາມ ການຄ້າມະນຸດ ສະຫະປະຊາຊາດ ໄດ້ແນະນຳໃຫ້ ຣັຖບານລາວ ເພີ້ມຄວາມພຍາຍາມ ໃນການຈັບກຸມ ແລະລົງໂທດ ຜູ້ຕ້ອງຫາ ຮ່ວມດ້ວຍການ ໃຫ້ ຄວາມຮ່ວມມື ໃນບັນຫາ ດ່ັງກ່າວ ກັບຣັຖບານໄທ ແລະ ການຝືກອົບຮົມ ເຈົ້າຫນ້າທີ່ລາວ ໃນການປາບປາມ ກຸ່ມດ່ັງກ່າວ. ປາຊາສຳພັນ ຊາວບ້ານກ່ຽວກັບ ກົນຫລອກລວງຂອງ ກຸ່ມຄ້າມະນຸດ ເຊື່ອມໂຍງ ເຄືອຂ່າຍ ການປາບປາມ ແລະ ປ້ອງກັນໄປໃນ ທຸກພາກສ່ວນ ທີ່ກ່ຽວຂ້ອງ ໃນການຕ້ານບັນຫາ ດັ່ງກ່າວ. ແຕ່ເຖິງປານນັ້ນ ບັນຫາກໍ່ຍັງ ເກີດຂື້ນຢ່າງ ຕໍ່ເນື່ອງ.

ສຳລັບ ແຮງງານລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ທີ່ປະເທດໄທ ນັ້ນ ມີຢູ່ຢ່າງ ຫລວງຫລາຍ. ລາຍງານວ່າ ເດັກນ້ອຍຜູ້ຍີງ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ໄທ 90% ນັ້ນ ແມ່ນເດັກນ້ອຍ ມາຈາກລາວ ຜູ້ທີ່ຕົກ ເປັນເຫຍື່ອ ສ່ວນໃຫຍ່ ອາຍຸຣະຫວ່າງ 12-18 ປີ.

ທ່ານ ເລັກ ບຸນວັດ ຕົວແທນ ອົງການປາບປາມ ຢາເສບຕິດ ແລະ ອາສຍາກັມ ສະຫະປະຊາຊາດ ປະຈຳລາວ ກ່າວວ່າ ໃນຈຳນວນ ຄົນລາວທີ່ ລັກລອບໄປ ເຮັດວຽກໃນໄທ 35% ຕົກເປັນເຫຍື່ອ ຂອງ ກຸ່ມຄ້າ ປະເວນີ. ຫນັງສືພີມ ວຽງຈັນທາຍ ລາຍງານໃນວັນ 20 ຕຸລາ ປີ 2009 ແລະວ່າ ອີກ 32% ແມ່ນຖືກ ບີບບັງຄັບໃຊ້ ແຮງງານ 17% ເຮັດວຽກ ໃນອຸດສາຫະກັມ ແລະ 4% ເຮັດວຽກ ໃນທຸຣະກິດ ການປະໂມງ.

ເຈົ້າຫນ້າທີ່ ສະຫະປະຊາຊາດ ທ່ານນື່ງເວົ້າວ່າ ໃນຂົງເຂດປະເທດ ລຸ່ມແມ່ນ້ຳຂອງ ທີ່ຮ່ວມດ້ວຍພາກໃຕ້ ຂອງຈີນ ສປປລາວ ພະມ້າ ໄທ ກຳພູຊາ ແລະວຽດນາມ ໃນແຕ່ລະປີ ຈະມີຄົນຕົກເປັນເຫຍື່ອ ຂອງຂະບວນ ການຄ້າມະນຸດ ຣະຫວ່າງ 2 ແສນຫາ 4 ແສນກວ່າຄົນ ໃນນັ້ນ ຫລາຍເປີເຊັນ ມາຈາກລາວ ຖ້າບໍ່ມີການ ແກ້ໄຂ ບັນຫາດັ່ງກ່າວ ຈະເພີ້ມຂື້ນເລື້ອຍ ທ່ານວ່າ ຕົ້ນຕໍຂອງບັນຫາ ແມ່ນມາຈາກ ສະພາບຄວາມ ທຸກຈົນ ໃນຂົງເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.