ສາຍກະນວນຂອງ ການປະຕິວັຕດອກຊ້ອນ

ເຫດການປັ່ນປ່ວນ ທີ່ເກີດຂຶ້ນ ໃນພາກ ຕາເວັນອອກກາງ ແລະ ອະຟຣິກາເໜືອ ຊຶ່ງເອີ້ນກັນວ່າ ການປະຕິວັຕ ດອກຊ້ອນນັ້ນ ມີຜົນສະທ້ອນ ໄປເຖິງບາງ ປະເທດໃນເອເຊັຍ ທີ່ປົກຄອງ ດ້ວຍຣະບອບ ຜະເດັດການ ເຮັດໃຫ້ຜູ້ນໍ້າ ໃນປະເທດ ດັ່ງກ່າວ ຮີບດໍາເນີນ ມາຕການປາບປາມ ເພື່ອຕັດໄຟ ແຕ່ຕົ້ນລົມ.

0:00 / 0:00

ກົດຟັງສຽງ

ການກຸມຈັບ ທ່ານ Nguyen Dan Que ໃນວຽດນາມ ເມື່ອມໍ່ດົນມານີ້ ບໍ່ເປັນຂ່າວໃຫຍ່ ຍ້ອນວ່າ ຄວາມສົນໃຈ ຂອງຄົນສ່ວນຫລາຍ ເພັ້ງເລັງໃສ່ ເຫດການໃນປະເທດ Libya. ແຕ່ການຈັບ ທ່ານ Nguyen Dan Que ກໍຄວນແກ່ ການວິຈັຍ ຢ່າງໃກ້ຊິດ.

ດຣ. Nguyen Dan Que ນາຍແພຕວັຍ 69 ປີ ຖືກຈັບຍ້ອນ ການຮຽກຮ້ອງ ໃຫ້ເພື່ອນຮ່ວມຊາຕ ເອົາແບບຢ່າງ ຂອງຊາວ Tunisia, Egypt ແລະ Libya ຄືລົງຖນົນ ເພື່ອສະແດງອອກ ຊຶ່ງຄວາມ ຂັດຂ້ອງໝອງໃຈ ອັນເປັນສິ່ງທີ່ ຣັຖບານວຽດນາມ ວິຕົກກັງວົນຫລາຍ ພຽງແຕ່ການສເນີ ໃຫ້ຜູ້ຄົນປະທ້ວງ ກໍເອົາມາຕການ ຕັດໄຟແຕ່ຕົ້ນລົມ ໄວ້ແລ້ວ.

ປາກົດວ່າຄວາມຜິດ ຂອງ ດຣ. Que ຄືຮຽກຮ້ອງໃຫ້ ຊາວໜຸ່ມວຽດນາມ ໃຊ້ໂທຣະສັບ ມືຖື ແລະ internet ເພື່ອຈັດການປະທ້ວງ. ດ້ວຍເຫດນີ້ ທ່ານຈຶ່ງຖືກຈັບ ໃນມື້ວັນເສົາ ສຸດທ້າຍ ຂອງເດືອນ ກຸມພາ ຜ່ານມາ. ຫລັງຈາກນັ້ນ ທາງການວຽດນາມ ກໍອ້າງວ່າ ເຫັນມີເອກກະສານ ທີ່ຕໍ່ຕ້ານຣັຖບານ ຢູ່ໃນ computer ຂອງທ່ານ.

ຕາມການເປີດເຜີຍ ຂອງນ້ອງຊາຍ ຂອງທ່ານ ທີ່ອາສັຍ ຢູ່ນະຄອນຫລວງ Washington DC ຂອງສະຫະຣັຖ ໃນປັດຈຸບັນ, ທ່ານ ໃຫ້ຄວາມເຫັນວ່າ ຍ້ອນຄວາມກົດດັນ ຈາກກຸ່ມ ສິດທິມະນຸດ ແລະ ຊາວວຽດນາມ ໂພ້ນທະເລ ດຣ. Que ຈື່ງຖືກປະກັນຕົວ ອອກຈາກບ່ອນຄຸມຂັງ ໃນມື້ຕໍ່ມາ ຄືວັນອາທິດ ແຕ່ຊະຕາກັມ ຂອງທ່ານ ຈະເປັນແນວໃດ ໃນຂັ້ນຕໍ່ໄປ ກໍ່ຍັງບໍ່ມີ ໃຜຈະຮູ້ໄດ້.

ເທື່ອນີ້ບໍ່ແມ່ນ ເທື່ອທໍາອິດທີ່ Dr. Que ໄດ້ເຄື່ອນໄຫວ ເພື່ອປະຊາທິປະໄຕ ເຖິງທ່ານ ຈະຢູ່ໃນຄຸກຫລື ນອກຄຸກກໍດີ. ນັບແຕ່ທ່ານເລີ້ມ ຮຽກຮ້ອງ ໃຫ້ມີການ ປະຕິຮູບການເມືອງ ຢ່າງສມໍ່າສເມີ ເມື່ອ 33 ປີ ກ່ອນ ທ່ານຖືກຈັບຂັງຄຸກ ເປັນເວລາທັງໝົດ 20 ປີ. ທ່ານເຄີຍອະທິບາຍ ຢ່າງຈັບໃຈ ວ່າການຂາດເສຣີພາບ ໃນວຽດນາມ ມີຜົນສະທ້ອນຢ່າງໃດ ຕໍ່ຜົນປໂຍດ ຂອງສະຫະຣັຖ ອະເມຣິກາ ໃນເອເຊັຍ ໂດຍສະເພາະ ໃນເວລາທີ່ ອິຕິພົນຂອງຈີນ ກໍາລັງຂຍາຍ ຢູ່ນີ້.

ໃນບົດຂຽນຂອງ ທ່ານ ທີ່ລົງໃນຈົດໝາຍເຫດ Asia Wall Street Journal ເມື່ອປີກາຍ ທ່ານ ໃຫ້ຂໍ້ສັງເກດວ່າ ມີແຕ່ວຽດນາມ ເສຣີປະຊາທິປະໄຕ ເທົ່ານັ້ນ ທີ່ຈະເປັນ ຄູ່ເຈຣະຈາ ທີ່ໄວ້ເນື້ອເຊື່ອໃຈໄດ້ ເພື່ອໃຫ້ໄດ້ມາ ຊຶ່ງສັນຕິພາບ ໃນທະເລຈີນໃຕ້.

ໜັງສືພິມ Asia Wall Street Journal ເຫັນວ່າເງື່ອນໄຂ ໃນວຽດນາມ ພຽງພໍແລ້ວ ທີ່ຈະມີ ການປະທ້ວງເກີດຂຶ້ນ ເຊັ່ນດຽວກັບ ຢູ່ພາກ ຕາເວັນອອກກາງ. ເຖິງວ່າເສຖກິດ ຈະຂຍາຍຕົວ ໃນອັດຕຣາສະເລັຍ 7% ໃນຫລາຍປີຜ່ານມາ ກໍ່ຕາມ ແຕ່ສະພາບເງິນເຟີ້ ກໍສູງຂຶ້ນຊັ່ກໃຊ້ ແລະເງິນ Dong ວຽດນາມ ກໍເກືອບວ່າ ເປັນເງິນສະກຸນດຽວ ໃນເອເຊັຍ ທີ່ຣາຄາຕົກຕໍ່າ ລົງຢ່າງຫລວງຫລາຍ. ເມື່ອບໍ່ດົນມານີ້ ຣັຖບານໃນກຸງ Hanoi ກໍຈຳເປັນຕ້ອງຂຶ້ນ ຄ່າໄຟຟ້າ 15% ການສໍ້ຣາສບັງຫລວງ ກໍມີຢ່າງຊໍ່າເຮື້ອ. Hanoi ເຊັ່ນດຽວກັບ Peking ມີເຄື່ອງມື ປາບປາມຮອບດ້ານ ເປັນຕົ້ນເເມ່ນ ການຄວບຄຸມ internet ມີການປາບປາບ ຕລອດປີ ທີ່ເຮັດໃຫ້ມີບັນດາ ຜູ້ສນັບສນູນ ປະຊາທິປະໄຕ ຊຶ່ງເປັນທີ່ຮູ້ຈັກກັນດີ ຈຳນວນຫລາຍຖືກຈັບ.

ກໍຣະນີຂອງ Dr. Que ນີ້ ສະແດງໃຫ້ເຫັນວ່າ ພັກ communist Vietnam ບໍ່ສາມາດກີດກັ້ນ ການຮຽກຮ້ອງ ຫາເສຣີພາບໄດ້ ທັງໝົດ. ບໍ່ແມ່ນໝົດທຸກຄົນ ຈະຖືອັນທີ່ເອີ້ນວ່າ ‘ຄ່ານິຍົມແບບ ເອເຊັຍ’ ທີ່ອ້າງວ່າຄົນ ເອເຊັຍ ມັກການປົກຄອງ ແບບຜະເດັດການພັກດຽວ ເພາະເປັນຣະບອບທີ່ມີ ຄວາມໝັ້ນໃຈ ໃນຕົນເອງ ບໍ່ຢ້ານການຕໍ່ຕ້ານ.

ສ່ວນທ່ານ Nguyen Van Dai ທະນາຍຄວາມ ຝ່າຍສິດທິມະນຸດ ວັຍ 42 ປີ ພ້ອມດ້ວຍເພືອນ ທະນາຍອີກຜູ້ນຶ່ງ ທີ່ຖືກຈັບ ເມື່ອວັນທີ່ 6 ມິນາ 2007 ຍ້ອນໄດ້ຂຽນ ແລະ ແຈກຢາຍເອກກະສານ ຕິຕຽນຣັຖບານ ແລະ ຕອບຄໍາຖາມ ຂອງນັກຂ່າວຕ່າງປະເທດ ພ້ອມໄດ້ໄຊ້ຖານະ ທະນາຍຂອງພວກຕົນ ເພື່ອອອກ ຄວາມຄິດຄວາມເຫັນນັ້ນ ທັນທີທີ່ຖືກປ່ອຍ ເປັນອິສຣະ ໃນມື້ວັນຈັນ ຜ່ານມາ ຫລັງຈາກໄດ້ໃຊ້ໂທດ ຢູ່ຄຸກ 4 ປີ ກໍຮຽກຮ້ອງໃຫ້ ມີປະຊາທິປະໄຕ ແລະວ່າການລຸກຮື ໃນພາກຕາເວັນອອກກາງ ຄວນຈະເປັນບົດຮຽນ ໃຫ້ພັກ communist Vietnam.

ທ່ານ Dai ເວົ້າວ່າ ທ່ານໄດ້ຕິດຕາມ ຂ່າວການລຸກຮື ໃນພາກຕາເວັນອອກກາງ ໃນຄຸກໃກ້ກຸງ Hanoi ບ່ອນທີ່ທ່ານຖືກຂັງ ຮ່ວມກັບນັກໂທດ ຜູ້ອື່ນ 45 ຄົນ. ພວກທ່ານ ມີໜັງສືພິມອ່ານ ມີໂທຣະທັດ ທີ່ຟັງໄດ້ແຕ່ສຽງ ບໍ່ມີຮູບ. ພວກທ່ານເວົ້າວ່າ ເປັນການດີຫລາຍ ສໍາລັບຊາວ ຕາເວັນອອກກາງ ທີ່ຣັຖບານ ຍັງຍອມຮັບຟັງສຽງ ປະຊາຊົນ, ທ່ານຢືນຢັນວ່າ ທ່ານສນັບສນູນ ໃຫ້ມີຣະບອບຫລາຍພັກ ການເມືອງ ອັນເປັນສິ່ງທີ່ ຣັຖບານ communist ຢໍ້າອີກເທື່ອນຶ່ງ ເມື່ອເດືອນມົກກະຣາ ຜ່ານມາວ່າ ຫົວເດັດຕີນຂາດ ກໍຈະບໍ່ໃຫ້ ເປັນໄປໄດ້. ເມື່ອມີຜູ້ຖາມວ່າ ທ່ານຢ້ານບໍ່? ທີ່ສະແດງ ຄວາມຄິດຄວາມເຫັນ ອອກມາດັ່ງນີ້ ໃນປະເທດ ທີ່ປົກຄອງດ້ວຍ ພັກໂທນ ທ່ານຕອບວ່າ ທ່ານມີສິທ ຕາມຣັຖທັມມະນູນ ວຽດນາມ: ... ສຽງ...

ເພື່ອສະແດງອອກ ເຖິງການສນັບສນູນ ຂະບວນຮຽກຮ້ອງ ເສຣີພາບ ປະຊາທິປະໄຕ ແລະສິດທິມະນຸດ ໃນວຽດນາມ ຊາວວຽດນາມ ໂພ້ນທະເລ ໃດ້ຈັດໃຫ້ມີການ ຊຸມນຸມຂຶ້ນ ໃນຫລາຍແຫ່ງ ເຊັ່ນໃນຣັຖ California ກໍໄປປະທ້ວງ ຢູ່ຕໍ່ໜ້າສະຖານ consul ໃຫຍ່ ເຊັ່ນດຽວກັບຢູ່ທີ່ ນະຄອນ Frankfurt ໃນປະເທດ Germany. ໃນວັນທີ່ 6 ມິນາ ຜ່ານມາ ປະມານ 1 ພັນຄົນ ໄປເຕົ້າໂຮມກັນຢູ່ ອານຸສາວະຣີ ທະຫານ Vietnam-American ເມືອງ Houston ໃນຣັຖ Texas ແລະ ພາກັນໂຮຮ້ອງ: ... ສຽງ ...

ສ່ວນທ່ານ Tran Tri Hoang ຫົວໜ້າຄນະ ຈັດການປະທ້ວງ ເວົ້າວ່າ: ໃນຈໍານວນບັນດາ ປະເທດເອເຊັຍ ທີ່ປົກຄອງດ້ວຍ ຣະບອບຜະເດັດການ ອັນມີ ສປປລາວ ຈີນ ວຽດນາມ ເກົາຫລີເໜືອ ແລະ ພະມ້າ ນັ້ນ ກ່ອນວຽດນາມ ແມ່ນຈີນ ເປັນຜູ້ທຳອິດ ທີ່ເອົາມາຕການ ປາບປາມ ຢ່າງເຂັ້ມງວດ ທັນທີທີ່ພວກໃຊ້ internet ໃນຈີນ ເລີ້ມເຄື່ອນໄຫວ ຊັກຊວນໃຫ້ມີການ ອອກໄປຊຸມນຸມ ປະທ້ວງ ທຸກໆວັນ ອາທິດ ໃນເມືອງໃຫຍ່ໆ ຂອງຈີນ ທຸກໆວັນອາທິດ ເລີ້ມຕົນແມ່ນຢູ່ 13 ຫົວເມືອງໃຫຍ່ ທີ່ມີກຸງ Peking ແລະ ນະຄອນ Shanghai ຮ່ວມຢູ່ດ້ວຍ ຕໍ່ມາກໍມີຫລາຍ ຂຶ້ນເຖິງ 30 ກວ່າເມື້ອງ ແລະ ປັດຈຸບັນ ກໍມີຢູ່ປະມານ 40 ກວ່າເມືອງແລ້ວ.

ເຖິງວ່າມັນຈະເປັນ ໂອກາດ ໃຫ້ປະຊາຊົນຈີນ ຈໍານວນນຶ່ງອອກ ມາສະແດງຄວາມ ບໍ່ພໍໃຈນໍາຣັຖບານ ແຕ່ນັກວິເຄາະ ກໍລົງ ຄວາມເຫັນກັນວ່າ ຊ່ອງທາງທີ່ຈະໂຄ້ນລົ້ມ ຣັຖບານຈີນ ໂດຍວິທີນີ້ ຄົງຈະເປັນໄປ ໄດ້ຍາກ ຍ້ອນປັດໃຈສໍາຄັນ ສອງຢ່າງ ຄືເສຖກິດທີ່ຂຍາຍຕົວ ຂຶ້ນເລືອຍໆ ແລະ ການຄວບຄຸມ ປາບປາມຝ່າຍຕໍຕ້ານ ໃນຈີນ ເປັນຣະບົບຢ່າງດີ ແລະທົ່ວເຖິງ ຊຶ່ງເປັນຂໍ້ແຕກຕ່າງ ສໍາຄັນ ຣະຫວ່າງຈີນ ແລະປະເທດ ໃນພາກຕາເວັນອອກກາງ ຮວມທັງ ອະຟຣິກາເໜືອ.