ກໍາພູຊາແລະໄທ ຫາລືກ່ຽວກັບສື່ມວລຊົນ
2010.09.03
ທ່ານ Khieu Kanharith ຣັຖມົນຕຣີ ກະຊວງຖແລງ ຂ່າວ ກຳພູຊາ ແລະ ທ່ານ ອົງອາດ ຄຳໄພບູນ ຣັຖມົນຕຣີ ປະຈຳ ສຳນັກນາຍົກ ຣັຖມົນຕຣີ ໄທ ໄດ້ພົບປະກັນ ຢູ່ກຸງ ພະນົມເປັນ ໃນວັນ ພຣະຫັດ ເພື່ອປຶກສາຫາລື ກ່ຽວກັບບົດບາດ ສື່ມວລຊົນ ຣະຫວ່າງ 2 ປະເທດ. ຕາມລາຍງານ ຂອງອົງການຂ່າວ Xinhua ຂອງທາງການຈີນ ຈາກກຸງ ພະນົມເປັນ ໃນວັນທີ 2 ກັນຍາ.
ໃນຣະຫວ່າງ ການພົບປະ ທ່ານ Khieu Kanharith ເວົ້າວ່າ ເຖິງແມ່ນວ່າ 2 ປະເທດ ກຳພູຊາ ແລະ ໄທ ຈະມີການ ຂັດແຍ່ງກັນ ຕາມເຂດຊາຍແດນ ແຮງປານໃດ ກໍຕາມ ແຕ່ສື່ມວລຊົນ ຂອງ 2 ປະເທດ ຍັງຢຶດໝັ້ນ ໃນການເປັນ ນັກຂ່າວມືອາຊີບ ຢ່າງແທ້ຈິງ ບໍ່ໄດ້ຍຸຍົງ ສົ່ງເສີມ ໃຫ້ປະຊາຊົນ ຂອງທັງ 2 ປະເທດ ມີຄວາມຮູ້ສຶກ ເປັນປໍຣະປັກ ຕໍ່ກັນແຮງຂຶ້ນ ແຕ່ຢ່າງໃດ. ທ່ານວ່າ ທັງ 2 ຝ່າຍ ຈະເພີ້ມ ການຮ່ວມມື ທາງດ້ານການ ຖແລງຂ່າວ ໂດຍຜ່ານການ ສ້າງຕັ້ງ ຣະບົບການ ແລກປ່ຽນທາງດ້ານ ການຖແລງຂ່າວ ຮວມທັງການ ຕິດຕໍ່ພົວພັນ ແລະ ການແລກປ່ຽນ ທາງດ້ານ ສື່ມວລຊົນ ທາງດ້ານເທັກນິກ.
ທ່ານ ອົງອາດ ຄຳໄພບູນ ກໍເວົ້າວ່າ “ ໄທ ແລະ ກຳພູຊາ ມີວັທນະທັມ ຮີດຄອງ ປະເພນີ ຄ້າຍຄືກັນ. ດັ່ງນັ້ນ ການເພີ້ມການ ແລກປ່ຽນ ແລະການຕິດຕໍ່ ພົວພັນ ຣະຫວ່າງ 2 ປະເທດ ຂອງພວກເຮົາ ຈະເປັນຜົນ ປໂຍດສຳລັບ ປະຊາຊົນ ຂອງທັງ 2 ປະເທດ “.
ນອກຈາກນັ້ນ ຣັຖມົນຕຣີ ທັງ 2 ຍັງຕົກລົງ ຈະຮ່ວມກັນ ຕິດຕາມເບິ່ງ ການອອກຂ່າວ ທີ່ຜິດພາດ ແລະ ທີ່ີຈະເຮັດ ໃຫ້ຂໍ້ຂັດແຍ່ງ ຣະຫວ່າງ ກຳພູຊາແລະໄທ ນັ້ນ ຮຸນແຮງຂຶ້ນ.









