ອົງດາໄລລາມາ ຈະພົບກັບ ສະມາຊິກສະພາ ສະຫະຣັຖ
2009.10.05
ໃນຂະນະດຽວກັນ ອົງດາໄລລາມາ ຈະບໍ່ໄດ້ ພົບປະກັບ ທ່ານ Barack Obama ປະທານາທິບໍດີ ຂອງສະຫະຣັຖ. ນັກເຄື່ອນໄຫວ ຫລາຍຄົນມີຄວາມ ຫວັງວ່າ ອົງດາໄລລາມາ ຈະໄດ້ພົບກັບ ທ່ານ Obama ກ່ອນທ້າຍປີນີ້ ເພື່ອໃຫ້ທ່ານ Obama ຍົກເອົາບັນຫາ ທີເບດ ຂື້ນເວົ້າຈາ ກັບທາງການຈີນ.
ອົງດາໄລລາມາ ໄດ້ເດີນທາງມາເຖິງ ກຸງວໍຊິງຕັນ ແລ້ວໃນວັນຈັນນີ້ ຫລັງຈາກໄດ້ໄປ ທ່ຽວຢ້ຽມຢາມ ສິດສອນສາສນາພຸທ ແລະ ພົບກັບຍາດໂຍມ ຄົນສໍາຄັນຊຶ່ງເປັນ ຜູ້ໄດ້ຮັບລາງວັນ ໂນແບນດ້ວຍກັນ ຢູ່ໃນທະວີບ ອະເມຣິກາເໜືອ ເປັນເວລາສອງ ສັປດາ.
ເມື່ອເດືອນຜ່ານມານີ້ ທ່ານ Obama ໄດ້ສົ່ງຜູ້ແທນ ຈາກນະຄອນຫລວງ ວໍຊິງຕັນດີຊີ ໄປພົບກັບ ອົງດາໄລລາມາ ຢູ່ທີ່ປະເທດ ອິນເດັຽ ເພື່ອແຈ້ງໃຫ້ ພຣະອົງຊາບວ່າ ທ່ານບໍ່ສາມາດ ພົບກັບພຣະອົງໄດ້ ຈົນກວ່າກັບຄືນ ມາຈາກການ ຢ້ຽມຢາມ ປະເທດຈີນ ໃນເດືອນພຶສຈີກາ ນີ້.
ທາງການຈີນ ກໍກົດດັນ ປະເທດອື່ນ ບໍ່ຢາກໃຫ້ຮັບຕ້ອນ ອົງດາໄລລາມາ, ສ່ວນນາຍົກ ຣັຖມົນຕຣີທີເບດ ພັດຖິ່ນ ທ່ານ Samdhong Rinpoche ຕູ່ຫາ ສະຫະຣັຖ ແລະ ບັນດາປະເທດ ຕະເວັນຕົກອື່ນໆວ່າ ເປັນຜູ້ເອົາໃຈຈີນ ຍ້ອນເຫັນວ່າເສຖກິດ ຈີນກໍາລັງ ໃຫ່ຽໂຕຂື້ນ.
ທ່ານ Obama ເຄີຽພົບກັບ ອົງດາໄລລາມາ ໃນສະໃໝທີ່ທ່ານ ເປັນສະມາຊິກ ສະພາສູງ ແຕ່ພ້ອມກັນນັ້ນ ທ່ານກໍຢາກໃຫ້ ສະຫະຣັຖ ມີຄວາມສໍາພັນ ກັບຈີນ ຢ່າງກ້ວາງຂວາງ ເພາະວ່າຈີນເປັນ ຜູ້ຖືໜີ້ສີນ ຂອງສະຫະຣັຖ ຈໍານວນມະຫາສານ.









