ສື່ມວລຊົນ ປະຊາຊົນ ຮ່ວມກັນ ປະທ້ວງ ທາງການ ສປຈີນ

ບັນດາສື່ມວລຊົນ ນັກກົດໝາຍ ແລະປະຊາຊົນ ສາມັນຊາວຮົງກົງ ຫລາຍໆຮ້ອຍຄົນ ພາກັນລົງທ້ອງຖນົນ ປະທ້ວງທາງກາຣ ສປຈີນ ຍ້ອນເຈົ້າໜ້າທີ່ ຕຳຣວຈ ໄດ້ລົງໄມ້ລົງມື ທຳຮ້າຍຮ່າງກາຍ ດ້ວຍກາຣທຸບຕີ ນັກຂ່າວຊາວຈີນ 3 ຄົນທີ່ຕິດຕາມ ນຳເອົາຂ່າວ ຄວາມບໍ່ສງົບທີ່ ເກີດຂື້ນຢູ່ແຂວງ Xinjiang ທາງພາຄຕາເວັນຕົກ ຂອງປະເທສຈີນ ໃນຕົ້ນເດືອນຜ່ານມາ ຈື່ງໄດ້ພາກັນ ປະທ້ວງເພື່ອທວງ ໃຫ້ທາງກາຣ ຣັຖບາລຈີນ ໄດ້ສືບສວນສອບສວນ ເພື່ອນຳເອົາຜູ້ ກະທຳຜິດ ມາດຳເນີນຄະດີ ເພື່ອຄວາມຍຸຕິທັມ.

0:00 / 0:00

ອົງກາຣຂ່າວ AP ແຈ້ງວ່າ, ຄນະປະທ້ວງ ມີທັງໝົດບໍ່ຕໍ່ກວ່າ 700ຄົນ ພາກັນນຸ່ງເຄື່ອງສີດຳ ແລ້ວໂຮມຊຸມນຸມ ກັນຢູ່ຕໍ່ໜ້າ ໂຮງກາຣຕຳຣວຈ ຂອງຮົງກົງ, ກ່ອນທີ່ຈະເຄື່ອນຍ້າຍ ໄປຕັ້ງຫລັກຢູ່ ຕໍ່ໜ້າໂຮງກາຣ ຣັຖບາລຮົງກົງ, ແລະ ພາກັນຂື້ນກ່າວ ໂຮ່ຮ້ອງວ່າ, ທາງເຈົ້າໜ້າທີ່ ໃຊ້ອຳນາຈເກີນ ຂອບເຂຕເຂັນຂ້າ ປະຊາຊົນ ເຖີງຂັ້ນມີຜູ້ ເສັຽຊີວີຕ ແລະ ໄດ້ຮັບບາຕເຈັບ ຢ່າງຫລວງຫລາຍນັ້ນ.

ຍານາງ Mark Yin-ting ປະທານ ຂອງສະມາຄົມ ສື່ມວລຊົນ ປະຈຳຮົງກົງ ໄດ້ກ່າວເນັ້ນໃນ ຕອນໜື່ງວ່າ: ເຈົ້າໜ້າທີ່ຕຳຣວຈ ບໍ່ແມ່ນແຕ່ທຸບຕີ ແລະ ເຂັນຂ້າບັນດາ ນັກຂ່າວເທົ່ານັ້ນ, ແຖມຍັງໄດ້ກ່າວ ຫາວ່າສື່ມວລຊົນ ທີ່ຕິດຕາມເອົາ ຂ່າວນັ້ນ, ເປັນຜູ້ສົ່ງເສີມ ແລະສນັບສນູນ ໃຫ້ປະຊາຊົນ ປະທ້ວງແລະເກີດມີ ກາຣປະທະກັນ ຣະຫວ່າງຊົນເຜົ່າ ຊາວຈີນຮັ໋ນ ແລະ ຊົນເຜົ່າມູສລີມວີເກີ໊” ໃນຄາວນັ້ນຕື່ມອີກ.