ຊາວຮົ໊ງກົ໊ງ ບໍ່ໄດ້ສລອງ ແຕ່ປະທ້ວງ ໃນວັນຄົບຮອບ ວັນຊາຕຂອງ ສປຈີນ
2009.10.02
ທີ່ຮົ໊ງກົ໊ງຮູປຂອງນັກການເມືອງທີ່ໄຝ່-ປະຊາທິປະຕັຍຊຶ່ງກຳລັງ ຖືກລົງໂທດໃນຈີນແຜ່ນດິນໃຫຍ່.ກຸ່ມປະທ້ວງໄດ້ຮຽກຮ້ອງໃຫ້ ທາງການປັບປຸງເລື້ອງສິດທິມະນຸສແລະໃຫ້ປົດປ່ອຍພວກທີ່ມີ ຄວາມຄິດທີ່ຂັດແຍ້ງຕໍ່ນະໂຍບາຍຂອງຣັຖບານ(ວັນທີ1ຕຸລາ2009)
ໃນມື້ວັນທີ່1 ຕຸລາ2009 ຄະນະປະທ້ວງ ພາກັນນຸ່ງເຄື່ອງ ສີດຳ ພ້ອມກັບຖືປ້າຍ ຄຳຂວັນຕ່າງໆ ທັງໂຮ່ຮ້ອງ ແລະແສດງອອກເຖິງ ຄວາມບໍ່ພໍໃຈ ທີ່ທາງກາຣຈີນ ຈັດພິທີກາຣ ສລອງວັນຊາຕ ຢ່າງໃຫຍ່ໂຕ ໃນກຸງປັກກິ່ງ ໃນມື້ວັນ ພຣະຫັດນີ້ນັ້ນ.
ຂະບວນປະທ້ວງ ພາກັນເຄື່ອນຍ້າຍ ໄປຕາມຖນົນເພື່ອໄປ ກ່າວແຖລງກາຣຢູ່ ຕໍ່ໜ້າຫ້ອງກາຣ ຄະນະປົກຄອງ ຂອງຣັຖບາລຈີນ ປະຈຳຮົ໊ງກົ໊ງ ດັ່ງທີ່ທ່ານ Seto Wah ປະທານແນວໂຮມ ປະຊາທິປະຕັຍ ໃນຈີນ ໄດ້ກ່າວທີ່ຊຸມນຸມ ປະທ້ວງໃນຕອນ ໜື່ງວ່າ: ທ່ານວ່າ:
“ກາຣທີ່ທາງ ຣັຖບາລຈີນ ຈັດພິທີກາຣສລອງ ວັນຊາຕຢ່າງໃຫຍ່ໂຕ ດັ່ງກ່າວ ພ້ອມໄດ້ຈັດສົ່ງ ເຈົ້າໜ້າທີ່ນັບ ເປັນແສນໆຄົນ ໄປຮັກສາຄວາມ ສງົບຕາມຖນົນ ສາຍຫລັກ ແລະຕາມສຖານທີ່ ສຳຄັນຕ່າງໆ ເປັນກາຣແສດງໃຫ້ ເຫັນວ່າ ຣະບົບກາຣປົກຄອງ ໂດຽພັກດຽວຂອງຈີນ ເທົ່າປັຈຈຸບັນ ນີ້ນັ້ນ ບໍ່ໄດ້ຮັບກາຣ ສນັບສນູນ ຈາກປະຊາຊົນ ໂດຽທົ່ວໄປແຕ່ ຢ່າງໃດ”
ໃນຂະນະ ດຽວກັນນີ້ ທ້າວ Michael Tsui ນັກສຶກສາ ມະຫາວິທຍາລັຍ ໃນຮົ໊ງກົ໊ງທີ່ ໄປຮ່ວມກາຣປະທ້ວງ ກໍໃຫ້ທັສນະວ່າ ຕົນບໍ່ເຫັນມີ ຄວາມຕື່ນເຕັ້ນນຳ ກາຣສເລີມສລອງ ຂອງຣັຖບາລປັກກິ່ງ ແຕ່ຢ່າງໃດ. ເຊັ່ນດຽວກັບທ້າວ Emannuel Yu ທີ່ໃຫ້ຄຳເຫັນວ່າ ໃນເມື່ອປະຊາຊົນ ບໍ່ມີສິທໃນ ກາຣອອກຄວາມຄິດ ຄວາມເຫັນໃດໆ ແລ້ວນັ້ນ ກໍເທົ່າກັບວ່າ ປະເທສຊາຕບໍ່ມີ ຄວາມຫວັງໃດໆ ໃນອະນາຄົຕ.
ຮົ໊ງກົ໊ງເຄີຽເປັນ ອະນານິຄົມ ຂອງອັງກິດ ແລະຖືກສົ່ງຄືນ ໃຫ້ແກ່ ຣັຖບາລຈີນ ໃນປີ1997 ແຕ່ກໍໄດ້ຮັບ ອະນຸຍາຕໃຫ້ ມີຣະບົບກົດໝາຍ ແລະກາຣປົກຄອງ ທີ່ແຍກອອກຈາກ ຈີນ ແລະປະຕິບັຕ ຫລັກກາຣທີ່ໃຫ້ ເສຣີພາບ ໃນກາຣປາກເວົ້າ.









