ນາຍົກຣັຖມົນຕຣີ ວຽດນາມ ຖືກຟ້ອງ

ທ່ານ Cu Huy Ha Vu ທະນາຍຄວາມ ຊາວວຽດນາມ ຍື່ນຟ້ອງທ່ານ ຫງຽນຕັ່ນຈຸ່ງ ນາຍົກຣັຖມົນຕຣີ ວຽດນາມ ອີກຄັ້ງນຶ່ງ ໃນຄະດີຂໍ້ຫາ ທີ່ນາຍົກ ຣັຖມົນຕຣີ ໄດ້ອະນຸຍາດ ໃຫ້ຈີນຂຸດຄົ້ນບໍ່ ບອກໄຊ ໃນວຽດນາມ ຊຶ່ງຈະທຳຣາຍ ສະພາບແວດລ້ອມ ສັງຄົມ ຢ່າງໜັກ.
ອາວະຣີ
2009.07.06

ທ່ານ ວູ່ ກ່າວກັບນັກຂ່າວ AFP ເມື່ອ ວັນເສົາ ທີ່ຜ່ານມາວ່າ ທ່ານໄດ້ຍື່ນຟ້ອງ ນາຍົກ ຣັຖມົນຕຣີ ຫງຽນຕັ່ນຈຸງ ຂື້ນສານສູງສຸດ ຂອງວຽດນາມ ໂດຍອີງຕາມ ຣັຖທັມມະນູນ ຂອງ ສາທາຣະນະຣັດ ສັງຄົມນິຍົມ ວຽດນາມ ມາດຕຣາ ທີ່ປົກປັກຮັກສາ ສະພາບແວດລ້ອມ.

ເມື່ອປະມານ ສອງປີກ່ອນ ຣັຖບານວຽດນາມ ໄດ້ຕົກລົງໃຫ້ ບໍຣິສັດ ຂອງຈີນຂຸດຄົ້ນ ບໍ່ບອກໄຊ ໃນພາກກາງຂອງ ວຽດນາມ ຊຶ່ງເປັນດິນແດນ ຕໍ່ຈາກພາກໃຕ້ ຂອງລາວ ແລະຢູ່ເຂດນີ້ຂອງ ລາວ ກໍມີບໍ່ ບອກໄຊ ໃຫຍ່ທີ່ສຸດແຫ່ງ ນຶ່ງຂອງໂລກ.

ຢູ່ວຽດນາມ ອົງການ ພິທັກຮັກສາ ສະພາບແວດລ້ອມ ແລະຊາວວຽດນາມ ຫລາຍຄົນບໍ່ເຫັນດີເຫັນພ້ອມ ກັບການຂຸດຄົ້ນ ບໍ່ບອກໄຊ ດັ່ງກ່າວ ຜູ້ຂັດຄ້ານທີ່ ສຳຄັນກໍແມ່ນ ນາຍພົນ Vo Ngeyen Giap ທີ່ໄດ້ຂຽນ ຈົດໝາຍເປີດຊອງ ຂື້ນໄປເຖິງ ນາຍົກຣັຖມົນຕຣີ ຫງຽນຕັ່ນຈຸ່ງ ວ່າການຂຸດຄົ້ນ ບໍ່ບອກໄຊ ທີ່ພາກກາງ ເປັນການລົງທຶນ ທີ່ບໍ່ຄຸ້ມຄ່າ ແລະຈະທຳຣາຍ ສະພາບແວດລ້ອມ ແລະສັງຄົມ ແຮງເກີນໄປ.

ເມື່ອວັນທີ່11 ເດືອນມິຖຸນາ ທີ່ຜ່ານມາ ທ່ານ ວູ ຜູ້ເປັນ ທະນາຍຄວາມ ໄດ້ຍື່ນຟ້ອງ ນາຍົກ ຣັຖມົນຕຣີ ຫງຽນຕັ່ນຈຸງ ຂື້ນສານຕ່ຳ ແຕ່ສານນັ້ນ ຕັດສິນວ່າ ທ່ານ ວູ ບໍ່ມີເຫດຜົນ ແລະ ພິຍານຫລັກຖານ ພຽງພໍ ທີ່ຈະຢືນຢັນວ່າ ການຂຸດຄົ້ນບໍ່ແຮ່ ດັ່ງກ່າວ ຈະທຳຣາຍ ສະພາບແວດລ້ອມ ຢ່າງແທ້ຈິງ.

ວຽດນາມ ເປັນປະເທດ ຄອມມຸຍນິສ ປົກຄອງໂດຍພັກດຽວ ພັກແລະຣັຖບານ ມີສິດມີອຳນາດເດັດຂາດ ຢາກເຮັດຫຍັງກໍໄດ້ ເຊັ່ນຢາກຂຸດຄົ້ນບໍ່ແຮ່ ເຖິງວ່າ ການຂຸດຄົ້ນ ນັ້ນຈະທຳຣາຍ ສະພາບແວດລ້ອມ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.