ໃນຂະນະດຽວ ກັນນັ້ນ ກໍມີກາຣ ປິດທາງເຄືອຄ່າຍ ອິນເທີເນ໊ຕຕ່າງໆ ເພື່ອບໍ່ໃຫ້ ບັນດາ ສື່ມວລຊົນ ຊາວຕ່າງປະເທສ ສາມາດນຳເອົາ ຂ່າວຄາວອອກສູ່ ໂລກພາຍນອກ ໄດ້ຮູ້ນຳນັ້ນ ແຕ່ປະກາຣໃດ.
ກ່ຽວກັບເຫຕກາຣ ທີ່ທາງ ຣັຖບາລ ສົ່ງກຳລັງ ເຂົ້າປາບກຸ່ມ ຜູ້ຊຸມນຸມ ປະທ້ວງ ທີ່ຈະຕຸຣັຕ ທຽນອັນເໝີນ ໃນຄືນວັນທີ່ 3-4 ມີຖຸນາ 1989 ນັ້ນໄດ້ມີ ນັກສຶກສາ ຫລາຍ ພັນຄົນເສັຽ ຊີວີຕໄປ ແລະອີກສ່ວນໜື່ງ ໄດ້ຮັບບາດເຈັບ ຫລືບໍ່ກໍຍັງ ຖືກຄຸມຂັງ ຈົນເທົ່າ ປັຈຈຸບັນ ທີ່ເຮັດໃຫ້ ບັນດາຜູ້ນຳ ປະເທສ ຕາເວັນຕົກ ແລະ ປະຊາຄົມໂລກ ໄດ້ປະນາມ ກາຣກະທຳຂອງ ທາງກາຣຈີນ ດັ່ງທີ່ ຍານາງ Nancy Pelocy ປະທານສະພາ ຂອງ ສະຫະຣັຖ ໄດ້ກ່າວໃນ ຕອນໜື່ງວ່າ:
“ຣັຖບາລ ຈີນ ຄວນຈະເປີດເຜີຽ ຄວາມຈີງ ຕໍ່ປະຊາຄົມ ໂລກໃຫ້ຮູ້ຢ່າງ ລະອຽດວ່າ ເຣື້ອງທີ່ເກີດຂື້ນ ຢູ່ຈະຕຸຣັຕ ທຽນອັນເໝີນ ໃນຣະຫວ່າງ 20ປີ ຜ່ານມານັ້ນ ວ່າເປັນ ດ້ວຍເຫຕໃດ ກັນແທ້ ເພາະພວກເຮົາ ຕ້ອງກາຣທີ່ຢາກ ຈະຮູ້ທຸກສີ່ງ ທຸກຢ່າງ ສະນັ້ນທາງກາຣ ຈີນ ກໍຄວນທີ່ຈະ ເປີດເຜີຽໃຫ້ຊາວ ໂລກໄດ້ຮູ້ຈັກ ນຳຕລອດ ຮອດຂໍ້ມູລ ຕ່າງໆທີ່ເກີດ ຂື້ນນັ້ນ ຢ່າງໂປ່ງໃສ ຕລອດໃຫ້ມີ ກາຣປັບປຸງ ທາງດ້ານ ສິທທິ ມະນຸສຍະຊົນ ແລະ ໃຫ້ແກ້ໄຂ ບັນຫາໃນ ແຄວ້ນທີເບຕ ນັ້ນນຳດ້ວຍ”
