ການປະທະກັນໃນພະມ້າ ໃກ້ຊາຍແດນໄທ

ມີການ ປະທະກັນ ໃນເຂດ ຊົນເຜົ່າ ຂອງພະມ້າ ພາຍຫລັງ ການເລືອກຕັ້ງ ໄດ້ນຶ່ງວັນ.
ຈະເຣີນສຸກ
2010.11.08
F-thai-soldiers ປະເທດໄທ ແຂວງແມ່ສອດ: ທະຫານໄທແລ່ນເຂົ້າ ບ່ອນກັນບັງ ໃນເວລາມີ ການປະທະກັນ ລະຫວ່າງພວກຕໍ່ຕ້ານ ແລະຣັຖບານ ໃນເຂດພະມ້າ ໃກ້ກັບຊາຍແດນໄທ ແຂວງແມ່ສອດ ຫລັງຈາກການ ເລືອກຕັ້ງໄດ້ນື່ງວັນ
AFP PHOTO/KC Ortiz TOPSHOTS

ກົດຟັງສຽງ

ກອງກໍາລັງ ຝ່າຍຕໍ່ຕ້ານ ໄດ້ປະທະກັບ ທະຫານ ຝ່າຍຣັຖບານ ພະມ້າ ໃນເມືອງແຫ່ງນຶ່ງ ທາງພາກ ຕາເວັນອອກ ຂອງພະມ້າ ໃນມື້ວັນຈັນ ນີ້, ນຶ່ງວັນ ຫລັງຈາກ ການເລືອກຕັ້ງ ຄັ້ງທໍາອິດ ຂອງປະເທດ ໃນຮອບ 20 ປີ, ເປັນເຫດໃຫ້ 6 ຄົນເສັຍຊີວິດ, 3 ຄົນໄດ້ຮັບ ບາດເຈັບ ແລະ ປະຊາຊົນ ຫລາຍຮ້ອຍຄົນ ຕ້ອງໄດ້ຫລົບໜີ ເຂົ້າໄປ ເຂດຊາຍແດນ ຂອງໄທ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ໃນມື້ວັນຈັນນີ້.

ແຫລ່ງຂ່າວ ຂອງຣັຖບານ ພະມ້າ ຣາຍງານ ວ່າ ກໍາລັງ ຂອງພວກຕໍ່ຕ້ານ ໄດ້ຍິງປືນໃຫຍ່ ເຂົ້າໃສ່ ເຂດເມືອງ ມີຢາວະດີ ໃນຣັຖ ກະຣຽງ, ເຮັດໃຫ້ 2 ຄົນ ໄດ້ຮັບບາດເຈັບ, ແຕ່ວ່າ ກໍາລັງ ຂອງຝ່າຍ ຣັຖບານ ບໍ່ໄດ້ຕອບໂຕ້ ໃນທັນທີ. ເຈົ້າໜ້າທີ່ ທະຫານໄທ ໃນເຂດຊາຍແດນ ເວົ້າວ່າ ມີຈະຣວດ ລູກນຶ່ງ ຕົກໃສ່ ເຂດຊາຍແດນ ຂອງໄທ ໃນແຂວງແມ່ສອດ.

ການປະທະກັນ ໄດ້ມິດໄປ ແຕ່ວ່າການ ປະຕິບັດງານ ທາງການທະຫານ ໃນເຂດດັ່ງກ່າວ ຍັງສືບຕໍ່ ໃນເຂດ ອ້ອມຮອບ ຂອງເມືອງ ມີຢາວະດີ. ທ່ານ ກິດຕິສັກ ໂທມົນສັກ, ຫົວໜ້າ ຕໍາຣວດ ເມືອງ ແມ່ສອດ ເວົ້າວ່າ ມີປະຊາຊົນ ພະມ້າ ຈໍານວນ 1,000 ຄົນ ຫລົບໜີ ເຂົ້າໄປ ໃນປະເທດໄທ. 

ການຕໍ່ສູ້ກັນ ເກີດຂຶ້ນ ພາຍຫລັງ ການການເລືອກຕັ້ງ ນຶ່ງມື້, ຊຶ່ງພະມ້າ ໄດ້ເຣີ້ມນັບ ຄະແນນສຽງ ການເລືອກຕັ້ງ ໃນມື້ວັນຈັນ ນີ້, ໃນຂນະທີ່ ຣັຖບານ ປະເທດ ຕາເວັນຕົກ ຕໍານິ ຣັຖບານ ທະຫານ ໃນການຈັດຕັ້ງ ການເລືອກຕ້ອງ ທີ່ຣັຖບານ ສນັບສນູນ ພັກ ທີ່ຄິດວ່າ ຈະສາມາດ ໄດ້ຮັບໄຊຊະນະ ຢ່າງງ່າຍດາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.