ຊາວມົ້ງ 67 ທ່ານ ຖືກສົ່ງກັບ ລາວ

ຂ່າວທ້ອງຖິ່ນໄທ ລາຍງານວ່າ ໃນວັນທີ 10 ເມສານີ້, ທາງການໄທ ໄດ້ສົ່ງ ຊາວລາວ ເຜົ້າມົ້ງ 67 ຄົນ ຈາກສູນ ບ້ານຫ້ວຍນ້ຳຂາວ, ແຂວງເພັດຊະບູນ, ປະເທດໄທ ກັບຄືນ ສປປລາວ.

ທ່າມກາງ ການຕໍານິຕິຕຽນ ຂອງຊາວຕ່າງຊາດ, ການສົ່ງ ຊາວລາວເຜົ້າມົ້ງ ກັບຄືນຄັ້ງນີ້ ຖືວ່າເປັນ ຄັ້ງທີ 2, ຕໍ່​ຈາກ ຄັ້ງທຳອິດ ຈຳນວນ 11 ຄົນ ເມື່ອບໍ່ນານ ມານີ້. ​ແລ່ງ​ຂ່າວ ລາຍງານວ່າ ​ຊາວ​ມົ້ງ, ສ່ວນ​ຫລາຍ, ກັບ ສປປລາວ ດ້ວຍຄວາມສະມັກໃຈ; ດັ່ງທີ່ຊາວມົ້ງ ທ່ານ​ນຶ່ງ ໄດ້ກ່າວ ກັບວິທະຍຸ ເອເຊັຍເສຣີວ່າ. "ພວກເດືອນເມສານີ້ ແມ່ນພວກ ໜີບັນຫາເສຖະກິດ, ມີບ້ານມີເຮືອນ, ມີຣົຖດີໆ ຢູ່ປະເທດລາວ, ມັນບໍ່ມີບັນຫາຫຍັງ ມັນຢາກໄປ ຕ່າງປະເທດ ເທົ່ານັ້ນ ແລະ ສຸດທ້າຍ ມາທົນການລຳບາກ, ຖືກທໍຣະມານ ນີ້ບໍ່ໄດ້, ແລ້ວກໍເລີຍ ສະມັກໃຈກັບທະຫານ, ແລ້ວໃຫ້ທະຫານສົ່ງກັບ."

ຊາວມົ້ງ ຈຳນວນ ດັ່ງກ່າວ ຖືກຂົນສົ່ງ ຈາກສູນ ໄປດ່ານ ຂົວມິຕະພາບລາວ-ໄທ ແຂວງໜອງຄາຍ, ປະ​ເທດ​ໄທ ໃນຕອນບ່າຍ ຂອງວັນທີ 10 ​ເມສາ ນີ້ ເພື່ອມອບໃຫ້ ເຈົ້າໜ້າທີ່ ທາງການລາວ. ເຈົ້າໜ້າທີ່ ຝ່າຍໄທ ທີ່ຣ່ວມໃນພິທີ ສົ່ງມອບນັ້ນ ໄດ້ແກ່ ທ່ານ ພົນໂທ ນິພັດ ທອງເລັກ, ເຈົ້າກົມ ກິດຈະການຊາຍແດນ. ຝ່າຍລາວ ໄດ້ແກ່ ທ່ານ ພົນຈັຕະວາ ຄຳມ່ວນ ສະໄວວັນ ແລະ ທ່ານ ຢົງ ຈັນທະລັງສີ, ຕົວແທນ ຈາກກະຊວງການຕ່າງປະເທດ.

ຊາວມົ້ງ ທ່ານນຶ່ງ ​ໃນ​ຂະ​ບວນ ກ່າວວ່າ ລາວໄດ້ໂຕນໄປ ຢູ່ໃນສູນ ບ້ານຫ້ວຍນ້ຳຂາວ ເປັນເວລາສອງປີແລ້ວ. ການເປັນຢູ່ ມີຄວາມລຳບາກ ເພາະວ່າ ຕ້ອງຢູ່ໃນເຂດຄວບຄຸມ, ບໍ່ມີວຽກເຣັດງານທຳ ​ໃດໆ ຈຶ່ງຕັດສີນໃຈ ກັບຄືນເມືອລາວ ເພາະວ່າ ບໍ່​ມີຄວາມຫວັງ ຈະໄປ ປະເທດ ທີ 3 ແລ້ວ.