ທ່ານ ທອງລຸນ ໄດ້ແຖລງໃນຕອນໜື່ງວ່າ:
“ສປປລາວ ຍັງມີບັນຫາ ຂ້ອງຄາໃຈ ທີ່ສະຫະຣັຖ ຍັງລົງໂທດ ທາງດ້ານເສຖກິຈ ຕໍ່ ສາທາຣະນະຣັຖ ກິວບາຢູ່, ການລົງໂທດນີ້ ບໍ່ໄດ້ເປັນປໂຍດ ໃຫ້ແກ່ ທັງສອງປະເທດ ແຕ່ຢ່າງໃດເລີຍ. ສະນັ້ນ ສປປລາວ ຈື່ງຂໍຮຽກຮ້ອງ ໃຫ້ສອງປະເທດ ຫາລືກັນ ເພື່ອແກ້ໄຂບັນຫາ ຂໍ້ຂັດແຍ້ງ ດັ່ງກ່າວ.”
ທ່ານ ທອງລຸນ ສີສຸລິດ ໄດ້ກ່າວ ໃນຕອນໜື່ງ ອີກວ່າ:
“ປີນີ້ ປະເທດລາວ ໄດ້ປະສົບກັບ ພັຍນ້ຳຖ້ວມ ຢ່າງຮ້າຍແຮງ ເປັນເຫຕໃຫ້ ຊັພສົມບັຕ ເສັຽຫາຍຢ່າງມະຫາສານ ເຖິງປານນັ້ນ ສປປລາວ ກໍຍັງ ສາມາດ ປັບປຸງໂຄງຮ່າງ ພື້ນຖານ ຊັພຍາກອນ ມະນຸສ ແລະ ການຮ່ວມມື ກັບປະຊາຄົມໂລກ ໃຫ້ດີຂື້ນ ສືບຕໍ່ມາ.”
ນອກຈາກນັ້ນ ຣັຖມົນຕຣີ ກາຣຕ່າງປະເທດລາວ ຍັງໄດ້ກ່າວເນັ້ນ ອີກວ່າ ສປປລາວ ມີຄວາມທຸ່ນທ່ຽງທາງດ້ານ ການເມືອງດີ ເສຖກິດ ຂຍາຍຕົວ ແຕ່ປະເທດລາວ ກໍປະສົບ ກັບບັນຫາ ເສຖກິຈ ຫລາຍໆຢ່າງເຊັ່ນ: ບັນຫາ ຣາຄານ້ຳມັນແພງ ບັນຫາເງິນເຟິ້ ແລະ ບັນຫາ ທີ່ເກີດມາຈາກ ເສຖກິຈ ຂອງໂລກທີ່ກຳລັງຖອຍຫລັງ.
ຈາກນັ້ນ ທ່ານ ທອງລຸນ ສີສຸລິດ ກໍໄດ້ຮຽກຮ້ອງ ໃຫ້ສະຫະ ປະຊາຊາຕ ແລະ ປະເທດ ທີ່ພັທນາແລ້ວ ຈົ່ງໃຫ້ການຊ່ວຍເຫລືອ ແກ່ປະເທດ ທີ່ດ້ອຍພັທນາ ທີ່ສຸດ ແລະ ປະເທດ ທີ່ບໍ່ມີຊາຍແດນ ຕິດກັບທະເລໃຫ້ຫລາຍຂື້ນ. ຜ່ານມາ ປະເທດເຫລົ່ານີ້ ກໍມີແຕ່ທ່າເສັຍປຽບ. ໃນຕອນສຸດທ້າຍ ທ່ານ ທອງລຸນ ກໍໄດ້ສເນີ ໃຫ້ມີການແກ້ໄຂ ບັນຫາໂລກຮ້ອນ ພ້ອມກັບ ບັນຫາ ສະພາບແວດລ້ອມອື່ນໆ.