ສົງຄາມ ຣັສເຊັຍໃນຢູເຄຣນ ມາຈາກຄວາມຜິດພາດ ຂອງຜູ້ນຳຣັສເຊັຽ

0:00 / 0:00

ສຳ​ນັກ​ຂ່າວ ວໍ​ຊິງ​ຕັ້ນໂພ​ສ ໄດ້​ຣາຍ​ງານ​ວ່າ ຖ່າມ​ກາງ​ສົງ​ຄາມ ລະ​ຫວ່າງ ຣັສ​ເຊັຽ ກັບຢູ​ເຄຣນນັ້ນ​ສະ​ແດງ ໃຫ້​ເຫັນ​ເຖິງ ຜົ​ລ​ກະ​ທົບທີ່​ເປັນ​ຕ່ອງ​ໂສ້ ຢູ່​ໃນກອງ​ປະ​ຊຸມທາງ​ດ້ານ​ເສ​ຖ​ກິຈ​ໂລກ ຫຼື World Economic Forum ຢູ່​ເມືອງ ດາ​ໂວ​ສ ປະ​ເທດ​ສວິຕ​ເຊີ​ຣ໌ແລນດ໌ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ໃນ​ຂ​ະ​ນະ​ທີ່ ຜູ້​ນຳ​ຫຼາຍ​ປະ​ເທດ ວິ​ຈານ​ ຣັສ​ເຊັຽ ທີ່ໃຊ້​ກຳ​ລັງ​ທະ​ຫານ​ບຸກ​ຢູ​ເຄຣນ.

ໃນ​ການ​ປາ​ໄສ ຕໍ່​ບັນ​ກຸ່ມ​ນັກ​ການ​ເມືອງ ແລະ ຜູ້​ບໍ​ຣິ​ຫານ​ລະ​ດັບ​ສູງ, ພົນ​ເອກ ເຍັນສ໌ ສໂຕນລ໌ເຕິນເບິຣ໌ກ (Jens Stoltenberg) ເລ​ຂາ​ທິ​ການ ອົງ​ການ​ສົນ​ທິ​ສັນ​ຍາ ປົກ​ປ້ອງແອັດ​ແລນ​ຕິກ​ເໜືອ ຫຼື The North Atlantic Treaty Organization (NATO) ໄດ້​ຕຳ​ນິ ວ່າ:

“ເປັນ​ຄວາມ​ຜິດ​ພາດ​ໃຫຍ່ ຂອງ Vladimir Putin ຜູ້​ນຳ​ຣັສ​ເຊັຍ​ ທີ່​ໃຊ້​ກຳ​ລັງ​ທະ​ຫານ ຮຸກ​ຮານ ຢູ​ເຄຣນ.”

ທ່ານ ຍັງ​ກ່າວ​ຕື່ມ​ວ່າ:

“ມັນ​ເປັນໂຕ​ປ່ຽນ​ເກມ ໃນ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ ຢູ​ໂຣບ ແລະ ຣະ​ບຽບ​ໂລກ​ທີ່​ກວ້າງ​ຂຶ້ນກວ່າ​ເກົ່າ.”

ຈາກ​ຜົ​ລ​ຂອງ​ສົງ​ຄາມ, ຜູ້​ນຳ​ຣັສ​ເຊັຽ ຍິ່ງ​ເຮັດ​ໃຫ້ພັນ​ທະ​ມິດ​ຂອງ NATO ເຂົ້າ​ມາ​ປະ​ຊິດ​ຊາຍ​ແດນຂອງ​ຣັສ​ເຊັຽ ໂດຍທີ່ NATO ຈະ​ຮັບ​ເອົາ​ສ​ະ​ມາ​ຊິກ​ໃໝ່​ເພີ່ມ​ຕື່ມ ຄື ສວີເດັນ (Sweden) ແລະ ຟິນແລນດ໌(Finland) ເຊິ່ງ​ປັດ​ຈຸ​ບັນ NATO ມີ​ສະ​ມາ​ຊິກ​ທັງ 30 ປະ​ເທດ ທີ່​ຍັງ​ບໍ່​ທັນລວມ​ເອົາທັງ 2 ປະ​ເທດນີ້.

ພົນເອກ ເຍັນສ໌ ສໂຕນລ໌ເຕິນເບິຣ໌ກ (Jens Stoltenberg) ກໍ​ໄດ້​ຮັບ​ຮອງ​ເອົາ​ໃບ​ສ​ມັກຈາກ ສວີເດັນ (Sweden) ແລະ ຟິນແລນດ໌(Finland) ເພື່ອ​ເຂົ້າ​ມາ​ເປັນ​ສະ​ມາ​ຊິກ NATO. ​ທ່ານ ໄດ້​ເອີ້ນ​ການສ​ມັກ​ຄັ້ງ​ນີ້ວ່າ “ເປັນ​ປ​ວັດ​ສາ​ຕ” ແລະ ທ່ານ ຍັງ​ກ່າວ​ວ່າ ຈະ​ມີ​ການ​ແກ້​ໄຂ ຄວາມ​ເປັນ​ຫ່ວງ ຈາກ ປະ​ເທດ Turkey ສະ​ມາ​ຊິກ NATO. ຄົນ​ຢູ​ໂຣບ 96 ເປີເຊັນ ຈະ​ໄດ້​ຮັບ​ການ​ປົກ​ປ້ອງ ຈາກ NATO ເມື່ອ​ ສວີເດັນ (Sweden) ແລະ ຟິນແລນດ໌(Finland) ເຂົ້າ​ຮ່ວມ NATO.

ພົນ​ເອກ ເຍັນສ໌ ສໂຕນລ໌ເຕິນເບິຣ໌ກ (Jens Stoltenberg) ໄດ້​ກ່າວ​ຕໍ່​ຜູ້​ນຳ​ດ້ານ​ທຸ​ຣະ​ກິ​ຈວ່າ ເສ​ຣີ​ພາບ ມີ​ຄວາມ​ສຳ​ຄັນ​ກວ່າ ການ​ຄ້າ​ເສ​ຣີ ແລະ ຮຽກ​ຮ້ອງ​ໃຫ້​ມີ​ການປົກ​ປ້ອງ​ຜົ​ລ​ປ​ໂຍດ​ທີ​ມີ​ຄຸນ​. ທ່ານໄດ້​ເຕື່ອນ​ວ່າ ກຳ​ລັງ​ຢູ່ ກັບລະ​ບອບ​ອຳ​ນາດ​ນິ​ຍົມ ທີ່​ເປັນ​ພັຍຕໍ່​ຄວາມ​ໝັ້ນ​ຄົງ ຂອງ​ພ​ວກ​ເຮົາ ໂດຍທ່ານໄດ້​ຊີ້​ໄປ​ໃສ່ ຣັສ​ເຊັຽ ແລະ ຈີນ ເປັນ​ໂຕຢ່າງ.

ເປັນ​ເວ​ລາ 3 ເດືອນ ຫຼັງ​ຈາກ ຣັສ​ເຊັຽ ຮຸກ​ຮານຢູ່​ເຄຣນ, ພົນ​ເອກ ເຍັນສ໌ ສໂຕນລ໌ເຕິນເບິຣ໌ກ (Jens Stoltenberg) ໄດ້​ກ່າວ​ວ່າ ວຽກ​ງານ​ຂອງ NATO ກໍ​ເພື່ອ ຮັບ​ປະ​ກັນ​ວ່າ ສົງ​ຄາມ​ອັນ​ປ່າ​ເຖື່ອນ ແລະ ໂຫດ​ຮ້າຍນີ້ ຈະ​ບໍ່​ລຸກ​ລາມ​ໄປທະ​ວີບ​ຢູ​ໂຣບ ໂດຍ​ສະ​ເພາະ NATO ແລະ ຣັສ​ເຊັຽ. ທ່ານ ກ່າວ​ອີກວ່າ ພັນ​ທະ​ມິຕ ​ຈະ​ຕ້ອງສະ​ກັດ​ກັ້ນ ຂໍ້​ຜິດ​ພາດທີ່​ຈະ​ນຳ​ໄປ​ສູ່ ​ການ​ໃຊ້​ມາ​ຕຣາ 5 ສົນ​ທະ​ສັນ​ຍາ NATO ເຊິ່ງ​ເປັນ​ກົນ​ໄກປ້ອງ​ກັນ​ໂຕ​ເອງ.

ກ່ອນ​ທີ່ ພົນ​ເອກ ສໂຕນລ໌ເຕິນເບິຣ໌ກ (Stoltenberg) ໄດ້​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ ເວ​ທີ​ເສ​ຖ​ກິ​ຈ​ໂລກ, ຍາ​ນາງ ອົວຣ໌ຊູລາ ຟ໊ອນ ແດຣ໌ ເລເອີນ (Ursula Von Der Leyen) ປະ​ທານ​ກັມ​ມາ​ທິ​ການ​ຢູ​ໂຣບ ໄດ້​ກ່າວ​ວ່າ ສົງ​ຄາມ​ໃນຢູ​ເຄຣນ ໄດ້​ເຮັດ​ໃຫ້ມີ​ຄຳ​ຖາມຕໍ່​ລະ​ບຽບ​ໂລກ ແທນ​ທີ່​ຈະ ຊອກ​ຫາ​ທາງ​ອອກ ຕໍ່​ກັບ​ສະ​ພາບ​ອາ​ກາດ​ທີ່​ປ່ຽນ​ແປງ ແລະ ການ​ກຳ​ນົດກະ​ແສ​ໂລ​ກາ​ພິ​ວັຕແທນ, ແຕ່ ​ພວກ​ເຮົາ​ຈະຕ້ອງ​ມາ​ແກ້​ໄຂຄ່າ​ໃຊ້​ຈ່າຍ ແລະ ຜົ​ລ​ຂອງ​ສົງ​ຄາມທີ່​ເປັນ​ທາງ​ເລືອກ ​ຂອງ ວະລາດິດເມັຍຣ໌ ປູຕິນ (Vladidmir Putin) ຜູ້​ນຳ​ຣັສ​ເຊັຽ. ​

ຍ​າ​ນາງ ຍັງ​ກ່າວ​ວ່າ ການ​ກະ​ທຳ​ຂອງ​ຣັສ​ເຊັຽ ຕໍ່​ຢູ​ເຄຣນ ຈະ​ສົ່ງ​ຜົ​ລເຖິງ​ສະ​ຕະວັດ​ໜ້າ ບໍ່​ພຽງ​ແຕ່​ກະ​ທຳ​ຕໍ່​ຄົນ​ດ້ວຍ​ກັນ ​ຄື​ຜັກ​ຄື​ປາເທົ່າ​ນັ້ນ ແຕ່​ຍັງທຳ​ລາຍ​ອາ​ຄານ​ບ້ານ​ເຮືອນ​.

ຍາ​ນາ​ງ ອົວຣ໌ຊູລາ ຟ໊ອນ ແດຣ໌ ເລເອີນ (Ursula Von Der Leyen) ຜູ້​ທີ່ ຢ້ຽມ​ຢາມຢູ​ເຄຣນ ໃນ​ເດືອນ​ເມ​ສາ ທີ່​ຜ່ານ​ມາ ໄດ້​ຕຳ​ນິ​ຣັສ​ເຊັຽ​ວ່າ ເຮັດ​ໃຫ້​​ສນອງ​ສິນ​ຄ້າເປັນ​ຕ່ອງ​ໂສ້ມີ​ບັນ​ຫາ, ເຮັດ​ໃຫ້​ການ​ສົ່ງ​ອອກ​ຂອງ ຢູ​ເຄຣນ ຕ້ອງ​ຢຸດ​ສງັກ ແລະ ນຳ​ໃຊ້ການສົ່ງ​ອອກ​ພ​ລັງ​ການ​ເປັນ​ເຄື່ອ​ງ​ຕໍ່​ລອງ.

ຍາ​ນາງ ໄດ້​ວິ​ຈານ ປະ​ທາ​ນາ​ທິ​ບໍ​ດີ ວະລາດິດເມັຍຣ໌ ປູຕິນ (Vladidmir Putin) ຂອງ​ຣັສ​ເຊັຽ “ເປັນ​ທຳ​ລາຍ​ຢ່າງ​ປ່າ​ເຖື່ອນ” ແຕ່​ວ່າ ຍານາງ ກໍ​ເວົ້າ​ວ່າ ມື້​ນຶ່ງ​ຣັສ​ເຊັຽ ຈະ​ກັບ​ຄືນ​ມາ​ຮ່ວມ​ກັບ​ຢູ​ໂຣບ ຖ້າ​ວ່າ ຣັສ​ເຊັຽ ກັບ​ຄືນ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ.

ພົ​ນ​ເອກ ສໂຕນລ໌ເຕິນເບິຣ໌ກ (Stoltenberg) ໄດ້​ກ່າວ​ວ່າ ມັນ​ມີ​ຄວາມ​ສຳ​ຄັນ ສຳ​ລັບ NATO ແລະ ສະ​ຫະ​ພາບ​ຢູ​ໂຣບ ທີ່​ຈະ​ບໍ່ສ້າງ​ຄ​ວາມ​ສັບ​ສົນ​ໃນ​ຄວາມ​ພະ​ຍາ​ຍາມ​ປ້ອງ​ກັນ​ໂຕ​ເອງ.

ຍາ​ນາງ ອົວຣ໌ຊູລາ ຟ໊ອນ ແດຣ໌ ເລເອີນ (Ursula Von Der Leyen) ໄດ້​ກ່າວ​ຢ້ຳວ່າ ຈະ​ຕ້ອງ​ຕໍ່​ສູ້​ເພື່ອ​ເສ​ຣີພາບ ແລະຢູ​ເຄຣນຈະ​ຕ້ອງ​ຊະ​ນະ​ສົງ​ຄາມ.

ກ່ອນ​ໜ້ານີ້ ທ່ານ ແອນໂທນີ໋ ບລິງເຄັ້ນ (Antony Blinken) ຣັ​ຖ​ມົນ​ຕ​ຣີ ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ກ່າວ​ຕໍ່​ພັນ​ທະ​ມິຕຢູ​ໂຣບວ່າ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາເຊື່ອ​ວ່າ ສົງຄາມ​ຣັສ​ເຊັຽ​ໃນຢູ​ເຄຣນ ຈະ​ແກ່​ຍາວ​ໄປຮອດ​ທ້າຍ​ປີ 2022 ອີງ​ຕາມ​ການ​ຣາຍ​ງານ​ຂອງ​ສຳ​ນັກ​ຂ່າວ CNN.

ເຈົ້າ​ໜ້າ​ທີ່ຢູ​ໂຣບ ສອງທ່ານໄດ້​ກ່າວ​ຕໍ່ນັກ​ຂ່າວ CNN ວ່າສະ​ຫະ​ຣັ​ຖແລະຢູ​ໂຣບ ໄດ້​ປະ​ເມີນວ່າສົງ​ຄາມ​ຈະ​ບໍ່​ຈົບ​ໃນ​ເວ​ລາ​ອັນ​ສັ້ນ​.

ເຈົ້າ​ໜ້າ​ທີ່ຫຼາຍ​ທ່ານ ທີ່​ໄດ້​ກ່າວ​ຕໍ່ນັກ​ຂ່າວ CNN ວ່າມັນ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​ແທ້ໆ ວ່າ ສົງ​ຄາມ​ຈະ​ແກ່​ຍາວ​ໄປ​ອີກ​ດົນ​ປານ​ໃດ ແຕ່​ວ່າເຈົ້າ​ໜ້າ​ທີ່​ຫຼາຍ​ຄົນກໍ​ກ່າວ​ວ່າ ມັນ​ບໍ່​ມີ​ສັນ​ຍາ​ນວ່າປະ​ທານ​ທິ​ບໍ​ດີ ວະລາດິດເມັຍຣ໌ ປູຕິນ (Vladidmir Putin) ຂອງ​ຣັ​ສເຊັຽຈະ​ປ່ຽນ​ເປົ້າ​ໝາຍ ແລະ ບໍ່​ມີ​ທ່າ​ທີ​ວ່າຈະ​ມີ​ການ​ເຈ​ລະ​ຈາ​ທາງ​ການ​ທູດ ຖ້າ​ຣັສ​ເຊັຽຍັງ​ບໍ່​ຊະ​ນະ​ສົງ​ຄາມ.

ມີ​ຄົນ​ໃຫ້​ທັ​ສ​ນະວ່າ ສົງ​ຄາມ​ທີ່ມັນ​​ແກ່​ຍາວນັ້ນ ມາ​ຈາກ​ການ​ທີ່​ຣັ​ສເຊັຽ ພະ​ຍາ​ຍາມ​​ຢຶດຄອງ​ນະ​ຄອນ​ຫລວງ ຄ້ຽບ (Kyiv) ຂອງຢູ​ເຄຣນໃນ​ເວ​ລາ ​ທີ່​ຣັສ​ເຊັຽ​ໃຊ້​ກຳ​ລັງ​ທະ​ຫານບຸກ ປະ​ເທດ​ຢູ​ເຄຣນ ໃນ​ເບື້ອງ​ຕົນ, ແຕ່ ຄວາມ​ພະ​ຍາ​ຍາມ ຢຶດ​ນະ​ຄອນ​ຫລວງ ຄ້ຽບ (Kyiv) ຂອງ​ທະ​ຫານ​ຣັສ​ເຊັຽກໍ​ປະ​ສົບ​ຄວາມ​ຫຼົ້ມ​ແຫຼວ ຢູ່​ໃນສນາມ​ຣົບ.

ໃນ​ຂະ​ນະ​ທີ່ ເຈົ້າ​ໜ້າ​ທີ່ກ່າວ​ເນັ້ນ​ວ່າ ສາ​ກົ​ນກໍຍັງ​ສືບ​ຕໍ່​ໃຫ້​ການ​ສ​ນັບ​ສ​ນູນຢູ​ເຄຣນ ແລະ ເຂົາ​ເຈົ້າ​ຍອມ​ຮັບ​ວ່າ ການ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ ທາງ​ດ້ານ​ວາ​ວຸດ​ໃຫ້​ແກ່ຢູ​ເຄຣນ ເປັນ​ເຣື່ອງ​ທີ່​ທ້າ​ທາຍ​ຫຼາຍ ໂດຍສະ​ເພາະ​ເຂົາ​ເຈົ້າ ຕ້ອງ​ໄດ້​ເຂົ້າ​ມາ​ກ່ຽວ​ຂ້ອງ​ກັບ​ສົງ​ຄາມ​ໂດຍ​​ຕ​ຣົງ.

ທ່ານ ເຈກ ສຸລລິວານ (Jake Sullivan) ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ສະ​ຫະ​ຣັ​ຖໄດ້​ກ່າວ​ ວ່າ ການ​ສູ້​ຣົບ​ກັນ​ໃນຢູ​ເຄຣນ ຈະ​ແກ່​ຍາວແລະຈະ​ດຳ​ເນີນ​ໄປ ​ເປັນ​ເວ​ລາ​ຫຼາຍ​ເດືອນ ຫຼື ຍາວກວ່າ​ນັ້ນ.

ທ່ານ Kristjan Prikk ທູດປະ​ເທດ ເອສໂຕເນັຍ (Estonia) ປະ​ຈຳ​ສະ​ຫະ​ຣັ​ຖອາ​ເມ​ຣິ​ກາ ໄດ້​ກ່າວ​ຕໍ່​ນັກ​ຂ່າວ CNN ວ່າ ທ່ານເຊື່ອ​ວ່າ ຣັ​ສເຊັຽມີ​ແຮງ​ຈູງ​ໃຈ ໃນ​ເມື່ອ​ວ່າຣັສ​ເຊັຽເຂົ້າ​ໃຈ​ວ່າ ຕົນ​ເອງ​ກໍາ​ລັງ​ຈະ​ປະ​ລ​າ​ໄຊ. ຍ້ອນ​ວ່າ ມັນ​ປ​ະກົດ​ໃຫ້​ເຫັນ​ວ່າ ຣັສ​ເຊັຽມີ​ຈຸດ​ປ​ສົງ​ໃນ​ໃຈ​ແລ້ວ​ ໃນ​ຕອນ​ເຣີ່ມ​ຕົ້ນ​ສົງ​ຄາມ ເຊິ່ງໂດຍ​ພື້ນ​ຖານ ຣັສ​ເຊັຽ​ຫວັງ​ຈະ​ທຳ​ລາຍ​ ປະ​ເທດ​ຢູ​ເຄຣນ ແລະໃຫ້ຢູ​ເຄຣນຍອມ​ຈຳ​ນົນ ແລະຍາກ​ທີ່​ຈະ​ເຫັນຣັສ​ເຊັຽ​ຕັ້ງ​ໃຈ​ເຂົ້າ​ມາ​ເຈ​ຣະ​ຈາ.

ທ່ານ Kristjan Prikk ຍັງ​ກ່າວ​ຕື່ມ​ວ່າ: ຍັງ​ຄົງ​ມີ​ການ​ຫາ​ລື​ກັນ ກ່ຽວ​ກັບ​ການ​ປະ​ສານ​ໃຫ້​ຄວາມ​ຊ່ວຍ​ເຫື້ອ​ທາງ​ການ​ທະ​ຫານ​ ທີ່ມີ​ປະ​ສິ​ດ​ທິ​ພາບ​ຂຶ້ນ ເພື່ອ​ໃຫ້ຢູ​ເຄຣນມີ​ອາ​ວຸດ ໄດ້​ໃຊ້​ຕາມ​ຄ​ວາມ​ຈຳ​ເປັນ. ສິ່ງ​ທີ່​ທ້າ​ທາຍ ​ກໍ​ຄື ການ​ມີ​ອາ​ວຸດ​ໄວ້​ໃຊ້​ຕ​ລອດ ແລະ ການ​ສນອງ-ການ​ຜ​ລິດອາ​ວຸດ​ໃຫ້​ທັນ​ເວ​ລາ.

ໃນ​ສ່ວນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ການ ຫຼື Pentagon ໄດ້​ປະ​ຊຸມ​ປຶກ​ສາ​ຫາ​ລື ກັບ​ບໍຣິສັດ​ຮັບ​ເໝົາ 8 ບໍ​ຣິ​ສັດ​ຣາຍໃຫຍ່ ກ່ຽວ​ກັບ​ການ​ຜ​ລິດ​ອາ​ວຸດ​ໃຫ້​ໄວ​ຂຶ້ນ ອີງ​ຕາມ​ຣາຍ​ງານ​ຂອງ ສຳ​ນັກ​ຂ່າວ CNN.

​ສຳ​ນັກ​ຂ່າວ CNN ໄດ້​ຣາຍ​ງານ​ວ່າ ຣັສ​ເຊັຽ​ໄດ້ປະ​ທ້ວງສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ທີ່​ຍັງ​ສືບ​ຕໍ່​ສົ່ງ​ອາ​ວຸດ​ໃຫ້ຢູ​ເຄຣນ ໂດຍທີ່​ຣັ​ຖ​ເຊັຽໄດ້​ສົ່ງໜັງ​ສືທາງ​ການ​ທູດ ໄປ​ເຖິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໂດຍ​ມີ​ຂໍ້​ຄວາມ​ແຈ້ງ​ເຕືອນ​ວ່າ: " ການ​ຊ່ວຍ​ເຫຼືອ​ແກ່​ຢູ​ເຄຣນ ຈະ​ເກີດ​ຜົ​ລທີ່ບໍ່​ຄາດ​ຄິດ​ຕາມ​ມາ ". ​

CNN ໄດ້​ຣາຍ​ງານ​ວ່າ ສະ​ຫະ​ຣັ​ຖ​ເຊື່ອ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ວະລາດິດເມັຍຣ໌ ປູຕິນ (Vladidmir Putin) ຂອງ​ຣັສ​ເຊັຽ ຍິ່ງບໍ່​ພໍ​ໃຈ​​ຫຼາຍຂຶ້ນ ແລະອາ​ດ​ຈະ​ມີ​ການ​ກະ​ທຳ​ທີ່​ຮຸນ​ແຮງ​ຂຶ້ນ ຕໍ່​ສະ​ຫະ​ຣັ​ຖ ເພື່ອ​ຕອບ​ໂຕ້​ທີ່​ສະ​ຫະ​ຣັ​ຖ​ໃຫ້​ການ​ຊ່ວຍ​ເຫຼືອແກ່ຢູ​ເຄຣນ.

ໃນ​ວັນ​ທີ 15 ເມ​ສາ ທີ່​ຜ່ານ​ມາ, ​ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ຫຼາຍ​ສຳ​ນັກ ໄດ້​ຣາຍ​ງານ​ວ່າ ໄດ້​ເກີດຣະ​ເບີດຂຶ້ນ​ຢູ່ເຮືອ​ຣົບ​ຂອງ​ຣັສ​ເຊັຽທີ່​ຊື່​ວ່າ ໂມສຄວ໋າ (Moskva) ທີ່​ປະ​ຈຳ​ການ​ຢູ່​ເຂດ​ທະ​ເລ​ດຳ ແລະ ເຮືອ​ລຳ​ດັ່ງ​ກ່າວ ກໍ​ໄດ້​ຈົມ​ລົງ​ທະ​ເລ.

ໃນ​ຝ່າຍ​ຂອງຢູ​ເຄຣນກໍ​ອ້າງວ່າ ໄດ້​​ຍິງ​ຈະ​ຣວດໃສ່ເຮືອ​ ແລະເປັນ​ຜູ້​ທຳ​ລາຍ​ເຮືອ​ດັ່ງ​ກ່າວ, ແຕ່ ໃນ​ຝ່າຍ​ຂອງ​ຣັສ​ເຊັຽກໍ​ອ້າງວ່າ ເຮືອ​ລຳ​ດັ່ງ​ກ່າວເກີດ​ຣະ​ເບີດ​ຂຶ້ນ​ເອງ ໂດຍອຸ​ບັດ​ຕິ​ເຫດ.

ນອກ​ຈາກນີ້​ ກໍ​ມີການ​ການ​ຖ​ແລງ​ຂ່າວ ວັນ​ທີ 12 ເມ​ສາ 2022 ທີ່​ຜ່ານ​ມາ, ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງຂອງກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ​ໄດ້​ອອກ​ບົດ​ຣ​າຍ​ງານ​ເຣື່ອງ​ສິ​ດ​ທິ​ມະ​ນຸສ.

ສິ່ງ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃຫ້​ຄວາມ​ສຳ​ຄັນກໍ​ຄື ຣັສ​ເຊັຽ​​ເຂົ້າມາ​ເຮັດ​ສົງ​ຄາມ​ໃນ​ປະ​ເທດຢູ​ເຄຣນ ນັ້ນ​ນຳ​ໄປ​ສູ່​ການ​ຣະ​ເມີດ​ສິດ​ທິ​ມະ​ນຸ​ສ.

ຫຼັງ​ຈາກ​ທີ່ ຣັ​ສ​ເຊັຽ​ໃຊ້​ກຳ​ລັງ​ທະ​ຫານ​ບຸກຢູ​ເຄຣນ ນັບ​ແຕ່​ເດືອນ​ກຸມ​ພາເປັນ​ຕົ້ນ​ມາ, ປະ​ເທດ​ຟິນແລນດ໌ ແລະ ສະ​ວີ​ເດັນ ກໍ​ສ​ມັກ​ເຂົ້າ​ເປັນ​ສະ​ມາ​ຊິກ NATO.

ເປັນ​ທີ່​ຖົກ​ຖຽງ​ກັນ​ວ່າ ປະ​ເທດຟິນ​ແລນດ໌ ແລະ ສະ​ວີ​ເດັນ ຖືກ​ບາງ​ປະ​ເທດ​ຊັກ​ຈູງ​ເປັນ​ສະ​ຊິກ NATO ເພື່ອ​ເຂົ້າ​ມາ​ຖ່ວງ​ດຸນ​ອຳ​ນາດ ​ຂອງ​ຣັ​ຖ​ເຊັຽ​ໃນ​ເຂດ​ທະ​ເລ Baltic ຫຼັງ​ຈາກ​ທັງ​ 2 ​ປະ​ເທດ​ນີ້ ຮັກ​ສາ​ຄວາມ​ເປັນ​ກາງ​ມາຕ​ລອດ.

ນັກ​ຂ່າວ ແລະ ນັກ​ວິ​ຊາ​ການ​ຈຳ​ນວນນຶ່ງ ໃຫ້​ທັ​ສ​ນະ​ວ່າ ຣັ​ສ​ເຊັຽ​ໃຊ້​ກຳ​ລັງ​ທະ​ຫານ ເຂົ້າ​ໄປບຸກ​ປະ​ເທດ​ເພື່ອນ​ບ້ານ ຄື ຢູ່ເຄຣນ ເປັນ​ຍ້ອນ​ຢູ​ເຄຣນຈະ​ເຂົ້າ​ເປັນ​ສະ​ມາ​ຊິກ NATO ແລະຖືກ​ຣັສ​ເຊັຽ​ເບິ່ງ​ວ່າ ເປັນ​ພັຍ​ຂົ່ມ​ຂູ່​ຕໍ່​ຣັສ​ເຊັຍ.

ນັກ​ວິ​ຊາ​ການ ແລະ ສຳ​ນັກ​ຂ່າວ​ບາງ​ສຳ​ນັກ​ ກໍ​ວິ​ເຄາະແລະວິ​ຈານ​ວ່າ ຜູ້​ນຳ​ຢູ່​ເຄຣນ ຖືກປະ​ເທດ​ຕາ​ເວັນ​ຕົກ ແລະບາງ​ປະ​ເທດ ຍຸ​ແຍ່ໃຫ້​ເຂົ້າ​ເປັນ​ສະ​ມາ​ຊິ​ກ NATO.

ແຕ່​ໃນ​ສ່ວນ​ຂອງ​ຜູ້​ນຳຢູ​ເຄຣນ ແລະ ປະ​ຊາ​ຊົນຈຳ​ນວນ​ຫຼາຍ ກໍ​ເຫັນ​ວ່າການ​ເຂົ້າ​ເປັນ​ສ​ະ​ມາ​ຊິກ NATO ເປັນ​ສິດ​ທິ ແລະເປັນ​ທາງ​ເລືອກ​ຂອງ​ປະ​ເທດຢູ​ເຄຣນ ທີ່​ປະ​ຊາ​ຊົນແລະຜູ້​ນຳຢູ​ເຄຣນ ເປັນ​ຜູ້​ກຳ​ນົດ.