ມາດຕະການ ຄວບຄຸມ ຣາຄາ ສິນຄ້າ

ຣັຖບານລາວ ຈະຄວບຄຸມ ຣາຄາສິນຄ້າ ເພາະປັດຈຸບັນ ພວກພໍ່ຄ້າ ແມ່ຄ້າ ມັກຂື້ນຣາຄາ ສິນຄ້າສູງເກີນໄປ.

ໃນ​ຂະນະ​ນີ້ ຣາຄາ​ນ້ຳມັນ​ ແລະ ​ສິນຄ້າ ​ເກືອບ​ທຸກ​ຊະນິດ ຖີບສູງ​ຂື້ນ ​ຢ່າງ​ບໍ່​ຢຸດ​ຢັ້ງ ສົມກັບ​ ພວກ​ພໍ່ຄ້າ​ແມ່​ຄ້າ​ ຫລາຍໆ​ຄົນ ​ມັກ​ສວຍ​​ໂອກາດ ​ຂື້ນຣາຄາ​ ສິນຄ້າ​ ເກີນ​ຂອບ​ເຂດ ​ເຮັດ​ໃຫ້ ​ປະຊາ​ຊົນ ​​ໄດ້​ຮັບ​ຄວາມ​ເດືອດຮ້ອນ; ສະນັ້ນ ທ່ານ​ ບົວ​ສອນ ບຸ​ຜາ​ວັນ ນາຍົກ ຣັຖມົນຕຣີ ສປປລາວ ຈຶ່ງປະກາດ ​ມາດ​ຕະການ ​ຈະ​ຄວບ​ຄຸມ ​ສິນຄ້າ​ ຖ້າ​ຈຳ​ເປັນ ດັ່ງ ທ່ານ​​ໄດ້ຖ​ແລງ ​ຕໍ່​ສະພາ​ແຫ່ງ​ຊາດ ​ເມື່ອບໍ່​ດົນ ​ຜ່ານ​ມາ​ວ່າ:

“ຣັຖບານ​ຈະ​ເພິ້ມຄວາມ​ຮັບຜິດຊອບ​ຕໍ່​ການ​ປະຕິບັດ​ບົດບາດ ຈະ​ດຳ​ເນີນ​ມາດຕະ ການ​ແຊກ​ແຊງ​​ໃນ​ເມື່ອ​ຈຳ​ເປັນ ​ເພື່ອ​ໃຫ້ຣາຄາ​ສົມ​ເຫດ​ສົມ​ຜົນ ສະກັດ​ກັ້ນການ​ກັກ​ຕູນ​ເພື່ອ​ສວນ​ໂອກາດ​ຂື້ນ ຣາຄາ​ຕາມ​ອຳ​ເພີ​ໃຈ.”

​ໃນ​ຂະນະ​ດຽວ​ກັນ ຜ​ແນ​ກ ສົ່ງ​ເສີມ​ ການ​ຜລິດ​ ແລະ ​ການ​ຄ້າ ນະຄອນຫລວງ ​ວຽງ​ຈັນ ກໍ​ໄດ້ ວາງ​ມາດ​ຕະການ​ ເພື່ອ​ລົງ​ໂທດ ​ຜູ້​ສວຍ​ໂອກາດ ​ຂື້ນຣາຄາ​ ສິນຄ້າ​​ ເກີນ​ຂອບ​ເຂດ ດັ່ງ ​ເຈົ້າໜ້າ ທີ່​ທ່ານ​ນຶ່ງ​ ໄດ້​ເວົ້າວ່າ:

" ແບບ​ລັກ​ຊະນະ​ກົດໝາຍ​ທຸ​ຣະກິດ​ພວກ​ເຮົາ​ເນາະ ຖ້າ​ຫາກ​ວ່າ ​ເຈົ້າສວຍ​ໂອ ກາດ​ຂື້ນຣາຄາ​ສິນຄ້າ ຈະ​ປັບ​ໄໝ​ຄັ້ງທີ່​ນຶ່ງສອງ​ລ້ານ​ກີບ ຄັ້ງທີ່​ສອງ ພວກ​ເຮົາ​ຈະ​ສຶກສາ​ອົບຣົມ​ແລະ​ປັບ ​ໄໝ​ຫ້າ​ລ້ານ ທ້ຽວທີ່​ສາມນີ້ ຈະ​ເປັນ 10 ລ້ານ ​ແລ້ວ​ພວກ​ເຮົາ​ຈະ​ໃຫ້​ເລີກ​ກິດຈະ​ການ​ເລີຍ."

ສ່ວນ​ທາງ ​ກະຊວງ​ ອຸດສາຫະກັມ​ ແລະ ​ການ​ຄ້າ ກໍ​ປະກາດ​ ແຈ້ງ​ໃຫ້​ປະຊາຊົນ ​ຮູ້​ວ່າ ​ໃນ​ເວ ລາ ຣັຖບານ​ ອະນຸຍາດ ​ໃຫ້​ພວກ​ພໍ່ຄ້າ ​ແມ່​ຄ້າ​ ຂື້ນຣາຄາ​ສິນຄ້າ ​ຊະນິດ​ໃດ​ ຊະນິດ​ນຶ່ງ ທາງ​ກະຊວງ​ຈະ​ປະກາດ ​ໃຫ້​ປະຊາຊົນ ​ຮູ້​ລ່ວງ​ໜ້າ ​ເພື່ອ​ບໍ່​ຢາກ​ໃຫ້ ​ມີ​ການ​ກະທົບ ກະ​ເທືອ​ນ ຕໍ່​ຊີວິດ ການ​ເປັນ​ຢູ່ ​ຂອງ​ຜູ້​ບໍຣິ​ໂພ​ກ.