ປະຊາກອນສເນີ ແກ້ການເກັບພາສີ

ປະຊາຊົນ ແຂວງຜົ້ງສາລີ ສເນີໃຫ້ມີການ ແກ້ໄຂບັນຫາ ການຕັດໄມ້ ການເກັບພາສີ ແລະການເຮັດ ເອກກະສານ ຣາຊການ ທີ່ລ່າຊ້າ
ມະນີຈັນ
2010.06.18

ທ່ານ ຄໍາຈັນ ສະກູລຕະວະ ສະມາຊິກ ສະພາແຫ່ງຊາດ ແຂວງຜົ້ງສາລີ ໃຫ້ສັມພາດ ແກ່ສື່ມວນຊົນ ກ່ຽວກັບບັນຫາ ທີ່ປະຊາຊົນ ໃນແຂວງ ຜົ້ງສາລີ ປະສົງທີ່ຈະໃຫ້ ທາງກະຊວງແລະ ໜ່ວຍງານທີ່ກ່ຽວຂ້ອງ ທໍາການແກ້ໄຂ ຄື: ບັນຫາການຕັດໄມ້ ຂອງໂຄງການລົງທຶນ ບັນຫາການເກັບ ພາສີທີ່ສູງ ແລະ ບັນຫາການເຮັດ ເອກກະສານ ຣາຊການ ທີ່ລ່າຊ້າ:

"ຄົນລາວເຮົາຢູ່ ແຕ່ວ່າຄົນຈີນ ເພິ່ນມາຕັດ ຄົນຕ່າງ ປະເທດມາຕັດ ດຽວນີ້ເຂົາຢາກ ຕັດແນວໃດ ເຂົາກໍຕັດບັນຫາ ທີນຶ່ງ ອັນນັ້ນຂໍ້ສເນີວ່າ ເຂົາຢາກຮູ້ເຫດຜົລ ຊື່ໆດອກ ວ່າຕັດເພື່ອຫຍັງ ໄປສໍາຣະອີ່ຫຍັງ ຮັ້ນນະ ຈຶ່ງມາຕັດຫລາຍແທ້ ບ່ອນບໍ່ເຄີຍຕັດ ກໍໄປຕັດ ມອບດິນມອບປ່າໃຫ້ ປະຊາຊົນຄຸ້ມຄອງ ກໍຍັງຕັດຫັ້ນນະ ອັນນີ້ອັນທີນຶ່ງ".

ບັນຫາທີ 2 ທີ່ສະທ້ອນສຽງ ຈາກປະຊາຊົນ ກໍຄືເລື່ອງ ການເກັບພາສີ ຊຶ່ງເປັນບັນຫາທີ່ ເຄີຍຍົກຂຶ້ນຫາ ຣືກັນ ໃນຣະດັບແຂວງແລ້ວ ແຕ່ກໍຍັງບໍ່ໄດ້ຮັບ ການແກ້ໄຂ.  ປະຊາຊົນໃນ ແຂວງຜົ້ງສາລີ ສ່ວນໃຫຍ່ ມີຣາຍໄດ້ຕໍ່າ ແຕ່ຕ້ອງເສັຽພາສີ ເປັນເງິນຈໍານວນຫລາຍ ເຊັ່ນພາສີທີ່ດິນ ທີ່ຕ້ອງເສັຽຕາມ ຈໍານວນພື້ນທີ່ ແຕ່ອັຕຣາການເກັບ ຂອງແຕ່ລະເມືອງ ກໍບໍ່ເທົ່າກັນ. ນອກຈາກນີ້ ກໍຍັງມີບັນຫາ ເລື່ອງການ ເຮັດເອກກະສານ ຣາຊການຕ່າງໆ ທີ່ຊັກຊ້າ ເຊັ່ນບັດປະຈໍາຕົວ ໃບຂັບຂີ່ ອັນເຮັດໃຫ້ເກີດ ຄວາມບໍ່ສະດວກ ຫລາຍຢ່າງ ທ່ານກ່າວຕໍ່ໄປວ່າ:

"ເນາະເຫດຜົລ ເປັນຫຍັງຈຶ່ງຊັກຊ້າ ເຮັດໃບຂັບຂີ່ ເປັນປີກໍບໍ່ໄດ້ ອັນນີ້ແຫລະ ຂໍ້ສເນີຫລາຍ ກວ່າໝູ່ ມັນເປັນການສ້າງ ຄວາມຫຍູ້ງຍາກ ໃຫ້ປະຊາຊົນ ເຂົາເຈົ້າ ໃນການໄປມາ ເດ້ເນາະ ຈະເອົາຣົດໄປ ກໍບໍ່ມີໃບຂັບຂີ່ ຈະໄປທາງ ກໍບໍ່ມີ ບັດປະຈໍາຕົວ ໃຫ້ຕໍາຣວດໄດ້ ກວດກາ ເຮັດໃຫ້ການໄປມາ ໄດ້ພົບຄວາມ ຫຍູ້ງຍາກ".

ບັນຫາດັ່ງກ່າວ ທ່ານວ່າ ທ່ານໄດ້ສເນີ ເຂົ້າສູ່ກອງປະຊຸມ ສມັຍສາມັນ ຄັ້ງທີ 9 ສະພາແຫ່ງຊາດ ຊຸດທີ 6 ໂດຍຄາດວ່າ ການປະສານງານ ຣະຫວ່າງພາກຣັຖ ແລະປະຊາຊົນ ຈະມີສ່ວນຊ່ວຍ ໃນການແກ້ໄຂ ບັນຫາຕ່າງໆ ທີ່ເກີດຂຶ້ນນັ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.