ສພາບ ແມ່ນໍ້າຂອງບົກແຫ້ງລົງ ໃນລະຍະນີ້ ເຮັດໃຫ້ຣັຖວິສາຫະກິດນໍ້າປະປາລາວບໍ່ສາມາດຈັດຫານໍ້າມາຜລິດ ເປັນນໍ້າປະປາ ເພື່ອໃຫ້ປະຊາຊົນ ພາຍໃນ ນະຄອນຫລວງວຽງຈັນ ໃຊ້ຢ່າງພຽງພໍຊຶ່ງຕ້ອງມີການ ແກ້ໄຂບັນຫາສະເພາະໜ້າ ແລະ ລະຍະຍາວ. ເຈົ້າໜ້າທີ່ຣັຖວິສາຫະກິດນໍ້າປະປາລາວກ່າວຕອນນຶ່ງວ່າ:
”ເພາະວ່າ ສະພາບ ມັນເປັນແນວນີ້ ນໍ້າຂອງບໍ່ສາມາດ ໄຫລເຂົ້າສະຖານີ ດູດນໍ້າຂອງ ພວກເຮົາ ໄດ້ຖືວ່າ ມັນດູດບໍ່ເຕັມອັຕຣາ ມັນ 60 ພັນແມັດກ້ອນນີ໋. ພວກເຮົາ ດູດໄດ້ແຕ່ 51 ພັນແມັດກ້ອນ ຕໍ່ມື້ ລົງປະມານ 9 ພັນແມັດກ້ອນ.”
ທ່ານກ່າວຕໍ່ໄປວ່າປັຈຈຸບັນຣັຖວິສາຫະກິດນໍ້າປະປາລາວມີໂຮງງານຜລິດນໍ້າປະປາ ໂດຍດູດເອົານໍ້າຂອງ ໃນເຂດນະຄອນຫລວງ 3 ແຫ່ງຄືນໍ້າປະປາຈິນາຍໂມ້ ເມືອງຫາດຊາຍຟອງດູດໄດ້ 80 ພັນແມັຕກ້ອນ, ນໍ້າປາເກົ້າລ້ຽວ 60 ພັນແມັຕກ້ອນ ແລະ ສຖານີ ດົງໝາກຄາຍ ດູດໄດ້ 20 ພັນແມັຕກ້ອນ. ແຕ່ໃນສພາບ ແມ່ນໍ້າຂອງທີ່ບົກແຫ້ງລົງ ຢ່າງໜັກ ໃນຂນະນີ້ ໂຮງງານຜລິດນໍ້າປະປາທັງ 3 ແຫ່ງດັ່ງກ່າວບໍ່ສາມາດດູດນໍ້າໄດ້ ໃນປະລິມານ ເທົ່າເດີມ ເຮັດໃຫ້ເກີດບັນຫາຂາດແຄນນໍ້າຊຶ່ງຣັຖວິສາຫະກິດນໍ້າປະປາພວມຫາທາງແກ້ໄຂ.
”ໃນລະຍະສັ້ນໆ ປັຈຈຸບັນ ພວກເຮົາ ກໍາລັງເຮັດເຮືອແພ ຈະດູດນໍ້າຂອງ ເຂົ້າຊ່ວຍຍາວໆ ແນວໂນ້ມ ພວກເຮົາ ຈະຫັນທິດ ຈະໄປເອົານໍ້າງື່ມ ເພາະ ເຮົາຄິດວ່າ ປັຈຈຸບັນ ເຫັນວ່າ ນໍ້າຂອງ ມັນນັບມື້ນັບບົກແຫ້ງລົງ.”
ແມ່ນໍ້າຂອງ ຊຶ່ງເປັນແມ່ນໍ້ານາໆຊາດນັ້ນ ເກີດການບົກແຫ້ງຢ່າງໜັກໜ່ວງ ແຕ່ຕົ້ນປີ 2010 ມາ ຊຶ່ງຖືເປັນຄວາມແຫ້ງແລ້ງຮ້າຍແຮງທີ່ສຸດ ໃນຮອບຫລາຍສິບປີຜ່ານມາ ອັນສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນຜູ້ຕ້ອງໃຊ້ນໍ້າຈາກແມ່ນໍ້າຂອງນັ້ນ. ແລະ ເທົ່າຮອດດຽວນີ້ຍັງບໍ່ມີໜ່ວຍງານຫລື ອົງການໃດໆທີ່ຈະເປັນຕົວກາງ ໃນການສຶກສາ ສາເຫດ ຂອງບັນຫາດັ່ງກ່າວ ແລະ ຫາທາງແກ້ໄຂເພື່ອບັນເທົາທຸກ ໃຫ້ແກ່ປະຊາຊົນ.
