ຍານາງວ່າສໍາລັບ ໃນສປປລາວ ນັ້ນມັນມີ ຄວາມຕ້ອງການ ໃຫ້ມີການປົກຄອງ ທີ່ດີແລະ ການປະຕິບັດ ກົດໝາຍ ແບບໂປ່ງໃສມັນຈື່ງ ຈະເຮັດໃຫ້ ການພັທະນາ ປະເທດຊາດ ມີຄວາມຢັ້ງຢືນ. ສໍາລັບ ໃນທົ່ວເອເຊັຽ ແລະ ປາຊີຟິກ ນັ້ນຍານາງວ່າຣັຖບານ ຄວນພະຍາຍາມ ຊອກຫາ ວິທີທາງຫລຸດຜ່ອນ ຮູບແບບ ການສໍ້ລາດບັງຫລວງ ລົງ ໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້.
ນາງວ່າ ດຽວນີ້ເຮົາຢູ່ໃນ ຍຸກສະໃໝ ທີ່ທຸກໆ ປະຊາຊາດ ບໍ່ຄວນຖືເບົາ ເຣື້ອງການສໍ້ລາດ ບັງຫລວງອີກແລ້ວ. ຜົນສະທ້ອນ ອັນຣ້າຍແຮງ ຈາກການສໍ້ລາດບັງຫລວງ ແມ່ນວ່າຊັພຍາກອນ ທັມມະຊາດ ທີ່ປະເທດ ກໍາລັງພັດທະນາ ຕ້ອງການໃຊ້ມັນເພື່ອຫລຸດຜ່ອນ ຄວາມຍາກຈົນຖືກນໍາໄປໃຊ້ ໃນທາງ ທີ່ຜິດໆຫລື ໃນທາງສ່ວນຕົວອັນເຮັດໃຫ້ ຜູ້ທຸກຍາກ ບໍ່ສາມາດຫລຸດພົ້ນ ອອກຈາກ ຄວາມທຸກຍາກ ຈັກເທື່ອ.
ພັກ ແລະ ຣັຖບານລາວ ວ່າເຄີຽເວົ້າວ່າເພື່ອປາບປາມ ການສໍ້ລາດບັງຫລວງ ຕົ້ນຕໍຕ້ອງ
ເຮັດ ການປະຕິວັດ ດ້ານແນວຄິດ. ການປະຕິວັດ ແນວຄິດ ໃນສັງຄົມລາວ ໄດ້ດໍາເນີນ ມາປະມານເຄິ່ງສັຕະວັດ ແລ້ວແຕ່ປາກົດວ່າ ບໍ່ໄດ້ຜົນເລີຽ. ການສໍ້ລາດ ບັງຫລວງ ກໍຍັງງອກງາມຂື້ນ ນັບມື້ທັ້ງໆທີ່ພັກ ແລະ ຣັຖ ມີໂຄງການ ຕໍ່ຕ້ານ ການສໍ່ລາດ ບັງຫລວງ.