ຣາຍຮັບຈາກກາຣຂາຍໄມ້ ບໍ່ເຂົ້າຄັງຫລວງ

ພົບເຫັນ ມີບາງແຂວງ ບໍ່ນໍາເອົາ ຣາຍຮັບຈາກ ກາຣຂາຍໄມ້ ກວ່າ 8 ລ້ານ ດອລລາຣ໌ ໄປເຂົ້າຄັງຫລວງ.
ຫວາດ ສີມູນ
2010.08.11

ທາງອົງກາຣ ກວດສອບ ແຫ່ງຣັຖບາລ ສປປລາວ ເປີດເຜີຽວ່າ ພາຍຫລັງທີ່ ມີກາຣສຳຣວຈ ກວດກາ ຣາຍຮັບຈາກ ກາຣຂາຍໄມ້ ໃນທົ່ວປະເທສ ທີ່ຫາກໍ ສິ້ນສຸດໄປ ແລ້ວນັ້ນ ພົບເຫັນມີ ສອງແຂວງ ທີ່ບໍ່ນຳເອົາ ເງິນຣາຍຮັບ ທັງໝົດ 8,230,000 ດອລລາຣ໌ ສະຫະຣັຖ ໄປເຂົ້າເປັນ ງົບປະມານ ແຫ່ງຣັຖ ຕາມຣະບຽບ ກົດໝາຍ. ອີງຕາມ ກາຣຣາຍງານຂອງ ດຣ. ບົວສີ ລໍວັນໄຊ ປະທານອົງກາຣ ກວດສອບ ແຫ່ງຣັຖ.

ດຣ. ບົວສີ ລໍວັນໄຊ ໄດ້ຣາຍງານ ເພີ່ມວ່າ ແຂວງ ອັຕຕະປື ມີຣາຍຮັບ ຈາກກາຣຂາຍໄມ້ ທີ່ບໍ່ໄດ້ ນຳໄປມອບ ເຂົ້າງົບປະມານ ແຫ່ງຣັຖນັ້ນ ມີຈຳນວນ ທັງໝົດ 3,080,000 ດອລລາຣ໌ ຊຶ່ງກໍຮວມ ທັງຈຳນວນ 2,800,000 ດອລລາຣ໌ ທີ່ຖືກນຳໄປ ຈ່າຍແບບນອກ ແຜນແລ້ວນັ້ນ.

ສ່ວນຣາຍຮັບ ຈາກກາຣຂາຍໄມ້ ຢູ່ແຂວງຫົວພັນ ທີ່ບໍ່ໄດ້ ນຳໄປມອບ ເຂົ້າຄັງຂອງ ຣັຖບາລ ນັ້ນມີທັງໝົດ 480,000 ດອລລາຣ໌ ແຕ່ໄດ້ນຳ ເອົາໄປຈ່າຍ ແຜນແລ້ວ ບໍ່ຕໍ່າກວ່າ 210,000 ດອລລາຣ໌.

ເຖິງຢ່າງໃດ ກໍຕາມ ທ່ານປະທານ ຂອງອົງກາຣ ກວດສອບ ແຫ່ງຣັຖ ກໍບໍ່ໄດ້ ໃຫ້ຣາຍລະອຽດ ກ່ຽວກັບສາເຫຕ ທີ່ທາງ ເຈົ້າໜ້າທີ່ ທ້ອງຖິ່ນ ຂອງທັງສອງ ແຂວງດັ່ງກ່າວ ບໍ່ຍອມເອົາເງິນ ຣາຍຮັບທີ່ ໄດ້ຈາກກາຣ ຂາຍໄມ້ ໄປເຂົ້າຄັງຫລວງ ແຕ່ຢ່າງໃດນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.