ລາວເລັ່ງເພີ້ມສ້າງເຂື່ອນ

ທາງກາຣ ສປປລາວ ເລັ່ງສ້າງເຂື່ອນ ໄຟຟ້າ ເພີ້ມຕື່ມອີກ ຫລາຍແຫ່ງ ໃນທົ່ວປະເທສ.
ຫວາດ ສີມູນ
2010.08.10

ສປປລາວ ເລັ່ງສ້າງເຂື່ອນ ໄຟຟ້າ ເພີ່ມຕື່ມອີກ ຫລາຍແຫ່ງ ເພື່ອຈະມີ ຣາຍຮັບຊ່ວຍ ບັນເທົາຄວາມ ທຸກຂ໌ຍາກ ຂອງ ປະຊາຊົນ ໃນທົ່ວ ປະເທສ.

ທ່ານຄຳມະນີ  ອິນທິຣາຊ ເອກອະທິບໍດີ ຣັຖວິສາຫະກິຈ ໄຟຟ້າລາວ ແຈ້ງວ່າ ທາງກາຣລາວ ມີໂຄງກາຣ ທີ່ຈະສ້າງ ເຂື່ອນ ໄປຈົນເຖິງປີ 2020 ໃຫ້ໄດ້ບໍ່ ຕໍ່າກວ່າ 2 ແຫ່ງ ໃນແຕ່ລະປີ ຊຶ່ງປັຈຈຸບັນ ກໍສ້າງສຳເຣັຈ ໄປແລ້ວ 14 ເຂື່ອນ ແລະສາມາດ ຜລິຕກະແສ ໄຟຟ້າ ໄດ້ເຖິງ 2,540 ເມກາວັຕ ແທນທີ່ຈະສ້າງ ໃຫ້ແລ້ວແຕ່ 10 ເຂື່ອນ ເທົ່ານັ້ນ ໃນປີ 2006 ຜ່ານມາ.

ທ່ານຄຳມີ ຍັງໄດ້ແຈ້ງ ຕໍ່ທາງ ສື່ມວລຊົນ ເພີ່ມວ່າ ສ່ວນໂຄງກາຣ ເຂື່ອນໄຟຟ້າ ນ້ຳງື່ມ 2 ກໍມີກຳໜົດ ທີ່ຈະເຣີ່ມ ໃຫ້ບໍຣິກາຣ ໄດ້ພາຍໃນ ທ້າຍເດືອນ ທັນວາ 2010 ນີ້ ແຕ່ສະເພາະ ເຂື່ອນ ໄຟຟ້າ ຕາດສະເລັນ ຢູ່ແຂວງ ສວັນນະເຂຕ ພ້ອມກັບ ໂຄງກາຣເຂື່ອນ ນ້ຳງື່ມ 3 ທີ່ແຂວງວຽງຈັນ ແລະ ເຂື່ອນເຊກະໝານ 3 ທີ່ແຂວງ ເຊກອງ ກໍມີກຳໜົດ ທີ່ຈະສ້າງແລ້ວ ແລະເຣີ່ມປັ່ນ ກະແສໄຟຟ້າ ພາຍໃນປີ 2011.

ນອກຈາກນັ້ນ ກໍຍັງມີ ໂຄງກາຣເຂື່ອນ ໄຟຟ້ານ້ຳຊອງ ທີ່ແຂວງວຽງຈັນ ແລະໂຄງກາຣ ເຂື່ອນນ້ຳເທີນ-ຫີນບູນ ພາຄຂຍາຍ ໃນແຂວງ ບໍຣິຄຳໄຊ ຕື່ມອີກ ທີ່ມີກຳໜົດ ສ້າງ ແລ້ວໃນປີ 2012 ພ້ອມໆກັນ.

ຢ່າງໃດກໍຕາມ ສະເພາະໂຄງກາຣ ສ້າງໂຮງໄຟຟ້າ ຖ່ານຫີນ 'ລິກໄນຕ໌' ທີ່ເມືອງຫົງສາ ແຂວງ ໄຊຍະບູຣີ ທີ່ວ່າຈະ ສາມາດຜລິຕ ພລັງໄຟຟ້າ ໄດ້ເຖິງ 1,800 ເມກາວັຕ ນັ້ນ ກໍມີກຳ ໜົດສ້າງແລ້ວ ສຳເຣັຈເຊັ່ນ ກັນພາຍໃນປີ 2015 ທີ່ຍິ່ງຈະເຮັດ ໃຫ້ເມືອງລາວ ກ້າວເຂົ້າສູ່ກາຣ ເປັນປະເທສ ທີ່ມີກາຣ ສົ່ງກະແສ ໄຟຟ້າ ອອກຂາຍຕ່າງ ປະເທສຫລາຍ ທີ່ສຸດ ໃນພູມີພາຄ ຕໍ່ໄປໃນ ອະນາຄົຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.