ຣັຖບານໄທຄວນທົບທວນ ສັນຍາຊື້ໄຟຟ້າຈາກລາວ

ອົງການ ທີ່ບໍ່ຂື້ນກັບ ຣັຖບານ ແລະ ກຸ່ມຊາວບ້ານໄທ ຮຽກຮ້ອງ ໃຫ້ຣັຖບານ ທົບທວນ ແຜນການຊື້ ກະແສໄຟຟ້າ ຈາກເຂື່ອນ ໄຊຍະບຸຣີ ຂອງລາວ.
ສິດນີ
2010.09.15

ອົງການ ທີ່ບໍ່ຂື້ນກັບ ຣັຖບານ ແລະກຸ່ມຊາວບ້ານ ທີ່ສັຍຢູ່ຕາມ ແຄມ ແມ່ນ້ຳຂອງ ໃນປະເທດໄທ ໄດ້ຮຽກຮ້ອງ ໃຫ້ຣັຖບານ ໄທ ທົບທວນ ແຜນການ ທີ່ຈະຊື້ ໄຟຟ້າ ຈາກເຂື່ອນ ໄຊຍະບຸຣີ  ຊື່ງເປັນເຂື່ອນ ໄຟຟ້າ ທີ່ສ້າງກັ້ນ ນ້ຳຂອງ ແຫ່ງທຳອິດ ໃນເຂດລຸ່ມ ແມ່ນ້ຳຂອງ. ກຸ່ມດ່ັງກ່າວ ຍັງຮຽກຮ້ອງ ໃຫ້ຣັຖບານ ຍົກເລີກ ສັນຍາຮັບ ຊື້ໄຟຟ້າ ຈາກໂຄງການ ດັ່ງກ່າວ ເພາະການ ພັທນາ ໂຄງການບໍ່ໄດ້ ເປິດໂອກາດ ໃຫ້ປະຊາຊົນ ເຂົ້າໄປມີ ສ່ວນຮ່ວມ ແຕ່ຢ່າງໃດ ດັ່ງ ທ່ານ ວິທູນ ເພີ້ມພົງຈະເຣີນ ເຄືອຂ່າຍ ພລັງງານ ເພື່ອນິເວດວິທຍາ ແມ່ນ້ຳຂອງ ກ່າວ ໃນຕອນນື່ງວ່າ:

"ຕ້ອງຕັ້ງຄຳຖາມ ກັບ ຣັຖບານໄທ ບອກວ່າເຣື້ອງນີ້ ບໍ່ໄດ້ຍີນ ໄດ້ຮູ້ ກໍ່ຄົງບໍ່ແມ່ນ ເພາະວ່າ ມີການເວົ້າ ຜ່ານສື່ມວນຊົນ ຕຣອດເວລາ ວ່າ  ມີຄວາມຕ້ອງການ ຈາກພາກ ເອກກະຊົນ ວ່າ ເຣື້ອງນີ້ ບໍ່ແມ່ນເຣື້ອງ ທີ່ຣັຖບານ ຈະເດີນຫນ້າ ໂດຍບໍ່ຟັງສຽງ ປະຊາຊົນ".

ສືບເນື່ອງ ມາຈາກການ ເຊັນສັນຍາ ບົດບັນທືກ ຄວາມເຂົ້າໃຈ ຫລື MOU ຣະຫວ່າງ ການໄຟຟ້າ ຝ່າຍຜລິດຫລື Egat ກັບບໍຣິສັດ ຊໍ ການຊ່າງ ໃນມື້ວັນ ທີ 5 ກໍຣະກະດາ ປີ 2010 ທີ່ໄດ້ຕົກລົງ ຮັບຊື້ໄຟຟ້າ 1,220 ເມັກກາວັດ ຈາກເຂື່ອນ ໄຊຍະບູຣີ. ເຄືອຂ່າຍຊາວບ້ານ ໃນຂົງເຂດ ແຫ່ງນັ້ນ ທີ່ຮ່ວມດ້ວຍ ຊາວບ້ານ ຈາກແຂວງ ຊຽງຮາຍ ເລີຍ ນະຄອນ ພະນົມ ຫນອງຄາຍ ແລະ ອຸບົນ ຣາຊທານີ ຜູ້ທີ່ໄດ້ ຕິດຕາມ ການສ້າງເຂື່ອນ ກັ້ນນ້ຳຂອງ ມາຕຣອດ ບໍ່ວ່າຈະຢູ່ ເບື້ອງເທີງ ຫລືເບື້ອງລຸ່ມ ມີຄວາມກັງວົນ ຕໍ່ການສ້າງ ເຂື່ອນ ດັ່ງກ່າວຢ່າງຍີ່ງ.

ໂຄງການສ້າງ ເຂື່ອນ ໄຊຍະບຸຣີ ເປັນນື່ງໃນ ຈຳນວນ 12 ເຂື່ອນກັ້ນນ້ຳຂອງ ຕອນລຸ່ມ ທີ່ມີແຜນການ ຈະສ້າງ ຈະສ້າງຄວາມ ເຊື່ອມເສັຽ ຕໍ່ສີ່ງ ແວດລ້ອມ ຣະບົບນິເວດ ແລະ ວິຖີຊິວີດ ຂອງປະຊາຊົນ ລຸ່ມແມ່ນ້ຳຂອງ ໃນ 4 ປະເທດ ຜູ້ທີ່ເພີ່ງ ພາອາສັຍ ການດຳຣົງຊີບ ຈາກແມ່ນ້ຳ ສາຍນີ້. ປະເທດໄທ ເປັນປະເທດ ທີ່ຈະຊື້ ໄຟຟ້າ ຈາກ ເຂື່ອນດັ່ງກ່າວ ປະມານ 90% ບໍ່ໄດ້ ປືກສາຫາລື ກັບປະຊາຊົນ ແຕ່ຢ່າງໃດ ໃນການກະທຳ ເຊັ່ນນັ້ນ ໃນຣະຍະ ທີ່ຜ່ານມາ ເທົ່າເຖິງ ປັດຈຸບັນ. ກຸ່ມຊາວບ້ານ ຕ້ອງການຢາກ ໃຫ້ຣັຖບານ ຍົກເລີກ ກ່ຽວກັບ ເຣື້ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.