ເຂື່ອນໄຟຟ້າ ຕາດສະແລມ ສວັນນະເຂດ

ເຂື່ອນໄຟຟ້າ ຕາດສະແລມ ເປັນເຂື່ອນ ແຫ່ງທໍາອິດ ທີ່ແຂວງ ສວັນນະເຂດ ຄາດວ່າ ຈະບໍຣິການ ໄຟຟ້າ ໃນປີ 2011 ນີ້.
ສິດນີ
2010.04.27

ເຈົ້າຫນ້າທີ່ຈາກ ຫ້ອງການພລັງງານ ແລະບໍ່ແຮ່ ແຂວງສວັນນະເຂດ ເປີດເຜີຍວ່າ ໂຄງການດ້ານ ພລັງງານໄຟຟ້າ ແຂວງສວັນນະເຂດ ຂະນະນີ້ມີແຜນ ການທີ່ຈະສ້າງ ເຂື່ອນໄຟຟ້າ ຂນາດນ້ອຍຢູ່ນຶ່ງເຂື່ອນ ແລະຄາດວ່າ ຈະສຳເຣັດ ໃນປີ 2011  ນອກຈາກນັ້ນ ກໍຈະມີໂຄງການ ສ້າງເຂື່ອນຂນາດ ໃຫຍ່ອີກ ທີ່ກຳລັງສຶກສາ ຄວາມເປັນໄປໄດ້ ຢູ່ດ່ັງ ທ່ານກ່າວໃນ ຕອນນຶ່ງວ່າ:

"ເຮົາກຳລັງກໍ່ສ້າງ ກໍມີເຂື່ອນຂນາດນ້ອຍ 3.2 ເມກາວັດ ຕາດສະແລນນີ້ ກໍກຳລັງ ຂຸດຄອງຂຸດຫຍັງ 2011 ນີ້ຈະໄດ້ສຳເຣັດ ເຂື່ອນຕາດສະແລນນະ ໃນເຂື່ອນ ສວັນນະເຂດ ນີ້ຖືເປັນ ໂຄງການທຳອິດ".

ທ່ານກ່າວ ເພີ້ມອີກວ່າ ໂຄງການດັ່ງກ່າວ ແມ່ນນັກລົງທຶນ ຈາກປະເທດໄທ ຮ່ວມກັບນັກລົງທຶນ ຊາວຕ່າງຊາດ ເຂົ້າມາສ້າງ ຊຶ່ງເຂື່ອນດັ່ງກ່າວ ຈະສ້າງໃສ່ແມ່ນ້ຳ ເຊສແລນ ທີ່ຕົກໃສ່ແມ່ນ້ຳ ເຊບັງຫຽງ ໃນປັດຈຸບັນ ກໍ່ເລີ້ມລົງມື ຂຸດຮ່ອງໃນການ ກໍ່ສ້າງແລ້ວ ແລະຄາດວ່າ ຈະສຳເຣັດໃນ ປີ 2011. ເປັນໂຄງການ ຜລິດກະແສ ໄຟຟ້າ ເພື່ອຂາຍໃຫ້ ຣັຖວິດສາຫະກິດ ໄຟຟ້າລາວ ເພື່ອຈະໃຊ້ພາຍ ໃນແຂວງ.

ສຳລັບໂຄງການ ເຂື່ອນໃຫຍ່ໆນັ້ນ ກໍ່ຈະມີການ ສຳຣວດເຊັ່ນກັນ ດັ່ງເຂື່ອນໄຟຟ້າ ເຊບັງຫຽງ ທ່ານກ່າວກ່ຽວກັບ ໂຄງການເຂື່ອນໄຟຟ້າ ໃຫຍ່ໆ ພາຍໃນແຂວງວ່າ:

"ດຽວນີ້ກໍ່ມີ ແຕ່ເຊບັງຫຽງ ກຳລັງສຳຣວດຢູ່ ເຊບັງຫຽງ 2 ກຳລັງສຳຣວດ ຢູ່ຂອງ ບໍຣິສັດຊົງດາ ຂອງວຽດນາມ ຍັງບໍ່ທັນລະອຽດ ວ່າມັນຈະໄດ້ ປະມານເທົ່າໃດ ມັນຈະ ຖ້ວມດິນໄຮ່ນາ ເທົ່າໃດ ຂອງປະຊາຊົນ".

ທ່ານກ່າວຕໍ່ໄປວ່າ ສຳລັບໂຄງການ ເຂື່ອນເຊບັງຫຽງ ຂະນະນີ້ ທາງບໍຣິສັດ ກຳລັງສຳຣວດ ຄວາມເປັນໄປໄດ້ ແລະ ຂຽນບົດ ວິພາກວິຈານ ກ່ຽວກັບຜົລກະທົບ ທາງດ້ານເສຖກິດ ແລະສັງຄົມ ຄາດວ່າ ຂັ້ນຕອນປະເມີນ ຜົລກ່ຽວກັບຜົລ ກະທົບຕໍ່ ສະພາບແວດລ້ອມ ຈະສຳເຣັດພາຍ ໃນປີ 2011 ແລະໂຄງການເຂື່ອນ ໄຟຟ້າເຊບັງຫຽງ ຈະເລີ້ມກໍ່ສ້າງ ໃນປີ 2012.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.