ການໂຍກຍ້າຍ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກການສ້າງເຂື່ອນ ເທີນຫີນບູນ ພາກຂຍາຍ ທີ່ແຂວງ ບໍຣິຄໍາໄຊ ທົ່ວໄປແລ້ວ ດໍາເນີນ ໄປດວ້ຍດີ ແຕ່ມາຮອດ ປັດຈຸບັນນີ້ ກໍມີບັນຫາ ທີ່ວ່າທາງ ບໍຣິສັດ ເທີນຫີນບູນ ບໍ່ຄ່ອຍ ປະຕິບັດ ຕາມສັນຍາ ສັມປະທານ ເລື້ອງການແຈກຢາຍ ເຂົ້າສານ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນ ກະທົບ, ເຈົ້າໜ້າທີ່ກອງ ເລຂາ ໂຍກຍ້າຍຈັດສັນ ໜ່ວຍງານຄຸ້ມຄອງ ການໂຍກຍ້າຍ ຈັດສັນໂຄງການ ເຂື່ອນໄຟຟ້າ ເທີນຫີນບູນ ພາກຂຍາຍ ແຂວງ ບໍຣິຄໍາໄຊ ກ່າວກ່ຽວກັບ ເລື່ອງນີ້ວ່າ:
ເຂົ້າກິນ ທີ່ຈະຕ້ອງ ໄດ້ໃຫ້ ປະຊາຊົນ ທີ່ຖືກໂຍກຍ້າຍ ໄປບ້ານໃໝ່ ໃນຣະຍະ ຂ້າມຜ່ານ ຈະຕ້ອງໄດ້ໃຫ້ ປະຊາຊົນ ແຕ່ວ່າມາຮອດ ມື້ນີ້ ບໍ່ປະຕິບັດ ຢູ່ໃນ CA ໄດ້ບອກວ່າ ຕ້ອງເອົາໃຫ້ ປະຊາຊົນ ມື້ນີ້ ກໍເປັນເດືອນ ສອງເດືອນແລ້ວ ກໍບໍ່ໃຫ້.
ຕາມສັນຍາ ສັມປະທານ ທີ່ໄດ້ເຊັນກັນ ທາງບໍຣິສັດ ເທີນຫີນບູນ ຕ້ອງໄດ້ມອບ ເຂົ້າສານ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນ ກະທົບ ທີ່ຕ້ອງໄດ້ ໂຍກຍ້າຍອອກນັ້ນ ຄົນລະ 220 ກິໂລ ຕໍ່ປີ. ແຕ່ໃນ ປັດຈຸບັນນີ້ ທາງບໍຣິສັດ ບໍ່ໄດ້ເຮັດ ຕາມສັນຍາ ອັນເຮັດໃຫ້ ປະຊາຊົນ ຈໍານວນນຶ່ງ ໄດ້ຮັບຄວາມ ເດືອດຮ້ອນ ເລື້ອງເຂົ້າກິນ ຊຶ່ງທາງໜ່ວຍ ງານກ່ຽວຂ້ອງ ຈໍາຕ້ອງໄດ້ເຮັດ ຣາຍງານ ເຖິງເຈົ້າແຂວງ ບໍຣິຄໍາໄຊ.
ບໍຣິສັດ ເທີນຫີນບູນ ກ່າວອ້າງວ່າ ການແຈກຢາຍ ເຂົ້າສານ ໃຫ້ປະຊາຊົນ ນັ້ນ ຄວາມຈິງແລ້ວ ບໍ່ກົງກັບ ສັນຍາ ທີ່ຣະບຸໄວ້ ກ່ຽວກັບການ ແຈກເຂົ້າ ຈຶ່ງມີການຢຸດ ໄວ້ກ່ອນ. ເຈົ້າໜ້າທີ່ ກອງເລຂາ ໂຍກຍ້າຍຈັດສັນ ເຜີຍຕໍ່ໄປວ່າ:
ຣັຖບານລາວ ກັບບໍຣິສັດ ໄດ້ເຊັນກັນເປັນ ທີ່ຮຽບຮ້ອຍແລ້ວ ແລ້ວຈະອ້າງວ່າ ອັນນັ້ນ ເປັນຂໍ້ຄິດ ຢ່າງນັ້ນເປັນສີ່ງ ທີ່ບໍ່ຖືກຕ້ອງ ສີ່ງທີ່ຖືກຕ້ອງ ໝາຍຄວາມວ່າ ຂຽນລົງຢູ່ໃນ CA ແລ້ວຕ້ອງໄດ້ ປະຕິບັດ ດຽວນີ້ ກໍກໍາລັງ ສູ້ກັນຢູ່ວ່າ ການທີ່ວ່າ ຂຽນຢູ່ໃນ CA ໝາຍຄວາມວ່າ ແນວໃດ ເຊີນບໍຣິສັດ ມາອະທິບາຍ.
ຂະນະນີ້ ໜ່ວຍງານ ທີ່ກ່ຽວຂ້ອງ ຢູ່ຣະຫວ່າງການ ສຶກສາ ສໍາຣວດເບິ່ງ ລາຍລະອຽດ ແລະເກັບກໍາ ຂໍ້ມູນຕ່າງໆ ເພີ້ມເຕີມກ່ຽວກັບ ບັນຫານີ້ເພື່ອ ສົ່ງຕໍ່ໄປຍັງ ເຈົ້າແຂວງ ບໍຣິຄໍາໄຊ ແລະທາງ ຣັຖບານກາງ ເພື່ອໃຫ້ ພິຈາຣະນາ ຕໍ່ໄປໃຫ້ໄວ ເທົ່າທີ່ຈະ ໄວໄດ້... ທ່ານກ່າວສລຸບ ຕອນທ້າຍ.