ຊາວບ້ານເທີນຫີນບູນ ໃນພື້ນທີ່ໃໝ່
2010.08.11
ຊາວບ້ານທີ່ ໄດ້ໂຍກຍ້າຍ ອອກຈາກ ບໍຣິເວນ ເຂື່ອນຜລິດ ກະແສໄຟຟ້າ ເທີນ-ຫີນບູນ ພາກຂຍາຍ ໄດ້ປະສົບກັບ ຄວາມຫຍຸ້ງຍາກ ໃນການ ຕັ້ງຕົ້ນຊີວິດ ຢູ່ໃນແຫ່ງໃໝ່ ແລະ ບາງຄັ້ງຕ້ອງ ໃຊ້ເງິນທ້ອນໂຮມ ທີ່ຕົນມີຢູ່ ໃນການເລີ້ມຕົ້ນ ປະກອບອາຊີພ ເພື່ອໃຫ້ຄອບຄົວ ມີລາຍໄດ້ ຄືແຕ່ກ່ອນ. ຊາວບ້ານຄົນນື່ງ ທີ່ຖືກໂຍກຍ້າຍ ອອກຈາກ ບໍຣິເວນ ສ້າງເຂື່ອນ ເທີນ-ຫີນບູນ ພາກຂຍາຍ ໃນເມືອງຄໍາເກີດ ແຂວງ ບໍຣິຄໍາໄຊ ກ່າວກ່ຽວກັບ ເຣື້ອງນີ້ວ່າ:
"ມັນກໍລໍາບາກ ສໍາລັບ ປະຊາຊົນ ລໍາບາກ ຢູ່ຈຸດທີ່ວ່າ ຕ້ອງໄດ້ໃຊ້ ເຫື່ອແຮງ ຕ້ອງໄດ້ໃຊ້ທຶນ ທີ່ຈະປົວແປງ ໃຫ້ມັນດີ ກວ່າເກົ່າ ແນ່ນອນຢູ່ ຣັຖບານ ຈັດໃຫ້ ແຕ່ວ່າສິ່ງໃດ ທີ່ໃຫ້ຄື ຢ່າງເດີມໆແທ້ ມັນກໍສີເປັນ ໄປບໍ່ໄດ້ເລີຽ".
ທ່ານວ່າ ປະຊາຊົນ ທີ່ຕ້ອງໂຍກຍ້າຍ ໄປຢູ່ແຫ່ງໃໝ່ ບ່ອນທີ່ ຣັຖບານຈັດສັນ ໃຫ້ນັ້ນ ເຂົ້າໃຈວ່າ ຈະໄດ້ຮັບ ການຊົດເຊີຽ ແລະ ທີ່ທໍາກິນ ແຫ່ງໃໝ່ ແຕ່ຄວາມເປັນຈິງ ແລ້ວ ຄ່າຊົດເຊີຽ ທີ່ໄດ້ຮັບນັ້ນ ບໍ່ເທົ່າກັບ ຄ່າຊັພສິນ ທີ່ສູນເສັຽ ໄປທັງໝົດ.
ສໍາລັບການ ຕັ້ງຕົ້ນ ຊີວິດໃໝ່ ນັ້ນຕ້ອງໄດ້ ອາໄສເງິນທືນ ຕົນເອງ ຫລາຍກວ່າ. ປະຊາຊົນ ທີ່ຕ້ອງໂຍກຍ້າຍ ອອກຈາກເຂດ ໂຄງການເຂື່ອນ ຜລິດໄຟຟ້າ ເທີນຫີນບູນ ພາກຂຍາຍ ທັງໝົດມີ 5 ບ້ານ. ສ່ວນນື່ງໄດ້ ຍ້າຍໄປຢູ່ ເຂດຈັດສັນ ຂອງ ຣັຖບານແລ້ວ.









