ຄວາມເປັນຫ່ວງ ນຳປະຊາຊົນ ທີ່ຕ້ອງໄດ້ ໂຍກຍ້າຍອອກ ຈາກບໍຣິເວນສ້າງເຂື່ອນ
ຄວາມເປັນຫ່ວງ ນຳປະຊາຊົນ ທີ່ໄດ້ຮັບຜົລ ກະທົບຈາກ ກາຣທີ່ຕ້ອງ ໄດ້ໂຍກຍ້າຍ ອອກຈາກບໍຣິເວນ ສ້າງເຂື່ອນພລັງ ໄຟຟ້າຫລາຍແຫ່ງໃນລາວ.
-
ຫວາດ ສີມູນ
2009-01-21 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ຈາກອົງກາຣ ແມ່ນ້ຳເພື່ອ ຊີວີຕຊື່ງ ເປັນອົງກາຣ ທີ່ບໍ່ຂື້ນກັບ ຣັຖບາລຫລື NGO ໄດ້ໃຫ້ກາຣ ຊີ້ແຈງຕໍ່ທາງ ສື່ມວລຊົນວ່າ ກາຣທີ່ຈະຕ້ອງ ໄດ້ໂຍກຍ້າຍ ປະຊາຊົນອອກ ຈາກເຂຕພື້ນ ທີ່ໆຈະມີກາຣ ສ້າງເຂື່ອນພລັງ ໄຟຟ້າໃນລາວ ນັ້ນເປັນກາຣ ສ້າງຜົລກະ ທົບຕໍ່ຊີວີຕ ກາຣເປັນຢູ່ ຂອງປະຊາຊົນ ຢ່າງຫລວງຫລາຍ ແລະໂດຽສະເພາະ ທາງກາຣກ່ຽວ ຂ້ອງຂອງລາວ ກໍບໍ່ໄດ້ໃຫ້ ຣາຍລະອຽດ ເຖີງດ້ານຄວາມ ເສັຽຫາຍແກ່ ປະຊາຊົນ ແຕ່ຢ່າງໃດ ດັ່ງຍານາງ ເພັຊພອນ ເກີດມົງຄົລ ເຈົ້າໜ້າທີ່ ຈາກທາງອົງ ກາຣແມ່ນ້ຳເ ພື່ອຊີວີຕໄດ້ ໃຫ້ກາຣຊີ້ແຈງ ວ່າກົລໄກຈະ ທີ່ຮັບຮອງວ່າ ຊາວບ້ານທີ່ ຈະຕ້ອງໄດ້ ຍົກຍ້າຍຈາກ ເຂຕເຂື່ອນໂດຽ ສະເພາະເຂື່ອນ ໃຫຍ໋ເຊັ່ນເຂື່ອນ ທີ່ວ່າຈະສ້າງຢູ່ ເຂຕເມືອງປາກລາຍ ແຂວງໄຊຍະບູຣີ ຫລືເຂື່ອນຜາມອງ ທີ່ຊາຍແດນໄທຽ ນັ້ນຈະຕ້ອງ ໄດ້ໂຍກຍ້າຍ ປະຊາຊົນຫລາຍ ໝື່ນຄົນແລະ ກໍເປັນຫ່ວງ ວ່າເຂົາເຈົ້າ ຈະມີວິຖີ ຊີວີຕທີ່ດີ ຂື້ນໄດ້ແບບໃດ ເຈົ້າໜ້າທີ່ໄທຽ ຍັງໄດ້ແຈ້ງ ອີກວ່າຈາກ ກາຣສຳຣວຈ ໃນຂັ້ນຕົ້ນນັ້ນ ພົບເຫັນວ່າໂຄງກາຣ ສ້າງເຂື່ອນດັ່ງ ກ່າວຈະສ້າງ ຜົລກະທົບ ຕໍ່ປະຊາຊົນ ໝື່ນກວ່າຄົນ ທີ່ຈະບໍ່ມີ ບ່ອນເພີ່ງພາອາສັຍ ພ້ອມກັບເປັນ ກາຣທຳລາຍ ສະພາບແວດ ລ້ອມຢ່າງຫລວງ ຫລາຍນຳດ້ວຍ ທີ່ຍີ່ງເຮັດ ໃຫ້ທາງຝ່າຍ ອົງກາຣ NGO ເປັນຫ່ວງ ດັ່ງທີ່ຍານາງ ໄດ້ກ່າວຕື່ມວ່າ ກາຣລົງທຶນສ້າງ ເຂື່ອນເຖີງ 3-4 ແຫ່ງນັ້ນເປັນກາຣ ລົງທຶນຂອງ ບໍຣິສັທເອກຊົນ ຊື່ງຮວມທັງ ບໍຣິສັທ ຊ.ກາຣຊ່າງ ບໍຣິສັທຕ໊າຖັງ ຂອງຈີແລ້ວ ກໍມີບໍຣິສັທ ໄຊໂນໄຮໂດ໋ ທີ່ບໍ່ເຄີຽມີ ປະວັຕໃນກາຣ ໂຍກຍ້າຍປະ ຊາຊົນຊາວ ບ້ານມາກ່ອນ ແຕ່ຢ່າງໃດ ເລີຽບາງທີ່ ອາຈບໍ່ຮູ້ຊ້ຳ ວ່າຈະເຮັດແບບ ໃດເພື່ອໃຫ້ ປະຊາຊົນຜູ້ ທີ່ເສັຽສະລະ ຈະມີຄວາມ ເປັນຢູ່ທີ່ດີ ຂື້ນກວ່າເກົ່ານັ້ນ ເຖີງຢ່າງໃດກໍ ຕາມກ່ຽວກັບ ເຣື່ອງນີ້ທາງ ຣັຖວິສາ ຫະກິຈໄຟຟ້າ ສປປລາວ ນັ້ນຊ້ຳວ່າ ມີເຈົ້າໜ້າ ທີ່ຈາກຫລາຍ ອົງກາຣທີ່ ຈະເຂົ້າມາ ໃຫ້ຄວາມຊ່ວຍ ເຫລືອໃນດ້ານ ກາຣໂຍກຍ້າຍ ປະຊາຊົນພ້ອມ ກັບວ່າຈະ ບໍ່ເປັນກາຣ ສ້າງຄວາມເສັຽ ຫາຍຕໍ່ສະ ພາບແວດລ້ອມ ແຕ່ປະກາຣໃດເລີຽ