ການຂຸດຄົ້ນບໍ່ ຖ່ານຫີນ ໃນແຂວງຫລວງ ນ້ຳທາ ນັ້ນອາຈສົ່ງ ຜົນກະທົບຕໍ່ ພື້ນທີ່ການ ກະເສດ ຂອງປະຊາຊົນ ຍ້ອນວ່າຍັງບໍ່ ທັນມີທາງການ ກ່ຽວຂ້ອງເຂົ້າມາ ສຳຣວດ ແລະເບິ່ງແຍງ ຢ່າງຈິງຈັງ ໂດຍສະເພາະ ຢ່າງຍິ່ງ ການສັມປະທານ ບໍ່ຖ່ານຫີນ ໄດ້ກິນ ພື້ນທີ່ ຂອງປະຊາຊົນ ດັ່ງທ່ານ ສ. ສິງພອນ ເຮືອງສີຍາສັຕ ຮອງຫົວໜ້າ ຜແນກຊົລປະທານ ແຂວງຫລວງນ້ຳທາ ເວົ້າວ່າ:
"ບໍ່ຖ່ານຫີນ ວຽງພູຄາ ຢູ່ລະຫວ່າງການ ສັມປະທານ ຂອງບໍຣິສັດ ຢູ່ໃນຂອບເຂດ ສັມປະທານ 30ກິໂລແມັດ ມົນທົນ ແລະຢູ່ໃນ ສັມປະທານ ອັນນັ້ນເປັນ ຂອບເຂດພື້ນທີ່ ການຜລິດຂອງ ປະຊາຊົນ ແລະ ໃນລະຍະນີ້ ຂຸດຄົ້ນ ກໍບໍ່ຮູ້ວ່າ ຊອກບ່ອນຜລິດ ໃຫ້ປະຊາຊົນ ຄືແນວໃດ."
ບໍຣິສັດ ຂຸດຄົ້ນທ່ານຫີນ ວຽງພູຄຳຈຳກັດ ເປັນບໍຣິສັດ ໄດ້ຮັບ ສັມປະທານ ຈະເປັນຜູ້ຈ່າຍ ຄ່າທົດແທນແລະ ຮັບຜິດຊອບ ໃນການເວນຄືນ ພື້ນທີ່ດິນແຕ່ ຂະແໜງພະລັງງານ ແລະບໍ່ແຮ່ ໃນຖານະ ໜ່ວຍງານພາກຣັຖ ທ້ອງຖິ່ນຍັງບໍ່ ໄດ້ຮັບຮູ້ ຂໍ້ມູນ ແຕ່ຢ່າງໃດ໋.
ເຖິງຢ່າງໃດ ກໍຕາມ ບໍຣິສັດ ຖ່ານຫີນ ວຽງພູຄາ ໄດ້ເລີ້ມດຳເນີນ ໂຄງການດັ່ງກ່າວ ໄປລະຍະ ນຶ່ງແລ້ວແລະ ກໍໄດ້ສົ່ງ ຖ່ານຫີນທີ່ ຂຸດໄດ້ໄປຝັ່ງ ໄທນຳອີກ. ກ່ຽວກັບ ບໍຣິສັດ ຂຸດຄົ້ນຖ່ານຫີນ ນີ້ເຈົ້າໜ້າທີ່ ກ່ຽວຂ້ອງຈາກ ຫ້ອງການພະລັງ ງານແລະບໍ່ແຮ່ ແຂວງຫລວງນ້ຳທາ ໄດ້ເວົ້າວ່າ ໂຄງການນີ້ໄດ້ ດຳເນີນໄປ ໂດຍຖືກຕ້ອງ ຕາມກົດໝາຍລາວ ທຸກຢ່າງ ເຣື້ອງການກະທົບ ຕໍ່ປະຊາຊົນ ກໍຍັງບໍ່ ປາກົດ. ສຳລັບເຣື້ອງ ມົລພິດແລະ ການປ່ຽນແປງດ້ານ ຊີວະນານາພັນ ທາງ ບໍຣິສັດ ຈະເປັນຜູ້ຮັບ ຜິດຊອບທັງໝົດ.
ບໍຣິສັດ ຂຸດຄົ້ນຖ່ານຫີນ ວຽງພູຄາຈຳກັດ ເປັນບໍຣິສັດ ຈາກໄທ ທີ່ມີຄວາມ ຊຳນານກ່ຽວກັບ ການສັມປະທານ ແຮ່ທາດຖ່ານຫີນ ເຫລັກໄນແລະ ຮັບເໝົາກໍ່ສ້າງ. ສຳລັບໂຄງການ ຢູ່ແຂວງ ຫລວງນ້ຳທາ ໄດ້ເລີ້ມມາແຕ່ ປີ1993 ໃນລະຍະ ເວລາ ສັມປະທານ 30ປີ.