ຊາວບ້ານ ຈະໄດ້ຮັບ ເງິນຊົດເຊີຍ ທີ່ດິນ ສໍາລັບ ສນາມກັອຟ

ແຂວງຫລວງພຣະບາງ ກໍາລັງ ທໍາການ ຈ່າຍຄ່າ ເສັຍຫາຍໃຫ້ ຊາວບ້ານ ທີ່ໄດ້ຮັບ ຄວາມເສັຍຫາຍ ຈາກໂຄງການ ສ້າງເດີ່ນຕີກັອຟ ຂອງບໍລິສັດ ເກົາຫລີໃຕ້.

ໂຄງການກໍ່ສ້າງ ເດີ່ນຕີກັອ​ຟຂອງເອກກະຊົນ ເກົາຫລີໃຕ້ ຈະເປັນຜົນດີ ຕໍ່ການທ່ອງທ່ຽວ ແຂວງ ຫລວງພຣະບາງ ຫລາຍພໍສົມຄວນ ໃນອະນາຄົດ ແຕ່ວ່າ ກໍໄດ້ສ້າງ ຜົນກະທົບ ແກ່ໄທບ້ານ ໃນທ້ອງຖິ່ນ ເປັນຈໍານວນຫລາຍຮ້ອຍ ຄອບຄົວ ທີ່ຈະຕ້ອງໄດ້ຮັບ ຄ່າທົດແທນ ເປັນດິນໄຮ່ ດິນນາ ຮວມທັງ ບ້ານເຮືອນ ທີ່ໄດ້ຖືກເອົາ ໄປໃຊ້ໃນໂຄງການດັ່ງກ່າວ.

ກ່ຽວກັບເຣື້ອງນີ້ ທ່ານ ສີທອນ ດາຣາແສນ ຫົວໜ້າຫ້ອງການ ຄຸ້ມຄອງທີ່ດິນ ແຂວງ ຫລວງພຣະບາງ ເປີດເຜິຍ ເຖິງການ ຈ່າຍຄ່າເສັຍຫາຍ ໃຫ້ແກ່ຊາວບ້ານວ່າ:

"ດຽວນີ້ ມັນກໍ ​ໃ ກ້ຈະ ສໍາເຣັດ ເຮົາລໍຖ້າເງິນ ເພື່ອຈະຊົດເຊີຍ ໃຫ້ ຂະເຈົ້າ ຈ່າຍ ໄປກ່ອນ ໝົດເງິນ ປະມານ ກວ່າ 1 ລ້ານ ໂດລາສະຫາຣັດ ດຽວນີ້ ຍັງຄິດໄລ່ ເປັນເງິນກີບ ປະມານ 2 ຕື້ກີບ ມັນຫລາຍ ມັນກວມເອົາ ເນື້ອທີ່ດິນ ກະສິກັມ 5 ໝູ່ບ້ານ ຄຸ້ມຄອງ ຊາວບ້ານນີ້ ກໍເຫັນດີ ເພາະ ຈໍາເປັນຕ້ອງເຮັດ ຕາມທິດນໍາ ຂອງແຂວງ "

ໂຄງການເດີ່ນຕີກອຝ ໃຊ້ພື້ນທີ່ ປະມານ 900ເຮັກຕາ ຊຶ່ງຮວມ ບ້ານຫ້ວຍຝາຍ, ບ້ານ ຊຽງແກ້ວ, ບ້ານໂພນໄຊ, ບ້ານບົ່ງຫວານ ແລະ ບ້ານຈຸ່ມງົວ ຢູ່ທາງ ພາກໃຕ້ຂອງ ກໍາແພງ ນະຄອນ ຫລວງພຣະບາງ. ບໍ່ດົນມານີ້ ທາງບໍລິສັດ ສ້າງເດີ່ນຕີກັອຟ ກໍໄດ້ຈ່າຍ ຄ່າເສັຍຫາຍ ຕ່າງໆ ໃຫ້ຊາວບ້ານໄປແລ້ວ 1 ຕື້ກີບ ຍັງເຫລືອອີກ 2 ຕື້ກີບ ທີ່ຈະຕ້ອງໄດ້ ຈັດຫາໃຫ້. ນອກຈາກ ນີ້ທາງການແຂວງ ກໍຍັງໄດ້ ຊອກຫາດິນ ຈໍານວນນຶ່ງ ໄວ້ໃຫ້ຊາວບ້ານ ເພື່ອຈັດເປັນບ່ອນ ທໍາມາ ຫາກິນໃໝ່ ເປັນທີ່ຮຽບຮ້ອຍແລ້ວ.

ການກໍ່ສ້າງ ເດີ່ນຕີກັອຟ ຈະເລີ້ມຂື້ນໃນໄວໆນີ້ ຈະໃຊ້ງົບປະມານໃນການກໍ່ສ້າງ ປະມານ 15 ລ້ານໂດລາສະຫາຣັດ ພາຍໃຕ້ການ ສໍາປະທານ 50 ປີ.