ຣັຖບັນຍັດ ສັມປະທານ ທີ່ດິນ

ທາງການລາວກຳລັງ ຮ່າງຣັຖບັນຍັດ ກ່ຽວກັບການໃຫ້ ສັມປະທານທີ່ດິນ ແກ່ຕ່າງປະເທດ, ຈົນເຖິງປັດຈຸບັນ ຍັງບໍ່ທັນສຳເຣັດ ຢ່າງສົມບູນເທື່ອ ກຳລັງລໍຖ້າຣາຍ ເຊັນຂອງປະທານປະເທດ.

0:00 / 0:00

ທ່ານ ໜູພັນ ມະຫາພົນ ຫົວໜ້າກົມ ນະໂຍບາຍ ປະຈຳສຳນັກງານ ນາຍົກຣັຖມົນຕຣີ ລາວໄດ້ກ່າວກ່ຽວ ເຣື່ອງນີ້ວ່າ:

ການອະນຸຍາດ ເຊົ່າສັມປະທານ ເຊົ່າແນວໃດ ສັມປະທານແນວໃດ ອັນນີ້ຈະເຖິງ ປະທານປະເທດ ເຊັນຣັຖບັນຍັດ ອອກມາ ຕ້ອງລໍຖ້າໄປ ຕື່ມອີກກໍຜ່ານ ສະພາໄປ ຍັງວ່າລໍຖ້າຕື່ມ ບໍ່ທັນໄດ້ເທື່ອ.

ຜ່ານມາທາງການ ລາວໄດ້ໃຫ້ ສັມປະທານ ຫລືອະນຸຍາດ ໃຫ້ບໍຣິສັດ ຕ່າງປະເທດ ເຊົ່າທີ່ດິນຫລາຍ ແສນເຮັກຕາຣ໌ ເພື່ອປູກຢາງພາຣາ ໂດຍອີງຕາມກົດໝາຍ ວ່າດ້ວຍທີ່ດິນ ທີ່ທາງການລາວ ປະກາດໃຊ້ນັບ ແຕ່ປີ 1997 ເປັນຕົ້ນມາ; ແຕ່ປະກົດວ່າ ການໃຫ້ ສັມປະທານ ທີ່ດິນທີ່ຜ່ານມາ ໄດ້ປະສົບກັບ ບັນຫາຫລາຍໆຢ່າງ ເຊັ່ນບັນຫາ ປະຊາຊົນ ບໍ່ດີໃຈເພາະ ດິນທີ່ທາງການ ໃຫ້ສັມປະທານ ໄປນັ້ນເປັນດິນ ບ່ອນທຳມາຫາກິນ ຂອງພວກເຂົາເຈົ້າ.

ສະນັ້ນການທີ່ ທາງການລາວ ກຳລັງຮ່າງ ຣັຖບັນຍັດ ສະບັບນີ້ຂື້ນ ມາກໍເພື່ອແກ້ ໄຂບັນຫາດັ່ງ ກ່າວດັ່ງ ທ່ານ ໜູພັນ ມະຫາພົນ ໄດ້ຊີ້ແຈງອີກວ່າ:

ຜ່ານມາຣະບຽບ ບໍ່ທັນແຈ້ງມີ ແຕ່ກົດໝາຍ ອະນຸຍາດ ເທົ່ານັ້ນຕ້ອງເຮັດ ໃຫ້ເປັນຣະບຽບ ຕື່ມເພື່ອປະຕິບັດ ກົດໝາຍໃຫ້ສອດຄ່ອງ ເອກກະພາບກັນ ບໍ່ໃຫ້ເຂົ້າໃຈ ຜິດຢ່າງອື່ນ ເລີຍສ້າງຣະບຽບ ໃໝ່ນີ້ຂື້ນມາ.

ທ່ານ ໜູພັນ ກ່າວອີກວ່າທາງ ການລາວຫວັງວ່າ ຣັຖບັນຍັດ ສະບັບໃໝ່ນີ້ ຄົງຈະເປັນບ່ອນ ອີງແລະຣະບຽບ ຫລັກການໃຫ້ແກ່ ເຈົ້າໜ້າທີ່ຂັ້ນແຂວງ ໃນເວລາໃຫ້ ສັມປະທານທີ່ດິນ ແກ່ຕ່າງປະເທດ ເພື່ອບໍ່ຢາກໃຫ້ ມີຂໍ້ຂັດແຍ້ງ ແລະການ ເອົາລັກເອົາປຽບກັນ.