ຊຽງຂວາງ ຕ້ອງການ ເພີ້ມໂຮງຮຽນ ກິນນອນ

ທາງກາຣແຂວງ ຊຽງຂວາງ ຍັງຂາດເຂີນ ໂຮງຮຽນກິນນອນ ສໍາຫລັບ ນັກຮຽນຊົນເຜົ່າ.
ຫວາດ ສີມູນ
2009.04.30

ແຂວງຊຽງຂວາງ ເປັນແຂວງ ທີ່ມີພື້ນທີ່ ເປັນເຂຕພູດອຍ ເປັນສ່ວນໃຫຍ່ ທີ່ຖືເປັນ ບັນຫາຫລັກໃຫ້ ແກ່ທາງກາຣ ສປປລາວ ພ້ອມກັບຂາດເຂີນ ທຶນຮອນ ໃນກາຣ ຂຍາຍປຸກສ້າງ ໂຮງຮຽນ ບໍ່ໄດ້ທົ່ວເຖີງ ຕາມເຂຕ ຊົນນະບົທ ຫລາຍເທົ່າທີ່ຄວນ. ທັ້ງໆທີ່ເຄີຽໄດ້ ຮັບກາຣຊ່ວຍເຫລືອ ຈາກຕ່າງປະເທສ ຫລາຍພໍສົມຄວນ ໃນຣະຍະ ຜ່ານມານີ້ນັ້ນ ກໍຕາມ.

ໃນຂະນະ ດຽວກັນນັ້ນ ເດັກນ້ອຍນັກຮຽນ ທີ່ຮຽນຈົບຕາມ ຂັ້ນປະຖົມ ຢູ່ຕາມເຂຕທີ່ ຫ່າງໄກ ສອກຫລີກ ແລະ ບໍ່ສາມາດ ເຂົ້າຮຽນຕໍ່ ໃນຣະດັບ ມັທຍົມ ກໍມີຢ່າງ ຫລວງຫລາຍ ໂດຽສະເພາະ ເດັກນ້ອຍຊົນເຜົ່າ ຍ້ອນຂາດທີ່ ພັກເຊົາ ແລະສະພາບ ຄວາມຍາກຈົນ ຂອງທາງຄອບຄົວ.

ກ່ຽວກັບເຣື່ອງນີ້ ທາງກາຣແຂວງ ກໍວ່າໄດ້ເອົາ ໃຈໃສ່ ຕລອດມາ ໃນກາຣຈັດ ໃຫ້ມີໂຮງຮຽນ ກິນນອນ ຊົນເຜົ່າ ທີ່ສ້າງຂື້ນໄດ້ ຫລາຍຫລັງແດ່ແລ້ວ ເຖີງແມ່ນຈະ ບໍ່ໄດ້ຕາມ ແບບມາຕຖານ ກໍຕາມ ດັ່ງອາຈາຣ ສົມໃຈ ມົວວ່າງຢ໋າ ຫົວໜ້າ ຫ້ອງກາຣສຶກສາ ປະຈຳແຂວງ ໄດ້ກ່າວວ່າ:

“ຢູ່ໃນເຂຕທີ່ ຫ່າງໄກ ສອກຫລີກ ພວກເຮົາໄດ້ມີ ກາຣປຸກຫໍພັກ ແລ້ວກໍສະຖານ ທີ່ແຕ່ງຢູ່ ຄົວກິນ ແລ້ວກໍໃຫ້ ນັກຮຽນ ກໍຄືຄຣູ ເຂົາເຈົ້າມາ ຄຸ້ມຄອງນັກຮຽນ ສ່ວນທີ່ ຢູ່ໄກນັ້ນມາ ໃຫ້ມີບ່ອນພັກ ບ່ອນເຊົາຫັ້ນ ພວກເຮົາມີຢູ່ 4 ແຫ່ງນໍ໊ ແຕ່ວ່າມັນກໍ ບໍ່ແມ່ນອາຄາຣ ທີ່ສ້າງໃຫຍ່ໆດອກ ທີ່ວ່າເປັນ ຫໍພັກ ທັມມະດາ ນີ້ແຫລະ!”

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ ແຈ້ງເພີ່ມວ່າ: ນອກຈາກບັນຫາ ກາຣຂາດແຄນ ທີ່ພັກພາ ອາສັຍ ຂອງບັນດາ ນັກຮຽນຊົນເຜົ່າ ດັ່ງກ່າວນີ້ ແລ້ວນັ້ນ ທາງກາຣແຂວງ ຍັງ ປະສົບກັບ ບັນຫາ ທີ່ຍັງມີ ນັກຮຽນ ທີ່ຮຽນຈົບ ມັທຍົມປາຍ ໃນແຕ່ລະປີ ແລະບໍ່ສາມາດ ເຂົ້າຮຽນຕໍ່ຕາມ ມະຫາ ວິທຍາລັຍ ແຫ່ງຊາຕໄດ້ນັ້ນ ມີຈຳນວນ ຫລວງ ຫລາຍເຖີງກວ່າ 81% ຈື່ງຢາກໃຫ້ ທາງກາຣລາວ ໄດ້ເຣັ່ງແກ້ໄຂ ຖ້າບໍ່ດັ່ງນັ້ນ ກໍຍີ່ງຈະເປັນ ກາຣຍາກທີ່ຈະ ບັນລຸເປົ້າໝາຍ ເຮັດໃຫ້ເມືອງລາວ ຫລຸດພົ້ນ ອອກຈາກ ຖານະກາຣເປັນ ປະເທສທີ່ ຍາກຈົນທີ່ສຸດ ປະເທສໜື່ງ ໃນໂລກ ໃຫ້ໄດ້ພາຍ ໃນປີ 2020 ທີ່ຈະມາເຖີງ ໃນໄວໆນີ້ນັ້ນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.