ໄທຽໃຫ້ທຶນກູ້ແກ່ລາວ ຂຍາຍທາງຣົຖໄຟ
2010.04.05
ທ່ານ ອັຄຣະສິຣິ ບູຣະນະສີຣິ ຜູ້ອຳນວຍກາຣ ອົງກາຣຮ່ວມມື ເພື່ອກາຣພັທນາ ຮ່ວມກັບປະເທສ ເພື່ອບ້ານຂອງໄທຽ ວ່າ: ຣັຖບາລໄທຽ ໄດ້ຕົກລົງຕາມ ຫລັກກາຣ ໃຫ້ທຶນກາຣກູ້ຢືມ ແກ່ຣັຖບາລ ສປປລາວ ເພື່ອຂຍາຍກາຣ ສ້າງທາງຣົຖໄຟ 12 ກິໂລແມ໊ຕ ຈາກທ່ານາແລ້ງ ເຂົ້າໄປຍັງ ນະຄອນຫລວງ ວຽງຈັນ, ທີ່ມີກຳໜົດ ເຣີ່ມລົງມື ກາຣກໍ່ສ້າງໃນປີ 2011 ໃນມູລຄ່າທັງໝົດ ໜຶ່ງຕື້ບາທ ຫລປະມານ 31 ລ້ານດອລລາຣ໌ ສະຫະຣັຖ ເພື່ອສ້າງຄວາມສະດວກ ໃນກາຣທ່ອງທ່ຽວ ແລະສົ່ງສິນຄ້າ ຈາກໄທຽ ເຂົ້າປະເທສລາວ ຕື່ມອີກ.
ພ້ອມດຽວກັນນີ້ ທ່ານອັຄຣະສິຣິ ກໍໄດ້ລົງນາມ ໃນຂໍ້ສັນຍາ ກັບຍານາງ ວຽງທອງ ສີພັນດອນ ຮອງຣັຖມົນຕຣີ ກາຣຄັງ ແຫ່ງຊາຕລາວ ກ່ຽວກັບໂຄງກາຣ ກູ້ຢືມເງິນ ສຳຫລັບ 2 ໂຄງກາຣ ຈຳນວນ 20 ລ້ານດອລລາຣ໌ ໃນອັຕຣາດອກ ເບັ້ຽຕໍ່າ 1.5% (ໜຶ່ງເປີຣ໌ເຊັນເຄິ່ງ) ຕໍ່ປີ ໃນຣະຍະ 5 ປີ.
ໃນຈຳນວນເງິນ ທຶນກູ້ຢືມດັ່ງກ່າວ ແມ່ນສຳຫລັບ ໂຄງກາຣພັທນາ ເສັ້ນທາງເລກ 3 ຣະຫວ່າງຫ້ວຍຊາຍ ແລະບ້ານຊອດ ໄປຍັງ ຊາຍແດນຈີນ ຕາມໂຄງກາຣພັທນາ ເສັ້ນທາງເສຖກິຈ ຈາກໄທຽໄປເຖິງ ເມືອງຂູນມິ໊ງ ຂອງຈີນ ໃນມູລຄ່າ 12 ລ້ານດອລລາຣ໌. ສ່ວນອີກ 8 ລ້ານດອລລາຣ໌ ແມ່ນເພື່ອກາຣ ປັບປຸງຖນົນ ສາຍຫລັກແລະ ຮ່ອງຣະບົບນ້ຳເສັຽ ເພື່ອຕຣຽມ ກາຣສລອງຄົບຮອບ 450 ປີຂອງກາຣສ້າງ ຕັ້ງນະຄອນຫລວງ ວຽງຈັນ ທີ່ມີກຳໜົດ ຈັດຂຶ້ນໃນປີ 2010 ນີ້.
ນອກຈາກນັ້ນ ຍັງມີກາຣ ກູ້ຢືມເງິນຈາກໄທຽ ສຳຫລັບໂຄງກາຣ ສ້າງທາງ ຈາກນະຄອນຫລວງ ວຽງຈັນ ໄປຍັງແຂວງເລີຽ ຂອງໄທຽ ແລະຕໍ່ໄປຍັງ ເມືອງຫລວງພຣະ ບາງ ໃນມູລຄ່າ 43 ລ້ານດອລລາຣ໌ ແລະໂຄງກາຣສ້າງທາງ ແຕ່ບ້ານຫ້ວຍໂກນ ເມືອງເງິນ ແຂວງໄຊຍະບຸຣີ ໄປຍັງປາກແບ່ງ ແຂວງອຸດົມໄຊ ພ້ອມກັບໂຄງການ ຂຍາຍສນາມບິນ ເມືອງປາກເຊ ທີ່ຮວມເປັນ ທັງໝົດ 100 ລ້ານດອລລາຣ໌.









