ສະແມນຕາ ເຜີຍ ພໍ່ຂອງລູກ

ຜູ້ຍີງອັງກິດ ທີ່ສານ ນະຄອນຫລວງ ວຽງຈັນ ຕັດສີນຈໍາຄຸກ ຕລອດຊີວິດ ເຜີຍວ່າ ພໍ່ຂອງເດັກ ໃນທ້ອງຂອງນາງ ເປັນຄົນອັງກິດ ທີ່ຖືກຂັງຄຸກ ໂພນຕ້ອງ ແຫ່ງດຽວກັບນາງ.
ມະນີຈັນ
2009.06.08

ນາງ ສະແມນຕາ ໂອໂຣບາຕໍຣ ທີ່ຖືກຕັດສີນ ໂທດຈໍາຄຸກ ຕລອດຊີວິດ ຖານພະຍາຍາມ ລັກລອບນໍາຢາ ເສບຕິດ ເຮໂຣອີນ 680ກຣາມ ອອກຈາກ ປະເທດລາວ ຜ່ານສນາມບີນ ນະຄອນຫລວງ ວຽງຈັນ ເມື່ອສັປດາທີ່ ຜ່ານມາ ເວົ້າຕໍ່ເຈົ້າ ໜ້າທີ່ວ່າ ຜູ້ເປັນພໍ່ເດັກ ໃນທ້ອງ ຂອງນາງກໍຄື John Watson ຄົນອັງກິດ ອາຍຸ 47ປີ ເປັນນັກໂທດ ຈໍາຄຸກ ຕລອດຊີວິດ ໃນຄະດີ ຢາເສບຕິດ ຖືກຂັງຄຸກ ມາແຕ່ປີ 2003 ຕາມຣາຍງານຂ່າວ ໜັງສືພິມ The Observer ຂອງອັງກິດ.

ຢູ່ຄຸກໂພນຕ້ອງ ຫ້ອງກັກຂັງ ນັກໂທດຍີງ ແລະນັກໂທດຊາຍ ແມ່ນຢູ່ຕິດກັນ ແລະໃນຈໍານວນ ເຄື່ອງຂອງ ຂອງນາງ ໂອໂຣບາຕໍຣ ນັ້ນກໍພົບເຫັນ ສາຍຊີແລງນໍາ ດ້ວຍ. ນາງ ໂອໂຣບາຕໍຣ ເວົ້າວ່ານາງ ໄດ້ເຮັດໃຫ້ ຕົນເອງຖືພາມານ ໂດຍອາໃສ ນໍ້າເຊື້ອ sperm ຂອງ John Watson ເພື່ອທີ່ຈະຫລຸດ ພົ້ນຈາກໂທດ ປະຫານ ຊີວິດ ຕາມກົດໝາຍ ຂອງລາວນັ້ນ. ນາງ Pat ຜູ້ເປັນແມ່ຂອງ John Watson ເວົ້າວ່າ John ມີລູກ 2ຄົນກັບອະດີດ ຄູ່ຮ່ວມນອນ ຢູ່ອັງກິດ ແລະວ່າ ເມື່ອສອງສາມ ເດືອນກ່ອນ John ໄດ້ຂຽນອີແມວ ຖາມວ່ານາງຈະ ຮູ້ສຶກແນວໃດ ຖ້າຫາກວ່າ ຈະໄດ້ເປັນ ແມ່ຍ່າ ຂອງຫລານ ອີກຕື່ມ ຜູ້ນຶ່ງ.

ໃນເບື້ອງຕົ້ນ ນາງກໍຄິດວ່າ ເປັນຄວາມເວົ້າຫລີ້ນ. ແຕ່ຕໍ່ມາ John ກໍໂທຣະສັບ ບອກແມ່ ດ້ວຍນໍ້າສຽງທີ່ ມີຄວາມສຸກວ່າ ເຂົາໄດ້ພໍ້ກັບ ຜູ້ຍີງ ຊຶ່ງກໍາລັງ ຖືພາລູກຂອງ ເຂົາ. ນາງສະແມນຕາ ລອດພົ້ນຈາກໂທດ ປະຫານຊີວິດ ຕາມທີ່ໄດ້ ຣະບຸໄວ້ໃນ ກົດໝາຍອາຍາ ຂອງລາວ ທີ່ເວັ້ນໂທດ ປະຫານຊີວິດ ຜູ້ຍີງ ທີ່ຖືພາມານ.

ແຕ່ສໍາລັບ John Watson ນັ້ນ ຖ້າສານຫາກ ພົບວ່າເຂົາໄດ້ ຊ່ວຍນາງ ສະແມນຕາ ແທ້ນັ້ນ ເຂົາກໍຈະຕ້ອງ ປະເຊີນກັບ ການກ່າວໂທດໜັກ ຕື່ມຂຶ້ນອີກ.  ແຕ່ເຖິງ ແນວໃດທັງ ນາງສະແມນຕາ ແລະ John ອາຈຖືກສົ່ງຕົວ ໄປຮັບໂທດ ຢູ່ທີ່ປະເທດ ອັງກິດ ຕາມສັນຍາ ແລກປ່ຽນນັກໂທດ ຊຶ່ງອັງກິດແລະລາວ ໄດ້ເຊັນກັນ  ແຕ່ ຫາກຍັງບໍ່ມີ ຜົນບັງຄັບໄຊ້ ເທື່ອມາຮອດ ມື້ນີ້.

ນາງ ສະແມນຕາ ຮູ້ດີວ່າການ ຖືພາຂອງນາງ 6-7ເດືອນ ເປັນໄລຍະທີ່ ບໍ່ຄວນເດີນທາງ ທາງອາກາດແລ້ວ. ຂ່າວຣາຍງານ ຕື່ມວ່າ ຄນະທະນາຍ ຄວາມຂອງນາງ ໄດ້ແນະນໍາ ບໍ່ໃຫ້ນາງ ຍື່ນຂໍອຸທອນ ໂທດ ເພື່ອວ່ານາງຈະ ສາມາດ ກັບໄປ ປະເທດອັງກິດ ໄດ້ເທົ່າທີ່ ຈະໄວໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.